ງານວາງສະແດງ “ພວກເຮົາພວມເຮັດຫຍັງແດ່” ດຶງດູດໃຈຜູ້ນິຍົມສິລະປະ

Ngoc Anh
Chia sẻ
(VOVWORLD) -          ງານວາງສະແດງ “ພວກເຮົາພວມເຮັດຫຍັງແດ່” ແມ່ນງານວາງສະແດງໄດ້ນຳພື້ນຖານສິລະປະຫຼາກຫຼາຍສີສັນ ມາສູ່ຜູ້ນິຍົມສິລະປະ. ບັນດາຈິດຕະກອນໄດ້ປະດິດຄິດແຕ່ງ ບັນດາຜະລິດຕະພັນວິຈິດຕະກຳ ທີ່ມີຫົວຄິດປະດິດສ້າງໃໝ່ອ່ຽມ ໃຫ້ແກ່ພື້ນຖານວິຈິດຕະກຳຂອງຫວຽດນາມ ຍຸກປັດຈຸບັນ
ງານວາງສະແດງ “ພວກເຮົາພວມເຮັດຫຍັງແດ່” ດຶງດູດໃຈຜູ້ນິຍົມສິລະປະ - ảnh 1ເຂດວາງສະແດງໜຶ່ງໃນງານວາງສະແດງ “ພວກເຮົາພວມເຮັດຫຍັງ”

 ງານວາງສະແດງ “ພວກເຮົາພວມເຮັດຫຍັງແດ່” ໄດ້ເປີດປະຕູນັບແຕ່ວັນທີ 25 ມິຖຸນາ ຫາວັນທີ 25 ກໍລະກົດປີ 2021ຢູ່ສູນສິລະປະຍຸກປັດຈຸບັນ ວິນຄອມ ຢູ່ເຮືອນເລກທີ 72 ຖະໜົນ ຫງວຽນຈ໊າຍ ຮ່າໂນ້ຍ ເຊິ່ງໄດ້ວາງສະແດງຜະລິດຕະພັນຈິດຕະກຳ 125 ຢ່າງ ຂອງຈິດຕະກອນ 103 ຄົນທີ່ມາຈາກສາມພາກເໜືອພາກກາງ ແລະ ພາກໃຕ້. ມາຊົມງານວາງສະແດງແຂກທັງຫຼາຍ ຈະມີຄວາມປະທັບໃຈ ຍ້ອນເຂດວາງສະແດງທີ່ກວ້າງໃຫຍ່ ດ້ວຍແບບວິທີຈັດວາງທີ່ທັນສະໄໝ. ພິເສດງານວາງສະແດງໄດ້ດຶງດູດໃຈຜູ້ຊົມຍ້ອນຄວາມກົງກັນຂ້າມຢູ່ສອງເຂດວາງສະແດງ. ຖ້າຫາກກວ່າຢູ່ໃນຫ້ອງວາງສະແດງໃຫຍ່ ເຊິ່ງໄດ້ວາງສະແດງບັນດາພາບສີນ້ຳມັນດ້ວຍສີສົດໃສ ແລະ ຖືກຈັດວາງປະສານກັບບັນດາຜະລິດຕະພັນ ປະຕິມາກຳທີ່ໃໝ່ອ່ຽມນັ້ນ ຢູ່ເຂດວາງສະແດງກົງກັນຂ້າມ ແມ່ນວາງສະແດງພາບສີຄັດມັນຂະໜາດໃຫຍ່ ອັນໄດ້ເຮັດຜູ້ຊົມຕ້ອງມີຄວາມນຶກຄິດເຖິງ. ທ່ານ ເລແທັງຕຸງ ສັງກັດຄະນະບໍລິຫານງານສະໂມສອນ ຈິດຕະກອນໜຸ່ມ ໃຫ້ຮູ້ວ່າ:

       “ບັນດາຮູບພາບທີ່ນຳມາວາງສະແດງຢູ່ທີ່ນີ້ ລ້ວນແຕ່ສະແດງໃຫ້ເຫັນມາດຖານຂອງໄວໜຸ່ມ ພວມມີຄວາມເປັນຫວ່ງຕໍ່ບັນດາຄຳຖາມກ່ຽວກັບອະນາຄົດ ຍ້ອນວ່າເຂົາເຈົ້າພວມແມ່ນໄວໜຸ່ມ ແລະ ປະສົບການໃນການປະກອບອາຊີບກໍ່ຍັງໜ້ອຍຢູ່ ດັ່ງນັ້ນກໍ່ຕ້ອງຮຽນຮູ້ຫຼາຍສິ່ງຫຼາຍຢ່າງອີກ. ດັ່ງນັ້ນຊື່ຂອງງານວາງສະແດງ “ພວກເຮົາພວມເຮັດຫຍັງແດ່”  ໄດ້ສະແດງໃຫ້ເຫັນວ່າພວກເຮົາພວມຊອກຮູ້ ແລະ ເຮັດຫຍັງແດ່ ເພື່ອເບິ່ງວ່າບັນດາບັນຫາຫຍັງ ພວມເກີດຂຶ້ນຢູ່ອ້ອມຂ້າງ ເຊິ່ງພວກເຮົາຍັງບໍ່ທັນສາມາດແກ້ໄຂໄດ້”

      ມີຮູບພາບບາງແຜ່ນທີ່ມີສີສັນຂອງຊີວິດປະຈຳວັນຄື “ບັນດາຕົ້ນໄມ້ໃນໂຖ” ຂອງ ຈ້ຽວເຟືອງ “ໃນສວນດອກໄມ້ ຫ່າງຈົ໊ງ” ຂອງ ຮວ່າຍຢາງ ແລະ ຫງວຽນຈາງ “ດອກໄມ້ໃນເດືອນສາມ” ຂອງ ຫງວຽນຕ໊ວນຮວ່າງ... ແບ່ງປັນກ່ຽວກັບຄວາມໝາຍຂອງບັນດາພາບສີນ້ຳມັນ, ຈິດຕະກອນ ຫງວຽນແທັງຮ໋າວ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າຖືບັນດາຜະລິດຕະພັນຈິດຕະກຳຄືດັ່ງການເຊື່ອມຕໍ່ລະຫວ່າງພາຍໃນກັບພາຍນອກ, ຂ້າພະເຈົ້າໄດ້ເລືອກເອົາແສງສະຫວ່າງ ໂດຍເລັ່ງໃສ່ຈຸດເວລາໜຶ່ງ ຄືດັ່ງສະແດງຄວາມໃນໃຈຜ່ານຮູບພາບ ເພື່ອສະແດງໃຫ້ເຫັນວ່າໃນບໍ່ວ່າສະພາບການໃດໆ ເຮົາຕ້ອງມີຄວາມທຸ່ນທ່ຽງ ບໍ່ຟ້າວຟັ່ງ ຫຼື ຮ້ອນເຮັ່ງ ດັ່ງນັ້ນທຸກສິ່ງທຸກຢ່າງຈະໄດ້ຮັບການແກ້ໄຂ”.

      ອາດຈະເຫັນວ່າບັນດາຜະລິດຕະພັນເຖິງວ່າມີຄວາມຫຼາກຫຼາຍສີສັນອຸດົມສົມບູນ ກ່ຽວກັບວິທີການສະແດງກໍ່ຕາມ ແຕ່ລ້ວນແຕ່ສະແດງໃຫ້ເຫັນຄວາມນຶກຄິດ ຄວາມເປັນຫ່ວງຂອງບັນດາຈິດຕະກອນໜຸ່ມ ໃນການດຳລົງຊີວິດ ອັນໄດ້ນຳມາເຊິ່ງບັນດາຮູບພາບທີ່ໃໝ່ອ່ຽມ. ທ່ານ ເລືອງຊວນດວ່ານ ປະທານສະມາຄົມວິຈິດຕະກຳ ຫວຽດນາມ ຕີລາຄາວ່າ:

       “ຜ່ານແຕ່ລະເລື່ອງລາວທີ່ຖືກຝາກຝັງໃນຜະລິດຕະພັນວິຈິດຕະກຳແຕ່ລະຢ່າງ ຈາກຈິດຕະກຳ, ປະຕິມາກຳ ເຮົາກໍ່ໄດ້ເຫັນວ່າຄວາມມານະພະຍາຍາມ ເພື່ອສະແດງໃຫ້ເຫັນຈິດວິນຍານຂອງຕົນ  ຜ່ານຜະລິດຕະພັນແຕ່ລະຢ່າງ ແມ່ນຈະແຈ້ງທີ່ສຸດ. ເພາະສະນັ້ນ ສະມາຄົມວິຈິດຕະກຳ ຫວຽດນາມ ມີຄວາມຫວັງຢ່າງຍິ່ງຕໍ່ພື້ນຖານວິຈິດຕະກຳຍຸກປັດຈຸບັນ ໃນຊຸມປີທີ່ຈະມາເຖິງ ພ້ອມທັງລໍຖ້າການປ່ຽນແປງໃໝ່ຄັ້ງທີ່ສອງຂອງພື້ນຖານວິຈິດຕະກຳຂອງ ຫວຽດນາມ”.

       ຄວາມຫຼາກຫຼາຍສີສັນ ແລະ ອຸດົມສົມບູນດ້ານວິທີການສະແດງປະດິດຄິດແຕ່ງ ຂອງບັນດາຈິດຕະກອນຢູ່ສາມພາກ ໄດ້ສ້າງເປັນເຂດວາງສະແດງເປີດ ດ້ວຍບັນດາສີສັນຫຼາກຫຼາຍອຸດົມສົມບູນ ອັນໄດ້ດຶງດູດແຂກມາຢ້ຽມຊົມບໍ່ໜ້ອຍເປັນຕົ້ນແມ່ນໄວໜຸ່ມ. ແບ່ງປັນຄວາມຮູ້ສຶກກ່ຽວກັບຮູບພາບ “ດອກໄມ້ຍາມເດືອນສາມ” ແລະ “ທາງຫຼວງ” ເພື່ອນ ດ່າວວັນກວນ ນັກສຶກສາສັງກັດມະຫາວິທະຍາໄລ ສະຖາປັດຕະຍາກຳ ຮ່າໂນ້ຍ ເວົ້າວ່າ:

      “ນ້ອງເຫັນວ່ານີ້ແມ່ນຜະລິດຕະພັນຈິດຕະກຳ ທີ່ສ້າງຄວາມປະທັບໃຈທີ່ສຸດ ເຊິ່ງເປັນການປະສົມປະສານລະຫວ່າງສິລະປະ ແລະ ສະຖາປັດຕະຍາກຳ. ເມື່ອສັງເກດເຫັນຜະລິດຕະພັນວິຈິດຕະກຳນີ້ ນ້ອງກໍ່ວາດນຶກເຖິງກິດຈະກຳໃດໜຶ່ງ ຄິດເຖິງອັນໃດອັນໜຶ່ງ ເພື່ອຊ່ວຍການອອກແບບຂອງນ້ອງໃນໄລຍະທີ່ຈະມາເຖິງ”.

      ງານວາງສະແດງໄດ້ສະແດງໃຫ້ເຫັນການປະດິດຄິດສ້າງຈາກປະເພດຜະລິດຕະພັນ ຕະຫຼອດຮອດຮູບການສະແດງ ຈາກວິທີພື້ນເມືອງຄື ຈິດຕະກຳ, ປະຕິມາກຳ, ຖ່າຍຮູບສິລະປະຈັດວາງຕະຫຼອດຮອດວິທີສະແດງແບບທັນສະໄໝຄື ແຕ້ມຮູບດ້ວຍຄອມພິວເຕີ, ຖ່າຍທຳວີດີໂອສິລະປະ. ນີ້ກໍ່ແມ່ນວິທີ່ສະແດງຄວາມໃນໃຈ ວິທີນຶກຄິດຂອງຈິດຕະກອນໜຸ່ມ ຫວຽດນາມ. 

ຕອບກັບ