ສິລະປິນດີເລີດ ດ່າມຮ່ານຢາງ ແລະ ການນຳສິລະປະການຟ້ອນບາເລ ຫວຽດນາມ ອອກສູ່ຕ່າງປະເທດ

Bui Hang
Chia sẻ
(VOVWORLD) -ສິລະປິນດີເລີດ ດ່າມຮ່ານຢາງ ເຊິ່ງແມ່ນສິລະປິນໜຸ່ມ ດ້ວຍຄວາມເມົາມົວ ກັບສິລະປະການຟ້ອນບາເລເປັນພິເສດ. ນອກຈາກວຽກງານຢູ່ໂຮງລະຄອນ ດົນຕີ ລະຄອນຟ້ອນ ຫວຽດນາມ ແລ້ວ, ລາວຍັງແມ່ນອາຈານສອນຢູ່ມະຫາວິທະຍາໄລ ເວທີສະແດງຮູບເງົາ ຮ່າໂນ້ຍ ແລະ ເປີດສູນສອນສິລະປະຟ້ອນບາເລ ໃຫ້ແກ່ພວກເດັກໃນເກນອາຍຸ 6 ປີຂຶ້ນໄປ. ເບິ່ງຄືວ່ານີ້ແມ່ນວິທີ ເພື່ອເຮັດໃຫ້ລຸ້ນສືບທອດ ມີຄວາມເມົາມົວ ແລະ ມີຄວາມຫວັງຢາກໃຫ້ສິລະປະຟ້ອນບາເລ ໃກ້ຊິດຕິດແທດກວ່າເກົ່າ ກໍ່ຄືນຳສິລະປະຟ້ອນບາເລຂອງ ຫວຽດນາມ ອອກສູ່ໂລກ. 
ສິລະປິນດີເລີດ ດ່າມຮ່ານຢາງ ແລະ ການນຳສິລະປະການຟ້ອນບາເລ ຫວຽດນາມ ອອກສູ່ຕ່າງປະເທດ - ảnh 1
 ສິລະປິນດີເລີດ ດ່າມຮ່ານຢາງ 

ສິລະປິນດີເລີດ ດ່າມຮ່ານຢາງ ເກີດປີ 1986, ລາວຮຽນຟ້ອນບາເລ ນັບແຕ່ຄາວອາຍຸ 6 ປີ ແລະ ໄດ້ມີໄລຍະຜູກພັນກັບສິລະປະຟ້ອນບາເລ ເປັນເວລາກວ່າ 20 ປີ. ຄາວອາຍຸ 19 ປີ ລາວໄດ້ຮຽນຟ້ອນບາເລ ຢູ່ຮົ່ງກົງ ປະເທດຈີນ ແລະ ໄດ້ຮັບການເຊື້ອເຊີນ ເຮັດເປັນນັກສະແດງ ຈາກໂຮງລະຄອນບາເລ ຮົ່ງກົງ. ແຕ່ເຖິງຢ່າງໃດກໍ່ດີ ດ່າມຮ່ານຢາງ ໄດ້ຕັດສິນກັບຄືນເມືອປະເທດ ເຄື່ອນໄຫວສິລະປະ  ແລະ ໄດ້ເຄີຍສວມບົດລະຄອນເອກ ໃນບັນດາບົດລະຄອນຟ້ອນບາເລທີ່ມີຊື່ສຽງ. ປີ 2016 ດ່າມຮ່ານຢາງ ໄດ້ກາຍເປັນສິລະປິນທີ່ໜຸ່ມທີ່ສຸດ ແລະ ໄດ້ຮັບນາມມະຍົດສິລະປິນດີເລີດ. ນັກສິລະປິນ ດ່າມຮ່ານຢາງ  ເວົ້າວ່າ:

      “ຂ້າພະເຈົ້າມີຄວາມເປັນກຽດໄດ້ກຳເນີດຂຶ້ນ ໃນຄອບຄົວທີ່ມີມູນເຊື້ອສິລະປະ. ພໍ່ຂອງຂ້າພະເຈົ້າກໍ່ແມ່ນນັກຟ້ອນບາເລ. ແຕ່ຄາວຍັງນ້ອຍຂ້າພະເຈົ້າໄດ້ຮຽນຟ້ອນບາເລ, ພໍ່ແມ່ຂ້າພະເຈົ້າຍາມໃດກໍ່ສະໜັບສະຫນູນ ແລະ ມີຄວາມຫວັງ ໃຫ້ຂ້າພະເຈົ້າຕິດພັນກັບສິລະປະ ປະເພດນີ້. ປີ 1997 ຂ້າພະເຈົ້າກໍ່ໄດ້ເດີນຕາມເສັ້ນທາງສິລະປະຟ້ອນບາເລ ຢ່າງເປັນທາງການ. ໃນໄລຍະຮ່ຳຮຽນ, ຂ້າພະເຈົ້າຮູ້ສຶກວ່າ ຟ້ອນບາເລໄດ້ນຳຄວາມເຊື່ອໝັ້ນ ດ້ວຍຕົນເອງ, ນຳຄວາມສຸກມາໃຫ້ແກ່ເຮົາເອງ ເພາະວ່າ ສິລະປະຟ້ອນບາເລ ແມ່ນມີຄວາມງາມ, ມີລັກສະນະເພີນຈິດ, ມີດົນຕີໃນສິລະປະຟ້ອນບາເລ ອັນໄດ້ລົງເລິກເຂົ້າສູ່ແນວຄິດຈິດໃຈຂອງມະນຸດ”.

        ນັກສິລະປິນດີເລີດ ດ່າມຮ່ານຢາງ ເຄີຍສວມບົດຕົວລະຄອນເອກ ໃນບັນດາບົດລະຄອນຟ້ອນບາເລທີ່ໂດດເດັ່ນ. ນັກສິລະປິນດີເລີດ ເຈິ່ນລີລີ ຜູ້ອຳນວຍການໂຮງລະຄອນດົນຕີ ລະຄອນຟ້ອນ ຫວຽດນາມ ໃຫ້ຮູ້ວ່າ ບາເລແມ່ນປະເພດສິລະປະ ພິເສດສະເພາະ ແລະ ມີຄວາມຮຽກຮ້ອງຕ້ອງການຢ່າງສູງທີ່ສຸດ ກ່ຽວກັບຮ່າງກາຍ ແລະ ຄວາມອົດທົນ. ເພື່ອກາຍເປັນນັກສະແດງຟ້ອນບາເລ  ແມ່ນຕ້ອງມີພອນສະຫວັນ ແລະ ຕ້ອງມີຄວາມສຸມຈິດສຸມໃຈທີ່ສຸດ. ນາງ ເຈິ່ນລີລີ ເວົ້າວ່າ:

      “ດ່າມຮ່ານຢາງ  ແມ່ນຜູ້ໜຶ່ງໃນບັນດາຜູ້ ທີ່ໄດ້ເດີນຕາມສິລະປະຟ້ອນບາເລ, ຂ້າພະເຈົ້າຖື ສິ່ງດັ່ງກ່າວ ເປັນສຳຄັນທີ່ສຸດ. ດ້ວຍສຸຂະພາບຮ່າງກາຍ ແລະ ຄວາມຮັກຕໍ່ອາຊີບນັ້ນ, ດ່າມຮ່ານຢາງ  ໄດ້ຮັບນາມມະຍົດ ເປັນນັກສິລະປິນດີເລີດ ເມື່ອຍັງມີອາຍຸໜຸ່ມ ແລະ ລາວໄດ້ສວມບົດບາງຕົວລະຄອນເອກ ໃນບັນດາບົດລະຄອນຟ້ອນບາເລ ຂອງໂຮງລະຄອນ. ຍາກທີ່ຈະຫາໄດ້ ຊາວຫວຽດນາມ ຄົນໃດ ທີ່ມີລວງສູງ ແລະ ມີສຸຂະພາບຮ່າງກາຍ ເພື່ອສວມບົດຕົວລະຄອນ ເພື່ອສະແດງຄື ດ່າມຮ່ານຢາງ”.

       ບໍ່ພຽງແຕ່ມີຄວາມເມົາມົວສວມບົດ ບັນດາຕົວລະຄອນທີ່ໂດດເດັ່ນ ໃນເວທີສະແດງລະຄອນຟ້ອນບາເລເທົ່ານັ້ນ, ໃນຫຼາຍປີມານີ້ ດ່າມຮ່ານຢາງ  ຍັງມານະພະຍາຍາມຊອກຫາ ແລະ ປຸກລຸກຄວາມເມົາມົວ ກັບສິລະປະຟ້ອນບາເລ ໃຫ້ແກ່ບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດ ໃນສິລະປະຟ້ອນໃນອະນາຄົດ. ສຳລັບລາວແລ້ວ ນີ້ກໍ່ແມ່ນການເດີນທາງ ເພື່ອສ້າງຄວາມຮັກກັບປະເພດສິລະປະນີ້. ລາວເຄີຍເປັນອາຈານສອນຢູ່ ສູນຮ່າໂນ້ຍ Kid’s Art Center ເຊິ່ງແມ່ນສູນບຳລຸງກໍ່ສ້າງລົງເລິກ ກ່ຽວກັບການຟ້ອນບາເລໃຫ້ແກ່ເດັກ ໂດຍນັກສິລະປິນດີເລີດ ດ່າມຮ່ານຢາງ ພ້ອມກັບນັກສິລະປິນ ດິງເຮືອງ ສ້າງຕັ້ງຂຶ້ນ   

           ສູນຮ່າໂນ້ຍ Kid’s Art Center ໄດ້ຮັບຫຼຽນເງິນ ໃນລາຍການຟ້ອນ ດ້ວຍບົດຟ້ອນ “ກາແມນ” ທີ່ງານມະໂຫລານສິລະປະອາຊີປີ 2018 ຄັ້ງທີ 6 ເຊິ່ງຖືກຈັດຂຶ້ນຢູ່ ສິງກະໂປ. ນີ້ແມ່ນຂີດໝາຍເພື່ອນຳສິລະປະການຟ້ອນບາເລຂອງ ຫວຽດນາມ ອອກສູ່ໂລກ, ທັງກໍ່ເປັນການຊຸກຍູ້ການພັດທະນາ ຂອງບາເລຢູ່ພາຍໃນປະເທດ. ເພື່ອນ ຫວຽນທິຮວ່າງງັອກ ຜູ້ຊ່ວຍວຽກງານການສອນຢູ່ ສູນຮ່າໂນ້ຍ Kid’s Art Center ໃຫ້ຮູ້ວ່າ:

      “ຟ້ອນບາເລແມ່ນປະເພດສິລະປະຍາກທີ່ສຸດ ດັ່ງນັ້ນ ໃນໄລຍະຝຶກແອບ ແມ່ນຕ້ອງຄ່ອຍໆເຮັດ ຈຶ່ງສາມາດຟ້ອນໄດ້, ອາຈານ ຢາງ ທັງເປັນຜູ້ສິດສອນ ແຕ່ກໍ່ຍັງເປັນຜູ້ລະດົມກຳລັງໃຈໃຫ້ແກ່ພວກນັກຮຽນ. ອາຈານກໍ່ເຄີຍເວົ້າຄວາມໃນໃຈ ແລະ ລະດົມໃຈແກ່ພວກນັກຮຽນ ໃນເວລາຝຶກແອບ”.

      ນັກສິລະປິນດີເລີດ ດ່າມຮ່ານຢາງ ຮູ້ສຶກມີຄວາມພາກພູມໃຈ ເພາະວ່າຊຸດຮຽນຟ້ອນບາເລຂອງລາວ ນັບມື້ນັບມີນັກຮຽນເຂົ້າຮ່ວມຫຼາຍຂຶ້ນ. ສິລະປິນດີເລີດ ດ່າມຮ່ານຢາງ ໄດ້ແບ່ງປັນວ່າ ລາວເປີດຊຸດຮຽນຟ້ອນບາເລ ແມ່ນພຽງແຕ່ຢາກຖ່າຍທອດສ້າງຄວາມເມົາມົວ ໃຫ້ແກ່ພວກນ້ອງນັກຮຽນເທົ່ານັ້ນ ຫາກຍັງຢາກໃຫ້ສິລະປະຟ້ອນບາເລ ຖືກເຜີຍແຜ່ຫຼາຍກວ່າອີກໃນສັງຄົມ ກໍ່ຄືນຳສິລະປະຟ້ອນບາເລຂອງ ຫວຽດນາມ ອອກສູ່ໂລກພາຍນອກ.

ຕອບກັບ