ງານວາງສະແດງບັນດາວັດຖຸພັນວາດພາບເຖິງ ກອງປະຊຸມໃຫຍ່ 12 ສະໄໝຂອງພັກຄອມມູນິດຫວຽດນາມ

Ngoc Anh
Chia sẻ
(VOVWORLD) -ງານວາງສະແດງຫົວເລື່ອງ “ພັກຄອມມູນິດຫວຽດນາມ - ຈາກກອງປະຊຸມໃຫຍ່ຫາກອງປະຊຸມໃຫຍ່”ພວມຖຶກຈັດຂຶ້ນຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ ທີ່ເຮືອກເລກທີ 25 ຖະໜົນຕົງດ່ານຮ່າໂນ້ຍ. ເຫດການນີ້ ໂດຍຫໍພິພິທະພັນປະຫວັດສາດແຫ່ງຊາດສົມທົບກັບກົມສຳເນົາເອກະສານຫ້ອງວ່າການສູນການພັກຈັດຕັ້ງຂຶ້ນ ເພື່ອຂ່ຳນັບຮັບຕອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກຄອມມູນິດຫວຽດນາມ.
ງານວາງສະແດງບັນດາວັດຖຸພັນວາດພາບເຖິງ ກອງປະຊຸມໃຫຍ່ 12 ສະໄໝຂອງພັກຄອມມູນິດຫວຽດນາມ - ảnh 1ພິທີຕັດແຖບຜ້າເປີດງານວາງສະແດງ

ງານວາງສະແດງ ຫົວເລື່ອງ “ພັກຄອມມູນິດຫວຽດນາມ - ຈາກກອງປະຊຸມໃຫຍ່ຫາກອງປະຊຸມໃຫຍ່”ໄດ້ເປີດປະຕູຕ້ອນຮັບແຂກເຂົ້າມາຢ້ຽມຊົມແຕ່ວັນທີ 19 ມັງກອນປີ 2021 ຫາທ້າຍເດືອນພຶດສະພາປີ 2021. ດ້ວຍວັດຖຸພັນເອກະສານ, ຮູບຖ່າຍກວ່າ 200 ຢ່າງ, ງານວາງສະແດງປະກອບດ້ວຍສາມພາກຄື: ການກຳເນີດຂຶ້ນຂອງພັກຄອມມູນິດຫວຽດນາມ; ພັກຄອມມູນິດຫວຽດນາມ- ຈາກກອງປະຊຸມໃຫຍ່ຫາກອງປະຊຸມໃຫຍ່ ແລະມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ. ພັກຄອມມູນິດຫວຽດນາມແມ່ນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດຫວຽດນາມ. ນັບແຕ່ສ້າງຕັ້ງຂຶ້ນເມື່ອວັນທີ 3 ກຸມພາປີ 1930 ພັກຄອມມູນິດຫວຽດນາມໄດ້ຜ່ານກອງປະຊຸມໃຫຍ່ 12 ສະໄໝ. ແຕ່ລະສະໄໝກໍ່ແມ່ນຫຼັກໝາຍປະຫວັດສາດທີ່ສຳຄັນສະຫຼຸບບັນດາຜົນງານ, ບົດຮຽນ, ການວາງອອກບັນດາແນວທາງ ແຜນນະໂຍບາຍ ລັດຖະນະໂຍບາຍເພື່ອໃຫ້ພັກນຳພາປະເທດຊາດໃນໄລຍະຕໍ່ໄປ. ທ່ານນາງຫງວຽນທິທູຮວານ ຮອງຜູ້ອຳນວຍການ ຫໍພິພິທະພັນປະຫວັດສາດແຫ່ງຊາດເນັ້ນໜັກວ່າ:

    “ງານວາງສະແດງຄັ້ງນີ້ ແມ່ນແນະນຳໂດຍສັງເຂບກ່ຽວກັບກອງປະຊຸມສະໄໝຕ່າງໆຂອງພັກຈາກກອງປະຊຸມໃຫຍ່ຄັ້ງທີ I ຫາກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ກອງປະຊຸມໃຫຍ່ຄັ້ງທີ I, ຄັ້ງທີ II, ຄັ້ງທີ  III ແລະຄັ້ງທີ IVແມ່ນຫ່າງຈາກກັນແຕ່ 10 ຫາ 15 ປີ ຈຶ່ງຈັດຕັ້ງກອງປະຊຸມໃຫຍ່ຄັ້ງໜຶ່ງຂອງພັກເພາະວ່າປະເທດຊາດຍັງມີສົງຄາມ ແຕ່ວ່າເລີ່ມແຕ່ໄລຍະປ່ຽນແປງໃໝ່ 1986 ມາຮອດຮອດປັດຈຸບັນ 5 ປີໃດກໍ່ຈັດຕັ້ງກອງປະຊຸມໃຫຍ່ຄັ້ງໜຶ່ງຂອງພັກ”.

  ຮູບຖ່າຍ, ເອກະສານ, ວັດຖຸພັນທີ່ນຳມາວາງສະແດງລວມມີ: ບົດລາຍງານ, ສູນທອນພົດ, ເອກະສານ, ມະຕິຂອງພັກ, ຮ່າງບົດຂຽນ, ບົດໂອ້ລົມຂອງບັນດາເລຂາທິການໃຫຍ່; ເຄື່ອງໝາຍ, ກາໝາຍຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່, ພາບປຸກລະດົມບັນດາກອງປະຊຸມໃຫຍ່;  ຂອງຂວັນຂອງປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນທີ່ມອບໃຫ້ພັກຄອມມູນິດຫວຽດນາມຜ່ານກອງປະຊຸມໃຫຍ່ສະໄໝຕ່າງໆ; ບັນດາບົດຂຽນ, ຮູບຖ່າຍ, ບົດໂອ້ລົມກ່ຽວກັບວຽກງານກໍ່ສ້າງປັບປຸງພັກ ກໍ່ສ້າງບັນດາຖັນແຖວພະນັກງານຂອງປະທານໂຮ່ຈີມິນ... ທ່ານນາງຫງວຽນທິທູເຮືອງ ຮອງຫົວໜ້າກົມສຳເນົາເອກະສານ ຫ້ອງວ່າການສູນກາງພັກໃຫ້ຮູ້ວ່າ:

  “ພວກຂ້າພະເຈົ້າໄດ້ວາງສະແດງບາງບົດປາໄສ, ພິເສດແມ່ນບັນດາເອກະສານໃນກອງປະຊຸມໃຫຍ່ບາງສະໄໝເຊິ່ງໄດ້ມີລາຍປາກກາຂອງບັນດາການນຳພັກທີ່ໄດ້ໃຫ້ຄຳເຫັນ ແລະ ລົງລາຍເຊັນໃນບັນດາເອກະສານກ່ອນທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່. ນີ້ແມ່ນຈຸດໃໝ່ ແລະ ແມ່ນຈຸດທີ່ພົ້ນເດັ່ນຂອງງານວາງສະແດງຄັ້ງນີ້. ກອງປະຊຸມໃຫຍ່ ແຕ່ລະສະໄໝກໍ່ມີຂີດໝາຍສະເພາະ.ພິເສດກ້າວໄປເຖິງກອງປະຂຸມຄັ້ງທີ XIII ຂອງພັກ, ພວກຂ້າພະເຈົ້າໄດ້ເນັ້ນໜັກເຖິງວຽກງານກໍ່ສ້າງພັກ, ໃນນັ້ນມີການຮວບຮວມບັນດາເອກະສານ ວັດຖຸພັນຈາກວຽກງານປັບປຸງກໍ່ສ້າງພັກ ນັບແຕ່ເມື່ອສ້າງຕັ້ງພັກຕະຫຼອດຮອດກອງປະຊຸມໃຫຍ່ ຄັ້ງທີ XIII”.

  ເພື່ອສະໜອງຂໍ້ມູນຂ່າວສານຢ່າງອຸດົມສົມບູນກວ່າເກົ່າ, ຫໍພິພິທະພັນປະຫວັດສາດແຫ່ງສາດໄດ້ນຳໃຊ້ເຄື່ອງອຸປະກອນເຕັກໂນໂລຊີທີ່ທັນສະໄໝເພື່ອຮັບໃຊ້ຜູ້ມາຢ້ຽມຊົມ. ທ່ານຟ້າມມາຍຮຸ່ງ ຮອງສາດສະດາຈານ ປອ, ຮອງປະທານສະມາຄົມວິທະຍາສາດປະຫວັດສາດຫວຽດນາມ ໃຫ້ຂໍ້ສັງເກດວ່າ:

  “ຂ້າພະເຈົ້າເຫັນວ່າເຄື່ອງອຸປະກອນເຕັກໂນໂລຊີໄດ້ຊ່ວຍໃຫ້ພວກເຮົາເຫັນໄດ້ເຖິງຄວາມມີຊີວິດຊີວາ, ລັກສະນະສະຖານະການ.        ເຄື່ອງແຜ່ພາບ ກລິບວີດີໂອ ສອງກລິບຢູ່ສອງເບື້ອງທີ່ງານວາງສະແດງໄດ້ສະແດງໃຫ້ເຫັນຈິດໃຈຂອງປະຊາຊົນມຸ່ງໄປສູ່ພັກໂດຍຜ່ານການກະທຳລະອຽດ. ເອກະສານເຫຼົ່ານີ້ໄດ້ແນະນຳຄືດັ່ງຮູບເງົາເອກະສານ. ດັ່ງນັ້ນງານວາງສະແດງຄັ້ງນີ້ ມີຊີວິດຊີວາກວ່າເກົ່າ. ແຂກມາຢ້ຽມຊົມ ບໍ່ພຽງແຕ່ຮັບຊົມຮູບຖ່າຍວັດຖຸພັນທີ່ວາງສະແດງເທົ່ານັ້ນ”.

ງານວາງສະແດງແມ່ນໂອກາດເພື່ອໃຫ້ຊາວຫວຽດນາມມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອຮັກຊາດ, ນ້ຳໃຈຕໍ່ສູ້ປະຕິວັດຂອງປູ່ຍ່າຕາຍາຍທີ່ໄດ້ທຳການຕໍ່ສູ້ເສຍສະຫຼະຊີວິດເພື່ອຊາດ, ແມ່ນຫຼັກຖານຢັ້ງຢືນນ້ຳໃຈຂອງປະຊາຊົນ,  ສະມາຊິກພັກດ້ວຍຄວາມມຸ່ງຫວັງເດີນຕາມເສັ້ນທາງຂອງພັກ,ງານວາງສະແດງໄດ້ປະກອບສ່ວນຊ່ວຍມວນຊົນ ພິເສດແມ່ນພະນັກງານສະມາຊິກໜຸ່ມເຫັນແຈ້ງເຖິງຄວາມຮັບຜິດຊອບຂອງຕົນໃນກິດຈະການສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງສັນຕິພາບແລະພັດທະນາ. 

ຕອບກັບ