ງານວາງສະແດງ “ຄວາມເອກອ້າງທະນົງໃຈຕໍ່ເຂດຊາຍແດນ”

Ngoc Anh
Chia sẻ
(VOVWORLD) -ງານວາງສະແດງ “ຄວາມເອກອ້າງທະນົງໃຈຕໍ່ເຂດຊາຍແດນ” ຫາກໍ່ຖືກຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນງານວາງສະແດງຖືກຈັດຂຶ້ນປະຈຳປີ ໂດຍກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ, ຄະນະໂຄສະນາສຶກສາສູນກາງພັກ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ສະມາຄົມນັກຖ່າຍຮູບ ຫວຽດນາມ ສົມທົບກັນຈັດຂຶ້ນ. ໃນໂອກາດນີ້ ຄະນະຈັດຕັ້ງໄດ້ມອບລາງວັນການປະກວດ ຮູບຖ່າຍສິລະປະ “ຄວາມເອກອ້າງທະນົງໃຈຕໍ່ເຂດຊາຍແດນ”
 ງານວາງສະແດງ “ຄວາມເອກອ້າງທະນົງໃຈຕໍ່ເຂດຊາຍແດນ” - ảnh 1ບັນດາຜູ້ແທນຕັດແຖບຜ້າເປີດງານວາງສະແດງ

     ງານປະກວດຮູບຖ່າຍສິລະປະດ້ວຍຫົວເລື່ອງ “ຄວາມເອກອ້າງທະນົງໃຈຕໍ່ເຂດຊາຍແດນ” ໄດ້ຮັບບົດເຂົ້າຮ່ວມການປະກວດນັບແຕ່ເດືອນ ພຶດສະພາ ຫາເດືອນ ກັນຍາ ປີ 2020.  ບັນດາຮູບຖ່າຍທີ່ສົ່ງມາຮ່ວມງານປະກວດມີຄຸນນະພາບດີ, ມີລັກສະນະຄວາມປານີດສູງ, ມີເຕັກນິກການປະດິດຄິດສ້າງ, ເນື້ອໃນອຸອົມສົມບູນ. ຈາກຮູບຖ່າຍ 4.512 ແຜ່ນ ທີ່ສົ່ງມາຮ່ວມງານປະກວດ, ຄະນະຈັດຕັ້ງໄດ້ເລືອກເອົາຮູບຖ່າຍ 21 ແຜ່ນເພື່ອມອບລາງວັນ ໃນນັ້ນມີສອງລາງວັນທີໜຶ່ງ ໄດ້ແກ່ຊຸດຮູບຖ່າຍ “ພໍ່ລູກຊາວເຜົ່າ ມົ້ງ ຢູ່ ຊຸງລາ ແຂວງ ຮ່າຢາງ ແຂວນທຸງຊາດ ຕ້ອນຮັບບຸນເຕັດປະເພນີ” ຂອງນັກຖ່າຍຮູບ ເຢືອງຕ໊ຽນຢຸ໊ງ ແຂວງ ບັກຢາງ ແລະ ຮູບຖ່າຍ “ດ່ານກວດກາປ້ອງກັນຊາຍແດນ, ປ້ອງກັນຕ້ານ ໂຄວິດ - 19” ຂອງນັກຖ່າຍຮູບ ຮວິ່ງວັນຈ່ຽນ ຢູ່ນະຄອນ ດ່າໜັງ. ນອກຈາກນັ້ນກໍ່ຍັງມີ 3ລາງວັນທີສອງ, 6 ລາງວັນທີສາມ, 10 ລາງວັນຊົມເຊີຍ. ງານວາງສະແດງໄດ້ແນະນຳຕໍ່ມວນຊົນນະຄອນຫຼວງ ກ່ຽວກັບຮູບຖ່າຍ 100 ແຜ່ນ ເຊິ່ງລວມມີບັນດາຮູບຖ່າຍໄດ້ຮັບລາງວັນ. ມີຮູບຖ່າຍຫຼາຍແຜ່ນໄດ້ສະແດງໃຫ້ເຫັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ ໂດຍຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນ ທາງດ້ານວັດທະນະທຳ, ການເຄື່ອນໄຫວການຄ້າຂອງປະຊາຊົນ ຢູ່ສອງຟາກຊາຍແດນ;  ບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ ລະດົມກຳລັງໃຈ, ການພົບປະເຈລະຈາ, ສົມທົບກັນລາດຕະເວນຮ່ວມ ລະຫວ່າງບັນດາກອງປ້ອງກັນຊາຍແດນຂອງສອງຟາກຊາຍແດນ ແລະ ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ ການລົງທຶນ ວັດທະນະທຳ - ສັງຄົມ ວິທະຍາສາດ - ເຕັກນິກ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ... ລະຫວ່າງອຳນາດການປົກຄອງສອງຟາກຊາຍແດນ. ນັກຖ່າຍຮູບ ເຈິ່ນເຍິນກວ່ຽນ ອາຈານສອນຢູ່ມະຫາວິທະຍາໄລ ເວທີສະແດງຮູບເງົາ, ສະມາຊິກຄະນະຈັດຕັ້ງງານວາງສະແດງ ໃຫ້ຮູ້ວ່າ:

      “ຮູບຖ່າຍທັງໝົດທີ່ນຳມາຮ່ວມໃນງານວາງສະແດງ ສາມາດຕອບສະໜອງຄວາມຄອງຄອຍຂອງບັນດາມວນຊົນ. ນັ້ນແມ່ນບັນດາຮູບຖ່າຍທີ່ສອ່ງແສງເຖິງຄວາມງາມຂອງບ້ານເກີດເມືອງນອນ ປະເທດຊາດ, ທິວທັດທຳມະຊາດ ຕະຫຼອດຮອດການດຳລົງຊີວິດຂອງບັນດານັກຮົບ ທະຫານປ້ອງກັນຊາຍແດນ”.

       ງານວາງສະແດງໄດ້ປະກອບສ່ວນຮັບຮູ້ ແລະ ເຊີດຊູການປະກອບສ່ວນ, ຄວາມເສຍສະຫຼະອັນໃຫຍ່ຫຼວງ ຂອງຊາວ ຫວຽດນາມ ລຸ້ນຕ່າງໆ ພິເສດແມ່ນບັນດາພະນັກງານນັກຮົບ ກຳລັງປະກອບອາວຸດໃນກິດຈະການປົກປັກຮັກສາເອກະລາດ ອະທິປະໄຕ ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ນາງ ໂດ໊ທິລານແອັງ ຈາກ ຮ່າໂນ້ຍ ມາຊົມງານວາງສະແດງ ເປີດເຜີຍວ່າ:

       “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ກັບຮູບຖ່າຍທີ່ນຳມາວາງສະແດງ. ບັນດາຮູບຖ່າຍແມ່ນອຸດົມສົມບູນ ສະແດງອອກຜ່ານຫຼາຍຮູບການ ແລະ ໄດ້ສ່ອງແສງວາດພາບຢ່າງຮອບດ້ານກ່ຽວກັບຄວາມງາມຂອງປະເທດຊາດ ບ້ານເກີດເມືອງນອນ ແລະ ຊາວຫວຽດນາມ”. 

      ພ້ອມກັນນັ້ນ ງານວາງສະແດງຍັງສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ຂອງປະຊາຊົນທຸກຊັ້ນຄົນ ໃນນັ້ນພິເສດແມ່ນບັນດານັກຖ່າຍຮູບໃນທົ່ວປະເທດ ທີ່ມີຕໍ່ອະທິປະໄຕເຂດຊາຍແດນ ຜືນແຜ່ນດິນຂອງປະເທດຊາດ. ພ້ອມທັງເຄົາລົບນັບຖື ຕໍ່ບັນດາການປະກອບສ່ວນຂອງປູ່ຍ່າຕາຍາຍ ໃຫ້ແກ່ສັນຕິພາບຂອງຊາດ ແລະ ບັນດາຜົນງານທີ່ບັນລຸໄດ້ ໃນກິດຈະການປ່ຽນແປງໃໝ່ປະເທດຊາດ. ນາງ ຮວ່າງທິຍຸງ ຊາວຮ່າໂນ້ຍ ມາຊົມງານວາງສະແດງເວົ້າວ່າ:

      “ຜ່ານບັນດາຮູບຖ່າຍ ຂ້າພະເຈົ້າ ເຫັນໄດ້ເຖິງຈິດໃຈການຝຶກຊ້ອມຂອງບັນດານັກຮົບ ອັນໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມນິຍົມນັບຖື ແລະ ຕື້ນຕັນໃຈທີ່ສຸດ. ບັນດານັກຮົບປ້ອງກັນຊາຍແດນ ຍາມໃດກໍ່ເວນຍາມຮັກສາເຂດຊາຍແດນ ຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ. ຜ່ານນັ້ນກໍ່ເປັນການປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນ ແລະ ຄວາມຜູກພັນແບບເລືອດເນື້ອ ລະຫວ່າງກອງທັບ ແລະ ປະຊາຊົນ ເພື່ອປົກປັກຮັກສາຄວາມສະຫງົບສຸກຂອງປະເທດຊາດ”.

      ງານວາງສະແດງຖືກຈັດຂຶ້ນອີກເທື່ອໜຶ່ງ ກໍ່ແມ່ນໂອກາດເພື່ອໂຄສະນາວຽກງານຂີດຂັ້ນປັກຫຼັກໝາຍຊາຍ ແລະ ຄຸ້ມຄອງຊາຍແດນ. ຜ່ານນັ້ນປະກອບສ່ວນສຳຄັນເຂົ້າໃນການສ້າງຄວາມເຫັນດີ ເຫັນພ້ອມ ແລະ ປັບປຸງຄວາມເຊື່ອໝັ້ນ, ການສະໜັບສະໜູນຂອງປະຊາຊົນທຸກຊັ້ນຄົນທີ່ມີຕໍ່ລັດ ຫວຽດນາມອັນໄດ້ສ້າງເປັນກຳລັງແຮງສັງລວມ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນເວທີສາກົນ.

ຕອບກັບ