ປຸກລະດົມຂະບວນການແຂ່ງຂັນຮັກຊາດ ໃນວົງຄະນາຍາດພໍ່ແມ່ພີ່ນ້ອງຊາວກາໂຕລິກ

Ngoc Anh
Chia sẻ
(VOVWORLD) -      ສູນກາງຄະນະກຳມະການສາມັກຄີ ຊາວກາໂຕລິກ ຫວຽດນາມ ເມື່ອບໍ່ດົນມານີ້ ໄດ້ຈັດກອງປະຊຸມແຂ່ງຂັນທົ່ວປະເທດຍ້ອງຍໍ ຊົມເຊີຍແບບຢ່າງວຽກດີຄົນເດັ່ນ ໃນໝູ່ພໍ່ແມ່ພີ່ນ້ອງຊາວກາໂຕລິກ ຄັ້ງທີ 5 ໄລຍະ 2015 – 2020. 5 ປີທີ່ຜ່ານມາຂະບວນການດັ່ງກ່າວໄດ້ຮັບການເປີດກວ້າງ ໃນໝູ່ພໍ່ແມ່ພີນ້ອງຊາວກາໂຕລິກ ຢູ່ທົ່ວປະເທດ ດ້ວຍບັນດາຮູບການທີ່ອຸດົມສົມບູນ ແລະ ມີເນື້ອໃນຕິດແທດຕົວຈິງ
ປຸກລະດົມຂະບວນການແຂ່ງຂັນຮັກຊາດ ໃນວົງຄະນາຍາດພໍ່ແມ່ພີ່ນ້ອງຊາວກາໂຕລິກ - ảnh 1ກອງປະຊຸມແຂ່ງຂັນທົ່ວປະເທດຍ້ອງຍໍ ຊົມເຊີຍແບບຢ່າງວຽກດີຄົນເດັ່ນ ໃນໝູ່ພໍ່ແມ່ພີ່ນ້ອງຊາວກາໂຕລິກ ຄັ້ງທີ 5 ໄລຍະ 2015 – 2020

    ປັດຈຸບັນ ຫວຽດນາມ ມີຜູ້ເຊື່ອຖືສາສະໜາ ກາໂຕລິກ ປະມານ 5,9 ລ້ານຄົນ, ຊາວກາໂຕລິກ ໄດ້ຮ່ວມເດີນທາງພ້ອມກັບຊາດ ແລະ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ບັນດາຂະບວນການແຂ່ງຂັນຮັກຊາດ ໂດຍສູນກາງຄະນະກຳມະການສາມັກຄີ ຊາວກາໂຕລິກ ຫວຽດນາມ ໄດ້ປຸກລະດົມ ແນໃສ່ຍົກສູງຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈໃຫ້ແກ່ສາສະນິກກະຊົນ, ປັບປຸງກຸ່ມກ້ອນມະຫາສາມັກຄີ ທົ່ວປວງຊົນທັງຂາດ. ຄຸນພໍ່ ເຈິ່ນຊວັນແມັ້ງ ປະທານສູນກາງຄະນະກຳມະການສາມັກຄີ ຊາວກາໂຕລິກ ຫວຽດນາມ ຢືນຢັນວ່າ:

     “ຜ່ານບັ້ນຂົນຂວາຍທົ່ວປວງຊົນສາມັກຄີ ກໍ່ສ້າງຊົນນະບົດໃໝ່, ຕົວເມືອງວັດທະນະທຳ, ສ້າງຊີວິດ ແລະ ສາສະໜາໃຫ້ດີງາມ ໂດຍສູນກາງຄະນະກຳມະການສາມັກຄີ ຊາວກາໂຕລິກ ຫວຽດນາມ ປຸກລະດົມ, ມີເຂດຊຸມຊົນຫຼາຍແຫ່ງຂອງຊາວກາໂຕລິກ ໄດ້ກາຍເປັນແບບຢ່າງທີ່ດີເດັ່ນໃນຂະບວນການພັດທະນາການຜະລິດ  ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ປະຕິບັດວຽກງານຕອບບຸນແທນຄຸນ, ເຄື່ອນໄຫວເພື່ອການກຸສົນ, ມະນຸດສະທຳ, ສ້າງຊີວິດວັດທະນະທຳໃຫ້ເປັນຢ່າງດີ ປະກອບສ່ວນຍົກສູງຊີວິດການເປັນຢູ່ ແລະ ສ້າງສັງຄົມໃຫ້ດີງາມ”.

       ໄລຍະ 2015 – 2020, ມີ 78 ໝູ່ຄະນະ  ສ່ວນບຸກຄົນ ໄດ້ຮັບໃບຍ້ອງຍໍຈາກຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດາກະຊວງ, ຂະແໜງກາງນຂັ້ນສູນກາງ ຍ້ອນມີບັນດາການປະກອບສ່ວນໃນຂະບວນການແຂ່ງຂັນຮັກຊາດ. ຢູ່ບາງແຫ່ງກໍ່ປະກົດມີບັນດາຮູບແບບ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງພໍ່ແມ່ພີ່ນ້ອງຜູ້ເຊື່ອຖືສາສະໜາ ແລະ ບໍ່ເຊື່ອຖືສາສະໜາ. ທ່ານ ກາວຫວຽດແທັງ ຫົວໜ້າຄະນະວຽກງານແນວໂຮມ ບ້ານ ແທັງບິ່ງ III ຕາແສງ ຮຶງແຈັກ ເມືອງ ໂບ໊ແຈັກ ແຂວງ ກວ໋າງບິ່ງ ໃຫ້ຮູ້ວ່າ:

      “ເດືອນ ຕຸລາ ປີ 2017, ເຂດຊຸມຊົນສອງແຫ່ງໃນບ້ານ ແທັງບິ່ງ III ແລະ ເຂດຊຸມຊົນຢູ່ບ້ານ ໂນ້ຍຫາຍ ຕາແສງ ອ໊າຍຝູ ເມືອງ ໂບ໊ແຈັກ ໄດ້ມີການພົບປະຜູກສ່ຽວ. ພໍ່ແມ່ພີ່ນ້ອງໄດ້ຕັ້ງໜ້າໂຄສະນາຜ່ານທາງເຟດບຸກຂອງບ້ານກ່ຽວກັບຄວາມໝາຍ ຂອງການພົບປະດັ່ງກ່າວ. ພາຍຫຼັງທີ່ໄດ້ກາຍເປັນສອງບ້ານແຮກສ່ຽວ, ພໍ່ແມ່ພີ່ນ້ອງສອງບ້ານໄດ້ພົບປະແລກປ່ຽນນຳກັນຢ່າງເປັນປະຈຳ ໃນ ໂອກາດ ບັນດາວັນບຸນໃຫຍ່. ຍ້ອນແນວນັ້ນ ບ້ານ ແທັງບິ່ງ III ໄດ້ຮັບການຮັບຮອງແມ່ນບ້ານວັດທະນະທຳຂັ້ນເມືອງ. ຮູບແບບພົບປະແລກປ່ຽນຜູກສ່ຽວ ແລກປ່ຽນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງບັນດາເຂດຊຸມຊົນຂອງສອງບ້ານພວກຂ້າພະເຈົ້າໄດ້ຊ່ວຍໃຫ້ພໍ່ແມ່ພີ່ນ້ອງຜູ້ເຊື່ອຖືສາສະໜາ ແລະ ບໍ່ເຊື່ອຖືສາສະໜາມີຄວາມສາມັກຄີກັນ ເສີມຂະຫຍາຍມູນເຊື້ອສ້າງຊີວິດ  ແລະ ສາສະໜາໃຫ້ດີງາມ”.

      ພໍ່ແມ່ພີ່ນ້ອງຊາວກາໂຕລິກ ນັບມື້ນັບໄດ້ມີບົດບາດ ແລະ ດຳລົງຕຳແໜ່ງຕ່າງໆທີ່ສຳຄັນ ໃນບັນດາອົງການສຳນັກງານ ອົງການຈັດຕັ້ງມະຫາຊົນ ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ. ໄລຍະ 2015 – 2020 ສູນກາງຄະນະກຳມະການຊາວ ກາໂຕລິກ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານສອງຫຼຽນ, ຫຼຽນໄຊມະຫາສາມັກຄີແຫ່ງຊາດ 7 ຫຼຽນ, ໃບຍ້ອງຍໍຂອງນາຍົກລັດຖະມົນຕີ 13 ໃບ ໃຫ້ແກ່ບັນດາສ່ວນບຸກຄົນ ເຊິ່ງແມ່ນຊາວກາໂຕລິກ. ຄຸນພໍ່ ຫງວຽນວັນຣຽນ ຮອງປະທານ ເລຂາທິການໃຫຍ່ສູນກາງຄະນະກຳມະການສາມັກຄີຊາວກາໂຕລິກ ຫວຽດນາມໃຫ້ຮູ້ວ່າ:

       “ເມື່ອທຽບໃສ່ໄລຍະກ່ອນນີ້,  5 ປີທີ່ຜ່ານມາ, ຂະບວນການແຂ່ງຂັນຮັກຊາດ ໃນວົງຄະນາຍາດພໍ່ແມ່ພີ່ນ້ອງຊາວກາໂຕລິກ ໄດ້ບັນລຸບັນດາໝາກຜົນທີ່ແທດຈິງກວ່າເກົ່າ, ທະວີຄູນບັນດາແບບຢ່າງທີ່ດີເດັ່ນ. ການຜັນຂະຫຍາຍປະຕິບັດບັນດາຂະບວນການແຂ່ງຂັນ ຂອງຄະນະກຳມະການສາມັກຄີຊາວກາໂຕລິກ ຫວຽດນາມ ຂັ້ນຕ່າງໆ ໄດ້ມີການປ່ຽນແປງໃໝ່ ທາງດ້ານເນື້ອໃນ ແລະ ແບບວິທີການຈັດຕັ້ງປະຕິບັດ. ໜ້າທີ່ໃນໄລຍະ  2020 – 2025, ພວກຂ້າພະເຈົ້າຈະສູ້ຊົນໃນແຕ່ລະປີມີ 100% ຈຳນວນແຂວງ, ນະຄອນເຂົ້າຮ່ວມການແຂ່ງຂັນ, ດຳເນີນຊີວິດຢູ່ຕາມເຂດຊຸມຊົນ ເພື່ອຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ. ດຳລົງຊີວິດແບບຢູ່ໃນສິນກິນໃນທຳ ຮ່ວມເດີນທາງພ້ອມກັບຊາດ ຍາມໃດກໍ່ແມ່ນການກຳນົດທິດ, ຊຸກຍູ້ຊາວກາໂຕລິກປະຕິບັດວຽກງານບົນຈິດໃຈຊາວກາໂຕລິກ ທີ່ດີກໍ່ແມ່ນພົນລະເມືອງທີ່ດີ”.

       ຊາວກາໂຕລິກ ນັບມື້ນັບສາມັກຄີ ແລະ ຕັ້ງໜ້າຕອບສະໜອງຂະບວນການແຂ່ງຂັນຮັກຊາດ ປະຕິບັດຕາມທິດນຳຢູ່ໃນສິນກິນໃນທຳ ຮ່ວມເດີນທາງພ້ອມກັບຊາດ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ ຕາມເນື້ອໃນຈິດໃຈຮ່ວມຂອງຈົດໝາຍປີ 1980 ຂອງສະພາສັງຄະລາດ ຫວຽດນາມ. ບັນດາຂະບວນການແຂ່ງຂັນຮັກຊາດຂອງຊາວກາໂຕລິກ ໄດ້ຍົກສູງຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈຂອງທົ່ວປວງຊົນ ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາຂອງປະເທດຊາດ.

ຕອບກັບ