ຟີມຮູບເງົາ ຫວຽດນາມ ເຂົ້າຮ່ວມງານມະຫາກຳຟີມຮູບເງົາເອກະສານເອີລົບ - ຫວຽດນາມ ຄັ້ງທີ 10

Bui Hang
Chia sẻ
(VOVWORLD) -ຟີມຮູບເງົາ ຫວຽດນາມ ເຂົ້າຮ່ວມງານມະຫາກຳຟີມຮູບເງົາເອກະສານເອີລົບ - ຫວຽດນາມ ຄັ້ງທີ  10. ງານມະຫາກຳຟີມຮູບເງົາເອີລົບ - ຫວຽດນາມ ຄັ້ງທີ 10 ຖືກຈັດຂຶ້ນແຕ່ວັນທີ 31 ພຶດສະພາ ຫາວັນທີ 9 ມິຖຸນາ ປີ 2019 ຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ຟີມຮູບເງົາ ຫວຽດນາມ ທີ່ນຳມາຮ່ວມງານມະຫານກຳຟີມຮູບເງົາຄັ້ງນີ້ ແມ່ນບັນດາຟີມຮູບເງົາໃໝ່ຂອງບໍລິສັດ ຟີມຮູບເງົາເອກະສານ ແລະ ວິທະຍາສາດສູນກາງ, ໂທລະພາບ ຫວຽດນາມ… ມີຟີມຮູບເງົາຫຼາຍເລື່ອງ ໄດ້ຮັບລາງວັນ ປີກວ່າວຄຳ ຂອງສະມາຄົມຮູບເງົາ.  ດ້ວຍຄວາມອຸດົມສົມບູນກ່ຽວກັບຫົວເລື່ອງ ແລະ ວິທີນຳໃຊ້, ການສະແດງທີ່ດູດດື່ມ, ບັນດາຮູບເງົາເອກະສານ ຫວຽດນາມ ນັບມື້ນັບສະແດງໃຫ້ເຫັນຄວາມດູດດື່ມທີ່ສຸດໃນການດຳລົງຊີວິດ
ຟີມຮູບເງົາ ຫວຽດນາມ ເຂົ້າຮ່ວມງານມະຫາກຳຟີມຮູບເງົາເອກະສານເອີລົບ - ຫວຽດນາມ ຄັ້ງທີ  10 - ảnh 1ຮູບເງົາເອກະສານ :“ປັນຍາຊົນຜູ້ຮັກຊາດ - ຟານເຈົາຈິງ”

ຮູບເງົາເອກະສານ10 ເລື່ອງຂອງ ຫວຽດນາມ ທີ່ນຳມາເຂົ້າຮ່ວມງານມະຫາກຳຟີມຮູບເງົາຄັ້ງນີ້ລວມມີ : “ຈົ່ງຄິດວ່າ, ເພື່ອນພວມມີຊີວິດ”, “ປັນຍາຊົນຜູ້ຮັກຊາດ - ຟານເຈົາຈິງ”; “ເລື່ອງບ້ານງ່ອຍ”; “ແມ່ນ້ຳແຢັງທີ່ເປັນໜ້າຄິດເຖິງ”; “ທ່ານຮາຍຫຼົວ”; “ວິທີຕ້ານຝັ່ງທະເລເຊາະເຈື່ອນ”; “ຕິດໂລກຊຶມເສົ້າພາຍຫຼັງປະສູດລູກ”; “ພິນສາຍດຽວເລົ່າເລື່ອງ”. ໃນຮູບເງົາເອກະສານເຫຼົ່ານີ້, ນອກຈາກຟີມຮູບເງົາ:  “ຈົ່ງຄິດວ່າເພື່ອນພວມມີຊີວິດ” ຂອງໂທລະພາບ ຫວຽດນາມ ແລ້ວ, ຟີມຮູບເງົາ 9 ເລື່ອງທີ່ຍັງເຫຼືອ ແມ່ນບໍລິເສດຟີມຮູບເງົາເອກະສານວິທະຍາສາດສູນກາງ.  ທ່ານ ຈິ້ງກວາງຕຸ່ງ ຮອງຜູ້ອຳນວຍການໃຫຍ່ບໍລິສັດຟີມຮູບເງົາເອກະສານ ແລະ ວິທະຍາສາດສູນກາງໃຫ້ຮູ້ວ່າ:

   “ຟີມຮູບເງົາເອກະສານ ຫວຽດນາມ ໄດ້ມີການປ່ຽນແປງ. ການປ່ຽນແປງພວມຄ່ອຍໆຢູ່ໃນກະໂຕຜູ້ຜະລິດຈຳນວນໜຶ່ງ, ເຂົາເຈົ້າພວມຢາກປ່ຽນແປງຕົນເອງ. ຍົກຕົວຢ່າງຄືວິທີຜະລິດຟີມຮູບເງົາ, ເມື່ອກ່ອນນີ້ເມື່ອຮັບຊົມຟີມຮູບເງົາ, ພວກເຮົານຳໃຊ້ຄຳວິພາກວິຈານຂອງຜູ້ຜະລິດ, ແຕ່ໃນປັດຈຸບັນເຂົາເຈົ້າໄດ້ນຳໃຊ້ຄຳເວົ້າຂອງຕົວລະຄອນ ເພື່ອໃຫ້ເຂົາເຈົ້າເຊື່ອມຕໍ່, ລຸລ່ວງເລື່ອງລາວ. ນີ້ແມ່ນວິທີສຳຜັດໃໝ່. ບໍ່ແມ່ນວ່າຮູບເງົາເລື້ອງໃດກໍ່ແທດເໝາະ, ແຕ່ມີຟີມຮູບເງົາຕ່າງໆກໍ່ໄດ້ມີປະສິດທິຜົນ ແລະ ຜູ້ຊົມສາມາດເຂົົົົ້າໃຈງ່າຍກວ່າ”. 

 ຟີມຮູບເງົາເອກະສານແຕ່ລະເລື່ອງທີ່ນຳມາເຂົ້າຮ່ວມງານມະຫາກຳຟີມຮູບເງົາຄັ້ງນີ້, ບັນດາຜູ້ຜະລິດຟີມຮູບເງົາ ຫວຽດນາມ ກໍ່ລ້ວນແຕ່ພະຍາມນຳໃຊ້ພາສາຂອງຟີມຮູບເງົາເອກະສານ ເພື່ອແນ່ໃສ່ສ່ອງແສງການດຳລົງຊີວິດທີ່ແທ້ຈິງ ແລະ ຊາຕາກຳຂອງມະນຸດ ບົນເສັ້ນທາງພົວພັນແລກປ່ຽນ ກັບບັນດາພື້ນຖານຟີມຮູບເງົາເອກະສານຂອງເອີລົບ. ນັ້ນແມ່ນຟີມຮູບເງົາທີ່ເລົ່າເຖິງຊີວິດ, ແນວຄິດການເຄື່ອນໄຫວ ຂອງຜູ້ຮັກຊາດ ຟານເຈົາຈິງ ໃນຂະບວນການຢຸຍເຕິນຢູ່ ຫວຽດນາມ ເມື່ອທົດສະວັດທຳອິດຂອງສະຕະວັດທີ XX; ຟີມຮູບເງົາ “ປັນຍາຊົນຜູ້ຮັກຊາດ - ຟານເຈົາຈິງ”;  ແມ່ນເລື່ອງລາວໃນຟີມຮູບເງົາ ທ່ານ ຮາຍຫຼົວ ເຊິ່ງໄດ້ເລົ່າກ່ຽວກັບຊາວນາຄົນໜຶ່ງຢູ່ເຂດທາງທິດຕາເວັນຕົກສຽງໃຕ້ ໄດ້ຮັບຄວາມນິຍົມ ນັບຖືຈາກຊາວບ້ານ ເຊິ່ງໄດ້ເຊີດຊູທ່ານແມ່ນເຈົ້າເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານ ຟຸ່ງງອກຕູ໊ ຜູ້ກຳກັບການສະແດງຂອງບໍລິສັດຟີມຮູບເງົາເອກະສານ ແລະ ວິທະຍາສາດສູນກາງ ເຊິ່ງແມ່ນຜູ້ກຳກັບການສະແດງຟີມຮູບເງົາ “ວິທີຕ້ານຝັ່ງທະເລເຊາະເຈື່ອນ”  ໄດ້ເວົ້າວ່າ:

 “ໃນເລື່ອງລາວນີ້, ຂ້າພະເຈົ້າຢາກນຳສະເໜີທຸກສິ່ງທຸກຢ່າງທີ່ງົດງາມທີ່ສຸດຂອງ ຫວຽດນາມ, ຂອງເຂດໃນປັດຈຸບັນ ທີ່ພວມປະເຊີນໜ້າກັບຄວາມສູນເສຍຢ່າງໃຫຍ່ຫຼວງຍ້ອນໄພທຳມະຊາດ, ສະພາບດິນຟ້າອາກາດ ແລະ ສ່ວນໜຶ່ງແມ່ນຍ້ອນມະນຸດກໍ່ຂຶ້ນ. ເລື່ອງລາວທີ່ລຽບງ່າຍ, ແຕ່ທຸກສິ່ງທຸກຢ່າງມີສ່ວນກ່ຽວຂ້ອງເຖິງຊີວິດຂອງປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ, ຂ້າພະເຈົ້າພະຍາຍາມແນະນຳໃນຟີມຮູບເງົາ ກ່ຽວກັບຄວາມງາມແບບລຽບງ່າຍທີ່ສຸດ. ສຳລັບຜູ້ກຳກັບການສະແດງທີ່ຍັງໜຸ່ມແໜ້ນຄືຂ້າພະເຈົ້າ, ໄດ້ເຂົ້າຮ່ວມງານມະຫາກຳຟີມຮູບເງົາ, ໄດ້ພົບປະແລກປ່ຽນຖອດຖອນບົດຮຽນ ກັບບັນດາພື້ນຖານຟີມຮູບເງົາທີ່ພວມພັດທະນາໃນໂລກ ກໍ່ແມ່ນໂອກາດທີ່ດີທີ່ສຸດ”.

 ຕາມທ່ານ ຈິ້ງກວາງຕຸ່ງ ຮອງອຳນວຍການໃຫຍ່ ບໍລິສັດຟີມຮູບເງົາເອກະສານ ແລະ ວິທະຍາສາດສູນກາງແລ້ວ ບັນດາຜູ້ກຳກັບການສະແດງທີ່ຍັງໜຸ່ມແໜ້ນ ຂອງບໍລິສັດຟີມຮູບເງົາເອກະສານ ແລະ ວິທະຍາສາດສູນກາງ ກໍ່ໄດ້ຖອດຖອນບົດຮຽນ ຈາກບັນດາຟີມຮູບເງົາເອກະສານທີ່ມີຊື່ສຽງຂອງເອີລົບ. ທ່ານ ຈິ້ງກວາງຕຸ່ງ ໃຫ້ຮູ້ວ່າ:

 “ເມື່ອໄດ້ຊົມບັນດາຟີມຮູບເງົາເອກະສານ ຂອງບັນດາປະເທດເພື່ອນມິດ, ພວກຂ້າພະເຈົ້າກໍ່ມີການປ່ຽນແປງຕົນເອງ, ປ່ຽນແປງວິທີສຳຜັດ, ວິທີເລົ່າເລື່ອງ. ສິ່ງນີ້ກໍ່ໄດ້ສ້າງຄວາມດູດດື່ມສະເພາະ. ບັນດາຟີມຮູບເງົາເອກະສານທີ່ເຂົ້າຮ່ວມ ໃນງານມະຫາກຳຟີມຮູບເງົາເອກະສານເອີລົບ - ຫວຽດນາມ ຄັ້ງທີ 10 ກໍ່ແມ່ນບັນດາຟີມຮູບເງົາທີ່ມີຄຸນນະພາບ. ຍົກຕົວຢ່າງຄືຟີມຮູບເງົາ: “ຈົ່ງຄິດວ່າເພື່ອນພວມມີຊີວິດ”.

ງານມະຫາກຳຟີມຮູບເງົາເອກະສານເອີລົບ - ຫວຽດນາມ ຄັ້ງທີ 10 ໄດ້ປະກອບສ່ວນຢັ້ງຢືນ ທີ່ຕັ້ງບົດບາດຂອງຟີມຮູບເງົາເອກະສານ, ຊຶ່ງແມ່ນປະເພດຟີມຮູບເງົາສະເພາະດ້ວຍພາສາ, ເຕັກນິກ ແລະ ບັນດາຜູ້ກຳກັບການສະແດງຕ່າງຫາກ. ງານມະຫາກຳຟີມຮູບເງົາໄດ້ກາຍເປັນຈຸດນັດພົບ ໃນແຕ່ລະປີສຳລັບມວນຊົນ ຊາວຫວຽດນາມ ແລະ ສາກົນຊຶ່ງແມ່ນບັນດາຜູ້ນິຍົມຊົມຊອບຟີມຮູບເງົາເອກະສານ.

ຕອບກັບ