ງານວາງສະແດງ “ໂຮ່ຍຫາຍມ້າ” ເຂັ້ມຂົ້ນໄປດ້ວຍສີສັນທາງດ້ານຈິດຕະກຳຂອງບັນດາເພື່ອນໜຸ່ມ

Ngoc Anh
Chia sẻ
(VOVWORLD) -         ຈິດຕະກອນໜຸ່ມ 8 ຄົນທີ່ມາຈາກສູນທີ່ປຶກສາ ແລະ ພັດທະນາຄວາມເກັ່ງກ້າສາມາດຂອງ ວິນສະກູນ (ສູນ GATE) ຫາກໍ່ແນະນຳຕໍ່ມວນຊົນກ່ຽວກັບຮູບແຕ້ມ 50 ແຜ່ນທີ່ເປັນເອກະລັກ ໃນງານວາງສະແດງ “ໂຮ່ຍຫາຍມ້າ” ທີ່ວາງສະແດງຢູ່ສູນວາງສະແດງວັດທະນະທຳ ສິລະປະ ຫວຽດນາມ ທີ່ເຮືອນເລກທີ 29 ຖະໜົນ ຫ່າງບ່າຍ ຮ່າໂນ້ຍ. ເຫດການນີ້ໄດ້ເປັນຂີດໝາຍທາງດ້ານຈິດຕະກຳຂອງບັນດາເພື່ອນໜຸ່ມ ຂະນະທີ່ເປັນຄັ້ງທຳອິດໄດ້ຈັດງານວາງສະແດງສິລະປະອາຊີບສະເພາະ.
ງານວາງສະແດງ “ໂຮ່ຍຫາຍມ້າ” ເຂັ້ມຂົ້ນໄປດ້ວຍສີສັນທາງດ້ານຈິດຕະກຳຂອງບັນດາເພື່ອນໜຸ່ມ - ảnh 1ບັນດາຈິດຕະກອນໜຸ່ມ ທີ່ມາຈາກສູນທີ່ປຶກສາ ແລະ ພັດທະນາຄວາມເກັ່ງກ້າສາມາດຂອງ ວິນສະກູນ

“ໂຮ່ຍຫາຍມ້າ” ຕາມວິທີເຂົ້າໃຈທາງດ້ານວິທະຍາສາດ ກໍ່ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງສະໜອງມີຄຸນປະໂຫຍດປົວແປງຄວາມຈຳ. ບັນດາຮູບຖ່າຍທີ່ວາງສະແດງ ໃນງານວາງສະແດງຄັ້ງນີ້ເຮັດດ້ວຍສີນ້ຳມັນ, ຄັດມັນ, ຜ້າໄໝ, ແກະຄວັດສະຫຼັກໄມ້ ແລະ ໂລຫະ. ຈິດຕະກອນ ຫວູແບັກລຽນ ສະມາຊິກສະມາຄົມວິຈິດສິນຫວຽດນາມ ໃຫ້ຂໍ້ສັງເກດວ່າ:

       “ຄຸນນະພາບທາງດ້ານສິລະປະຂອງບັນດາເພື່ອນໜຸ່ມ ເຖິງວ່າ ຫາກໍ່ຮຽນຫ້ອງ ມ4 ມ5 ມ6 ກໍ່ຕາມ ແຕ່ກໍ່ເປັນໜ້າປະຫຼາດໃຈ ແລະ ຄວນສົ່ງເສີມຫຼາຍກວ່າອີກ ເພື່ອໃຫ້ພວກເພື່ອນສາມາດເດີນຕາມເສັ້ນທາງສິລະປະ. ຂ້າພະເຈົ້າຖືວ່າ ໃນພາຍພາກໜ້າ ບາງເທື່ອພວກເພື່ອນອາດຈະກາຍເປັນຫຼືບໍ່ກາຍເປັນນັກສິລະປິນ ແຕ່ເປັນທີ່ຈະແຈ້ງແລ້ວວ່າ ສິລະປະໄດ້ຊ່ວຍອູ້ມຊູຈິດວິນຍານຂອງພວກເພື່ອນ ແລະ ສິ່ງດັ່ງກ່າວແມ່ນສຳຄັນທີ່ສຸດ”.

     ງານວາງສະແດງ “ໂຮ່ຍຫາຍມ້າ” ມີຊີວິດຊີວາ ແລະ ເຕັມໄປດ້ວຍສີສັນຫຼາກຫຼາຍແຕ່ກໍ່ມີຄວາມລຽບງ່າຍຂອງບັນດາຈິດຕະກອນໜຸ່ມ. ຈິດຕະກອນ ຫງວຽນເຢືອງຫ໋າຍດັງ ອາຈານສອນຢູ່ສູນທີ່ປຶກສາ ແລະ ພັດທະນາຄວາມເກັ່ງກ້າສາມາດຂອງ ວິນສະກູນ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າມີຄວາມປະຫຼາດໃຈທີ່ສຸດ ຕໍ່ຄວາມສາມາດຂອງພວກເພື່ອນ, ຮູບແຕ້ມແຕ່ລະຢ່າງ ພວກເພື່ອນຮຽນພຽງແຕ່ 10 ຫາ 20 ຕອນເທົ່ານັ້ນ, ໃນຊ່ວງເວລານີ້ ພວກເພື່ອນຕ້ອງຮຽນແຕ່ເຕັກນິກ ວັດສະດຸ ຕະຫຼອດຮອດສິລະປະປະຕິມາກຳ ແລະ ສະແດງຜ່ານຜະລິດຕະພັນສຸດທ້າຍ. ເລື່ອງນີ້ກໍ່ຮຽກຮ້ອງໃຫ້ພວກເພື່ອນ ຕ້ອງມີຄວາມມານະອົດທົນ, ຕັດສິນໃຈ, ມີຄວາມສາມາດສັງເກດໄວ ຈຶ່ງຈະສາມາດເຮັດສຳເລັດຜະລິດຕະພັນໃນງານວາງສະແດງຄັ້ງນີ້”.

     ສຳລັບຈິດຕະກອນໜຸ່ມແຕ່ລະຄົນນັ້ນ, ວິວັດການປະຕິບັດທາງດ້ານສິລະປະ ກໍ່ແມ່ນໄລຍະເວລາລົງຕົວຈິງ ກ່ຽວກັບບັນດາໄລຍະໃນຊີວິດ ມີທັງຄວາມມ່ວນຊື່ນ, ມີທັງຄວາມໂສກເສົ້າ. ຈິດຕະກອນ ໂງງອກເຟືອງແອັງ ເປີດເຜີຍວ່າ:

     “ມາຊົມງານວາງສະແດງ, ຂ້າພະເຈົ້າມີຮູບຄັດມັນສອງແຜ່ນ,  ນັ້ນແມ່ນຮູບແຕ້ມ ດອກໄອຣິດໜຶ່ງ ແລະ ດອກໄອຣິດສອງ . ເຮົາເລືອກເອົາດອກໄອຣິດ ເພາະວ່າມັນແມ່ນສັນຍາລັກແຫ່ງຄວາມເຊື່ອໝັ້ນ ແລະ ມີສີແຫ່ງຄວາມປາດຖະໜາ, ເຖິງວ່າມ່ວນຊື່ນ ຫຼື ໂສກເສົ້າກໍ່ຕາມ ແຕ່ຍາມໃດກໍໍ່ມີຄວາມເຊື່ອໝັ້ນຕໍ່ອະນາຄົດ”.

      ໂດຍມີຄວາມແຕກຕ່າງກັບສີມືດໃນຮູບແຕ້ມສີຄັດມັນຂອງຈິດຕະກອນໜຸ່ມຂອງ ໂງງອກເຟືອງແອັງ, ຮູບແຕ້ມຂອງເພື່ອນ ຟ້າມງອກມິງ ພັດມຸ່ງໄປສູ່ຄວາມງາມອັນເປັນປະເພນີຂອງຊາດ ສະແດງໃຫ້ເຫັນຄວາມຮັກແພງ ບັນດາຄຸນຄ່າທາງດ້ານວັດທະນະທຳ ປະຫວັດສາດຂອງປະເທດຊາດ. ຈິດຕະກອນ ຟ້າມງອກມິງ ເວົ້າວ່າ:

      “ຂ້າພະເຈົ້າມີຄວາມຊົມຊອບປະເພດສິລະປະທີ່ກ່ຽວຂ້ອງເຖິງປະເພນີ. ພາບແກະຄວັດສະຫຼັກໄມ້ ຫຼື ແກະຄວັດສະຫຼັກສັງກະສີຂອງຕົນ ກໍ່ລ້ວນແຕ່ກ່ຽວຂ້ອງເຖິງດອກໄມ້, ນັ້ນແມ່ນດອກບົວ ເພາະວ່ານີ້ແມ່ນຄວາມງາມຂອງ ຫວຽດນາມ, ຂອງແມ່ຍິງ, ຄວາມງາມທີ່ກ່ຽວຂ້ອງເຖິງປະເພນີ ແມ່ນບັນດາສິ່ງທີ່ເຮົາເຄົາລົບ ຖະຫນຸຖະໜອມທີ່ສຸດ”.

      ຮູບແຕ້ມຂອງຈິດຕະກອນໜຸ່ມ 8 ຄົນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ໃນໝູ່ມວນຊົນ. ລຸງ ລິວວັນແທັ່ງ ຊາວຮ່າໂນ້ຍ ມາຊົມງານວາງສະແດງ ໃຫ້ຂໍ້ສັງເກດວ່າ:

      “ຂ້າພະເຈົ້າສັງເກດເຫັນວ່າ ບັນດາຮູບແຕ້ມທີ່ນຳມາວາງສະແດງ ແມ່ນບັນລຸຄຸນນະພາບສູງ, ສາມາດຖ່າຍທອດລະດັບຄວາມຮູ້ ກ່ຽວກັບການດຳລົງຊີວິດ, ທຳມະຊາດ. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ຮູບແກະຄວັດສະຫຼັກສັງກະສີ ທີ່ມີຮູບຝາມື ເຖິງວ່າມັນນ້ອຍກໍ່ຕາມ ແຕ່ມີຄວາມລະອຽດອ່ອນທີ່ສຸດ”.

     ງານວາງສະແດງ “ໂຮ່ຍຫາຍມ້າ”  ໄດ້ຖືກພວກຈິດຕະກອນໜຸ່ມກະກຽມກ່ອນນີ້ 2 ປີ ໂດຍໄດ້ຮັບການແນະນຳຂອງຄູອາຈານນັກຊ່ຽວຊານສູນທີ່ປຶກສາ ແລະ ພັດທະນາຄວາມເກັ່ງກ້າສາມາດຂອງ ວິນສະກູນ.ຈິດຕະກອນໜຸ່ມ 8 ຄົນໄດ້ນຳມາເຊິ່ງງານວາງສະແດງກ່ຽວກັບສິລະປະທີ່ມີຫຼາຍຮູບຫຼາຍສີອັນໄດ້ນຳສາຍລົມໃໝ່ມາສູ່ພື້ນຖານວິຈິດຕະກຳ ຫວຽດນາມ.

ຕອບກັບ