ຄວາມເປັນເອກະລັກສະເພາະຂອງເລື່ອງນະວະນິຍາຍ “ໜີ້ປະເທດຊາດ"

Ngoc Anh
Chia sẻ
(VOVWORLD) -“ໜີ້ປະເທດຊາດ” ເຊິ່ງແມ່ນບົດລະຄອນສະແດງບົນເວທີຖືກຫັນຈາກເລື່ອງນະວະນີຍາຍທີ່ມີຊື່ດຽວກັນຂອງຮອງສາດສະດາຈານປອຫງວຽນເຖກີ໋ປະທານສະພາທິດສະດີວິຈານວັນນະຄະດີສິລະປະສູນກາງອະດີດຜູ້ອຳນວຍການໃຫຍ່ VOV ເຊິ່ງໄດ້ຖືກຜູ້ກຳກັບການສະແດງ ນັກສິລະປິນປະຊາຊົນຈ້ຽວຈຸງກຽນພ້ອມກັບບັນດານັກສິລະປິນຂອງໂຮງລະຄອນກາຍເລືອງຫວຽດນາມ ແລະ ຄະນະສິລະປະ Unesco ມໍລະດົກຂັບລຳເງະອານ ທຳການຜະລິດ ແລະ ສະແດງໃນວັນທີ 25 ຫາ 26 ກໍລະກົດຢູ່ນະຄອນໂຮ່ຈີມິນ. ບົດລະຄອນໄດ້ສະແດງໃຫ້ເຫັນຮູບພາບປະທານໂຮ່ຈີມິນຈາກຄາວເຍົາໄວຕະຫຼອດຮອດເວລາເພິ່ນອອກໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດ.
ຄວາມເປັນເອກະລັກສະເພາະຂອງເລື່ອງນະວະນິຍາຍ “ໜີ້ປະເທດຊາດ"      - ảnh 1ສິລະປິນປະຊາຊົນຈ້ຽວຈຸງກຽນ ຜູ້ກຳກັບການສະແດງບົດລະຄອນ “ໜີ້ປະເທດຊາດ”  ແລະ ທ່ານຮອງສາດສະດາຈານ ປອ ຫງວຽນເຖກີ໋

     ດ້ວຍການຄົ້ນຄວ້າປະຫວັດສາດວັດທະນະທຳຢ່າງລະອຽດ ແລະ ຜ່ານການດຳລົງຊີວິດຢູ່ແຂວງເງະອານ ບ້້ານເກີດເມືອງນອນຂອງປະທານໂຮ່ຈີມິນເປັນເວລາຫຼາຍປີ, ຮອງສາດສະດາຈານ ປອ ຫງວຽນເຖກີ໋ໄດ້ສ້າງຮູບພາບຕົວລະຄອນ, ສະພາບສັງຄົມຢ່າງຈິງໃຈມີຊີວິດຊີວາລຽບງ່າຍແລະດຶງດູດຜູ້ອ່ານຜູ້ຊົມ. ເມື່ອທຽບໃສ່ບັນດາບົດປະພັນອື່ນໆ ທີ່ຂຽນກ່ຽວກັບປະທານໂຮ່ຈີມິນນັ້ນທ່ານຫງວຽນເຖກີ໋ ໄດ້ເລືອກເອົາ ແງ່ມູມສຳຜັດມີລັກສະນະກອນລຳ. ທ່ານຮອງສາດສະດາຈານ ປອ ຫງວຽນເຖກີ໋ ແບ່ງປັນວ່າ:

      “ເມື່ອຂຽນກ່ຽວກັບປະທານໂຮ່ຈີມິນແຕ່ພຽງເວົ້າເຖິງຊີວະປະຫວັດຫຍໍ້ຂອງທ່ານໂຮ່ຈີມິນເພິ່ນເຮັດຫຍັງປີໃດ, ທີ່ຈິງແລ້ວນີ້ກໍ່ແມ່ນວຽກງານຂອງບັນດານັກຄົ້ນຄວ້າປະຫວັດສາດຜູ້ບັນທຶກປະຫວັດສາດແລະນັກນຄົ້ນຄວ້າປະຫວັດສາດເທົ່ານັ້ນ. ສ່ວນໃນວັນນະຄະດີສິລະປະກໍ່ຕ້ອງປະດິດຄິດສ້າງທັງມີລັກສະນະແທ້ຈິງທັງມີລັກສະນປັ້ນແຕ່ງຂຶ້ນ. ພິເສດສຳລັບຜູ້ເປັນນັກສິລະປິນ ເມື່ອເຂົ້າສູ່ຂົງເຂດວັດທະນະທຳສິລະປະນັ້ນກໍ່ຕ້ອງເຂົ້າສູ່ຄວາມນຶກຄິດຄວາມໃນໃຈຂອງຕົວລະຄອນ”.

     ບົດລະຄອນກໍ່ບໍ່ຫັນຕົວລະຄອນເປັນເທບພະເຈົ້າ ແຕ່ກໍ່ຂຽນກ່ຽວກັບປະທານໂຮຈ່ມີນຢ່າງແທ້ຈິງ. ບໍ່ປະຕິເສດຄວາມສະຫຼາດສະຫຼຽວຂອງຫງວຽນຊິງກຸງ  ໝາຍເຖິງປະທານໂຮ່ຈີມິນຄາວໄວເດັກ, ແຕ່ຕາມຜູ້ຂຽນແລ້ວ ຄາວເຍົາໄວຂອງປະທານໂຮ່ຈີມິນກໍ່ແມ່ນເດັກທຳມະດາຄືດັ່ງເດັກຄົນອື່ນໆເທົ່ານັ້ນ. ການກະທົບຂອງຄອບຄົວ ຂອງຍຸກສະໄໝປະຫວັດສາດຈຶ່ງແມ່ນປັດໄຈຕັດສິນເທື່ອລະກ້າວແລະຄ່ອຍໆກາຍເປັນຫງວຽນອ໊າຍກວັກ - ໂຮ່ຈີມິນຜູ້ນຳທີ່ຍິ່ງໃຫຍ່ໃນໄລຍະຕໍ່ໄປ”.  “ໜີ້ປະເທດຊາດ” ກໍ່ແມ່ນການອະທິບາຍວ່າເປັນຫຍັງ ມີນັກວັດທະນະທຳດີເລີດຄືປະທານໂຮ່ຈີມິນ. ທ່ານຫງວຽນເຖກີ໋ ໃຫ້ຮູ້ຕື່ມອີກວ່າ:

      “ຂ້າພະເຈົ້າໃນນາມສ່ວນຕົວ ເມື່ອຂຽນສຳເລັດພາກທີໜຶ່ງຂອງເລື່ອງນະວະນິຍາຍ ແລະ ສ່ວນໜຶ່ງຂອງບົດລະຄອນສະແດງບົນເວທີນີ້, ຂ້າພະເຈົ້າເຫັນວ່າເບິ່ງຄືວ່າເຮົາໄດ້ປະສົບຜົນສຳເລັດ. ຂ້າພະເຈົ້າເວົ້າເຊັ່ນນັ້ນກໍ່ຍ້ອນວ່າສິ່ງນີ້ແມ່ນຂຶ້ນກັບມວນຊົນ, ເຮົາເອງກໍ່ບໍ່ສາມາດຕັດສິນໄດ້.ແຕ່ອາດຈະເວົ້າໄດ້ວ່າ ຂ້າພະເຈົ້າມີຄວາມພໍໃຈພໍສົມຄວນຕໍ່ສິ່ງທີ່ເຮົາສາມາດຂຽນມາໄດ້”.

       ບໍ່ພຽງແຕ່ມີຄວາມດູດດື່ມຍ້ອນບັນດາຮູບພາບການສະແດງທີ່ເປັນໜ້າຕື້ນຕັນໃຈເຊິ່ງບົດລະຄອນໄດ້ມີຈຸດປະດິດຄິດສ້າງແລະມີຄວາມເປັນເອກະລັກສະເພາະ. ນັ້ນແມ່ນຄວາມຕັດສິນຢ່າງແຮງກ້າຂອງຜູ້ກຳກັບການສະແດງທີ່ໄດ້ນຳວິນຍານຂອງສິລະປະຂັບບ່າຍຈ່ອຍພາກກາງ, ຂັບຫວີຢ່ຳ, ຂັບລຳພາກໃຕ້ເຂົ້າໃນບົດລະຄອນ,ສິລະປິນປະຊາຊົນຈ້ຽວຈຸງກຽນຜູ້ອຳນວຍກການ ໂຮງລະຄອນ ຂັບກາຍເລືອງຫວຽດນາມ ຜູ້ກຳກັບການສະແດງບົດລະຄອນບົນເວທີ “ໜີ້ປະເທດຊາດ” ໃຫ້ຮູ້ວ່າ :

       “ການປະສົມປະສານລະຫວ່າງຫຼາຍປະເພດດົນຕີ ເຂົ້າໃນບົດລະຄອນສະແດງບົນເວທີ ເຊັ່ນນັ້ນ ໄດ້ສ້າງເປັນລາຍການສະແດງສິລະປະທີ່ອຸດດົມສົມບູນ, ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມແລະສ່ວນໃດສ່ວນໜຶ່ງກໍ່ຫຼຸດຜ່ອນຄວາມເບື່ອໜ່າຍໃນບົດລະຄອນດຽວເຊິ່ງເຂົາເຈົ້າອາດຈະໄດ້ຟັງໃນພາບດຽວບັນດາປະເພດດົນຕີຂັບລຳທຳເພງພື້ນເມືອງຢູ່ທຸກເຂດແຄ້ວນ”.

     ບົດລະຄອນ “ໜີ້ປະເທດຊາດ” ຫາກໍ່ໄດ້ຮັບການອະນຸລັກຄຸນຄ່າທາງດ້ານສິລະປະເວທີສະແດງຂັບການເລືອງຂອງຊາດ ທັງຮັບເອົາສິ່ງທີ່ຍອດຍິ່ງຂອງເວທີສະແດງຍຸກປັດຈຸບັນໃນໂລກ. ທາງດ້ານສິລະປະບົດລະຄອນນີ້ ກໍ່ແມ່ນບົດລະຄອນດີເດັ່ນຂອງໂຮງລະຄອນກາຍເລືອງຫວຽດນາມ. ສອງພາກຕໍ່ໄປຂອງບົດລະຄອນ“ໜີ້ປະເທດຊາດ”ກໍ່ແມ່ນບັນດາບົດລະຄອນຄື: “ຊັດເຊພະເນຈອນຢູ່ຕາມທະເລ”  ແລະ “ເພິ່ນກັບເມືອປະເທດຊາດ” ເຊິ່ງຄາດວ່າຈະສະເໜີຕໍ່ຜູ້ຊົມໃນປີ 2023 ແລະ 2024  ທີ່ຈະມາເຖິງ. 

ຕອບກັບ