ງານວາງສະແດງສະຖາປັດຕະຍະກຳໝູ່ບ້ານ ຫວຽດບູຮານ

Ngoc Anh
Chia sẻ
(VOVWORLD) -ງານວາງສະແດງສະຖາປັດຕະຍະກຳໝູ່ບ້ານ ຫວຽນາມ ໂດຍສະຖາບັນອະນຸລັກປູຊະຍີຍະສະຖານຈັດຕັ້ງໄດ້ດຳເນີນແຕ່ວັນທີ 5 ຫາ ວັນທີ 30 ສິງຫາ ປີ 2020 ຢູ່ ຮ່າໂນ້ຍ ແນໃສ່ໂຄສະນາ ແລະ ເສີມຂະຫຍາຍບັນດາຄຸນຄ່າຫຼັກແຫຼ່ງ ຂອງສະຖາປັດຕະຍະກຳໝູ່ບ້ານ ຫວຽນາມ. ທີ່ງານວາງສະແດງ, ສະຖາບັນອະນຸລັກປູຊະນີຍະສະຖານ ໄດ້ແນະນຳໝູ່ບ້ານ 6 ແຫ່ງທີ່ເປັນຕົວແທນຢູ່ພາກເໜືອ ແລະ ພາກກາງ ຫວຽດນາມ ເຊິ່ງລວມມີ ບ້ານ ກຶດ່າ ຢູ່ ຮ່າໂນ້ຍ, ບ້ານ ໂຖຮ່າ ໃນແຂວງ ບັກນິງ, ບ້ານ ໂນມ ໃນແຂວງ ຮຶງອຽນ, ບ້ານ ແຫ່ງທ້ຽນ ໃນແຂວງ ນາມດິ້ງ, ບ້ານ ອ່ານຈວ່ຽນ ແລະ ບ້ານ ເຟືອກຕິກ ທີ່ນະຄອນ ເຫວ້
ງານວາງສະແດງສະຖາປັດຕະຍະກຳໝູ່ບ້ານ ຫວຽດບູຮານ - ảnh 1 ໃບແຕ້ມລາຍລະອຽດກ່ຽວກັບສະຖາປັດຕະຍະກຳເຮືອນບູຮານບາງຫຼັງໃນໝູ່ບ້ານກຶດາ, ຮ່າໂນ້ຍ

ໝູ່ບ້ານແມ່ນຫົວໜ່ວຍບໍລິຫານໃນສັງຄົມຢູ່ເຂດຊົນນະບົດ ຫວຽດນາມ ມີລັກສະນະວົງຄະນາຍາດ ແລະ ປົກຄອງໂດຍຕົນເອງຢ່າງສູງ ໃນນັ້ນໄດ້ຊ້ອນແຝງບັນດາຄຸນຄ່າທາງດ້ານປະຫວັດສາດ ວັດທະນະທຳ ສະຖາປັດຕະຍະກຳ. ໜຶ່ງໃນບັນດາຈຸດພິເສດສະເພາະ ຂອງໝູ່ບ້ານເຂດບ້ານນາ ທີ່ທົ່ງພຽງພາກເໜືອ ແລະ ພາກກາງ ຫວຽດນາມ ນັ້ນແມ່ນຮູບພາບຕົ້ົ້ນ ໄຮ, ນ້ຳສ້າງ ແລະ ເດີ່ນສາລາ. ບັນດາໝູ່ບ້ານບູຮານແມ່ນເປົ້າໝາຍວາງສະແດງ ທີ່ງານວາງສະແດງຄັ້ງນີ້ ລ້ວນແຕ່ຖືກສະຖາບັນອະນະລັກປູຊະນີຍະສະຖານ ປະຕິບັດການສຳຫຼວດ ແລະ ແນະນຳໂດຍມີຂໍ້ມູນຂ່າວສານ ທາງດ້ານປະຫວັດສາດ ວັດທະນະທຳ ຄັດຕິດພ້ອມ. ທ່ານ ປອ. ນັກສະຖາປານິກ ຮວ່າງດ້າວເກືອງ ຫົວໜ້າສະຖາບັນອະນຸລັກປູຊະນີຍະສະຖານ ໃຫ້ຮູ້ວ່າ:

        “ບ້ານ ເຟືອກຕິກ, ບ້ານ ກຶດ່າ ຍັງຄົງຮັກສາເຮືອນບູຮານ 26 ຫຼັງ, ບ້ານ ອ່ານຈວ່ຽນ ຍັງຄົງຮັກສາເຮືອນບູຮານ 7 ຫຼັງ ແລະ ບ້ານ ແທັ່ງທ້ຽນ ຍັງຮັກສາເຮືອນບູຮານໄດ້ 10 ຫຼັງ ແລະ ບັນດາກິດຈະກຳ ສາສະໜາ, ການເຫຼື້ອມໃສ, ທັດຊະຍີຍະພາບ, ເສັ້ນທາງໝູ່ບ້ານຍັງຄົງຖືກຮັກສາເໝືອນເດີມ. ພວກຂ້າພະເຈົ້າຄິດວ່າ ນັ້ນແມ່ນຮູບພາບທີ່ຈະແຈ້ງທີ່ສຸດ ກ່ຽວກັບບ້ານບູຮານຢູ່ພາກເໜືອ ຫຼື ພາກກາງ. ຜ່ານນັ້ນພວກເຮົາບໍ່ພຽງແຕ່ມີພື້ນຖານວິທະຍາສາດ ເພື່ອອະນຸລັກຮັກສາບັນດາບ້ານບູຮານເທົ່ານັ້ນ ຫາກຍັງຊ່ວຍໃຫ້ພວກເຮົາເສີມຂະຫຍາຍບັນດາຄຸນຄ່າທີ່ມີຢູ່ແລ້ວ ເພື່ອຕອບສະໜອງໃຫ້ແກ່ການພັດທະນາໃນຊີວິດຍຸກປັດຈຸບັນ”.

     ບັນດາໝູ່ບ້ານທີ່ແນະນຳໃນງານວາງສະແດງ ລ້ວນແຕ່ຕິດພັນກັບບັນດາລຳແມ່ນ້ຳ, ສ້າງສະພາບແວດລ້ອມທີ່ສະໜິດຕິດພັນ ລະຫວ່າງມະນຸດກັບທຳມະຊາດ ກໍ່ຄືຊ້ອນແຝງບັນດາຄຸນຄ່າທາງດ້ານປະຫວັດສາດ ວັດທະນະນທຳ ແລະ ສະຖາປັດຕະຍະກຳທີ່ພົ້ນເດັ່ນ. ທ່ານ ຮອງສາສະດາຈານ ປອ. ດັ້ງວັນບ່າຍ ສັງກັດສະພາມໍລະດົກແຫ່ງຊາດ ຖືວ່າ:

      “ຜ່ານງານວາງສະແດງ ໄດ້ແນະນຳໃຫ້ຜູ້ຊົມເຂົ້າໃຈໂດຍພື້ນຖານ ກ່ຽວກັບບ້ານບູຮານຢູ່ ຫວຽດນາມ ແລະ ບັນດາມໍລະດົກນັບທັງເປັນວັດຖຸ ແລະ ບໍ່ເປັນວັດຖຸໃນບ້ານບູຮານຄືແນວໃດ. ປັດຈຸບັນມີຫຼາຍໝູ່ບ້ານບູຮານໄດ້ຖືກສູນຫາຍໄປ, ດັ່ງນັ້ນງານວາງສະແດງໄດ້ກາຍເປັນສານຕັກເຕືອນໃຫ້ພວກເຮົາວ່າ ເຖິງວ່າເສດຖະກິດມີການເຕີບໂຕຄືແນວໃດ, ການຫັນເປັນຕົວເມືອງຄືແນວໃດກໍ່ຕາມ ແຕ່ສະຖາປັດຕະຍະກຳມໍລະດົກວັດທະນະທຳຂອງບ້ານບູຮານ ກໍ່ຕ້ອງຮັກສາ ແລະ ປ້ອງກັນຢ່າງເດັດຂາດ”.

      ເມື່ອເຂົ້າຊົມງານວາງສະແດງ, ບັນດາຜູ້ມາຢ້ຽມຊົມ ຮູ້ສຶກວ່າຄືໄດ້ດຳລົງຊີວິດໃນເຮືອນບູຮານ ດ້ວຍຮີດຄອງປະເພນີເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາວ ຫວຽດນາມ. ທ່ານ ຕົ໊ງວັນຕີ໊ນ ແຂກທ່ອງທ່ຽວມາຢ້ຽມຊົມງານວາງສະແດງ ເປີດເຜີຍວ່າ:

      “ຂ້າພະເຈົ້າເຫັນວ່າ ບັນດາວັດຖຸພັນທີ່ນຳມາວາງສະແດງ ແມ່ນມີວິນຍານເຂດບ້ານນາ, ມີວິນຍານ ຫວຽດນາມ ແລະ ໝູ່ບ້ານເຂດບ້ານນາແມ່ນສະຫງົບສຸກ ມີລັກສະນະຊາດສູງທີ່ສຸດ. ພວກເຮົາທົບທວນຄືນມູນເຊື້ອອັນດີງາມ ແຕ່ກໍ່ຕ້ອງສຶກສາອົບຮົມມູນເຊື້ອ ແລະ ຄຸນຄ່າອັນດີງາມເຊັ່ນນັ້ນ, ເຮັດແນວໃດເພື່ອຮັກສາ ແລະ ເສີມຂະຫຍາຍ ມັນໄດ້”.

      ຜ່ານຮູບພາບແຕ່ລະແຜ່ນທີ່ນຳມາສະແດງ, ຜູ້ຊົມເຫັນໄດ້ເຖິງຄວາມແຕກຕ່າງກັນ ຂອງແຕ່ລະໝູ່ບ້ານບູຮານ. ທ່ານ ປອ. ເຈິ່ນເຮົ້າອຽນເຖ ສັງກັດມະຫາວິທະຍາໄລວິຈິດສິນ ຫວຽດນາມ ເປີດເຜີຍວ່າ:

      “ໃນບັນດາໝູ່ບ້ານຖືກນຳມາສະແດງດ້ວຍຮູບພາບຢູ່ທີ່ນີ້ ຂ້າພະເຈົ້າກໍ່ໄດ້ໄປເກືອບທັງໝົດແລ້ວ. ເມື່ອໄດ້ເຫັນບັນດາຮູບພາບເຫຼົ່ານີ້ ກໍ່ເຫັນໄດ້ເຖິງຄວາມເປັນເອກະລັກຂອງບັນດາກິດຈະກຳ. ຍົກຕົວຢ່າງຄື ເມື່ອພວກເຮົາໄປຢ້ຽມຊົມໝູ່ບ້ານໃດໜຶ່ງ ພວກເຮົາກໍ່ເຫັນສາລາ, ວັດວາອາຮາມ, ວິຫານ… ກໍ່ໃນງານວາງສະແດງນີ້ ກໍ່ໄດ້ແນະນຳກ່ຽວກັບປະຫວັດສາດຂອງໝູ່ບ້ານ, ແນະນຳກ່ຽວກັບຂະບວນວິວັດສ້າງໝູ່ບ້ານເປັນຮູບປະທຳ ກໍ່ຄືຂີດໝາຍເປັນເອກະລັກ ທາງດ້ານສະຖາປັດຕະຍະກຳຂອງແຕ່ລະໝູ່ບ້ານອີກດ້ວຍ”.

     ໝູ່ບ້ານ ຫວຽດບູຮານ ກໍ່ແມ່ນໂຄງປະກອບຢ່າງໜັກແໜ້ນ ທາງດ້ານການຈັດຕັ້ງ  ແລະ ການບໍລິຫານສັງຄົມ. ຢູ່ທີ່ນັ້ນ, ແຕ່ລະໝູ່ບ້ານຂຶ້ນກັບສະພາບແວດລ້ອມທຳມະຊາດ ສັງຄົມ, ມີວິທີການຈັດຕັ້ງທີ່ແຕກຕ່າງກັນ, ອັນໄດ້ປະກອບສ່ວນສ້າງຄວາມຫຼາຍຮູບຫຼາຍສີ ແລະ ເປັນເອກະລັກຂອງໝູ່ບ້ານ ຫວຽດນາມ. ງານວາງສະແດງສະຖາປັດຕະຍະກຳໝູ່ບ້ານ ຫວຽບູຮານ ຄັ້ງນີ້ ເຖິງວ່າແນະນຳພຽງ 6 ໝູ່ບ້ານກໍ່ຕາມ ແຕ່ຍັງຄົງມີຄວາມໝາຍອັນໃຫຍ່ຫຼວງ ໃນການອະນຸລັກຮັກສາຂອງໝູ່ບ້ານ ຫວຽດບູຮານ.

ຕອບກັບ