ນຳຜະລິດຕະພັນສິລະປະກຳ ທີ່ເປັນເອກະລັກ ເຂົ້າໃກ້ກັບມວນຊົນ

Le Phuong
Chia sẻ
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ, ຄືວັນທີ 30 ເມສາປີ 1975-ວັນທີ 30 ເມສາປີ 2020, ຫໍພິພິທະພັນວິຈິດສິນ ຫວຽດນາມ ໄດ້ຈັດງານວາງສະແດງ ບັນດາຜະລິດຕະພັນສິລະປະກຳທີ່ເປັນເອກະລັກ ກ່ຽວກັບຫົວເລື່ອງຕໍ່ຕ້ານ ຕ້ານຈັກກະພັດອາເມລິກາ. ຈຸດພິເສດແມ່ນງານວາງສະແດງຄັ້ງນີ້ຖືກຈັດຂຶ້ນ ຕາມວິທີໃໝ່ອ່ຽມ ນັ້ນແມ່ນຮູບການສະແດງທາງອອນລາຍ ຜ່ານເວັບໄຊ vnfam.vn ແລະ ເຟດບຸກ ຫໍພິພິທະພັນວິຈິດສິນ ຫວຽດນາມ. ວິທີນີ້ໄດ້ຮັບການຕອບສະໜອງຈາກມວນຊົນຢ່າງຫຼວງຫຼາຍ ໃນສະພາບເກີດໂລກລະບາດໂຄວິດ - 19 ໃນປັດຈຸບັນ
ນຳຜະລິດຕະພັນສິລະປະກຳ ທີ່ເປັນເອກະລັກ ເຂົ້າໃກ້ກັບມວນຊົນ - ảnh 1ພາບສິຂັດມັນ "ຫົວໃຈ ແລະ ເລົາປືນ" ຂອງ ຮີ່ງວັນເກີ້ມ 

ງານວາງສະແດງຕາມຫົວເລື່ອງ ຊົມເຊີຍມະຫາໄຊລະດູບານໃໝ່ປີ 1975 ແນະນຳກັບມວນຊົນ ບັນດາຜະລິດຕະພັນສິລະປະກຳທີ່ເປັນເອກະລັກ ເຊິ່ງນອນໃນຊຸດສະສົມວັດຖຸພັນ ຂອງຫໍພິພິທະພັນວິຈິດສິນ ຫວຽດນາມ ໂດຍນັກຈິດຕະກອນຫຼາຍລຸ້ນຄົນປະດິດິຄິດສ້າງ, ໃນນັ້ນມີຫຼາຍຄົນ ໄດ້ມີໜ້າບົນສະໜາມຮົບ ຫຼື ເປັນຕົວພະຍານ ໃນຈຸດເວລາປະຫວັດສາດ ເມື່ອປະເທດຊາດໄດ້ທ້ອນໂຮມເຂົ້າກັນເປັນເອກະພາບ. ບັນດາຜະລິດຕະພັນສິລະປະກຳ ຖືກບັນດານັກສິລະປະການສະແດງອອກຜ່ານ ສິລະປະປະຕິມາກຳ, ຈິດຕະກຳ ເຊິ່ງເຮັດດ້ວຍໄມ້, ພາບຂັດມັນ, ພາບສີນ້ຳມັນ, ແພໄໝ… ອັນໄດ້ສ່ອງແສງຮູບພາບທີ່ມີຊີວິດຊີວາ ກ່ຽວກັບການຕໍ່ຕ້ານ ຕ້ານອາເມລິການກູ້ຊາດ ຢູ່ບັນດາສະໜາມຮົບ ແລະ ແນວຫຼັງຂອງກອງທັບ ແລະ ປະຊາຊົນ ຫວຽດນາມ. ຍ້ອນໂລກລະບາດ ໂຄວິດ - 19 ດັ່ງນັ້ນ ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ຄືວັນທີ 30 ເມສາ ຫໍພິພິທະພັນວິຈິດສິນ ຫວຽດນາມ ໄດ້ຕົກລົງຫັນຈາກຮູບການວາງສະແດງທີ່ເຄີຍໄດ້ເຮັດມາແລ້ວ ມາສູ່ງານວາງສະແດງແບບອອນລາຍ ເພື່ອຮັບໃຊ້ມວນຊົນຜູ້ນິຍົມຊົມຊອບສິລະປະ. ອ້າຍ ໂດ໊ແທັງລອງ ຈິດຕະກອນໜຸ່ມ ແບ່ງປັນວ່າ:

      “ຂ້າພະເຈົ້າເຫັນວ່າ ການເຄື່ອນໄຫວແນະນຳບັນດາຜະລິດຕະພັນສິລະປະກຳທາງອອນລາຍ ຂອງຫໍພິພິທະພັນວິຈິດສິນ ຫວຽດນາມ ແມ່ນດີພໍສົມຄວນ. ວິທີນີ້ໄດ້ຊ່ວຍໃຫ້ມວນຊົນສາມາດສຳຜັດໃກ້ກັບຮູບພາບ ເຊິ່ງເຄີຍໄດ້ຮັບຊົມໂດຍກົງຢູ່ຫໍພິພິທະພັນເທົ່ານັ້ນ. ນອກຈາກນັ້ນຮູບພາບແຕ່ລະແຜ່ນ ກໍ່ແນະນຳຢ່າງລະອຽດທີ່ສຸດ ກ່ຽວກັບສະພາວະການ, ຜູ້ປະດິດຄິດແຕ່ງ, ຍ້ອນແນວນັ້ນ ຂ້າພະເຈົ້າຈຶ່ງມີຄວາມເຂົ້າໃຈກ່ຽວກັບຜະລິດຕະພັນສິລະປະກຳ ຫຼາຍກວ່າ”.

      ໃນງານວາງສະແດງນີ້ ຫໍພິພິທະພັນວິຈິດສິນ ຫວຽດນາມ ໄດ້ແນະນຳບັນດາຜະລິດຕະພັນສະແດງຢ່າງສຳເລັດຜົນ ກ່ຽວກັບຮູບພາບຜູ້ເປັນເມຍ ຜູ້ເປັນແມ່ຢູ່ພາກໃຕ້ ໄດ້ນຳສົ່ງຜົວ ແລະ ລູກໄປເຕົ້າໂຮມຢູ່ພາກເໜືອ, ບັນດາຜູ້ເປັນແມ່ ລ້ຽງດູທະຫານໃນໄລຍະຕໍ່ຕ້ານ ເປັນແນວຫຼັງຢ່າງໝັ້ນແກ່ນຄື “ກ້ອນດິນພາກ
ໃຕ້” ຂອງ ຟ້າມຊວນທີ, “ແມ່ທຳການຕໍ່ຕ້ານ” ຂອງ ຮວ່າງເຈິມ ຫຼື ຮູບພາບຂອງພວກນາງສາວພວມຫ້າວຫັນເຂົ້າຮ່ວມກຳລັງກອງຫຼອນ, ກຽມພ້ອມຂົນສົ່ງລູກປືນ, ຈັບປືນປົກປັກຮັກສາບ້ານເກີດເມືອງນອນ ເຊິ່ງໄດ້ພັນລະນາຢ່າງມີຊີວິດຊີວາ ຜ່ານຜະລິດຕະພັນສິລະປະກຳ “ກອງຫຼອນຍິງ ງືຖຸຍ” ຂອງ ຮວ່າງເຈິມ, “ຄຽງຂ້າງຂຸມຄອງ ຫວິງລິງ” ຂອງ ດ່າວດຶກ, “ຂົນສົ່ງລູກປືນ” ຂອງ ເລແທັງຈື່… ນາງ ເຈິ່ນທູຮົ່ງ ຢູ່ ຮ່າໂນ້ຍ ແບ່ງປັນຄວາມໃນໃຈ ພາຍຫຼັງທີ່ໄດ້ຮັບຊົມຜະລິດຕະພັນສິລະປະກຳວ່າ:

      “ຂ້າພະເຈົ້າຊົມຊອບທີ່ສຸດ ແມ່ນພາບສີຂັດມັນ “ຫົວໃຈ ແລະ ເລົາປືນ” ເຊິ່ງມີຊີວິດຊີວາດ້ວຍຮູບພາບພວກແມ່ປ້າ ເອື້ອຍນ້ອງແມ່ຍິງທີ່ບໍ່ຍອມຈຳນົນຕໍ່ສັດຕູ. ເຖິງວ່າພຽງແຕ່ແມ່ນພາບສີຂັດມັນເທົ່ານັ້ນ ແຕ່ຜູ້ຜະລິດໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາ ບັນຍາກາດທຳການຕໍ່ສູ້ ແລະ ຄວາມເດັດດ່ຽວຂອງປະຊາຊົນ”.

      ໂດຍຜ່ານງານວາງສະແດງ ຫໍພິພິທະພັນວິຈິດສິນ ຫວຽດນາມ ມີຄວາມປາຖະໜາ ຢາກໃຫ້ຜູ້ຊົມສາມາດຫວນຄືນບັນດາວິລະກຳທີ່ລືຊາຜາກົດ ໃນປະຫວັດສາດ ພ້ອມທັງສະແດງໃຫ້ເຫັນອາລົມຈິດ ແລະ ນ້ຳໃຈຄວາມຮູ້ບຸນຄຸນ ຂອງລຸ້ນຄົນປັດຈຸບັນ ກ່ຽວກັບຄວາມເສຍສະຫຼະ ລືມເນື້ອລືມຕົວຂອງລຸ້ນປູ່ຍ່າຕາຍາຍ ໄດ້ຕໍ່ສູ້ເພື່ອເອກະລາດ ອິດສະຫຼະພາບ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ. ນາງ ຫງວຽນຮວ່າງລິງ ຊາວຫວຽດນາມ ຢູ່ ອັງກິດ ໃຫ້ຮູ້ວ່າ:

      “ບັນດາຜະລິດຕະພັນສິລະປະກຳ ກ່ຽວກັບຫົວເລື່ອງຕໍ່ຕ້ານອາເມລິກາໃນຄັ້ງນີ້ ກໍ່ມີຫຼາຍຜະລິດຕະພັນທີ່ເປັນໜ້າຈັບໃຈ. ຫົວເລື່ອງກ່ຽວກັບສົງຄາມນັ້ນ ຂ້າພະເຈົ້າເຄີຍຕິດຕາມຜ່ານປຶ້ມອ່ານ, ຮູບເງົາເທົ່ານັ້ນ. ແຕ່ເມື່ອໄດ້ສຳຜັດຈາກແງ່ມູມຈິດຕະກຳ ຜ່ານຮູບພາບຕ່າງໆໃນຄັ້ງນີ້ ໄດ້ຊ່ວຍໃຫ້ຂ້າພະເຈົ້າຮູ້ສຶກມີຄວາມແຕກຕ່າງ ແລະ ເຫັນໄດ້ເຖິງລັກສະນະສິລະປະສູງ ແຕ່ຍັງຄົງສະແດງໃຫ້ເຫັນຈິດໃຈຕໍ່ສູ້ ເພື່ອປະເທດຊາດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ”.

       ຫໍພິພິທະພັນວິຈິດສິນ ຫວຽດນາມ ໄດ້ປະສົບຜົນສຳເລັດ ໃນການນຳສິລະປະເຂົ້າໃກ້ກັບມວນຊົນຫຼາຍກວ່າ ຜ່ານວິທີເຮັດແບບອອນລາຍ. ບັນດາຜະລິດຕະພັນສິລະປະກຳເຫຼົ່ານີ້ ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ຜູ້ຊົມ ແລະ ເຮັດໃຫ້ແຕ່ລະຄົນມີຄວາມເອກອ້າງທະນົງໃຈກ່ຽວກັບຊາດ ຫວຽດນາມ ວິລະຊົນໃນຊຸມວັນນີ້.

ຕອບກັບ