ສ້າງແຫຼ່ງບັນດານໃຈໃຫ້ແກ່ໄວໜຸ່ມ ທີ່ມີຄວາມຊົມຊອບ ພິນຕີບາ

Chia sẻ
(VOVWORLD) -ເດີນຕາມດົນຕີພື້ນເມືອງ ໃນຂະບວນການດົນຕີ ປັດຈຸບັນ ແມ່ນບໍ່ງ່າຍດາຍແຕ່ຢາງໃດ. ແຕ່ ດ້ວຍຄວາມເມົາມົວ, ຄວາມຮັກ ທີ່ສະຫງວນໃຫ້ແກ່ ພິນຕີບາ ນັ້ນ, ເອື້ອຍຄູ ສິລະປິນ ນັກເສບ ພິນຕີບາ ງຽມທູ ໄດ້ ແລະ ພວມຊອກຫາແຫຼ່ງບັນດານໃຈ ໃຫ້ແກ່ໄວໜຸ່ມ ກ່ຽວກັບຄວາມຮັກ ພິນຕີບາ. ສຳລັບນາງແລ້ວ ທຸກສິ່ງທຸກຢ່າງແມ່ນເລີ່ມມາຈາກຄວາມເມົາມົວ
ສ້າງແຫຼ່ງບັນດານໃຈໃຫ້ແກ່ໄວໜຸ່ມ ທີ່ມີຄວາມຊົມຊອບ ພິນຕີບາ - ảnh 1ເອື້ອຍຄູນັກເສບ ພິນຕີບາ ງຽມທູ 

ໃນຊຸມມື້ຖືກຜົນສະທ້ອນຈາກໂລກລະບາດ ໂຄວິດ - 19, ບັນດາໂຮງຮຽນຕ້ອງປິດປະຕູ, ແຕ່ມື້ລະສອງຕອນຢ່າງສະເໝີ, ເອື້ອຍຄູນັກເສບ ພິນຕີບາ ງຽມທູ ຍັງຄົງເມົາມົວເສບ ພິນຕີບາ ໂດຍນັ່ງຂ້າງເຄື່ອງຄອມພິວເຕີ ເພື່ອສືບຕໍ່ສ້າງແຫຼ່ງບັນດານໃຈ ໃຫ້ແກ່ນັກຮຽນຂອງຕົນຜ່ານຊົ່ວໂມງຮຽນອອນລາຍ. ເອື້ອຍຄູ ງຽມທູ ແມ່ນໜຶ່ງໃນບັນດາສະມາຊິກໄດ້ສ້າງຕັ້ງ ກອງດົນຕີ “ຫຍ້າແປກ” ດ້ວຍທຳນອງພື້ນເມືອງ ແລະ ທັນສະໄໝ. ບັນດາທຳນອງດົນຕີອັນເປັນເອກະລັກນັ້ນ ໄດ້ນຳບັນດາຊື່ສຽງຂອງ ງຽມທູ ແລະ ບັນດາສະມາຊິກໃນກອງດົນຕີ “ຫຍ້າແປກ” ຍັບເຂົ້າໃກ້ກັບມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ. ນັກສິລະປີນ ງຽມທູ ເວົ້າວ່າ:

       “ປັດຈຸບັນ ຂ້າພະເຈົ້າ ແລະ ບັນດາຜູ້ຫຼິ້ນເຄື່ອງດົນຕີ ຕີບາ ກໍ່ພວມປະກອບເຫື່ອແຮງຜູ້ລະໜ້ອຍ ເພື່ອສ້າງຊື່ສຽງໃຫ້ແກ່ ພິນຕີບາ ຫວຽດນາມ. ຜ່ານນັ້ນ ກໍ່ເພື່ອໃຫ້ທຸກໆຄົນສາມາດເຂົ້າໃຈກ່ຽວກັບ ພິນຕີບາ ຫວຽດນາມ ຫຼາຍກວ່າ”.

    ສິ່ງທີ່ເຮັດໃຫ້ນັກສິລະປິນ ນັກເສບ ພິນຕີບາ ງຽມທູ ມີຄວາມເປັນຫ່ວງທີ່ສຸດ ແມ່ນຕ້ອງເຮັດແນວໃດ ທັງສາມາດຮັກສາມາດຕະຖານພື້ນເມືອງ, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ຟັງ, ພິເສດແມ່ນໄວໜຸ່ມ, ດັ່ງນັ້ນ ນັກສິລະປິນ ງຽມທູ ໄດ້ເລືອກເອົາວິທີປະສານລະຫວ່າງສອງປັດໄຈພື້ນເມືອງ ແລະ ທັນສະໄໝເຂົ້າກັນ. ພ້ອມກັບການສອນເຕັກນິກ, ສິລະປິນ ງຽມທູ ໄດ້ສະຫງວນເວລາ ເພື່ອພ້ອມກັບນັກຮຽນຂອງຕົນ ຫຼິ້ນບັນດາບົດດົນຕີທຳນອງທັນສະໄໝດ້ວຍ ພິນຕີບາ. ຕາມ ງຽມທູ ແລ້ວ ຄວາມໃໝ່ອ່ຽມນີ້ ຈະເຮັດໃຫ້ໄວໜຸ່ມເພີ່ມຄວາມເມົາມົວ ແລະ ນັບມື້ນັບເຫັນໄດ້ເຖິງຄຸນຄ່າ ຂອງເຄື່ອງດົນຕີພື້ນເມືອງ ຫວຽເນາມ. ເພື່ອນ ບຸ່ຍທິງັອກເຮິນ ນັກສຶກສາປີທີໜຶ່ງຮຽນເສບ ພິນຕີບາ   ແບ່ງປັນວ່າ:

     “ເມື່ອໄດ້ຟັງເອື້ອຍຄູ ທູ ເສບພິນໃນວົງດົນຕີ, ເຮົາຈຶ່ງຮູ້ວ່າ ເຄື່ອງດົນຕີແຕ່ລະປະເພດ ກໍ່ມີຄຸນລັກສະນະທີ່ແຕກຕ່າງກັນ ແລະ ໄດ້ເຫັນຄວາມສຳຄັນຂອງ
ພິນຕີບາ ໃນວົງດົນຕີ. ນັ້ນແມ່ນຍັງບໍ່ທັນໄດ້ເວົ້າເຖິງເລື່ອງເສບ ພິນຕີບາ ໃຫ້ຜູ້ຂັບຮ້ອງ”.

     ຕາມປະລິນຍາໂທ ດິງຕວຽດເລ ຮອງຫົວໜ້າພະແນກດົນຕີພື້ນເມືອງ, ສະຖາບັນດົນຕີ ນະຄອນໂຮ່ຈີມິນ ແລ້ວ, ນັບຕັ້ງແຕ່ຊຸມມື້ທຳອິດມາສອນຢູ່ໂຮງຮຽນ ເອື້ອຍຄູ ງຽມທູ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມກະລືລົ້ນ ແລະ ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ. ສ່ວນປະລິນຍາໂທ ຮວິ່ງທິທູຮ່ຽນ ສັງກັດພະແນກດົນຕີພື້ນເມືອງ ສະຖານບັນດົນຕີນະຄອນໂຮ່ຈີມິນ ຖືວ່າ ການສອນດົນຕີພື້ນເມືອງແມ່ນໄດ້ຍາກຢູ່ແລ້ວ ແຕ່ເລື່ອງສອນເຄື່ອງດົນປະເພດຫາຍາກຄື ພິນຕີບາ ຍິ່ງຍາກຫຼາຍກວ່າ. ນາງ ປທ ຮວິ່ງທິທູຮ່ຽນ ເວົ້າວ່າ:

      “ສິລະປິນ ງຽມທູ ໄປຮອດໃສ ກໍ່ແຜ່ກະຈາຍຄວາມກະຕືລືລົ້ນຮອດນັ້ນ ນາງມີຄວາມສຸດຈິດສຸດໃຈຕໍ່ນັກຮຽນ ສອນນັກຮຽນໃນທຸກເວລາ ແລະ ຍາມໃດກໍ່ເຫັນລາວມີຮອຍຍິ້ມ ແລະ ບໍ່ເຫັນລາວທໍ້ຖອຍໃຈ”.

     ໂດຍຜ່ານຄວາມລຳບາກຫຼາຍຢ່າງ ໃນການປະກອບອາຊີບ, ໃນການດຳລົງຊີວິດ, ພິນຕີບາ ຍັງຄົງຕິດພັນກັບນັກສິລະປິນ, ນັກເສບດົນຕີ ງຽມທູ ຄືດັ່ງໄດ້ມີຄວາມຮັກມາຈາກຊາດກ່ອນ ທັງນີ້ກໍ່ເປັນການສ້າງຄວາມຮັກ, ແຫຼ່ງບັນດານໃຈຢ່າງມະຫານສານໃຫ້ແກ່ໄວໜຸ່ມ.

ຕອບກັບ