ງານວາງສະແດງຕອບບຸນແທນຄຸນຕໍ່ການປະກອບສ່ວນ ຂອງນັກຮົບປະຕິວັດຫວຽດນາມ

Ngoc Anh
Chia sẻ
(VOVWORLD) -ງານວາງສະແດງດ້ວຍຫົວຂໍ້ວ່າ “ນັກຮົບປະຕິວັດຖືກສັດຕູຈັບຂັງຄຸກ” ໂດຍແມ່ນຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ສົມທົບກັບຄະນະຄຸ້ມຄອງປູຊະນີຍະສະຖານ ໂກນດ໋າວ ແລະຫໍພິພິທະພັນນັກຮົບປະຕິວັດຖືກສັດຕູຈັບຂັງຄຸກ ຈັດຕັ້ງຂຶ້ນ, ເຊິ່ງພວມດຳເນີນໄປຢູ່ຮ່າໂນ້ຍ. ງານວາງສະແດງໄດ້ເຊີດຊູ, ຕອບບຸນແທນຄຸນບັນດານັກຮົບປະຕິວັດທີ່ໄດ້ສູ້ຮົບ, ເສຍສະຫຼະຊີວິດ ເພື່ອເອກະລາດ, ເອກະພາບຂອງຊາດ
ງານວາງສະແດງຕອບບຸນແທນຄຸນຕໍ່ການປະກອບສ່ວນ ຂອງນັກຮົບປະຕິວັດຫວຽດນາມ - ảnh 1 ຮູບພາບບັນດານັກຮົບປະຕິວັດຖືກຈັບກຸມຄຸມຂັງ

ງານວາງສະແດງໄດ້ແນະນຳເອກະສານ, ຮູບພາບ ແລະວັດຖຸພັນເກືອບ 300 ຢ່າງ ເຊິ່ງໄດ້ສ່ອງແສງເຖິງເຈດຈຳນົງການຕໍ່ສູ້ຢ່າງອົງອາດກ້າແກ່ນ, ບໍ່ຍອມຈຳນົນ, ການເສຍສະຫຼະອັນໃຫຍ່ຫຼວງ ຂອງບັນດານັກຮົບປະຕິວັດ ທີ່ຖືກສັດຕູຈັບຂັງຄຸກ ຜ່ານການຕໍ່ສູ້ປົດປ່ອຍຊາດສອງຄັ້ງ. ງານວາງສະແດງລວມມີສາມພາກສ່ວນຄື: ພາກສ່ວນທີ່ໜຶ່ງມີຫົວຂໍ້ວ່າ “ນະລົກເມືອງຄົນ”, ພາກສ່ວນນີ້ ໄດ້ສ່ອງແສງເຖິງຄວາມໂຫດຮ້າຍຂອງຄຸກລ່າເມືອງຂຶ້ນ ແລະຈັກກະພັດ. ນັ້ນແມ່ນຮູບພາບຂອງຄຸກ ຮວ໋າລໍ່, ເຊີນລາ, ໂກນດ໋າວ, ຝູກ໊ວກ. ໃນຈຳນວນນັ້ນ, ນອກຈາກຄຸກ ຮວ໋າລໍ່ ໄດ້ກໍ່ສ້າງຢູ່ຮ່າໂນ້ຍແລ້ວ, ບັນດາຄຸກແຫ່ງອື່ນໆກໍ່ຍັງໄດ້ກໍ່ສ້າງຢູ່ບ່ອນທີ່ມີລັກສະນະພິເສດ, ຫ່າງຈາກເຂດຊຸມຊົນ ແລະພູມສັນຖານທຸລະກັນດານ.

    ພາກສ່ວນທີສອງ ມີຫົວຂໍ້ວ່າ “ຕັ້ງໝັ້ນໃນຄວາມຈົ່ງຮັກພັກດີ ແລະບໍ່ຍອມຈຳນົນ” ພາກສ່ວນນີ້ ໄດ້ສ່ອງແສງເຖິງການເຄື່ອນໄຫວ ຂອງນັກຮົບປະຕິວັດ ທີ່ຖືກສັດຕູຈັບຂັງຄຸກ ເຊັ່ນວ່າ: ໄດ້ເຮັດໃຫ້ຄຸກກາຍເປັນໂຮງຮຽນຂອງການປະຕິວັດ, ເປັນບ່ອນຝຶກຝົນຫຼໍ່ຫຼອມຄຸນນະທາດ, ເຈດຈຳນົງໃນການຕໍ່ສູ້ຂອງນັກຮົບປະຕິວັດ; ເປັນບ່ອນໃຫ້ບັນດານັກຮົບໄດ້ສະແດງຄວາມສາມັກຄີ, ຮັກແພງ, ອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຢູ່ໃນຄຸກຕະລາງອັນຮ້າຍກາດນີ້. ໂດຍຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ການຊື້ຈ້າງຈອບອອຍ ແລະພ້ອມກັບການຖືກທຸບຕີທໍລະມານຢ່າງແສນສາຫັດນັ້ນ, ບັນດານັກຮົບ ຍັງຄົງຕໍ່ສູ້ຢ່າງບໍ່ຢຸດຢັ້ງ, ຮັກສາບັນຍາກາດ ແລະຈິດໃຈບຸກໂຈມຕີ, ເຊື່ອໝັ້ນຕໍ່ອະນາຄົດຂອງການປະຕິວັດ ຕ້ອງໄດ້ຮັບໄຊຊະນະຢ່າງແນ່ນອນ.

    ສ່ວນຫົວຂໍ້ຂອງພາກສ່ວນທີສາມນັ້ນແມ່ນ “ວັນມະຫາໄຊໄດ້ກັບຄືນມາ” ພາກສ່ວນນີ້ ໄດ້ແນະນຳກ່ຽວກັບການກັບຄືນມາ ຂອງບັນດານັກຮົບປະຕິວັດ ທີ່ຖືກສັດຕູຈັບຂັງຄຸກຂອງລ່າເມືອງຂຶ້ນ ແລະຈັກກະພັດ. ນັກຮົບຫຼາຍຄົນ ໄດ້ແຫກຄຸກ ແລະຜ່ານຜ່າລະບົບປ້ອງກັນປິດລັບທີ່ສຸດ ຂອງສັດຕູຢ່າງພິລະອາດຫານ ເພື່ອຊອກຫາເສັ້ນທາງກັບຄືນສູ່ການປະຕິວັດ ຄືທ່ານ ໂດ໊ເມື່ອຍ, ທ່ານ ຊອງຮ່າວ, ທ່ານ ຟ້າມຮົ່ງກື, ຫງວຽນເລືອງບັ່ງ… ເອື້ອຍ ຫງວຽນທິແອ໊ງ ທີ່ມາຊົມງານວາງສະແດງ ໄດ້ແບ່ງປັນຄວາມຮູ້ສຶກວ່າ:

    “ຂ້າພະເຈົ້າມີຄວາມເຄົາລົບນັບຖືຈິດໃຈສູ້ຮົບ ອັນອົງອາດກ້າແກ່ນ ຂອງພວກລຸງທີ່ສຸດ. ຢູ່ໃນຄຸກ, ຕໍ່ໜ້າການທຸບຕີທໍລະມານຢ່າງແສນສາຫັດ ແຕ່ພວກລຸງ ຍັງບໍ່ໄດ້ປະລະເຈດຈຳນົງຂອງການຕໍ່ສູ້ ກໍ່ຄືຕັດສິນໃຈເສຍສະຫຼະ ເພື່ອຍາດເອົາເອກະລາດ, ເອກະພາບຄືນມາໃຫ້ປະເທດຊາດ. ຜ່ານງານວາງສະແດງ, ຂ້າພະເຈົ້າໄດ້ຮ່ຳຮຽນເອົານ້ຳໃຈຕໍ່ສູ້, ຄຸນທາດການເມືອງຈາກພວກລຸງ”.

    ດ້ວຍເນື້ອໃນທີ່ສະແດງອອກຢ່າງດົມອຸສົມບູນ ແລະເປັນວິທະຍາສາດ, ສົມທົບກັບວິທີການອອກແບບກຣາບຟິກ, ງານວາງສະແດງ ໄດ້ປະກອບສ່ວນຊ່ວຍໃຫ້ຜູ້ຊົມ ມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບການເສຍສະຫຼະຊີວິດທີ່ຫຍຸ້ງຍາກລຳບາກ, ເຈດຈຳນົງຂອງການຕໍ່ສູ້ອັນອົງອາດກ້າແກ່ນ ຂອງນັກຮົບປະຕິວັດຢູ່ໃນຄຸກລ່າເມືອງຂຶ້ນ ແລະຈັກກະພັດ. ບັນດາວັດຖຸພັນພົ້ນເດັ່ນ ທີ່ໄດ້ນຳມາວາງສະແດງ ລວມມີ: ຄາໃສ່ຕີນນັກຮົບປະຕິວັດຢູ່ຄຸກ ຮວ໋າລໍ່ ແລະຄຸກ ໂກນດ໋າວ; ເຫຼັກຕະປູ ທີ່ທຳມະໂລງຢູ່ຄຸກ ຝູກ໊ວກ ໄດ້ເອົາຕອກໃສ່ກະໂຫຼກຫົວ ຂອງບັນດານັກຮົບປະຕິວັດ ທີ່ຖືກສັດຕູຈັບຂັງຄຸກ; ຄອກເສືອ ແລະກະຝຸ່ຍ ທີ່ໃຊ້ເພື່ອກັກຂັງ ແລະທໍລະມານຊະເລີຍເສິກ…

    ມີຊີວິດຢູ່ໃນ “ນະລົກເມືອງຄົນ” ບັນດາການລົງໂທດດ້ວຍການທໍລະມານທາງກາຍ ຂອງທຳມະໂລງຢູ່ຄຸກລ່າເມືອງຂຶ້ນ ແລະຈັກກະພັດ ນັ້ນ ແມ່ນບໍ່ສາມາດດັບສູນ ຈິດໃຈ ແລະເຈດຈຳນົງການຕໍ່ສູ້ຂອງນັກຮົບປະຕິວັດໄດ້, ແຕ່ຫາກຍັງເປັນການຊ່ວຍຝຶກຝົນຫຼໍ່ຫຼອມ “ເຈດຈຳນົງອັນແຂງແກ່ນ”, ເຮັດໃຫ້ຄຸກກາຍເປັນໂຮງຮຽນຂອງການປະຕິວັດ, ເປັນບ່ອນຮັກສາທາດແທ້ຄຸນສົມບັດ, ຕັ້ງໝັ້ນໃນຄວາມຈົ່ງຮັກພັກດີ, ບໍ່ຍອມຈຳນົນ. ມີຫຼາຍອົງການຈັດຕັ້ງພັກ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ໃນຄຸກ ເພື່ອນຳພາມະຫາຊົນຕໍ່ສູ້, ສາມັກຄີກັນເປັນປຶກແຜ່ນແໜ້ນໜາ, ຕັດສິນໃຈຕໍ່ສູ້ດ້ວຍຫຼາຍຮູບການ… ທ່ານ ດ່າວວັນກິມ ຢູ່ເມືອງທ້ວນແທັ່ງ, ແຂວງບັກນິງ, ເຊິ່ງເປັນຜູ້ໜຶ່ງທີ່ຖືກສັດຕູຈັບໄປຂັງຢູ່ຄຸກ ຝູກ໊ວກ ໃຫ້ຮູ້ດ້ວຍຄວາມຕື້ນຕັນໃຈວ່າ:

    “ບັນດາຮູບພາບຢູ່ໃນງານວາງສະແດງ ໄດ້ເຮັດໃຫ້ຂ້າພະເຈົ້າຈື່ໄດ້ການຕໍ່ສູ້ໃນເມື່ອກ່ອນ ແລະຈື່ໄດ້ບັນດາເພື່ອນຮ່ວມກົມກອງ ທີ່ບໍ່ມີຄວາມໂຊກດີຄືພວກຂ້າພະເຈົ້າ. ພວກຂ້າພະເຈົ້າມີຄວາມຮູ້ສຶກຕື້ນຕັນໃຈ ແລະເອກອ້າງທະນົງໃຈທີ່ສຸດ ຍ້ອນວ່າຕົນເອງໄດ້ເຮັດຫຼ້ອນພາລະໜ້າທີ່ ຂອງນັກຮົບກອງທັບ ເມື່ອຕົກຢູ່ໃນກຳມືຂອງສັດຕູ”.

    ພາຍຫຼັງປະເທດຊາດໄດ້ຮັບການທ້ອນໂຮມເປັນເອກະພາບ, ໄດ້ນຳມາໃຫ້ຕົນເອງບັນດາຄວາມເຈັບປວດທັງດ້ານຮ່າງກາຍ ແລະຈິດໃຈ, ບັນດານັກຮົບປະຕິວັດໃນເມື່ອກ່ອນ ຍາມໃດກໍ່ຮັກສາທາດແທ້ຂອງນັກຮົບປະຕິວັດໄວ້ຄືເກົ່າ; ມີຄວາມສາມັກຄີ, ຊ່ວຍເຫຼືອກັນ, ແບ່ງປັນປະສົບການນຳກັນ ເພື່ອພ້ອມກັນສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ສວຍງາມ ແລະອຸດົມຮັ່ງມີ, ເປັນແບບຢ່າງອັນໃສແຈ້ງໃຫ້ແກ່ລຸ້ນໜຸ່ມປະຕິບັດຕາມ. ທ່ານ ເລິມວັນບ໋າງ, ພາຍຫຼັງແຫກຄຸກ ຝູກ໊ວກ ອອກມາຢູ່ເມືອງຝູຊວຽນ, ຮ່າໂນ້ຍ, ທ່ານໄດ້ໄປທົ່ວທຸກຫົນແຫ່ງໃນທົ່ວປະເທດ ເພື່ອໄປຊອກຫາວັດຖຸທີ່ລະນຶກ ຂອງບັນດານັກຮົບປະຕິວັດທີ່ຖືກສັດຕູຈັບຂັງຄຸກ, ດ້ວຍຄວາມປາຖະໜາຢາກຕອບບຸນແທນຄຸນ, ເຊີດຊູ ແລະປະກອບສ່ວນສຶກສາມູນເຊື້ອໃຫ້ລຸ້ນໜຸ່ມ; ປະຈຸບັນ ທ່ານເປັນຜູ້ອຳນວຍການຫໍພິພິທະພັນນັກຮົບປະຕິວັດ ຖືກສັດຕູຈັບຂັງຄຸກ ຢູ່ເມືອງ ຝູຊວຽນ, ຮ່າໂນ້ຍ. ທ່ານ ເລິມວັນບ໋າງ ໄດ້ແບ່ງປັນວ່າ:

    “ເມື່ອກັບມາດຳລົງຊີວິດເປັນປົກກະຕິ, ພວກຂ້າພະເຈົ້າໄດ້ສ້າງຕັ້ງ ຫໍພິພິທະພັນນັກຮົບປະຕິວັດ ຖືກສັດຕູຈັບຂັງຄຸກ ຢູ່ເມືອງຝູຊວຽນ. ຜ່ານງານວາງສະແດງຄັ້ງນີ້, ພວກຂ້າພະເຈົ້າຮູ້ສຶກສົມດັ່ງຄວາມປາຖະໜາ ແລະບໍ່ພຽງແຕ່ແມ່ນຂອງຕົວຂ້າພະເຈົ້າເອງເທົ່ານັ້ນ ແຕ່ຫາກຍັງແມ່ນຂອງຜູ້ທີ່ຖືກຈັບຂັງຄຸກຄົນອື່ນໆ ກໍ່ຄືຍາດຕິພີ່ນ້ອງຂອງຄອບຄົວນັກຮົບ ເສຍສະຫຼະຊີວິດເພື່ອຊາດ ທີ່ມາຢ້ຽມຊົມງານວາງສະແດງ, ໄດ້ເຫັນປະຈັກຕາບັນດາຮູບພາບ, ວັດຖຸພັນ ເຊິ່ງຊີວິດຕົນເອງໄດ້ຜ່ານຜ່າ ກໍ່ຄືປະຊາຊົນຂອງຕົນເອງໄດ້ອົດທົນ”

        ງານວາງສະແດງ ແມ່ນການສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງ, ແມ່ນການເສຍສະຫຼະອັນໃຫຍ່ຫຼວງຂອງນັກຮົບປະຕິວັດ ທີ່ໄດ້ຕໍ່ສູ້, ອຸທິດຊີວິດເພື່ອເອກະລາດ, ເອກະພາບຂອງຊາດ; ເຊິ່ງໄດ້ປະກອບສ່ວນໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ມະຫາຊົນ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງຫວຽດນາມ ເພື່ອເສີມຂະຫຍາຍມູນເຊື້ອປະຕິວັດ, ຝຶກຝົນຫຼໍ່ຫຼອມນ້ຳໃຈຮັກຊາດ, ນ້ຳໃຈແຫ່ງຄວາມເອກອ້າງທະນົງໃຈຂອງຊາດ, ຕັດສິນໃຈປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ.

ຕອບກັບ