ປຶ້ມບັນທຶກພາບກ່ຽວກັບວົງການນັກປະພັນວັນນະຄະດີ ນັກສິລະປິນ ຫວຽດນາມ

Bui Hang
Chia sẻ
(VOVWORLD) -ປຶ້ມບັນທຶກພາບ ກ່ຽວກັບວົງການນັກປະພັນວັນນະຄະດີ ນັກສິລະປິນ ຫວຽດນາມ ຂອງນັກຖ່າຍຮູບ ຮ່າເຕື່ອງ ແນະນຳຮູບຖ່າຍ 150 ແຜ່ນ ກ່ຽວກັບບັນດານັກປະພັນວັນນະຄະດີ ນັກສິລະປິນ, ນັກປັນຍາຊົນ ຜູ້ທີ່ມີຄວາມເກັ່ງກ້າສາມາດຂອງ ຫວຽດນາມ ໃນເຄິ່ງທ້າຍສະຕະວັດທີ 20 ຫາກໍ່ນຳສະເໜີຕົວຕໍ່ຜູ້ອ່ານ, ປຶ້ມຫົວນີ້ແມ່ນມີຄວາມໝາຍບໍ່ພຽງແຕ່ສຳລັບຜູ້ອ່ານເທົ່ານັ້ນ ຫາກຍັງມີຄວາມໝາຍສຳລັບນັກຖ່າຍຮູບເອງ ເມື່ອທ່ານໄດ້ສະເໜີຕົວປຶ້ມບັນທຶກພາບເປັນຄັ້ງທຳອິດ ໃນອາຍຸເກືອບ 80 ປີ
ປຶ້ມບັນທຶກພາບກ່ຽວກັບວົງການນັກປະພັນວັນນະຄະດີ ນັກສິລະປິນ ຫວຽດນາມ  - ảnh 1ນັກຖ່າຍຮູບ ຮ່າເຕື່ອງ 

ປຶ້ມບັນທຶກພາບຫົວນີ້ລວມມີ ຮູບຖ່າຍຂາວດຳ 150ແຜ່ນຂອງນັກຖ່າຍຮູບ ຮ່າເຕື່ອງ ໄດ້ຖ່າຍໃນໄລຍະແຕ່ປີ 1975 ຫາປີ 1995. ປຶ້ມຫົວນີ້ເກືອບຄືວ່າໄດ້ແນະນຳບັນດານັກປະພັນວັນນະຄະດີ ນັກສິລະປິນທີ່ດີເດັ່ນເກືອບທັງໝົດຂອງ ຫວຽດນາມ ກໍ່ຄືສ່ອງແສງເຖິງຊ່ວງເວລາທີ່ຫາຍາກ ໃນຊີວິດປະຈຳວັນ ຂອງບັນດານັກວັນນະຄະດີ ນັກສິລະປິນ. ນັ້ນແມ່ນຮູບຖ່າຍກ່ຽວກັບການຂັບກາຈູ ຂອງນັກສິລະການ ແກັວກທິໂຮ່ ຢູ່ເຮືອນຂອງນັກປະພັນ ດົນຕີ ວັນກາວ; ຮູບຖ່າຍກ່ຽວກັບພິທີໄຂງານວາງສະແດງພາບແຕ້ມຂອງນັກຈິດຕະກອນ ຫງວຽນສາງ ທີ່ຫໍພິພິທະພັນວິຈິດຕະກຳ ຫວຽດນາມ ເມື່ອປີ 1984 ເຊິ່ງແມ່ນເຫດການທີ່ເປັນໜ້າສົນໃຈຂອງວົງການວິຈິດສິນ ຫວຽດນາມ ໃນຄາວນັ້ນ. ເພາະວ່ານີ້ເປັນຄັ້ງທຳອິດ ທີ່ມີນັກຈິດຕະກອນຄົນໜຶ່ງ ໄດ້ຈັດງານວາງສະແດງສ່ວນຕົວ ຫຼື ໃນງານລ້ຽງຈັດຂຶ້ນຢູ່ເຮືອນສ່ວນຕົວ  ຂອງນັກປະພັນດົນຕີ ຖຸ້ຍຄາ ດ້ວຍການເຂົ້າຮ່ວມຂອງບັນດານັກປະພັນວັນນະຄະດີ ນັກສິລະປິນທີ່ມີຊື່ສຽງຄື ນັກປະພັນດົນຕີ ຮົ່ງດັງ, ນັກສະແດງຮູບເງົາ ເຟືອງແທັງ, ນັກຕຳໜິວິຈານ ໂງຖາວ,  ນັກປະພັນດົນຕີ ຈິ້ງກົງເຊີນ, ສອງຜົວເມຍນັກປະພັນດົນຕີ ວັນກາວ… ນັກປະພັນດົນຕີ ຖຸ້ຍຄາ ແບ່ງປັນວ່າ:

     “ນັກຖ່າຍຮູບ ຮ່າເຕື່ອງ ໄດ້ເກັບຮັກສາສາງຮູບພາບ ຂອງບັນດານັກປະພັນວັນນະຄະດີ ນັກສິລະປິນໃນໄລຍະໜຶ່ງ. ນີ້ແມ່ນຮູບຖ່າຍຊຸດໜຶ່ງທີ່ມີຄ່າຫາຍາກ, ມີລັກສະນະບັນທຶກເຫດການສູງທີ່ສຸດ”.

      ນັກຖ່າຍຮູບ ຮ່າເຕື່ອງ ຍັງຖ່າຍເອົາບັນດາຮູບພາບຂອງບັນດານັກປະພັນວັນນະຄະດີ ນັກສິລະປິນທີ່ດີເດັ່ນເກືອບທັງໝົດຂອງ ຫວຽດນາມ ຄື  ຈາກນັກປະພັນວັນນະຄະດີ, ນັກປະພັນກາບກອນ, ນັກຂ່າວ, ນັກແປພາສາ, ນັກຈິດຕະກອນ, ນັກສະແດງຮູບເງົາ ຕະຫຼອດຮອດບັນດານັກຮຽນຮູ້ ນັກວິທະຍາສາດ ນັກຄົ້ນຄວ້າປະຫວັດສາດ… ຮູບຖ່າຍທັງໝົດທີ່ທ່ານໄດ້ຖ່າຍເອົານັ້ນ ກໍ່ລ້ວນແຕ່ປະຕິບັດແບບບັງເອີນ. ນັກຖ່າຍຮູບ ຮ່າເຕື່ອງ ເວົ້າວ່າ:

       “ຂ້າພະເຈົ້າໄດ້ຖ່າຍເອົາ ຮູບພາບຫຼາຍແຜ່ນຂອງບັນດານັກປະພັນວັນນະຄະດີ ນັກສິລະປິນເມື່ອກ່ອນນີ້  ເຊິ່ງໃນປັດຈຸບັນເຂົາເຈົ້າໄດ້ເຖິງແກ່ມໍລະນະກຳແລ້ວ. ເມື່ອຂ້າພະເຈົ້າຖ່າຍຮູບນັ້ນ ບໍ່ແມ່ນເຮົາສ້າງຊື່ສຽງໃຫ້ເຮົາເອງ ແຕ່ເມື່ອຖ່າຍຮູບນັ້ນ ກໍ່ຕ້ອງເຮັດແນວໃດເພື່ອຖ່າຍຮູບຢ່າງຊັດເຈນ ກ່ຽວກັບບຸກຄົນເຫຼົ່ານັ້ນ”.

      ແນວຄວາມຄິດເພື່ອສະເໜີຕົວຕໍ່ຜູ້ອ່ານປຶ້ມບັນທຶກພາບ ກ່ຽວກັບວົງການນັກປະພັນວັນນະຄະດີ ນັກສິລະປິນ ໄດ້ຖືກນັກນັກຈິດຕະກອນ ເລທຽດເກືອງ ແລະ ນັກຖ່າຍຮູບ ຮ່າເຕື່ອງ  ຝັກໃຝ່ຄວາມຫວັງນັບແຕ່ກ່ອນນີ້ 5 ປີ. ໂດຍໄດ້ເປັນເພື່ອນກັບນັກຖ່າຍຮູບ ຮ່າເຕື່ອງ ນັບແຕ່ຊຸມປີ 1986, ນັກຈິດຕະກອນ ເລທຽດເກືອງ  ໄດ້ແບ່ງປັນວ່າ ລາວ ແລະ ນັກຖ່າຍຮູບ ຮ່າເຕື່ອງ ຍັງພົບກັນເປັນປະຈຳ, ບາງຄັ້ງກໍ່ນັ່ງດື່ມກາເຟນຳກັນ. ນັກຈິດຕະກອນ ເລທຽດເກືອງ ໃຫ້ຮູ້ວ່າ:

       “ນັກຖ່າຍຮູບ ຮ່າເຕື່ອງ ປີນີ້ມີອາຍຸ 79 ປີແລ້ວ, ທ່ານໄດ້ປະກອບອາຊີບນັກຖ່າຍຮູບໃນຕະຫຼອດຊີວິດ  ແຕ່ຮອດຄາວອາຍຸ 79 ປີ ທ່ານຈຶ່ງໄດ້ສະເໜີຕົວປຶ້ມບັນທຶກພາບຫົວໜຶ່ງ ນັ້ນອາດຈະເຫັນວ່າ ນີ້ແມ່ນຄວາມລະມັດລະວັງທີ່ຈຳເປັນທີ່ສຸດສຳລັບບັນດາຜູ້ເຮັດວຽກງານສິລະປະ”. 

       ປຶ້ມບັນທຶກພາບກ່ຽວກັບວົງການນັກປະພັນວັນນະຄະດີ ນັກສິລະປິນ ຂອງນັກຖ່າຍຮູບ ຮ່າເຕື່ອງ ຍັງມີຄວາມໝາຍປຽບເໝືອນປຶ້ມພາບເອກະສານທີ່ສຳຄັນ ເຊິ່ງໄດ້ບັນທຶກຊີວິດການເປັນຢູ່ຂອງນັກປັນຍາຊົນ, ນັກປະພັນວັນນະຄະດີ ນັກສິລະປິນໃນໄລຍະໜຶ່ງ. ຂີດໝາຍໄລຍະເວລາໄດ້ປາກົດຂຶ້ນ ຜ່ານບັນດາຮູບຖ່າຍຂາວດຳ, ປັດຈຸບັນບຸກຄົນເຫຼົ່ານີ້ໄດ້ເຖິງແກ່ມໍລະນະກຳແລ້ວ ແຕ່ປຶ້ມພາບຫົວນີ້ສາມາດເຊື່ອມຕໍ່ຜູ້ຊົມ ກັບອະດີດຕະການ ດ້ວຍບັນດາຄວາມຊົງຈຳທີ່ດີງາມ. ນັກຈິດຕະກອນ ເລທຽດເກືອງ ໃຫ້ຮູ້ຕື່ມອີກວ່າ:

          “ນັກຖ່າຍຮູບ ຮ່າເຕື່ອງ ໄດ້ຖືກກ້ອງຖ່າຍຮູບແມ່ນປາຍປາກກາ ແລະ ບັນດາຮູບຖ່າຍຂອງຕົນແມ່ນປະຫວັດສາດບັນທຶກດ້ວຍຮູບພາບ. ຕາມຂ້າພະເຈົ້າແລ້ວ ຄາດວ່າຈຳນວນຟີມທີ່ນັກຖ່າຍຮູບ ຮ່າເຕື່ອງ ໄດ້ຖ່າຍເອົາແມ່ນປະມານ 20 ໂລ ເຊິ່ງລ້ວນແຕ່ແມ່ນຟີມຂາວດຳ. ຟີມສ່ວນຫຼາຍໄດ້ຖືກເສື່ອມຄຸນນະພາບຕາມການເວລາ ມີຫຼາຍອັນໄດ້ຕິດກັນ, ມີຫຼາຍອັນຖືກເປັນໂໝກ. ວຽກງານທຳອິດທີ່ພວກຂ້າພະເຈົ້າໄດ້ປະຕິບັດແມ່ນ ເລືອກເຟັ້ນເອົາຟີມທີ່ຍັງມີຄຸນນະພາບ, ຫຼັງຈາກນັ້ນກໍ່ຫັນເປັນດີຈີຕອນ. ເມື່ອຫັນເປັນດີຈີຕອນແລ້ວ ບົນພື້ນຖານນັ້ນຈຶ່ງເລືອກເຟັ້ນເອົາອີກຄັ້ງໜຶ່ງ ເພື່ອຈະສາມາດເລືອກເອົາຮູບຖ່າຍ 150 ແຜ່ນນີ້”.

        ປຶ້ມບັນທຶກຮູບຖ່າຍທີ່ມີຄ່າຫາຍາກ ຂອງນັກຖ່າຍຮູບ ຮ່າເຕື່ອງ ໄດ້ຊ່ວຍໃຫ້ຄົນລຸ້ນປັດຈຸບັນສາມາດເຂົ້າໃຈ ກ່ຽວກັບຫຼາຍສິ່ງໃນຊີວິດ ສິລະປະວັນນະຄະດີ ເມື່ອກ່ອນນີ້. ເມື່ອໄດ້ເຫັນປຶ້ມບັນທຶກຮູບຖ່າຍທີ່ມີຄ່ານີ້ ຫຼາຍຄົນໄດ້ສະແດງຄວາມນິຍົມນັບຖືກ່ຽວກັບຈິດໃຈ ກໍ່ຄືຄວາມຮັກຂອງນັກຖ່າຍຮູບ ຮ່າເຕື່ອງ ທີ່ມີຕໍ່ອາຊີບຖ່າຍຮູບ, ແລະ ວົງການນັກປະພັນວັນນະຄະດີ ນັກສິລະປິນ ຫວຽດນາມ.

ຕອບກັບ