ບົດລະຄອນ “ທ້າວ ວາເນຍ”, ຜະລິດຕະພັນຮ່ວມມືຢ່າງສຳເລັດຜົນ ລະຫວ່າງໂຮງລະຄອນຕ໋ວຍແຈ໋ ຫວຽດນາມ ກັບໂຮງລະຄອນ ຄົງເຕື່ອງ ຂອງຍີ່ປຸ່ນ

Bui Hang
Chia sẻ
(VOVWORLD) -ກວ່າ 120 ປີນັບຕັ້ງແຕ່ເມື່ອປະກາດບົດລະຄອນ “ທ້າວ ວາເນຍ” ຂອງນັກປະພັນຊາວລັດເຊຍ ອານໂຕນ ປາບໂລວິກ ຈີຄົບ ເຊິ່ງໄດ້ຖືກວາດພາບບົນເວທີສະແດງ ຫວຽດນາມ. ບົດລະຄອນໄດ້ຖືກສະແດງ ໂດຍຜູ້ກຳກັບການສະແດງຊາວ ຍີ່ປຸ່ນ ຊູໂຢຊີ ຢູກີຢາມາ ພ້ອມກັບບັນດານັກສະແດງຫວຽດນາມ ແລະ ຍີ່ປຸ່ນປະຕິບັດ ອັນໄດ້ເຮັດໃຫ້ຜູ້ຊົມຕ່າງກໍ່ມີຄວາມສະດຸ້ງໃຈ
ບົດລະຄອນ “ທ້າວ ວາເນຍ”, ຜະລິດຕະພັນຮ່ວມມືຢ່າງສຳເລັດຜົນ ລະຫວ່າງໂຮງລະຄອນຕ໋ວຍແຈ໋ ຫວຽດນາມ ກັບໂຮງລະຄອນ ຄົງເຕື່ອງ ຂອງຍີ່ປຸ່ນ - ảnh 1ຕອນໜຶ່ງໃນ ບົດລະຄອນສະແດງ “ທ້າວ ວາເນຍ”

ໂດຍຖືກແຕ່ງຂຶ້ນເມື່ອປີ 1897, ບົດລະຄອນ “ທ້າວ ວາເນຍ” ໝູນອ້ອມການດຳລົງຊີວິດ ຂອງຊາວຜູ້ອອກແຮງງານ ຊຶ່ງເປັນຊົນຊັ້ນທີ່ຮັບຖືວ່າແມ່ນຕ່ຳເຕ້ຍ ໂດຍຕົວແທນແມ່ນຕົວລະຄອນທ້າວ ວາເນຍ ແລະ ນາງ ໂຊເນຍ. ເຂົາເຈົ້າກໍ່ໄດ້ເຮັດວຽກດ້ວຍຄວາມດຸໝັ່ນຂະຫຍັນພຽນ ແລະ ລຳບາກກາກກຳ ເພື່ອຮັບໃຊ້ບັນດາບຸກຄົນທີ່ໂງ່ຈ້າ, ຫຼອກລວງ, ໂອ້ອວດຢ່າງງົມງວາຍ ແລະ ຫຼົງຄິດວ່າພວມຮັບໃຊ້ໃຫ້ແກ່ອຸດົມການອັນສູງສົ່ງ. ຄວາມໂກດແຄ້ນໄດ້ເກີດຂຶ້ນ  ຂະນະທີ່ໄດ້ຄົ້ນພົບຄວາມຈິງ ຂອງບັນດາຜູ້ຕ່ຳເຕ້ຍນັ້ນ ກໍ່ບໍ່ອາດແກ່ຍາວ ຫຼື ມີຄວາມສາມາດຢ່າງພຽງພໍ ເພື່ອພາໄປເຖິງ ຄວາມຕັດສິນທີ່ເປັນບາດລ້ຽວ ເພື່ອແນໃສ່ປ່ຽນແປງຊີວິດ. ຍ້ອນວ່າເຂົາເຈົ້າເຊື່ອໝັ້ນຕໍ່ໂຊກຊາຕາທີ່ຕ່ຳເຕ້ຍຂອງຕົນ ເຊິ່ງບໍ່ອາດປ່ຽນແປງການດຳລົງຊີວິດຂອງເຂົາເຈົ້າໄດ້. ເຂົາເຈົ້າກໍ່ບໍ່ສົນໃຈ ແລະ ຕົກເຂົ້າສູ່ວົງວົນ ເພື່ອຍອມຮັບໂຊກຊາຕາ ແລະ ນັ່ງລໍຖ້າດ້ວຍຄວາມເຊື່ອໝັ້ນຕໍ່ການດຳລົງຊີວິດ ໃນອະນາຄົດຈະດີງາມກວ່າເກົ່າ. ກວ່າໜຶ່ງສະຕະວັດ ທີ່ໄດ້ຜ່ານພົ້ນໄປ, ບັນດາບົດປະພັນຂອງ ຈີຄົບ ບໍ່ຫຼ້າຫຼັງແຕ່ຢ່າງໃດ, ຫາກຍັງມີຄຸນຄ່າເໝືອນເດີມ ແລະ ສືບຕໍ່ເປັນແຫຼ່ງບັນດານໃຈ ເພື່ອປະດິດຄິດສ້າງໃຫ້ແກ່ນັກສິລະປິນລຸ້ນຕ່າງໆ ຂອງຫຼາຍປະເທດ. ໂຮງລະຄອນຕ໋ວຍແຈ໋ ຂອງຫວຽດນາມ ໄດ້ຮ່ວມມືກັບໂຮງລະຄອນ ຄົງເຕື່ອງ ຂອງຍີ່ປຸ່ນ ພ້ອມກັນຜະລິດບົດລະຄອນສະແດງ “ທ້າວ ວາເນຍ” ແລະ ໄດ້ສະເໜີຕໍ່ຜູ້ຊົມໃນຕົ້ນເດືອນ ທັນວາ ປີ 2018. ບົດລະຄອນແມ່ນໂຄງການຮ່ວມມື ນອນໃນຂອບເຂດບັນດາການເຄື່ອນໄຫວ ແນໃສ່ຊຸກຍູ້ ແລະ ຮັດແໜ້ນການພົວພັນຮ່ວມມືທາງດ້ານວັດທະນະທຳ  ສິລະປະ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ. ນັກສິລະປິນດີເດັ່ນ ຫວຽນສີຕ໊ຽນ ຮອງຜູ້ອຳນວຍການໂຮງລະຄອນ ຕ໋ວຍແຈ໋ ຫວຽດນາມ ໃຫ້ຮູ້ວ່າ:

    “ແຕ່ລະປີ ພວກຂ້າພະເຈົ້າ ກໍ່ລ້ວນແຕ່ມີການພົບປະແລກປ່ຽນບົດຮຽນ ເພື່ອເຮັດແນວໃດນຳເນື້ອໃນຈິດໃຈຂອງນັກປະພັນ ຈີຄົບ ເຂົ້າໃນພື້ນຖານວັດທະນະທຳ ຂອງຫວຽດນາມ, ການປະສານດັ່ງກ່າວ ແມ່ນການປະສານຄືແນວໃດ, ພວກຂ້າພະເຈົ້າຄ່ອຍໆມີການດັດປັບເລັກນ້ອຍ ເພື່ອໃຫ້ຊາວ ຫວຽດນາມ ມີຄວາມເຂົ້າໃຈກວ່າເກົ່າ. ໃນການຝຶກແອບເທື່ອສຸດທ້າຍຢູ່ ຫວຽດນາມ, ພວກຂ້າພະເຈົ້າໄດ້ເຊີນນັກຊ່ຽວຊານ ປະມານ 15 ຄົນຂອງຍີ່ປຸ່ນ ມາຫວຽດນາມ ເພື່ອພ້ອມກັນເຮັດວຽກ, ໃນນັ້ນມີບັນດາຜູ້ເຮັດວຽກງານທາງດ້ານເຕັກນິກແສງສີສຽງ, ການປະດັບປະດາ, ການແຕ່ງຕົວ, ເຄື່ອງດົນຕີ. ພວກຂ້າພະເຈົ້າໄດ້ມີການກະກຽມ ຢ່າງຮອບຄອບຖີ່ຖ້ວນ ເພື່ອເຮັດແນວໃດໃຫ້ບົດລະຄອນບັນລຸມາດຕະຖານ ເມື່ອສະແດງບົນເວທີແລະສ້າງຄວາມແຕກຕ່າງກັນກັບບັນດາບົດລະຄອນສະແດງອື່ນໆ”.

       ຜູ້ກຳກັບການສະແດງ ເຕີຊູໂຢຊີ ຊູກີຢາມາ ໄດ້ສ້າງເຂດສະແດງທີ່ລຽບງ່າຍ ແລະ ມີລັກສະນະການສະແດງດ້ວຍຮູບພາບຢ່າງສູງ. ຜູ້ຊົມຈະເຫັນໃນເວທີສະແດງອັນດຽວກັນ ປະກົດມີສອງເຂດ: ນັ້ນແມ່ນເຂດທີ່ມີຈິງ ເຊິ່ງແມ່ນບ່ອນທີ່ບັນດາຕົວລະຄອນພົບປະນຳກັນ, ແລະ ເຂດເໝືອນຈິງຂອງໂລກພາຍນອກ ເຊິ່ງແມ່ນບ່ອນທີ່ບັນດາຕົວລະຄອນຢາກມາຫາ ເພື່ອພົ້ນອອກຈາກຄວາມຄັບແຄບໃນຊີວິດປະຈຳວັນ. ພ້ອມກັນນັ້ນ ເພື່ອໃຫ້ແທດເໝາະກັບມວນຊົນຍຸກທັນສະໄໝ, ຜູ້ກຳກັບການສະແດງຊາວ ຍີ່ປຸ່ນ ໄດ້ຫຼຸດຜ່ອນເວລາການສະແດງໃຫ້ກະທັດລັດ, ເພີ່ມບັນດາກໍລະນີ, ການຜັນແປທີ່ມີຊີວິດຊີວາ. ຍ້ອຍເຫດນີ້ເອງ ບົດ ລະຄອນສະແດງບົດໜຶ່ງ ເຖິງວ່າມີສີສັນແບບບູຮານກໍ່ຕາມ ແຕ່ກໍ່ຍັງຄົງສາມາດສ້າງເປັນສາຍລົມໃໝ່ ດ້ວຍສານທີ່ມີລັກສະນະຍຸກສະໄໝ, ສ້າງຄວາມດູດດື່ມໃຫ້ແກ່ຜູ້ຊົມ. ນັກສິລະປິນດີເດັ່ນ ຫວຽນສີຕ໊ຽນ ໃຫ້ຮູ້ຕື່ມອີກວ່າ:

      “ແບບວິທີການສະແດງບົນເວທີ ເຊິ່ງຜູ້ກຳກັບການສະແດງ ແລະ ກຸ່ມນັກສະແດງປະດິດຄິດສ້າງ ທຳການສະແດງນັ້ນເບິ່ງຄືວ່າເປັນສິ່ງທົ່ວໄປ ແຕ່ຢູ່ໃນນັ້ນໄດ້ປະສົມປະສານຫຼາຍສິ່ງ ຈາກເຄື່ອງສາຍ, ຈາກດິນຊາຍ, ຂີ້ຝຸ່ນບົນເວທີສະແດງ, ແລ້ວກໍ່ຕ້ອງເວົ້າເຖິງບັນດາເຄື່ອງດົນຕີຕ່າງໆ. ມັນຖືກສ້າງໃຫ້ກະທັດລັດ ແຕ່ສາມາດພັນລະນາເຖິງການດຳລົງຊີວິດຂອງຜູ້ອອກແຮງງານ ແມ່ນສິ່ງທີ່ແນ່ນອນ,  ທົນທານ ແລະ ໃນຂັ້ນພື້ນຖານແລ້ວ ເຮັດໃຫ້ຜູ້ຊົມບໍ່ພຽງແຕ່ໄດ້ຫວນຄືນ ເລື່ອງລາວເມື່ອກ່ອນນີ້ເທົ່ານັ້ນ ຫາກຍັງເຮັດໃຫ້ເຂົາເຈົ້າມີຄວາມວາດນຶກທີ່ອຸດົມສົມບູນທີ່ສຸດອີກດ້ວຍ”.

      ບົດລະຄອນສະແດງ ແມ່ນການປະສານສົມທົບທີ່ດີ  ຂອງບັນດານັກສະແດງທີ່ໄດ້ຮັບຄວາມນິຍົມຊົມຊອບ ຂອງໂຮງລະຄອນຕ໋ວຍແຈ໋ ແລະ ຜູ້ກຳກັບການສະແດງຂອງ ຍີ່ປຸ່ນ ພ້ອມກັບກຸ່ມນັກສະແດງທີ່ມາຈາກ ຍີ່ປຸ່ນ ທີ່ມີຄວາມເກັ່ງກ້າສາມາດ. ການຮ່ວມມືທີ່ດີນີ້ ກໍ່ເປັນໂອກາດຊ່ວຍນັກສິລະປິນ ນັກສະແດງ ຫວຽດນາມ ໄດ້ພົບປະແລກປ່ຽນ ຖອດຖອນບົດຮຽນ ກັບນັກສິລະປິນສາກົນ. ນັກສິລະປິນ ທູກວິ່ງ ໃຫ້ຮູ້ວ່າ:

        “ເມື່ອໄດ້ເຂົ້າຮ່ວມໂຄງການນີ້ ກໍ່ແມ່ນຄວາມໂຊກດີສຳລັບຂ້າພະເຈົ້າ. ຂ້າພະເຈົ້າຫວັງວ່າ ພ້ອມກັບກຸ່ມນັກສະແດງ ຈະສ້າງໃຫ້ມີຜະລິດຕະພັນທີ່ແທ້ຈິງ, ມີຄຸນນະພາບທີ່ດີ ແລະ ຢາກນຳບົດລະຄອນນີ້ອອກສູ່ໂລກພາຍນອກ”.

       ໃນປີ 2019 ບົດລະຄອນແດງ “ທ້າວ ວາເນຍ” ເຊິ່ງມີການເຂົ້າຮ່ວມຂອງບັນດານັກສະແດງ  ຫວຽດນາມ ແລະ ຍີ່ປຸ່ນ ສືບຕໍ່ຖືກສະແດງຢູ່ ຍີ່ປຸ່ນ. ໂດຍຜ່ານການເຄື່ອນໄຫວຮ່ວມມື, ພົວພັນແລກປ່ຽນນັ້ນ, ບັນດານັກສິລະປິນ ຫວຽດນາມ ຈະສະແດງໃຫ້ເຫັນຄວາມສາມາດຂອງຕົນເອງ, ຮັບເອົາບັນດາສິ່ງທີ່ຍອດຍິ່ງ ທາງດ້ານວັດທະນະທຳຂອງ ປະເທດເພື່ອນມິດ ເພື່ອປະກອບສ່ວນໃຫ້ແກ່ການເຄື່ອນໄຫວສະແດງບົນເວທີຢູ່ ຫວຽດນາມ ໃຫ້ບັນລຸປະສິດທິຜົນກວ່າເກົ່າ.

ຕອບກັບ