ຊາວຕ່າງປະເທດຕ້ອນຮັບບຸນເຕັດຢູ່ດິນແດນ ຫວຽດນາມ

Thu Hoa
Chia sẻ
(VOVWORLD) -ບຸນປີໃໝ່ປະຈຳຊາດ ຫຼື ເອີ້ນວ່າບຸນເຕັດ ບໍ່ພຽງແຕ່ມີຄວາມໝາຍສຳຄັນສຳລັບຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງເຮັດໃຫ້ຊາວຕ່າງປະເທດຫຼາຍຄົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ມີຄວາມປະທັບໃຈທີ່ສຸດ. ເຂົາເຈົ້າໄດ້ມີຊີວິດ ໃນບັນຍາກາດບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ, ໄດ້ຢູ່ໃນບັນຍາກາດຟົດຟື້ນມ່ວນຊື່ນໃນຊຸມວັນໃກ້ຈະຮອດບຸນເຕັດ ແລະ ພິເສດມີຄວາມຮູ້ສຶກເຖິງອາລົມຈິດຄວາມຮັກແພງ ຂອງທຸກໆຄົນໃນຄອບຄົວ ໃນຊຸມວັນຕົ້ນລະດູບານໃໝ່.  
ຊາວຕ່າງປະເທດຕ້ອນຮັບບຸນເຕັດຢູ່ດິນແດນ ຫວຽດນາມ - ảnh 1ຊາວຕ່າງປະເທດເຊື່ອມຕົສເຂົ້າກັບບັນຍາກາດບຸນເຕັດຢູ່ຫວຽດນາມ 

      ສຳລັບຊາວ ຫວຽດນາມ ແຕ່ລະຄົນ, ບຸນເຕັດແມ່ນມີຄວາມໝາຍ ເປັນພິເສດເຊິ່ງໄດ້ມີການເຕົ້າໂຮມກັນໃນຄອບຄົວ. ທຸກຄົນພາຍຫຼັງອອກແຮງງານເຮັດວຽກດ້ວຍຄວາມລຳບາກເປັນເວລາປີໜຶ່ງ, ບຸນເຕັດຈະເປັນໂອກາດເພື່ອທຸກໆຄົນພ້ອມກັນເຕົ້າໂຮມກັນ ເພື່ອໂອ້ລົມແລກປ່ຽນທຸກສິ່ງທຸກຢ່າງພາຍໃນປີ. ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຖິງວ່າໄດ້ມາຈາກບັນດາພື້ນຖານວັດທະນະທຳແຕກຕ່າງກັນກໍ່ຕາມ ແຕ່ເຂົາເຈົ້າຍັງຄົງສາມາດເຂົ້າໃຈໄດ້ເຖິງບັນດາຄຸນຄ່າອັນໃຫຍ່ຫຼວງ ເຊິ່ງບຸນເຕັດນຳມາໃຫ້. ສຳລັບເຂົາເຈົ້າແລ້ວ ການທີ່ໄດ້ຕ້ອນຮັບບຸນເຕັດກໍ່ແມ່ນໂອກາດ ໄດ້ຊອກຮູ້ວັດທະນະທຳທີ່ໃໝ່ອ່ຽມ ຊ່ວຍໃຫ້ເຂົາເຈົ້າເພີ່ມຄວາມເຂົ້າໃຈກ່ຽວກັບການດຳລົງຊີວິດ, ບັນດາຮີດຄອງປະເພນີ, ການເຫຼື້ອມໃສວັດທະນະທຳຂອງຊາວ ຫວຽດນາມ. ນາງ ແກຣັດຕາກາມ ອາຍຸ 26 ປີ ມາຈາກປະເທດ ລີທົວເນຍ ນາງໄດ້ມີໂອກາດຕ້ອນຮັບບຸນເຕັດສີ່ຄັ້ງຢູ່ ຫວຽດນາມ. ໃນຊຸມປີທຳອິດ, ນາງເຄີຍສະຫງວນເວລາພັກການ ເພື່ອໄປທ່ອງທ່ຽວຢູ່ ດ່າໜັງ, ດ່າຫຼາດ, ຍາຈາງ. ແຕ່ສະເພາະປີນີ້, ນາງພ້ອມກັບຄອບຄົວສະຫງວນເວລາຕ້ອນຮັບບຸນເຕັດຢູ່ນະຄອນ ໂຮ່ຈີມິນ. ສຳລັບນາງ ແກຣັດຕາ ແລ້ວ ເລື່ອງທັງຄອບຄົວໄດ້ເຕົ້າໂຮມກັນນັ່ງອ້ອມໝໍ້ເຂົ້າຕົ້ມ ແລະ ພ້ອມກັນກະກຽມພາເຂົ້າໃນມື້ບຸນເຕັດ ກໍ່ແມ່ນສິ່ງທີ່ສັກກາລະບູຊາ ແລະ ມີຄວາມໝາຍທີ່ສຸດ. ນາງກໍ່ມີຄວາມເບີກບານໃຈ ເມື່ອໄດ້ຮັບເລິນອັງເປົາ ໂດຍຄວາມໂຊກດີ ແລະ ພ້ອມກັບທຸກໆຄົນໄປອວຍພອນປີໃໝ່, ໄປວັດເພື່ອພາວະນາໃຫຫ້ມີຄວາມໂຊກດີ, ແລະ ພິເສດລາວກໍ່ໄດ້ນຸ່ງຊຸດເສື້ອຍາວທີ່ງາມຕາ ເພື່ອຍ່າງເລາະຕ້ອນຮັບລະດູບານໃໝ່. ນາງ ແກັຣດຕາ ເວົ້າວ່າ:

       “ຂ້າພະເຈົ້າມີຊຸດເສື້ອຍາວ 5 ຊຸດ ແລະ ຂ້າພະເຈົ້າມັກນຸງທີ່ສຸດ. ສຳລັບຂ້າພະເຈົ້າແລ້ວ ເສື້ອຍາວແມ່ນຊຸດອາພອນທີ່ງາມທີ່ສຸດ ເຮັດໃຫ້ແມ່ຍິ່ງເພີ່ມຄວາມສະເໜ່ ແລະ ສຸພາບ. ຂ້າພະເຈົ້າມັກນຸ່ງເສື້ອຍາວໃນໂອກາດບຸນເຕັດ”.

      ກ່ອນນີ້ 4 ປີ, ນາງ ກີມແຊວຢຸງ ອາຍຸ 46 ຊາວ ສ ເກົາຫຼີ ເປັນຄັ້ງທຳອິດໄດ້ມາຢ້ຽມຢາມນະຄອນ ໂຮ່ຈີມິນ ໃນຈຸດເວລາ ຍັງອີກພຽງປະມານໜຶ່ງອາທິດ ກໍ່ຈະຮອດບຸນເຕັດ. ຄາວນັ້ນນາງບໍ່ຮູ້ພາສາ ຫວຽດ, ບໍ່ເຂົ້າໃຈວັດທະນະທຳຫວຽດນາມ ແລະ ນາງຄິດວ່າຕົນເອງຈະຕ້ອນຮັບບຸນເຕັດຢູ່ໄກບ້ານ ດ້ວຍຄວາມເປົ່າປ່ຽວ ແຕ່ບັນດາເພື່ອນທີ່ຫາກໍ່ລື້ງເຄີຍກັນຢູ່ນະຄອນ ໂຮ່ຈີມິນ ໄດ້ເຊື້ອເຊີນນາງ ກັບເມືອເຮືອນເຂົາເຈົ້າຕອນຮັບບຸນເຕັດ. ນາງພ້ອມກັບບັນດາເພື່ອນໄປວັດໄປວາ ໄດ້ຊີມລົດຊາດອາຫານພິເສດຂອງ ຫວຽດນາມ, ໄປອວຍພອນປີໃໝ່, ທັງໝົດເຫຼົ່ານັ້ນກໍ່ຊ່ວຍໃຫ້ນາງ ຮູ້ສຶກໄດ້ເຖິງບັນຍາກາດບຸນເຕັດທີ່ອົບອຸ່ນຢູ່ ຫວຽດນາມ. ນາງ ກີມແຊວຢຸງ ເວົ້າວ່າ:

       “ເວລານັ້ນກໍ່ແມ່ນຕອນເຊົ້າຂອງບຸນເຕັດ, ຂ້າພະເຈົ້າໄດ້ກວາດເຮືອນຄືມື້ທຳມະດາ, ເວລານັ້ນເຈົ້ົ້ົ້າຂອງເຮືອນກໍ່ໄດ້ຕັກເຕືອນ ໃຫ້ຂ້າພະເຈົ້າຮູ້ວ່າ ມື້ນັ້ນແມ່ນບຸນເຕັດ ບໍ່ຄວນກວາດເຮືອນ ແຕ່ເນື່ອງຈາກບໍ່ເຂົ້າໃຈພາສາ ຫວຽດ ດັ່ງນັ້ນຂ້າພະເຈົ້າບໍ່ຮູ້. ເຖິງວ່າໄດ້ຖືກຕັກເຕືອນ ແຕ່ຂ້າພະເຈົ້າຍັງຄົງຮູ້ສຶກວ່າ ຄອບຄົວເຈົ້າຂອງເຮືອນມີການປະພຶດທີ່ດີ ແລະ ຖືຂ້າພະເຈົ້າປຽບເໝືອນສະມາຊິກໃນຄອບຄົວ”.

      ພິເສດນາງ ກີມແຊວຢຸງ ມີຄວາມປະທັບໃຈທີ່ສຸດ ເມື່ອເຫັນວ່າໃນຊຸມມື້ທ້າຍປີເກົ່າ, ນັກສຶກສາຫຼາຍຄົນໃນມະຫາວິທະຍາໄລ ກໍ່ໄດ້ເຕົ້າໂຮມກັນຈູດກອງໄຟ, ຫໍ່ເຂົ້າຕົ້ມເພື່ອນຳໄປມອບໃຫ້ບັນດາຜູ້ທຸກຍາກ ຊ່ວຍໃຫ້ເຂົາເຈົ້າໄດ້ຕອນຮັບບຸນເຕັດດ້ວຍຄວາມເບິກບານມ່ວນຊື່ນ. ສຳລັບນາງແລ້ວ ວຽກງານນີ້ແມ່ນມີຄວາມໝາຍທີ່ສຸດ. ສ່ວນອ້າຍ ມາຄອຍ ຊີລີໂລ ອາຍຸ 28 ປີ ມາຈາກ ຟີລິບປິນ ປີນີ້ໄດ້ຕ້ອນຮັບບຸນເຕັດຄັ້ງທຳອິດຢູ່ ຫວຽດນາມ. ອ້າຍ ມາຄອຍ ຊີລີໂລ ຫວັງວ່າຕົນເອງຈະໄດ້ຕ້ອນຮັບບຸນເຕັດ ດ້ວຍຄວາມອົບອຸ່ນເບີກບານມ່ວນຊື່ນ. ອ້າຍ ມາຄອຍ ຊີລີໂລ ເວົ້າວ່າ:

      “ບຸນເຕັດປີນີ້, ຂ້າພະເຈົ້າຄອງຄອຍ ມີການເຄື່ອນໄຫວທີ່ຈັບໃຈຫຼາຍຢ່າງຄື ໄດ້ເຂົ້າຮ່ວມພາເຂົ້າສາມັກຄີ ຫຼື ເຂົ້າຮ່ວມບັນດາງານບຸນຢູ່ຕາມທ້ອງຖະໜົນ. ຂ້າພະເຈົ້າ ແລະ ເພື່ອນຂອງຕົນ ໄດ້ຂຶ້ນແຜນຕ້ອນຮັບບຸນເຕັດຢູ່ນະຄອນ ໂຮ່ຈີມິນ ແຕ່ພວກຂ້າພະເຈົ້າກໍ່ຫວັງຢ່າງຍິ່ງວ່າ ຈະໄດ້ຕ້ອນຮັບບຸນເຕັດຢູ່ແຂວງ ນະຄອນອື່ນຂອງ ຫວຽດນາມ ອີກດ້ວຍ".

      ບຸນປີໃໝ່ປະຈຳຊາດ ຫວຽດນາມ ດ້ວຍສີສັນເປັນເອກະລັກສະເພາະ ໄດ້ສ້າງຄວາມປະທັບໃຈອັນດີງາມ ໃຫ້ແກ່ຊາວຕ່າງປະເທດພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ຜ່ານນັ້ນກໍ່ຊ່ວຍໃຫ້ເຂົາເຈົ້າເພີ່ມຄວາມເຂົ້າໃຈກ່ຽວກັບປະເທດ ຫວຽດນາມ  ທີ່ມີສີສັນວັດທະນະທຳ ຫຼາກຫຼາຍ, ປະຊາຊົນມີຄວາມຈິງໃຈຮັກແພງແຂກຄົນ.

ຕອບກັບ