ເຊີດຊູການເຫຼື້ອມໃສບູຊາພະແມ່ ແລະ ງານບຸນບ້ານ ຫວຽດເດີມ

Hong Van
Chia sẻ
(VOVWORLD) -ລາຍການເຊີດຊູການເຫຼື້ອມໃສບູຊາພະແມ່ ແລະ ງານບຸນບ້ານ ຫວຽດເດີມ ໂດຍແຂວງ ຝູເຖາະ ຫາກໍ່ຈັດຕັ້ງຂຶ້ນຢູ່ເມືອງ ແທັງຖຸຍ ແນໃສ່ໂຄສະນາບັນດາຄວາມສາມາດບົ່ມຊ້ອນ ທາງດ້ານວັດທະນະທຳ ທີ່ເປັນເອກະລັກຂອງແຂວງ. ພິເສດ ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ ມີຄວາມເຂົ້າໃຈ ກ່ຽວກັບການເຫຼື້ອມໃສບູຊາພະແມ່ ເອົາເກີ ຫຼາຍກວ່າເກົ່າ ແລະ ປະຕິບັດການເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ
ເຊີດຊູການເຫຼື້ອມໃສບູຊາພະແມ່ ແລະ ງານບຸນບ້ານ ຫວຽດເດີມ - ảnh 1 ການເຫຼື້ອມໃສບູຊາພະແມ່

ການເຫຼື້ອມໃສບູຊາພະແມ່ ເອົາເກີ ແມ່ນການເຫຼື້ອມໃສພື້ນເມືອງຂອງຊາວ ຫວຽດນາມ ເຊິ່ງໄດ້ກຳເນີດຂຶ້ນ ແລະ ຄົງຕົວບົນດິນແດນແຫ່ງບັນພະບູລຸດ ເຊິ່ງຕິດພັນກັບຄວາມມຸ່ງຫວັງ ທາງດ້ານສຸຂະພາບ, ຄວາມໂຊກດີ ແລະ ໂຊກລາບ ພ້ອມກັບກຳລັງດຶງດູດປະຊາຊົນທຸກຊັ້ນວັນນະໃນສັງຄົມ. ພະແມ່ ໄດ້ສິດສອນມະນຸດດຳລົງຊີວິດ ມຸ່ງໄປສູ່ຄວາມສຸດຈະລິດ, ມີຄວາມຈິງໃຈ, ຮູ້ວິທີປະພຶດຕໍ່ມະນຸດດ້ວຍກັນ ແລະ ບູຊາປູ່ຍ່າຕາຍາຍ ບັນພະບູລຸດ ແລະ ຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີ ຕໍ່ປະຊາຊົນ ແລະ ປະເທດຊາດ. ສາດສະດາຈານ ໂງດຶກທິ້ງ ອະດີດຫົວໜ້າ ສະຖາບັນຄົ້ນຄວ້າ ວັດທະນະທຳພື້ນເມືອງ ໃຫ້ຮູ້ວ່າ:

     “ການເຫຼ້ືອມໃສ ບູຊາພະແມ່ ໄດ້ສ້າງຮູບພາບແມ່ຍິງ ຫວຽດນາມ ໃນທຸກໆດ້ານ. ພະແມ່ແມ່ນຜູ້ໃຫ້ກຳເນີດພວກເຮົາ ແຕ່ກໍ່ແມ່ນທຳມະຊາດ, ສິ່ງແວດລ້ອມຢູ່ອ້ອມຂ້າງເຊັ່ນ ແມ່ຟ້າ, ແມ່ດິນ, ແມ່ນ້ຳ, ແມ່ເຂົົ້າ ເຊິ່ງໄດ້ຄົງຕົວຢູ່ອ້ອມແອ້ມພວກເຮົາເພື່ອປ້ອງກັນ ແລະ ນຳສິ່ງທີ່ຮັບໃຊ້ຊີວິດຂອງມະນຸດ”.

     ດ້ວຍຄວາມໝາຍເຊັ່ນນັ້ນ, ລາຍການເຊີດຊູການເຫຼື້ອມໃສບູຊາພະແມ ແລະ ງານບຸນບ້ານ ຫວຽດເດີມ ໄດ້ຖືກຈັດຂຶ້ນຢູ່ແຂວງ ຝູເຖາະ ເຊິ່ງລວມມີການເຄື່ອນໄຫວຕົ້ນຕໍສີ່ປະການເຊັ່ນ ງານວາງສະແດງການເຫຼື້ອມໃສບູຊາພະແມ່; ງານບຸນບ້ານ ຫວຽດເດີມ; ສີສັນກົກເຄົ້າເຫງົ້າກໍ ແລະ ລາຍການສະແດງວັດທະນະທຳພື້ນເມືອງ ຢູ່ຕາມທ້ອງຖະໜົນ. ນີ້ເປັນຄັ້ງທຳອິດ ທີ່ການເຫຼື້ອມໃສບູຊາພະແມ່ ໄດ້ຖືກແນະນຳເຖິງແຂກທ່ອງທ່ຽວ ໂດຍຜ່ານບັນດາການເຄື່ອນໄຫວສະແດງ ຢູ່ຕາມທ້ອງຖະໜົນ, ລາຍການສະແດງພື້ນເມືອງ, ບັນດາຮີດຄອງປະເພນີ ຂອງບັນດຊາວທ້ອງຖິ່ນຕິດພັນກັບການກະສິກຳຄື: ປະເພນີບູຊາແມ່ຟ້າ, ແມ່ດິນ, ແມ່ນ້ຳ, ແມ່ເຂົ້າ; ລາຍການແຫ່ພະແມ່ ເອົາເກີ, ພະແມ່ ເທື້ອງທຽນ, ພະແມ່ ເທື້ອງງ່ານ… ທ່ານ ຫວຽນວັນຖາວ ສັງກັດຄະນະຈັດຕັ້ງ ໃຫ້ຮູ້ວ່າ:

      “ເຫດການຖືກຈັດຂຶ້ນ ເພື່ອຫວນຄືນວັດທະນະທຳ ໃນສະໄໝລາດຊະວົງ ຮຸ່ງ, ພິເສດຢູ່ດິນແດນ ຝູເຖາະ. ນີ້ເປັນຄັ້ງທຳອິດ ທີ່ພວກຂ້າພະເຈົ້າໄດ້ຈັດຕັ້ງຂຶ້ນ ແນໃສ່ຊ່ວຍປະຊາຊົນມີຄວາມເອກອ້າງທະນົງໃຈ ຕໍ່ຈຸດວັດທະນະທຳ ທີ່ມີມາແຕ່ດົນນານ ກໍ່ຄືຮູ້ວິທີເສີມຂະຫຍາຍວັດທະນະທຳດັ່ງກ່າວ ເພື່ອຮັບໃຊ້ການດຳລົງຊີວິດຂອງຕົນ ແລະ ວົງຄະນະຍາດ”.

     ໃນຂອບເຂດຂອງລາຍການ, ງານມະໂຫລານ “ສີສັນກົກເຄົ້າເຫງົ້າກໍ” ດ້ວຍບັນດາປະເພດສິລະປະ ເຊິ່ງ Unesco ໄດ້ຮັບຮອງຄື ຂັບຊວານ, ຂັບວັນ, ຂັບກາຈູ… ຂອງ ຝູເຖາະ ແລະ ບັນດາແຂວງຢູ່ໃກ້ຄຽງ ເຊິ່ງແມ່ນບ່ອນເຕົ້າໂຮມ ແລະ ແນະນຳບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ ທີ່ມີຊື່ສຽງອື່ນໆ ເຊິ່ງເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ  ດິນແດນກົກເຄົ້າເຫງົ້າກໍ. ພິເສດ ການເຄື່ອນໄຫວສະແດງວັດທະນະທຳພື້ນເມືອງ ຢູ່ຕາມທ້ອງຖະໜົນດ້ວຍຫົວຂໍ້ “ກົກເຄົ້າເຫງົ້າກໍ ແລະ ຄວາມຄາດຫວັງ” ເຊິ່ງມີການເຂົ້າຮ່ວມຂອງນັກສິລະການ, ນັກສະແດງ ແລະ ຊາວທ້ອງຖິ່ນເກືອບ 1.000 ຄົນ. ນາງ ຫວຽນທິຊວັນງ່ານ ຮອງຫົວໜ້າຂະແໜງຄຸ້ມຄອງວັດທະນະທຳ, ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ຝູເຖາະ ໃຫ້ຮູ້ວ່າ:

     “ບັນດາພິທີກຳມີລັກສະນະການສະແດງ, ມີລັກສະນະເປັນເອກະລັກຢູ່ຕາມທ້ອງຖະໜົນ. ສັງລວມລາຍການລວມມີຫຼາຍເນື້ອໃນ ນັ້ນແມ່ນວິທີເຮັດທີ່ເປັນເອກະລັກສະເພາະ, ເສີມຂະຫຍາຍວັດທະນະທຳ ພື້ນເມືອງ”.

     ພ້ອມກັບບັນດາການເຄື່ອນໄຫວເຊີດຊູການເຫຼື້ອມໃສບູຊາພະແມ່, ໃນການເຄື່ອນໄຫວເປັນເວລາ 3 ວັນຂອງລາຍການ ແມ່ນງານບຸນບ້ານ ຫວຽດເດີມ ເຊິ່ງແມ່ນບ່ອນວາດພາບເຖິງ ການດຳເນີນຊີວິດ ຂອງປະຊາຊົນຢູ່ເຂດທົ່ງພຽງພາກເໜືອ ດ້ວຍການເຄື່ອນໄຫວເຫຼື້ອມໃສ, ພິທີກຳ, ຮີດຄອງປະເພນີ, ການພົບປະແລກປ່ຽນ ແລະ ຄວາມຜູກພັນໃນສັງຄົມ; ບັນດາປະເພດສິລະປະພື້ນເມືອງ, ອາຫານການກິນ… ໃນງານບຸນ, ບັນດາປະເພດສິນຄ້າ, ສິນພິເສດເກືອບທັງໝົດຂອງແຂວງ ຝູເຖາະ ຈະຖືກນຳມາແນະນຳ ເຊິ່ງລວມມີ: ຊາຂຽວ, ຊາດຳ, ເຫັດ, ຊີ້ນສົ້ມ, ເຂົ້າໝົມ, ປາ, ໝາກໄມ້ຊະນິດຕ່າງໆ, ເຄື່ອງຈັກສານ… ທ່ານ ກ່ຽວຫວູນິງ ສັງກັດຄະນະຈັດຕັ້ງ ໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າໄດ້ສຸມກຳລັງບຸກຄະລາກອນ, ວັດຖຸທັງໝົດ ເພື່ອກະກຽມຈັດຕັ້ງລາຍການສະແດງ ຜະລິດຕະພັນກະເສດ, ອາຫານ ແນໃສ່ເຊື່ອມຕໍ່ແນະນຳ ສິນພິເສດຂອງທ້ອງຖິ່ນ ໃຫ້ແກ່ແຂກທ່ອງທ່ຽວຢ່າງຫຼວງຫຼາຍ”.

      ໂດຍໄດ້ຖືກຈັດຕັ້ງດ້ວຍຂອບຂະໜາດໃຫຍ່, ລາຍການເຊີດຊູການເຫຼື້ອມໃສບູຊາພະແມ ແລະ ງານບຸນ ຫວຽດເດີມ ບໍ່ພຽງແຕ່ແມ່ນເຫດການວັດທະນະທຳທີ່ພົ້ນເດັ່ນໃນແຂວງ ຝູເຖາະ ເທົ່ານັ້ນ ຫາກຍັງປະກອບສ່ວນປຸກລຸກ ຄວາມເອກອ້າງທະນົງໃຈ, ມູນເຊື້ອວັດທະນະທຳຂອງຊາດ ຈາກປະຊາຊົນ, ໝູ່ບ້ານ ແລະ ວົງຄະນາຍາດ ເພື່ອຮ່ວມແຮງຮ່ວມໃຈ ອະນຸລັກບັນດາຄຸນຄ່າມໍລະດົກວັດທະນະທຳພື້ນເມືອງ.

ຕອບກັບ