ຮັກສາສິລະປະ ຂັບແທນ ຢູ່ເມືອງ ງວຽນບິ່ງ ແຂວງ ກາວບັ່ງ

Vinh Phong
Chia sẻ
(VOVWORLD) -ຢູ່ຕາແສງ ຫວູບິ່ງ ເມືອງ ງວຽນບິ່ງ ແຂວງ ກາວບັ່ງ ມີສະໂມສອນ ຂັບແທນ - ພິນຕິ໊ງ ແລະ ຂັບລຳທຳເພງພື້ນເມືອງທີ່ມີຊື່ວ່າ “ມິງແທັງ”. ໂດຍພາຍໃຕ້ການຊີ້ນຳຂອງນັກສິລະປະການດີເລີດ ດິງວັນທຶກ, ສະໂມສອນ ມິງແທັງ ໄດ້ປະກອບສ່ວນບໍ່ໜ້ອຍ ເຂົ້າໃນການຮັກສາ ແລະ ເສີມຂະຫຍາຍ ເພື່ອໃຫ້ສິລະປະ ຂັບແທນ - ພິນຕິ໊ງມີພະລັງຊີວິດຍາວນານ ຢູ່ໜູ່ບ້ານຊາວເຜົ່າໄຕ - ເຜົ່ານຸ່ງ ຢູ່ທ້ອງຖິ່ນ
ຮັກສາສິລະປະ ຂັບແທນ ຢູ່ເມືອງ ງວຽນບິ່ງ ແຂວງ ກາວບັ່ງ - ảnh 1ມີເດັກຫຼາຍຄົນເຂົ້າຮ່ວມຊຸດຮຽນເສບພິນຕີ້ງໂດຍນັກສິລະປະການ ດິງວັນທຶກເປັນຜູ້ຖ່າຍທອດ 

ຕາແສງ ຫວູມິງ ເມືອງ ງວຽນບິ່ງ ມີຈຳນວນປະຊາກອນກວ່າ 60% ແມ່ນຊາວເຜົ່າໄຕ, ເຜົ່ານຸ່ງ. ນັບແຕ່ໃດໆມາ, ສິລະປະຂັບແທນ, ຂັບສະລີ, ຂັບເລື້ອນ ມີບົດລາດສຳຄັນທີ່ສຸດ, ແມ່ນສິ່ງທີ່ຂາດບໍ່ໄດ້ໃນຊີວິດທາງດ້ານຈິດໃຈ ຂອງພໍ່ແມ່ປະຊາຊົນຢູ່ແຫ່ງນີ້. ນັກສິລະປິນດີເລີດ ດິງວັນທຶກ ແມ່ນຜູ້ສ້າງຕັ້ງສະໂມສອນ ຂັບແທນ - ພິນຕິ໊ງ ມິງແອັງ ເພື່ອດຶງດູດຫຼາຍຄົນເຂົ້າຮ່ວມ, ທັງເປັນການຮັກສາ ແລະ ຖ່າຍທອດບັນດາຄວາມງາມທາງດ້ານວັດທະນະທຳຂອງຊາວເຜົ່າໄຕ, ເຜົ່ານຸ່ງ ໃຫ້ແກ່ຄົນລຸ້ນຫຼັງ. ນັກສິລະປະການດີເລີດ ດິງວັນທຶກ ໃຫ້ຮູ້ວ່າ:

        “ໃນເບື້ອງຕົ້ນກໍ່ແມ່ນການຝຶກແອບຂັບຮ້ອງ ເພື່ອສ້າງຄວາມມ່ວນຊື່ນເທົ່ານັ້ນ, ແຕ່ເມື່ອຂັບຮ້ອງແລ້ວ ໄດ້ຮັບການຍ້ອງຍໍ ລະດົມກຳລັງໃຈຈາກປະຊາຊົນ. ແລ້ວກໍ່ຄ່ອຍໆໄປສະແດງ ແລະ ໄດ້ຮັບການລະດົມໃຈຈາກປະຊາຊົນເຊັ່ນນັ້ນ ກໍ່ແມ່ນຄວາມຫວັງໃຫ້ພວກນັກຮຽນທີ່ພວມຮຽນຊັ້ນອະນຸບານ, ຊັ້ນປະຖົມ, ຊັ້ນມັດທະຍົມໃຫ້ໄດ້ເຂົ້າຮຽນ.ຈາກນັ້ນກໍ່ແມ່ນແຫຼ່ງລະດົມກຳລັງໃຈ ເພື່ອໃຫ້ຂ້າພະເຈົ້າສ້າງຕັ້ງສະໂມສອນ ແລະ ພະຍາຍາມກ້າວໄປໄກກວ່າອີກ.”

        ນັກສິລະປະການດີເລີດ ດິງວັນທຶກ ແລະ ພວກນັກຮຽນ ໄດ້ທຳການສະແດງບັນດາລາຍການທີ່ເຂັ້ມຂົ້ນໄປດ້ວຍສີສັນພື້ນເມືອງ ທີ່ເປັນເອກະລັກຢູ່ບັນດາງານບຸນ, ງານປະກວດສິລະປະດ້ວຍຂອບຂະໜາດໃຫຍ່ ທັງຢູ່ພາຍໃນ ແລະ ຕ່າງແຂວງ. ຈາກການເຊື່ອມຕໍ່, ແຜ່ຂະຫຍາຍຢ່າງແຂງແຮງນັ້ນ, ສິລະປະ ຂັບແທນ - ພິນຕິ໊ງ ແລະ ຂັບລຳທຳເພງພື້ນເມືອງ ໄດ້ຊຶມເລິກເຂົ້າໃນທຸກໆຂົງເຂດຊີວິດຢູ່ເມືອງ ຫວູມິງ ອັນໄດ້ສ້າງຄວາມເມົາມົວ ແລະ ຄວາມນິຍົມຊົມຊອບສິລະປະ ໃຫ້ແກ່ປະຊາຊົນຢູ່ແຫ່ງນີ້. ປ້າ ໝາກທິຝຽນ ຊາວບ້ານ ນ່າຄວາງ ຕາແສງ ຫວູມິງ ເມືອງ ງວຽນບິ່ງ ແບ່ງປັນວ່າ:

      “ຂັບແທນ - ພິນຕິ໊ງ ໃນທຸກວັນນີ້ ໄດ້ສະເໜີໂຕ ສະໂມສອນ ຂັບລຳທຳເພງພື້ນເມືອງ ມິງແອັງ, ດັ່ງນັ້ນຂ້າພະເຈົ້າດີໃຈຫຼາຍ. ປັດຈຸບັນໄດ້ມີລຸ້ນສືບທອດ ເພື່ອຮັກສາສິລະປະຂັບລຳທຳເພງພື້ນເມືອງ  ບໍ່ໃຫ້ມັນສູນຫາຍໄປ, ຂະບວນການຂັບລຳທຳເພງພື້ນເມືອງຂອງຕາແສງ ຈະນັບມື້ນັບຂະຫຍາຍຕົວກວ່າເກົ່າ.  ຂ້າພະເຈົ້າມີຄວາມຫວັງວ່າ ເຮັດແນວໃດໃນໄລຍະທີ່ຈະມາເຖິງ, ທາງສະໂມສອນຈະມີການເຄື່ອນໄຫວຫຼາຍຢ່າງ ເພື່ອຮັບໃຊ້ປະຊາຊົນທັງເປັນການຊ່ວຍໃຫ້ຊີວິດທາງດ້ານຈິດໃຈ ຂອງຊາວບ້ານໄດ້ຮັບການຍົກສູງຂຶ້ນ”.

       ສະໂມສອນຂັບແທນ - ພິນຕິ໊ງ ແລະ ຂັບລຳທຳເພງພື້ນເມືອງ ມິງແທັງ ໄດ້ກໍ່ສ້າງຖັນແຖວນັກຮ້ອງ, ນັກສິລະປະກອນດີເດັ່ນ ແມ່ນແຫ່ງສ້າງຄວາມໃຝ່ຝັນ ຄວາມນິຍົມຊົມຊອບສິລະປະຂັບລຳທຳເພງພື້ນເມືອງ ຂອງຫຼາຍພາກສ່ວນທຸກເພດທຸກໄວ ນັບແຕ່ເມື່ອໄດ້ສ້າງຕັ້ງ, ບັນດາສະມາຊິກໃນສະໂມສອນ ຍາມໃດກໍ່ມີຄວາມຫ້າວຫັນເຂົ້າຮ່ວມບັນດາລາຍການສະແດງຂັ້ນຕ່າງໆ ຈາກທ້ອງຖິ່ນຕະຫຼອດຮອດທົ່ວປະເທດຢ່າງສຸດໃຈ, ເຂົ້າຮ່ວມບັນດາລາຍການໂຄສະນາສື່່ສານຢູ່ 12 ຕາແສງໃນເມືອງ ງວຽນບິ່ງ, ໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຊົນ. ພ້ອມກັບການເຂົ້າຮ່ວມລາຍການສະແດງ, ນັກສິລະປະການດີເລີດ ດິງວັນທຶກ ຍັງເປີດຊຸດຮຽນ ຂັບແທນ - ພິນຕິ໊ງ ແລະ ຂັບລຳທຳເພງພື້ນເມືອງໂດຍບໍ່ໄດ້ຄິດຄ່າ ຢູ່ໃນເຮືອນສ່ວນຕົວ. ປັດຈຸບັນມີນັກຮຽນຫຼາຍກວ່າ 360 ຄົນ ພວມຮຽນຂັບແທນ, ໃນນັ້ນສະມາຊິກໜຸ່ມກວ່າໝູ່ແມ່ນໄວ 6 ປີ. ນາງ ຫວຽນຮົ່ງເວິນ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:

     “ດິງວັນທຶກ ແມ່ນນັກສິລະປະການດີເລີດ, ເປັນຜູ້ສຸມຈິດສຸມໃຈກັບວຽກງານສິລະປະ ນັບຕັ້ງແຕ່ວັນສ້າງຕັ້ງ, ມາຮອດປັດຈຸບັນ ສະໂມສອນໄດ້ມີກົນໄກເຄື່ອນໄຫວຢ່າງເປັນທາງການ. ແລະ ນີ້ກໍ່ແມ່ນໜຶ່ງ ໃນບັນດາໜ້າທີ່ ໃນເວລາທີ່ຈະມາເຖິງ ເພື່ອປະຕິບັດໂຄງການເຄື່ອນໄຫວ ຂະນະທີ່ອົງການ Unesco ຮັບຮອງ ສິລະປະ ຂັບແທນ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ”.

        ດ້ວຍຄວາມສຸດຈິດສຸດໃຈ ແລະ ຄວາມເມົາມົວສິລະປະ ຂອງນັກສິລະປະການດີເລີດ ດິງວັນທຶກ ພ້ອມກັບປະຊາຊົນຢູ່ແຫ່ງນີ້, ສະໂມສອນ ມິງແທັງ ໄດ້ ແລະ ພວມຕັ້ງໜ້າ ປະກອບສ່ວນອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ບົນດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ.

ຕອບກັບ