ຮັກສາ ແລະ ແຜ່ຂະຫຍາຍຄວາມງາມຂອງສິລະປະຂັບແທນ

Thu Hoa
Chia sẻ
(VOVWORLD) -ຂັບແທນແມ່ນປະເພດສິລະປະການເຫຼື້ອມໃສພື້ນເມືອງ ທີ່ມີມາແຕ່ດົນນານ ຂອງບັນດາເຜົ່າໄຕ, ເຜົ່ານຸ່ງ, ຜູ້ໄທຢູ່ ຫວຽດນາມ. ສິລະປະຂັບແທນຫາກໍ່ຖືກອົງການ Unesco ຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ນີ້ແມ່ນຄວາມເປັນກຽດ ແລະ ເປັນຄວາມເອກອ້າງທະນົງໃຈ ເພາະວ່າ ວົງຄະນາຍາດເຜົ່າໄຕ, ເຜົ່ານຸ່ງ, ໄທດຳ, ພິເສດແມ່ນບັນດານັກສິລະປະການພື້ນເມືອງ ເພີ່ມຄວາມຮັບຜິດຊອບໃນການຮັກສາ ແລະ ແຜ່ຂະຫຍາຍຄວາມງາມຂອງປະເພດສິລະປະວັດທະນະທຳພື້ນເມືອງນີ້
 ຮັກສາ ແລະ ແຜ່ຂະຫຍາຍຄວາມງາມຂອງສິລະປະຂັບແທນ   - ảnh 1 ນັກສິລະປິນດີເລີດ ລິວດິ່ງບ້າວ  ຢູ່ບ້ານ ກວານເນືອ ຕາແສງ ເຢືອງ ກວານ ນະຄອນບັກກ້ານ ແຂວງ ບັກກ້ານ

ນັກສິລະປິນດີເລີດ ລິວດິ່ງບ້າວ  ຢູ່ບ້ານ ກວານເນືອ ຕາແສງ ເຢືອງກວານ ນະຄອນບັກກ້ານ ແຂວງ ບັກກ້ານ ໄດ້ມີໄລຍະຜູກພັນກັບສິລະປະຂັບແທນເປັນເວລາ 38 ປີ ແລະ ປີນີ້ລາວໄດ້ມີອາຍຸ 78 ປີແລ້ວ. ໂດຍແມ່ນໜໍຂັບແທນທີ່ມີຊື່ສຽງໃນເຂດ, ທ່ານໄດ້ຖືວ່າ ຂັບແທນ ກໍ່ແມ່ນຊີວິດດ້ານວັດທະນະທຳ ແລະ ຈິດໃຈ, ແມ່ນວິນຍານຂອງພໍ່ແມ່ພີ່ນ້ອງເຜົ່າໄຕ, ເຜົ່ານຸ່ງ ແລະ ຜູ້ໄທ. ທ່ານ ລິວດິ່ງບ້າວ ເວົ້າວ່າ:

     “ສິລະປະຂັບແທນໄດ້ຮັບການເຊີດຊູເຊັ່ນນັ້ນ, ກະໂຕຂ້າພະເຈົ້າເອງ ກໍ່ມີຄວາມພາກພູມໃຈ ແລະ ອາຊີບຂອງຂ້າພະເຈົ້າ ໄດ້ຮັບການເຊີດຊູຄືແນວນີ້ ກໍ່ໄດ້ເປັນການສ້າງກຳລັງໜູນ ໃຫ້ແກ່ພວກຂ້າພະເຈົ້າ ເພື່ອເສີມຂະຫຍາຍ ແລະ ຖ່າຍທອດໃຫ້ລຸ້ນລູກ ລຸ້ນຫຼານ. ຖ້າຫາກຂ້າພະເຈົ້າບໍ່ສາມາດຖ່າຍທອດໄດ້, ລູກຂອງຂ້າພະເຈົ້າກໍ່ບໍ່ສາມາດຖ່າຍທອດໄດ້, ກໍ່ແມ່ນວ່າໃນພາຍພາກໜ້າມັນຈະຖືກສູນຫາຍໄປ”.

     ນັກສິລະປິນຂັບແທນ ມ້າຈຸງຈຶກ ຢູ່ແຂວງ ບັກກ້ານ ແມ່ນມີຊື່ສຽງດ້ວຍນ້ຳສຽງທີ່ດີ ພ້ອມກັບການເສບເຄື່ອງດົນຕີທີ່ເປັນໜ້າຈັບໃຈ.  ລາວໄດ້ສ້າງຕັ້ງບັນດາສະໂມສອນ ຂັບແທນ ພິນຕິ໊ງ, ທັງເປັນການຮັກສາຂະບວນການສິລະປະ, ທັງຮັບໃຊ້ແຂກທ່ອງທ່ຽວມາຢ້ຽມຊົມໜອງ ບາເບ໋. ເຮືອນຮ້ານຂອງລາວກໍ່ແມ່ນບ່ອນ ຈັດຕັ້ງບັນດາຊຸດຮຽນສອນຂັບແທນ ແລະ ເສບພິນຕິ໊ງ ໃຫ້ແກ່ພວກຫຼານເຍົາວະຊົນ ແລະ ບັນດາຜູ້ນິຍົມຊົມຊອບສິລະປະຂັບແທນ ພິນຕິ໊ງໃນເຂດ. ອ້າຍ ມ້າຈຸງຈຶກ ເວົ້າຄວາມໃນໃຈສູ່ຟັງວ່າ:

      “ຂ້າພະເຈົ້າເອງກໍ່ແມ່ນຜູ້ຮັກສາວັດທະນະທຳຂັບແທນ ພິນຕິ໊ງ ແລະ ໄດ້ຖ່າຍທອດສິລະປະຂັບແທນ ພິນຕິ໊ງໃຫ້ລຸ່ນໜຸ່ມ. ຂ້າພະເຈົ້າຮູ້ສຶກດີໃຈ ເພາະວ່າລຸ້ນໜຸ່ມກໍ່ມີຄວາມສົນໃຈເຖິງປະເພດສິລະປະນີ້. ແລະ ນີ້ກໍ່ແມ່ນກຳລັງໜູນ ເພື່ອໃຫ້ຂ້າພະເຈົ້າເຫັນວ່າຕົນເອງມີຄວາມຮັບຜິດຊອບ ຄວນຖ່າຍທອດທຸກສິ່ງທຸກຢ່າງ ທີ່ເຮົາໄດ້ຮູ້ໃຫ້ແກ່ລຸ້ນໜຸ່ມປັດຈຸບັນ”.

      ຫຼ້າງເຊີນກໍ່ແມ່ນໜຶ່ງໃນບັນດາອູ່ໃຫ້ກຳເນີດສິລະປະຂັບແທນ ພິນຕິ໊ງ. ທົ່ວແຂວງມີປະມານ 100 ສະໂມສອນຂັບແທນ ຂຶ້ນກັບສະມາຄົມອະນຸລັກເພງພື້ນເມືອງບັນດາເຜົ່າໃນແຂວງ. ເລື່ອງສິລະປະຂັບແທນຂອງເຜົ່າໄຕ, ເຜົ່ານຸ່ງ, ຜູ້ໄທ ໄດ້ຮັບການຮັບຮອງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ ກໍ່ຍິ່ງເປັນຄວາມຮັບຜິດຊອບໃນການຮັກສາ ແລະ ເສີມຂະຫຍາຍມໍລະດົກອັນໃຫຍ່ຫຼວງ ສຳລັບເຂົາເຈົ້າ. ທ່ານ ຟານວັນຮວ່າ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ຫຼ້າງເຊີນ ໃຫ້ຮູ້ວ່າ:

      “ເມື່ອໄດ້ຮັບຄວາມເປັນກຽດເຊັ່ນນັ້ນ, ພວກເຮົາຕ້ອງສືບຕໍ່ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າສິລະປະຂັບແທນ ໃນບໍລິເວນທົ່ວແຂວງ. ນັ້ນແມ່ນການແນະນຳໃຫ້ບັນດາສູນວັດທະນະທຳ ກິລາ ແລະ ສື່ສານ, ຂະແໜງວັດທະນະທຳ ຖະແຫຼງຂ່າວບັນດາເມືອງ, ນະຄອນ ແລະ ບັນດາສະໂມສອນ ຂັ້ນຕາແສງ, ເທດສະບານເມືອງ, ບ້ານ ຈົ່ງເສີມຂະຫຍາຍສິລະປະຂັບແທນໃນບໍລິເວນ”.

      ໃນແງ່ມູມອື່ນ, ບັນດາລາຍການສະແດງສິລະປະຂັບແທນບູຮານຂອງກຸ່ມດີງລ່າງຫວຽດ ຂອງຄະນະສິລະປະກອນ ຫຼ້າງເຊີນ ຂອງສະມາຄົມໄທບ້ານດຽວກັນເຜົ່າໄຕ ເຜົ່ານຸ່ງ ຢູ່ນະຄອນຫຼວງ ຮ່າໂນ້ຍ ໃນຫຼາຍປີຜ່ານມາ ໄດ້ແລະ ພວມສືບຕໍ່ແຜ່ຂະຫຍາຍຄວາມງາມຂອງສິລະປະຂັບແທນ ຂອງຊາວເຜົ່າໄຕ ເຜົ່ານຸ່ງ, ຜູ້ໄທ .  ນັກສິລະປິນປະຊາຊົນ  ຈ້ຽວຖຸຍຕຽນ ຮອງປະທານສະມາຄົມອະນຸລັກເພງພື້ນເມືອງ ຫຼ້າງເຊິນ ໃຫ້ຮູ້ວ່າ:

      “ການແຜ່ຂະຫຍາຍສິລະປະຂັບແທນ ກໍ່ແມ່ນຄວາມຫວັງຂອງຫຼາຍຄົນ, ພິເສດ ແມ່ນບັນດາຜູ້ນິຍົມສິລະປະຂັບແທນຄືພວກຂ້າພະເຈົ້າ. ການແຜ່ຂະຫຍາຍສິລະປະຂັບແທນ ກໍ່ແມ່ນໂອກາດ ເພື່ອໂຄສະນາບັນດາຄຸນຄ່າຂອງສິລະປະຂັບແທນ. ສຳລັບການຮອງຮັບຂອງຜູ້ຊົມຊາວນະຄອນຫຼວງ, ຂອງແຂກທ່ອງທ່ຽວຕ່າງປະເທດເມື່ອໄດ້ມາຊົມບັນດາລາຍການສະແດງສິລະປະ, ພວກຂ້າພະເຈົ້າເຫັນວ່າ ເຂົາເຈົ້າຊົມຊອບທີ່ສຸດ. ອາດຈະເວົ້າໄດ້ວ່າ ຄຸນຄ່າທາງດ້ານວັດທະນະທຳມະນຸດ ຂອງສິລະປະຂັບແທນ ໄດ້ຂະຫຍາຍຕົວຢ່າງແທ້ຈິງ”.

       ດ້ວຍຄວາມເມົາມົວຂອງຕົນນັ້ນ, ບັນດານັກສິລະປະການ, ນັກສິລະປິນ ພວມມານະພະຍາຍາມ ພວມນຳສິລະປະພື້ນເມືອງຂັບແທນ ຍັບເຂົ້າໃກ້ມວນຊົນຍຸກປັດຈຸບັນ ອັນໄດ້ປະກອບສ່ວນເຮັດໃຫ້ສິລະປະຂັບແທນຂອງເຜົ່າໄຕ, ເຜົ່ານຸ່ງ ແລະ ຜູ້ໄທແຜ່ຂະຫຍາຍຢ່າງກວ້າງຂວາງ.

ຕອບກັບ