ງານສະແດງບັນດາ ບົດລະຄອນຂອງ ລິວກວາງວູ້

To Tuan
Chia sẻ
ໃນ​ຊຸມ​ວັນ​ຕົ້ນ​​ເດືອນ 9 ຢູ່​ຮ່າ​ໂນ້ຍ, ມີເຫດການສະແດງບົນເວທີ່ພິເສດໄດ້ຖືກ ຈັດຂຶ້ນ, ນັ້ນ​ແມ່ນງານສະແດງ ບັນດາບົດລະຄອນ ຂອງນັກແຕ່ງ ລິວກວາງວູ້. 
ງານສະແດງບັນດາ ບົດລະຄອນຂອງ ລິວກວາງວູ້ - ảnh 1
ບົດ​ລະຄອນ “ ວິນ​ຍານ ​ເຈືອງ​ບາ ຮ່າງກາຍ ຮ່າງ​4ຖີດ” ຂອງລິວກວາງວູ້ ແມ່ນ​ຈຸດ​ສູງ​ຂອງ​ເວ​ທີ່​ສະ​ແດງ​ຫວຽດນາມ​
(ພາບ:dantri.com)

​   ໃນ​ຊຸມ​ວັນ​ຕົ້ນ​​ເດືອນ 9 ຢູ່​ຮ່າ​ໂນ້ຍ, ມີເຫດການສະແດງບົນເວທີ່ພິເສດໄດ້ຖືກ ຈັດຂຶ້ນ, ນັ້ນ​ແມ່ນງານສະແດງບັນດາບົດລະຄອນຂອງນັກແຕ່ງ ລິວກວາງວູ້. ພ້ອມກັບບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 25 ປີແຫ່ງວັນເຖິງແກ່ ມໍລະນະກຳຂອງທ່ານ, ມີ 13 ບົດ​ລະຄອນ​ຂອງ​ທ່ານ​ໄດ້​ຖືກ​ບັນດາ​ຄະນະ​ສິລະ​ປະກອນ​ສະ​ແດງ​ຕໍ່ໜ້າ​ມວນ​ຊົນຮ່າ​ໂນ້ຍ. 1/4 ຂອງ​ສະຕະວັດ​ໄດ້​ຜ່ານ​ພົ້ນ​ໄປ, ​ແຕ່​ບັນດາບົດ​ລະຄອນເຊຶ່ງ ລິວກວາງວູ້ ປະໄວ້ໃຫ້ນັ້ນ ຍັງຄົງມີລັກສະນະສົດໆ ຮ້ອນໆ ແລະ ມີຄວາມດຶງດູດໃຈມວນຊົນ. ​        ງານສະແດງບັນດາ ບົດ​ລະຄອນຂອງ ລິວກວາງວູ້ ໂດຍສະມາຄົມ ນັກສິລະປີນສະແດງບົນເວທີ່ ຈັດຂຶ້ນ ເພື່ອແນໃສ່ອາໄລຫາ 25 ປີແຫ່ງວັນເຖິງແກ່ມໍ ລະນະກຳຂອງ​ນັກ​ແຕ່ງ​ບົດ​ລະຄອນ​ທີ່​ດີ​ເດັ່ນ​ນີ້. ງານ​ສະ​ແດງ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 9 ຫາ 16/9 ຢູ່​ຮ່າ​ໂນ້ຍ, ຊຶ່ງ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 9 ຄະນະ​ສິລະ​ປະກອນ​ຄື: ​ໂຮງ​ລະຄອນ​ຫວຽດນາມ, ໂຮງ​ລະຄອນຮ່າ​ໂນ້ຍ, ໂຮງ​ລະຄອນ​ໄວ​ໜຸ່ມ, ຂັບ​ແຈວ​ຮ່າ​ໂນ້ຍ, ຂັບ​ກາຍ​ເລື​ອງ ຫາຍ​ຟ່ອງ, ລະຄອນ ນາມ​ດິ້ງ, ລະຄອນ ​ເຫ້ວ...​ໃນ​ງານ​ແດງ​ລະຄອນ​ຄັ້ງ​ນີ້ ມີ​ເຖິງ 12 ບົດ​ລະຄອນ​ໂດຍ​ອີງ​ໃສ່ 9 ບົດ​ລະຄອນຂອງ​ນັກ​ແຕ່​ງ ລິວກວາງວູ້ ຊຶ່ງ​ແມ່ນ​ປະ​ເພດ​ລະຄອນ, ລະຄອນ​ແຈວ, ລະຄອນ​ກາຍ​ເລືອ​ງ...​ໃນ​ນັ້ນ​ມີ​ບົດ​ລະຄອນ​ທີ່​ມີ​ຊື່​ສຽງ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຄື : “ ວິນ​ຍານ ​ເຈືອງ​ບາ ຮ່າງກາຍ ຮ່າງ​ຖີດ” ; “ ຫົວ​ໃຈ​ສັດ​ຊື່ບໍລິສຸດ” ; “ ​ເຈົ້າ​ບໍ່​ແມ່ນ​ພໍ່​ຂ້ອຍ”; “ ລະດູ​ຮ້ອນ​ສຸດ​ທ້າຍ”; “ ຄຳ​ປະຕິຍານ​ເທື່ອ​ທີ 9”... ​ມີ​ຫຼາຍ ບົດ​ລະຄອນ ຂອງ ລິວກວາງວູ້ ​ໄດ້​ຖືກ​ແຕ່ງ​ຄືນ, ​ແຕ່​ມີ​ການ​ປະສານ​ສົມທົບ​ກັບປັດ​ໄຈຮູບ​ເງົາ, ທາງ​ດ້ານ​ພາສາ​ກໍ​ໃໝ່​ອຽມ ອັນ​ໄດ້​ເຮັດ​ໃຫ້​ເພີ່ມປະສິດທິ​ຜົນ, ສົ່ງ​ຜົນ​ກະທົບ​ຕໍ່​ຜູ້​ຊົມ. ​ໂດຍ​ແມ່ນ​ບັນດາ​ເລື່ອງ​ລາວ​ທີ່​ເລີ່​ມມາ​ຈາກ​ຊີວິດ​ຕົວ​ຈິງ,​ບັນ​ດາບົດ​ຮຽນກ່ຽວ​ກັບ​ຄວາມ​ສັດ​ຊື່, ກ້າຫານ, ການ​ຕໍ່ສູ້​ຫຼື​ການ​ຫຼົບ​ຫຼີກ​ຕໍ່​ສິ່ງ​ທີ່​ຊົ່ວ​ຮ້າຍ, ​ຜິດພາດ...

   ​ເຖິງ​ວ່າ​ຖືກ​ແຕ່ງ​ໃນ​ຊຸມ​ປີ 70, 80 ຂອງ​ສະຕະວັດ​ກ່ອນ, ​ແຕ່ບົດ​ລະຄອນ ຂອງ ລິວກວາງວູ້ ຍັງ​ຊ້ອນ​ແຝງ​ບັນດາ​ການ​ທຳນາຍ, ບັນດາ​ບັນຫາ​ສົດໆ​ຮ້ອນໆ​ມາ​ຮອດ​ທຸກ​ວັນ​ນີ້. ສິ່ງ​ນີ້​ກໍ​ເປັນ​ຢັ້ງຢືນ​ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ ລິວກວາງວູ້. ນັກ​ສິລະ​ປີນ​ປະຊາຊົນ ຢ້ວານ​ເຈົາ, ອະດີດ​ຜູ້ອຳ​ນວນ​ການ ໂຮງ​ລະຄອນຫວຽດນາມ ຊຶ່ງ​ແມ່ນ​ເພື່ອນຮ່ວມ​ງານ​ຂອງ ລິວກວາງວູ້ ​ໃນ​ການ​ແຕ່ງ​ຫຼາຍ​ບົດ​ລະຄອນ ​ໃຫ້​ຂໍ້​ສັງ​ເກດ​ວ່າ : 

   “ ນັກ​ແຕ່​ງບົດ​ລະຄອນ ລິວກວາງວູ້ ​ແມ່​ນໜຶ່ງ​ໃນ​ບັນດາ​ແບບຢ່າງ​ດີ​ເດັ່ນ​ໃນ​ເວ​ທີ່​ການສະ​ແດງ​ຍຸກ​ປະຈຸ​ບັນ​ຂອງ​ຫວຽດນາມ. ຂ້າພະ​ເຈົ້າ​ຄິດ​ວ່າ ມາ​ຮອດ​ຈຸດ​ເວລາ​ນີ້, ​ເບິ່ງ​ຄື​ວ່າ ຍັງ​ບໍ່​ທັນ​ມີ ນັກ​ແຕ່​ງບົດ​ລະຄອນ​ໃດ ທີ່​ສາມາດ​ທົດ​ແທນບົດບາດ​ຂອງ ລິວກວາງວູ້ ​ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ພື້ນຖານ​ສິລະ​ປະການ​ສະ​ແດງ​ບົນ​ເວ​ທີ່​ຍຸກ​ປະຈຸ​ບັນ​ຂອງ​ຫວຽດນາມ”

    ​ໃນ​ງານ​ສະ​ແດງ​ລະຄອນ​ທີ່​ແກ່ຍາວ​​ເປັນ​ເວລາ​ອາທິດ​ໜຶ່ງ, ບັນດາ ບົດ​ລະຄອນຂອງ ລິວກວາງວູ້ ຍາມ​ໃດ​ກໍ​ດຶງ​ດູດ​ຜູ້​ມາ​ຊົມ​ຢ່າງ​ຫຼວງ​ຫຼາຍ. ບັນດາບົດ​ລະຄອນ​ໄດ້​ນຳ​ມາ​ເຊິ່ງຄວາມ​ຮູ້ສຶກ​ທີ່​ແຕກ​ຕ່າງກັນ​ໃຫ້​ແກ່​ຜູ້​ຊົມ​ໃນ​ທຸກ​ເພດ​ທຸກ​ໄວ. ຖ້າ​ຫາກ​ວ່າ ບົດ​ລະຄອນ : “ ວິນ​ຍານ ​ເຈືອງ​ບາ ຮ່າງກາຍ ຮ່າງ​ຖີດ” ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ຕໍ່ສູ້​ລະຫວ່າງ​ວິນ​ຍານ​ກັບ​ຮ່າງກາຍ, ລະ​ຫວ່າງ​ຄວາມ​ໂລພາ ​ແລະ ອຸດົມ​ຄະ​ຕິ​ເພື່ອ​ໃຫ້​ມະນຸດ​ໄດ້​ກັບ​ຄືນ​ສູ່​ທາດ​ແທ້​ຂອງ​ຕົນ​ນັ້ນ, ບົດ​ລະຄອນ“ ​ເຈົ້າ​ບໍ່​ແມ່ນ​ພໍ່​ຂ້ອຍ” ພັດ​ສ່ອງ​ແສງ​ບັນດາ​ບັນຫາ​​ໃນ​ສາຍ​ພົວພັນ​ຄອບຄົວ, ບັນດາ​ການ​ປ່ຽນ​​ແປງ​ທາງ​ດ້ານ​ສິນລະ​ທຳ​ສັງຄົມ, ການ​ເສື​ອ່ມທາດ​ຂາດ​ຄຸນ​ເມື່ອນັບຖື​ເງິນຕາ. ທ່ານ ​ເຈືອງ​ຍ້ວນ ຜູ້ອຳ​ນວນ​ການໂຮງ​ລະຄອນ​ໄວ​ໜຸ່ມ ໃຫ້​ຂໍ້​ສັງ​ເກດ​ວ່າ :

“ ມາ​ຮອດ​ປະຈຸ​ບັນ, ມີ​ຫຼາຍໂຮງ​ລະຄອນ​, ຫຼາຍ​ຫົວໜ່ວຍ​ອາຊີບ​ຍັງ​ຄົງ​ສະ​ແດງ​ບົດ​ລະຄອນ​ຂອງ ລິວກວາງວູ້. ມັນ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ລົມ​ຫາຍ​ໃຈ​ແຫ່ງ​ຊີວິດ ​ແລະ ບັນດາ​ບັນຫາ​ຊອ່ງບັນດາ ບົດ​ລະຄອນ​ໄດ້​ສ່ອງ​​ແສງ ​ແມ່ນ​ຍັງ​ຄົງ​ໄກ້​ຊິດ​ແຕດ​ແທດ​ກັບ​ມວນ​ຊົນ. ທາງ​ດ້ານ​ປັດ​ຊະ​ຍາ, ​ແນວ​ຄິດ​ຂອງ ບົດ​ລະຄອນ​ຂອງ ລິວກວາງວູ້ ລ້ວນ​ແຕ່​ມີ​ລັກສະນະ​ວັດທະນະທຳ​ມະນຸດ ​ແລະ ຍັງ​ມີ​ປັດ​ໄຈ​ຕໍ່ສູ້​ຢ່າງ​ຂ້ຽວຂາດ​ຕໍ່ໜ້າ​ສິ່ງ​ທີ່​ຊົ່ວ​ຮ້າຍ, ຜິດພາດ ​ເພື່ອ​ນຳ​ມາ​ເຊິ່ງຄວາມ​ຍຸດຕິ​ທຳ​ໃນ​ສັງຄົມ”

    ​ໂດຍ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ເມື່ອ​ມີ​ອາຍຸ​ພຽງ 41 ປີ​ເທົ​ານັ້ນ, ຍ້ອນ​ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ, ລິວກວາງວູ້ ​ໄດ້​ປະ​ໄວ້​ໃຫ້​ເວ​ທີ່​ສະ​ແດງ​ຫວຽດນາມ ກ່ວາ 50 ບົດ​ລະຄອນດ້ວຍ​ທຸກ​ປະ​ເພດ, ​ໃນ​ນັ້ນ​ມີບັນດາບົດ​ລະຄອນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ສູງ​ຂອງ​ເວ​ທີ່​ສະ​ແດງ​ຫວຽດນາມ​ຄື ບົດ​ລະຄອນ “ ວິນ​ຍານ ​ເຈືອງ​ບາ ຮ່າງກາຍ ຮ່າງ​ຖີດ”. ນັກ​ສິລະ​ປີນ​ປະຊາຊົນ ຢ້ວານ​ເຈົາ ​ໃຫ້​ຮູ້​ອີກ​ວ່າ : 

   “ ບົດ​ລະຄອນ​ນີ້, ​ເມື​ອ່ພວກ​ຂ້າພະ​ເຈົ້າ​ນຳ​ໄປສະ​ແດງ​ຢູ່​ງານ​ສະ​ແດງ​ບົນ​ເວ​ທີ່ຢູ່​ມົດ​ສະ​ກູ​ເມື​ອ່ປີ 1986, ​ເມື​ອ່ສະ​ແດງ​ແລ້ວໆ, ມີ​ນັກ​ວິຈານ​ຄົນ​ໜຶ່ງ​ຂອງ​ເຢຍລະ​ມັນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ : ນີ້​ແມ່ນ​ລູກລະ​ເບີດຂອງ​ງານ​ສະ​ແດງ, ​ແລະ ບົດ​ລະຄອນ​ໄດ້​ສ້າງ​ຊື່​ສຽງ​ຮຽງ​ນາມ​ໃຫ້​ແກ່​ສິລະ​ປະສະ​ແດງລະ​ຄອນ​ຂອງ​ຫວຽດນາມ. ​ໄລຍະ​ຕໍ່​ມາ, ພວກ​ຂ້າພະ​ເຈົ້າກໍ​ນຳ ບົດ​ລະຄອນ​ນີ້​ໄປສະ​ແດງ​ຢູ່​ອາ​ເມ​ລິ​ກາ, ຢູ່​ແຫ່ງ​ໃດ​ໃນ​ປະ​ເທດ​ນີ້ ກໍ​ລ້ວນ​ແຕ່​ຕອບ​ສະໜອງ​ຢ່າງ​ສຸດ​ໃຈ ”

   ງານ​ສະ​ແດງ​ບັນດາບົດ​ລະຄອນ​ຂອງ ລິວກວາງວູ້ ຄັ້ງ​ນີ້ ​ໄດ້​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ລະດັບ, ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ນັກ​ແຕ່ງ​ບົດ​ລະຄອນ ລິວກວາງວູ້. ​ໃນ​ໄລຍະ​ເຄື່ອນ​ໄຫວ​ປະດິ​ດຄິດ​ແຕ່ງ ບົດ​ລະຄອນຂອງ​ຕົນ, ລິວກວາງວູ້ ​ໄດ້​ປະກອບສ່ວນ​ນຳ​ພື້ນຖານ​ການສະ​ແດງ​ບົນ​ເວ​ທີ່​ຂອງ​ຫວຽດນາມ​ກ້າວ​ຂຶ້ນ​ເຖິງ​ຍອດ​ສູງ, ຊຶ່ງ​ວົງ​ການ​ນັກ​ສິລະ​ປີນ​ຫຼາຍ​ຄົນ​ຍັງ​ໄຟ​ຝັນ​ຢາກ​ໄດ້​ຢູ່.

    ​

ຕອບກັບ