ງານບຸນປ່ອຍວ່າວບ້ານ ບ໊າເຢືອງໂນ້ຍ

Ngoc Anh
Chia sẻ
(VOVWORLD) -ແຕ່ລະປີຮອດວັນເພັງເດືອນສາມໄລ່ຕາມຈັນທະປະຕິທິນ, ໝູ່ບ້ານ ບ໊າເຢືອງໂນ້ຍ, ຕາແສງ ຮົ່ງຮ່າ ເມືອງ ດານເຟື້ອງ ໄດ້ຈັດງານບຸນປ່ອຍວ່າວໃນໝູ່ບ້ານ. ໃນໄລຍະຕໍ່ມາງານບຸນປ່ອຍວ່າວໝູ່ບ້ານ ບ໊າເຢືອງໂນ້ຍ ໄດ້ເປີດກວ້າງ ເພື່ອໃຫ້ບັນດາທ້ອງຖິ່ນອື່ນໆໄດ້ເຂົ້າຮ່ວມນຳ.  ງານບຸນປ່ອຍວ່າວບ້ານ ບ໊າເຢືອງໂນ້ຍ ໄດ້ມີມາກ່ວາພັນປີ ແລະ ເປັນງານບຸນປ່ອຍວາວໃຫຍ່ກ່ວາໝູ່ຢູ່ພາກເໜືອຫວຽດນາມ
ງານບຸນປ່ອຍວ່າວບ້ານ ບ໊າເຢືອງໂນ້ຍ - ảnh 1ງານບຸນປ່ອຍວ່າວບ້ານ ບ໊າເຢືອງໂນ້ຍ 

ບໍ່ຫຼາກຫຼາຍສີສັນຄືວ່າວເຫວ້, ບໍ່ເຮັດລະອຽດລະອໍຄືວ່າວຢູ່ ໂຮ້ຍອານ, ວ່າວຢູ່ ບ໊າເຢືອງໂນ້ຍ ກໍ່ບໍ່ມີຫາງ, ປີກວ່າວມີຮູບທີ່ລຽບງ່າຍຄືເຮືອ ຫຼື ສິກວົງເດືອນ.  ສິ່ງທີ່ໄດ້ສ້າງເປັນເຄື່ອງໝາຍຂອງປີກວ່າວຢູ່ແຫ່ງນີ້ກໍ່ແມ່ນສຽງຂຸ່ຍ, ຂຸ່ຍຖືກຕິດໃສ່ວ່າວ ເຊິ່ງໄດ້ສ້າງເປັນສຽງ ເປັນເອກະລັກ ແລະ ເປັນໜ້າມ່ວນຫູ, ທ່ານ ຟານວັນຮ່າ ຫົວໜ້າຄະນະຄຸ້ມຄອງ ປູຊະນີຍະສະຖານ ໝູ່ບ້ານ ບ໊າເຢືອງໂນ້ຍ, ຫົວໜ້າຄະນະຈັດຕັ້ງງານບຸນປ່ອຍວ່າວ  ໝູ່ບ້ານ ບ໊າເຢືອງໂນ້ຍ ໃຫ້ຮູ້ວ່າ:

    “ມາດຕະຖານເພື່ອເຂົ້າຮ່ວມການແຂ່ງຂັນປ່ອຍວ່າວ ນັ້ນແມ່ນວ່າວຕ້ອງມີລວງຍາວ 2,2 ແມັດ, ກວ້າງ 0,6 ແມັດ ແລະ ຕ້ອງຕິດຂຸ່ຍສາມອັນຂຶ້ນໄປ, ຂຸ່ຍນ້ອຍກວ່າໝູ່ກໍ່ຕ້ອງມີເສັ້ນຜ່ານສູນກາງ 2,5 ແມັດ. ແຕ່ລະປີກໍ່ໄດ້ມີໜຶ່ງລາງວັນທີ 1, ໜຶ່ງລາງວັນທີ 2, ສອງລາງວັນທີ 3 ແລະ ສາມລາງວັນຊົມເຊີຍ, ທັງໝົດມີ 7 ລາງວັນ. ມາດຕະຖານເພື່ອໃຫ້ຄະແນນແກ່ວ່າວ ແມ່ນອີງໃສ່ລວງສູງຂອງວ່າວ, ລະດັບຄວາມງາມ ແລະ ສຽງດັງຂອງຂຸ່ຍ. ຂະໜາດຂອງວ່າວບັນລຸມາດຕະຖານກໍ່ໄດ້ 10 ຄະແນນ, ສາມາດຂຶ້ນສູງກໍ່ໄດ້ 10 ຄະແນ, ເມື່ອຂຶ້ນສູງກໍ່ບໍ່ເຄື່ອນເໜັງກໍ່ໄດ້ 10 ຄະແນນ, ອອກສຽງຄຸ່ຍມ່ວນກໍ່ໄດ້ 10 ຄະແນນ ເປັນອັນວ່າຄະແນນທັງໝົດແມ່ນ 40 ຄະແນນ”.

     ເປີດສາກງານບຸນປ່ອຍວ່າວ ໝູ່ບ້ານ ບ໊າເຢືອງໂນ້ຍ, ໃນຕອນເຊົ້າວັນທີ 15 ເດືອນ 3 ໄລ່ຕາມຈັນທະປະຕິທິນ ຊາວບ້ານກໍ່ໄດ້ທຳພິທີໄຫວບູຊາຢູ່ວິຫານ ເພື່ອບູຊາເຈົ້າຖິ່ນເຈົ້າຖານ ເທວະດາຟ້າແຖນ, ທຸກໆຄົນກໍ່ໄດ້ຮ່ວມງານບຸນປ່ອຍວ່າວ ແລະ ໄດ້ນຳວ່າວມາແຕ່ເຊົ້າເພື່ອລໍຖ້າຢູ່ໜ້າປະຕູວິຫານ, ຫຼັງຈາກນັ້ນຈຶ່ງນຳເອົາວ່າວອອກສູ່ທົ່ງນາເພື່ອປ່ອຍ. ການປ່ອຍວ່າວແມ່ນດຳເນີນໃນຕອນບ່າຍວັນທີ 15 ເດືອນ 3 ໄລ່ຕາມຈັນທະປະຕິທິນ ໃນເວລາປະມານ 3 ຊົ່ວໂມງຄືແຕ່ 14 ໂມງ ຫາ 17 ໂມງ.

        ງານບຸນປ່ອຍວ່າວ ໝູ່ບ້ານ ບ໊າເຢືອງໂນ້ຍປີນີ້ ກໍ່ມີວ່າວເກືອບ 50 ອັນ ຂອງ 15 ສະໂມສອນທັງຢູ່ພາຍ ແລະ ຕ່າງນະຄອນ ຮ່າໂນ້ຍ. ວ່າວຂອງອ້າຍ ບຸຍກວາງລອງ, ສະໂມສອນວ່າວອານແຂັງ, ເມືອງ ຮວ່າຍດຶກ ຮ່າໂນ້ຍ ກໍ່ໄດ້ຮັບລາງວັນທີ 1. ງານບຸນວ່າວໝູ່ບ້ານ ບ໊າເຢືອງໂນ້ຍ ທັງແມ່ນການເຄື່ອນໄຫວວັດທະນະທຳ, ທັງມີຄວາມໝາຍທັງດ້ານຈິດວິນຍານ, ນັກສິລະປະການ ຫງວຽນຮຶວກຽມ ຫົວໜ້າສະໂມສອນປ່ອຍວ່າວພື້ນເມືອງ ຕາແສງ ຮົ່ງຮ່າ ເມືອງ ດານເຟື້ອງ ໃຫ້ຮູ້ວ່າ:

      “ງານບູນປ່ອຍວ່າວໝູ່ບ້ານ ບ໊າເຢືອງໂນ້ຍ ກໍ່ມີຈຸດພິເສດ ເມື່ອທຽບໃສ່ກັບໝູ່ບ້ານອື່ນໆໃນເຂດບ້ານນາ, ນັ້ນແມ່ນງານບຸນຂອງຊາວນາປູກເຂົ້ານາທາມ. ຖ້າວ່າວ່າວບິນຂຶ້ນສູງ, ຂຸ່ຍດັ່ງແຮງ, ໃນປີນັ້ນປະຊາຊົນກໍ່ມີຄວາມອີ່ມໜຳສຳລານ, ດິນຟ້າອາກາດອຳນວຍຄວາມສະດວກ, ລະດູການຜະລິດກໍ່ໄດ້ຮັບຜົນດີ, ວ່າວໃດທີ່ໄດ້ຮັບລາງວັນທີ 1 ແມ່ນຈະຖືກເກັບຮັກສາໄວ້ຢູ່ໃນວິຫານບູຊາເຈົ້າຖິ່ນເຈົ້າຖານ ເທວະດາຟ້າແຖນເປັນເວລາໜຶ່ງປີ ເພື່ອເຊີດຊູ ແລະ ໃຊ້ເປັນເຄື່ອງຂອງຖວາຍບູຊາເທວະດາຟ້າແຖນ.” 

    ບັນຍາກາດງານບຸນປ່ອຍວ່າວແມ່ນຟົດຟື້ນມ່ວນຊື່ນ. ຊາວບ້ານແຂກທ່ອງທ່ຽວກໍ່ໄດ້ຢືນຊົມຢູ່ຕາມຄັນນາ, ເຂົາເຈົ້າໄດ້ໂຮຮ້ອງ, ຢ່າງເບີກບານມ່ວນຊື່ນ. ເມື່ອວ່າວບິນຂຶ້ນສູງ, ເຂົາເຈົ້າທັງຊົມທັງໄດ້ຟັງສຽງຂຸ່ຍບາດຂຶ້ນບາດລົງ ບາດຕຳບາດສູງ. ທ່ານ ລີອອນກາວ ແຂກທ່ອງທ່ຽວຊາວຝະລັ່ງໄດ້ມາຊົມງານບຸນ ເວົ້າວ່າ:

    “ຂ້າພະເຈົ້າເບີກບານໃຈທີ່ສຸດເມື່ອໄດ້ມານີ້  ແລະ ໄດ້ຮັບການຕ້ອນຮັບຢ່າງສະໜິດສະໜົມຈາກຊາວບ້ານ. ຂ້າພະເຈົ້າເຫັນວ່ານີ້ແມ່ນການປະສົມປະສານລະຫວ່າງ ລັກສະນະພື້ນເມືອງ ກັບ ທັນສະໄໝ. ຂ້າພະເຈົ້າຍັງບໍ່ທັນໄດ້ເຫັນວ່າວທີ່ຕິດຂຸ່ຍຈັກເທື່ອ ເຊິ່ງມີລັກສະນະພິເສດທີ່ສຸດ. ຢູ່ຝະລັ່ງກໍ່ມີງານບຸນປ່ອຍວ່າວ ແລະ ເຄີຍຖືກຈັດຂຶ້ນຢູ່ແຄມທະເລ ແລະ ວ່າວກໍ່ບໍ່ຕິດຂຸ່ຍຄືຢູ່ ຫວຽດນາມ”

      ສຳລັບຊາວບ້ານ ບ໊າເຢືອງໂນ້ຍ, ແຕ່ດົນມາແລ້ວ ການຫຼິ້ນປ່ອຍວ່າວໄດ້ເຂົ້າສູ່ແນວຄິດຈິດໃຈຂອງເຂົາເຈົ້າ. ຈາກເຊັ່ນຄົນນີ້ຫາເຊັ່ນຄົນອື່ນ, ຊາວບ້ານກໍ່ພ້ອມກັນຮັກສາອະນຸລັກຄຸນຄ່າວັດທະນະທຳພື້ນເມືອງ ຂອງບ້ານເກີດເມືອງ ນອນ. ແລະ ໃນປັດຈຸບັນຢູ່ບ້ານ ບ໊າເຢືອງໂນ້ຍ ມີຄວາມເປັນກຽດກາຍເປັນໜຶ່ງໃນບັນດາສະຖານທີ່ວັດທະນະທຳພື້ນ ຂອງສະມາຄົມວັນນະຄະດີສິລະປະພື້ນເມືອງ ຫວຽດນາມ.

ຕອບກັບ