ບັນດາການເຄື່ອນໄຫວວັດທະນະທຳ ເຄື່ອງປັ້ນດິນເຜົາທີ່ເປັນເອກະລັກ.

Ngoc Anh
Chia sẻ
(VOVWORLD) -ຄະນະຄຸ້ມຄອງໜອງ ຮວ່ານກ໊ຽມ ແລະ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ ດ້ວຍຫົວຂໍ້ເຄື່ອງປັ້ນດິນເຜົາ ແຕ່ວັນທີ 23 ເມສາ ຫາ ວັນທີ 31 ພຶດສະພາ ປີ 2021 ຢູ່ສາລາ ກີມເງິນ ເຮືອນເລກທີ 42, 44 ຖະໜົນຫ່າງບາກ ເມືອງ ຮວ່ານກ໊ຽມ ນະຄອນຮ່າໂນ້ຍ. ເຫດການທີ່ເປັນເອກະລັກນີ້ ແນະນຳບັນດາອາຊີບເຄື່ອງປັ້ນດິນເຜົາ ທີ່ມີມາແຕ່ດົນນານຂອງ ຫວຽດນາມ ອັນໄດ້ດຶງດູດແຂກທ່ອງທ່ຽວມາຊົມຢ່າງຫຼວງຫຼາຍ.
ບັນດາການເຄື່ອນໄຫວວັດທະນະທຳ ເຄື່ອງປັ້ນດິນເຜົາທີ່ເປັນເອກະລັກ. - ảnh 1ງານວາງສະແດງໄດ້ຊ່ວຍໃຫ້ຜູ້ຊົມ ສາມາດເຂົ້າໃຈແຈ້ງ ກ່ຽວກັບປະຫວັດຄວາມເປັນມາຂອງອາຊີບເຄື່ອງປັ້ນດິນເຜົາ
 
  ໃນຈຳນວນບັນດາອາຊີບຫັດຖະກຳ ໂດຍປູ່ຍ່າຕາຍາຍປະໄວ້ໃຫ້ນັ້ນ ອາຊີບເຮັດເຄື່ອງປັ້ນດິນເຜົາໄດ້ມີມານັບພັນ ປີ. ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ ຂອງບັນດາໝູ່ບ້ານອາຊີບຫັດຖະກຳ ມີບົດບາດສຳຄັນທີ່ສຸດ ເພື່ອຮັບໃຊ້ຊີວິດປະຈຳວັນຂອງປະຊາຊົນ ພ້ອມກັນນັ້ນກໍ່ສະແດງໃຫ້ເຫັນສິ່ງທີ່ຍອດຍິ່ງສີສັນວັດທະນະທຳຂອງຊາດ ຫວຽດນາມ. ບັນດາສູນເຄື່ອງປັ້ນດິນເຜົາເຄືອບຢູ່ ຫວຽດນາມ ໄດ້ປະກົດມີນັບແຕ່ສະໄໝລາດຊະວົງ ຫຼີ - ລາດຊະວົງ ເຈິ່ນ ຄືໃນສະຕະວັດທີ X ຫາ ສະຕະວັດທີ XIV ແລະ ມາຮອດປັດຈຸບັນອາຊີບນີ້ຍັງຄົງພັດທະນາຢ່າງຮຸ່ງເຮືອງ ນັ້ນແມ່ນໝູ່ບ້ານ ບາດຈ່າງ ຮ່າໂນ້ຍ, ໂຖຮ່າ ຝູລັງ ບັກນິງ, ເຮືອງແກັງ ແຂວງ ຫວິງຟຸກ, ຈູມແທັງ ແຂວງ ແທັງຮວ໊າ  ແຕ່ລະແຫ່ງກໍ່ລ້ວນແຕ່ມີຜະລິດຕະພັນເຄື່ອງປັ້ນດິນເຜົາ ທີ່ເປັນເອກະລັກສະເພາະຂອງຕົນ ອັນໄດ້ສ້າງຄວາມຫຼາກຫຼາຍສີສັນອຸດົມສົມບູນໃຫ້ແກ່ອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ ຫວຽດນາມ. ລຸງ ຟ້າມງອກຮຸຍ ນັກສິລິປະການຢູ່ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ ໃຫ້ຮູ້ວ່າ:

“ປະເພດເຄື່ອງປັ້ນດິນເຜົາ ບາດຈ່າງ ມີຄວາມງາມຈາກຮູບຮ່າງ, ວາດແຕ້ມ ຕະຫຼອດຮອດລວດລາຍສີສັນທີ່ເປັນເອກະລັກ ເຊິ່ງບໍ່ມີປະເພດເຄື່ອງປັ້ນດິນເຜົາໃດຢູ່ ຫວຽດນາມ ຫຼື ຢູ່ປະເທດອື່ນໆໃນໂລກສາມາດຜະລິດໄດ້ເຄື່ອງປັ້ນດິນເຜົາຄືຢູ່ ບາດຈ່າງ, ສີເຄືອບເຄື່ອງປັ້ນດິນເຜົາ ບາດຈ່າງ ຖືກນາຍຊ່າງຜະລິດຈາກບັນດາວັດຖຸດິບເອົາມາຈາກທຳມະຊາດ, ດິນຫີນບໍ່ມີທາດເຄມີ ແຕ່ຢ່າງໃດ”.

ດ້ວຍຫົວຄິດປະດິດສ້າງ ແລະ ສີມືອັນຄ່ອງແຄ້ວຂອງນາຍຊ່າງເຄື່ອງປັ້ນດິນເຜົາ, ເຄື່ອງປັ້ນດິນເຜົາ ຫວຽດນາມ ໄດ້ກາຍເປັນປະເພດສິລິປະມີລັກສະນະພື້ນເມືອງຢ່າງເລິກເຊິ່ງ ຜະລິດຕະພັນເຄື່ອງປັ້ນດິນເຜົາເຄືອບ ຫວຽດນາມ ໄດ້ຖືກສົ່ງອອກຂາຍໃຫ້ຫຼາຍປະເທດໃນໂລກ. ຈິດຕະກອນ ຫງວຽນແມັ້ງດຶກ ໃຫ້ຮູ້ວ່າ:

 “ຫຼາຍປະເທດໃນໂລກຄື ຝລັ່ງ ເຢຍລະມັນ ອັງກິດ ອາເມລິກາ ຍີ່ປຸ່ນ ກໍ່ລ້ວນແຕ່ສັ່ງຊື້ເຄື່ອງປັ້ນດິນເຜົາ ຫວຽດນາມ. ອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ ຫວຽດນາມ ພວມຂະຫຍາຍຕົວດີທີ່ສຸດ ພິເສດແມ່ນເຄື່ອງປັ້ນດິນເຜົາ ບາດຈ່າງ. ຊາວບ້ານບາດຈ່າງ ມີສີມືອັນຄ່ອງແຄ້ວ ແຕ່ປາງກ່ອນໝູ່ບ້ານ ບາດຈ່າງ ແມ່ນໝູ່ບ້ານທີ່ອຸດົມຮັ່ງມີ. ເຄື່ອງປັ້ນດິນເຜົາ ບາດຈ່າງ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນທ້ອງຕະຫຼາດ ເປັນແຫຼ່ງສິນຄ້າໃຫຍ່ທີ່ສຸດຢູ່ ຫວຽດນາມ”.

ງານວາງສະແດງໄດ້ຊ່ວຍໃຫ້ຜູ້ຊົມ ສາມາດເຂົ້າໃຈແຈ້ງ ກ່ຽວກັບປະຫວັດຄວາມເປັນມາຂອງອາຊີບເຄື່ອງປັ້ນດິນເຜົາ, ວັດທະນະທຳເຄື່ອງປັ້ນດິນເຜົາ ຫວຽດນາມ. ແຂກທ່ອງທ່ຽວຍັງມີໂອກາດເຫັນປະຈັກຕາ ພວກນາຍຊ່າງເຮັດເຄື່ອງປັ້ນດິນເຜົາສະແດງບັນດາຂັ້ນຕອນຜະລິດອອກ ຜະລິດຕະພັນເຄື່ອງປັ້ນດິນເຜົາ, ຮັບຟັງນັກສິລະປະການນາຍຊ່າງເຄື່ອງປັ້ນດິນເຜົາ ເລົ່າກ່ຽວກັບບັນດາເລື່ອງລາວອາຊີບເຮັດເຄື່ອງປັ້ນດິນເຜົາ. ນ້ອງ ໂຮ່ທິກວິ່ງ ນັກສຶກສາ ສັງກັດມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍ ເປີດເຜີຍວ່າ:

“ຂ້າພະເຈົ້າມີຄວາມປະທັບໃຈ ເມື່ອເຫັນການວາງສະແດງເຄື່ອງປັ້ນດິນເຜົາຢູ່ທີ່ນີ້ ມີຄວາມດຶງດູດໃຈທີ່ສຸດ. ຂ້າພະເຈົ້າຫາກໍ່ໄດ້ຮູ້ຈັກໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ ແຕ່ແຕ່ເມື່ອມານີ້, ຂ້າພະເຈົ້າສາມາດຮູ້ຫຼາຍສິ່ງຫຼາຍຢ່າງຕື່ມອີກ ກ່ຽວກັບໝູ່ບ້ານ ອາຊີບເຄື່ອງປັ້ນດິນເຜົາ ຝູ່ຫຼາງ ຢູ່ແຂວງ ບັກນິງ. ເຫດການນີ້ໄດ້ຊ່ວຍໃຫ້ບັນດາເພື່ອນໜຸ່ມມີໂອກາດຊອກຮູ້ ປະຫວັດຄວາມເປັນມາຂອງບັນດາໝູ່ບ້ານອາຊີບຫັດຖະກຳ”.

ເຫດການນີ້ບໍ່ພຽງແຕ່ແນະນຳ ກ່ຽວກັບອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ບາງໝູ່ບ້ານອາຊີບຫັດຖະກຳ, ບັນດາປະເພດເຄື່ອງປັ້ນດິນເຜົາທີ່ເປັນເອກະລັກ ຢູ່ພາກເໜືອ ຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນໂຄສະນາ ພາບພົດວັດທະນະທຳປະເທດຊາດ ແລະ ຊາວຫວຽດນາມ ໃຫ້ແກ່ເພື່ອນມິດສາກົນອີກດ້ວຍ. ນາງ ດ່າວທິລຽນເຮືອງ ຫົວໜ້າຄະນະຂົນຂວາຍວິຈິດສິນ ຫວຽດນາມ ແລະ ການທູດວັດທະນະທຳ ສັງກັດກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

“ບັນດາການນຳຂັ້ນສູງ ຫວຽດນາມ ຄືນາຍົກລັດຖະມົນຕີ, ປະທານປະເທດ ກໍ່ເຄີຍເອົາເຄື່ອງປັ້ນດິນເຜົາ ບາດຈ່າງ ມາເປັນຂອງຂວັນໃຫ້ແກ່ຄະນະທຸຕານະທູດ, ໃຊ້ເປັນຂອງຂວັນເພື່ອມອບໃຫ້ບັນດາປະມຸກລັດຂອງປະເທດຕ່າງໆໃນໂລກ. ພວກຂ້າພະເຈົ້າກໍ່ໄດ້ນຳໃຊ້ເຄື່ອງປັ້ນດິນເຜົາ ເພື່ອປະດັບປະດາຢູ່ທາງໃນຂອງສະຖານທູດ, ສະຖານກົງສຸນ ຫວຽດນາມ ຢູ່ຕ່າງປະເທດ. ທາງດ້ານການທູດວັດທະນະທຳ, ບັນດາສະຖານທູດ ຫວຽດນາມ ຢູ່ຕ່າງປະເທດ ກໍ່ລ້ວນແຕ່ຈັດຕັ້ງບັນດາເຫດການໂຄສະນາເຜີຍແຜ່ວັດທະນະທຳ ຫວຽດນາມ ໃນນັ້ນມີການແນະນຳກ່ຽວກັບເຄື່ອງປັ້ນດິນເຜົາເຄືອບ ຫວຽດນາມ”.

ໂດຍຜ່ານບັນດາການເຄື່ອນໄຫວວັດທະນະທຳນີ້ ຄະນະຄຸ້ມຄອງໜອງ ຮວ່ານກ໊ຽມ ແລະ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໄດ້ອະນຸລັກຮັກສາເຊີດຊູອາຊີບເຮັດເຄື່ອງປັ້ນດິນເຜົາ ເຊື່ອມຕໍ່ຖະໜົນອາຊີບກັບໝູ່ບ້ານອາຊີບ. ພ້ອມກັນນັ້ນກໍ່ປະກອບສ່ວນຊຸກຍູ້ການພັດທະນາການທ່ອງທ່ຽວ ຢູ່ນະຄອນຫຼວງ ຮ່າໂນ້ຍ ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມູນລະດົກວັດທະນະທຳບໍ່ເປັນວັດຖຸ. 

ຕອບກັບ