ສັບປະດາຮູບເງົາສະເຫຼີມສະຫຼອງ 80 ປີແຫ່ງໂຄງຮ່າງ ວັດທະນະທຳຫວຽດນາມ - ບັນດາຮູບເງົາທີ່ສະຫງ່າອົງອາດຂອງຊາດ

Ngoc Anh
Chia sẻ
(VOVWORLD) -ສັບປະດາຮູບເງົາສະເຫຼີມສະຫຼອງ 80 ປີແຫ່ງໂຄງຮ່າງວັດທະນະທຳຫວຽດນາມ (1943-2023) ໄດ້ຖືກນຳມາສາຍໃນຂອບເຂດທົ່ວປະເທດແຕ່ວັນທີ 25 ກຸມພາຫາວັນທີ 8 ມີນາທີ່ຜ່ານມາ. ບັນດາຮູບເງົາກ່ຽວກັບຫົວຂໍ້: ວັດທະນະທຳ, ປະທານໂຮ່ຈີມິນ, ປະເທດຊາດ ແລະ ຊາວຫວຽດນາມ ລ້ວນແຕ່ແມ່ນບັນດາຮູບເງົາທີ່ຍືນຍົງຄົງຕົວກັບການເວລາ ໄດ້ວາດພາບເຖິງປະຫວັດສາດແຫ່ງສະຫງ່າອົງອາດຂອງຊາດຫວຽດນາມ
ສັບປະດາຮູບເງົາສະເຫຼີມສະຫຼອງ 80 ປີແຫ່ງໂຄງຮ່າງ ວັດທະນະທຳຫວຽດນາມ - ບັນດາຮູບເງົາທີ່ສະຫງ່າອົງອາດຂອງຊາດ - ảnh 1ສັບປະດາຮູບເງົາສະເຫຼີມສະຫຼອງ 80 ປີແຫ່ງການສ້າງໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ ຖືກຈັດຕັ້ງຢູ່ສູນຮູບເງົາແຫ່ງຊາດ

ສັບປະດາຮູບເງົາສະເຫຼີມສະຫຼອງ 80 ປີແຫ່ງການສ້າງໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ ໄດ້ແນະນຳຕໍ່ມວນຊົນກ່ຽວກັບຮູບເງົາ 10 ເລື່ອງທີ່ຂຶ້ນກັບປະເພດຮູບເງົາເອກະສານ, ຮູບເງົາເລື່ອງ ແລະ ຮູບເງົາກະຕູນ. ທ່ານ ວີກຽນແທັງ ຫົວໜ້າກົມຮູບເງົາ ກະຊວງວັດທະນະທຳ, ກິລາແລະທ່ອງທ່ຽວຫວຽດນາມໃຫ້ຮູ້ວ່າ:

      “ສັບປະດາຮູບເງົາໄດ້ຖືກໄຂຂຶ້ນຢູ່ຮ່າໂນ້ຍ ພ້ອມທັງສົ່ງເຖິງ 63 ແຂວງແລະ ນະຄອນເພື່ອສາຍຮັບໃຊ້ປະຊາຊົນໃນທົ່ວປະເທດ ພິເສດແມ່ນເຂດປະຊາຊົນຢູ່ຫ່າງໄກສອກຫຼີກ, ເຂດພູດອຍ, ເຂດໝູ່ເກາະ, ທະເລ ກໍ່ໄດ້ຮັບຊົມຮູບເງົາເຫຼົ່ານີ້. ໃນນັ້ນຮູບເງົາທີ່ເປັນໜ້າສົນໃຈທີ່ສຸດແມ່ນຮູບເງົາ “ແສງອາລຸນແດງ” ຫຼືຮູບເງົາ “ນັກທຳນາຍກ່ຽວກັບປະທານໂຮ່ຈີມິນ”... ສັບປະດາກໍ່ຍັງມີຮູບເງົາກ່ຽວກັບຫົວເລື່ອງສົງຄາມກໍ່ຄືກ່ຽວກັບພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ”.

       ຮູບເງົາເອກະສານ “ ວັດທະນະທຳເຍືອງທາງໃຫ້ແກ່ປະຊາຊົນກ້າວເດີນ” ໂດຍບໍລິສັດຮູບເງົາເອກະສານແລະວິທະຍາສາດສູນກາງປະຕິບັດ ໄດ້ເຮັດແຈ້ງສະພາວະກຳເນີດແລະຄວາມໝາຍປະຫວັດສາດແລະ ຄຸນຄ່າທິດສະດີພຶດຕິກຳຕົວຈິງຂອງໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ. ທ່ານເຢືອງຈຸງກ໊ວກ ເລຂາທິການໃຫຍ່ສະມາຄົມວິທະຍາສາດປະຫວັດສາດຫວຽດນາມຖືວ່າ:

    “ໂຄງຮ່າງວັດທະນະທຳໄດ້ລະດົມກຳລັງໃຈແກ່ພວກເຮົາຕ້ອງເຮັດຫຍັງແດ່ເພື່ອກໍ່ສ້າງລະບອບໃໝ່. ແລະສິ່ງນີ້ໄດ້ເສີມຂະຫຍາຍໃນທັນທີ ພວກເຮົາເຫັນວ່າພາຍຫຼັງທີ່ການປະຕິວັດເດືອນສິງຫາປະສົບຜົນສຳເລັດ, ພວກເຮົາໄດ້ມີຈິດໃຈວັດທະນະທຳເຍືອງທາງໃຫ້ແກ່ປະຊາຊົນກ້າວເດີນ. ທຳການປະຕິວັດບໍ່ພຽງແຕ່ດ້ວຍອາວຸດເທົ່ານັ້ນ ຫາກຍັງມີວັດທະນະທຳອີກດ້ວຍ”.

     ຮູບເງົາເອກະສານທີ່ມີເນື້ອໃນອຸດົມສົມບູນໄດ້ຢັ້ງຢືນບົດບາດແລະທີ່ຕັ້ງສຳຄັນຍິ່ງຂອງວັດທະນະທຳໃນພາລະກິດປົດປ່ອຍຊາດ, ກໍ່ສ້າງສັງຄົມນິຍົມແລະປົກປັກຮັກສາປະເທດຊາດ, ອັນໄດ້ຊ່ວຍໃຫ້ຜູ້ຊົມທົບທວນຄືນໄລຍະທາງ 80 ປີແຫ່ງການພັດທະນາວັດທະນະທຳຂອງປະເທດຊາດ. ລຸງເຈິ່ນຊວັນຮຸ່ງ ຜູ້ຊົມຮູບເງົາຢູ່ແຂວງແທັງຮວ໊າໃຫ້ຮູ້ວ່າ:

      “ພາຍຫຼັງທີ່ໄດ້ຮັບຊົມຮູບເງົາເອກະສານ, ຂ້າພະເຈົ້າເຫັນໄດ້ເຖິງໄລຍະທາງ 80 ປີທີ່ຜ່ານມາ, ສະພາບການຂອງປະເທດຊາດ ແລະ ໂລກມີການປ່ຽນແປງຫຼາຍຢ່າງ ແຕ່ຈິດໃຈຂອງໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມຍັງຄົງມີຄຸນຄ່າເໝືອນເດີມ. ຮູບເງົາໄດ້ວາດພາບເຖິງປະເທດຊາດຜ່ານແຕ່ລະໄລຍະ. ໃນແຕ່ລະໄລຍະນັ້ນ ຜູ້ຊົມເຫັນວ່າວັດທະນະທຳຍັງແມ່ນວິນຍານຂອງຊາດ”.

       ໃນສັບປະດາຮູບເງົາກໍ່ໄດ້ດຶງດູດຜູ້ມາຊົມຢ່າງຫຼວງຫຼາຍ. ຮູບເງົາ “ແສງອາລຸນແດງ” ຂອງຜູ້ກຳກັບການສະແດງ ສີລະປິນປະຊາຊົນ ຫງວຽນແທັງເວິນໂດຍບໍລິສັດຮູບເງົາ ສະມາຄົມຮູບເງົາຫວຽດນາມຜະລິດ ໄດ້ເວົ້າເຖິງບັນດາວິລະກຳ ແລະ ແບບຢ່າງຕໍ່ສູ້ຢ່າງພິລະອາດຫານຂອງກອງຜູ້ຂັບລົດຍິງກອງທຳອິດບົນເສັ້ນທາງເຈື່ອງເຊີນ. ຜູ້ກຳກັບການສະແດງສີລະປິນດີເດັ່ນ ໂດ໊ແຄ໊ງຕວ່ານໃຫ້ຮູ່ວ່າ:

     “ຂ້າພະເຈົ້າໄດ້ຂ້າມຜ່ານເສັ້ນທາງເຈື່ອງເຊີນ 12 ຄັ້ງແລ້ວ ນັບທັງໄລຍະສົງຄາມ ແລະ ສັນຕິພາບ. ເມື່ອຮັບຊົມຄືນຮູບເງົາ “ແສງອາລຸນແດງ” ມີຫຼາຍຕອນພວກຂ້າພະເຈົ້າໄດ້ຫຼັ່ງນ້ຳຕາ. ເພາະວ່າໂດຍແມ່ນຜູ້ໄດ້ຜ່ານຜ່າສົງຄາມແລະ ເປັນຜູ້ເຂົ້າໃຈກ່ຽວກັບສົງຄາມນັ້ນ ກໍ່ຮູ້ສຶກມີຄວາມສະເທືອນໃຈທີ່ສຸດ ຍ້ອນໄດ້ປຸກລຸກ ສ້າງບັນຍາກາດທີ່ກະຕືລືລົ້ນຂອງໄວໜຸ່ມໃນຄາວນັ້ນ”.

      ສັບປະດາຮູບເງົາສະເຫຼີມສະຫຼອງ 80 ປີແຫ່ງການສ້າງໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ ແມ່ນໂອກາດເພື່ອວົງການຮູບເງົາແລະ ມວນຊົນໃນທົ່ວປະເທດພ້ອມກັນທົບທວນຄືນຂີດໝາຍປະຫວັດສາດປີ 1943 ແລະ ການເຄື່ອນໄຫວຂອງພື້ນຖານວັດທະນະທຳຫວຽດນາມ. ຜ່ານນັ້ນກໍ່ສຶກສາອົບຮົມມູນເຊື້ອຮັກຊາດໃຫ້ແກ່ໄວໜຸ່ມ ແລະ ປະກອບສ່ວນໂຄສະນາຮູບເງົາຫວຽດນາມອອກສູ່ໂລກ.

ຕອບກັບ