ຄວາມມານະພະຍາມ ນຳວັນນະຄະດີ ຫວຽດນາມ ອອກສູ່ຕ່າງປະເທດ ໃນໄລຍະເຊື່ອມໂຍງສາກົນ

Le Phuong
Chia sẻ
(VOVWORLD) -ສອງສາມປີມໍ່ໆມານີ້, ນັກປະພັນບາງຄົນຂອງ ຫວຽດນາມ ໄດ້ຮັການເຊີດຊູ ແລະ ໄດ້ຮັບລາງວັນສາກົນ ດ້ວຍບັນດາບົດປະພັນວັນນະຄະດີ ທີ່ປະທັບໃຈ. ພ້ອມກັນນັ້ນ ມີບົດປະພັນວັນນະຄະດີ ຫວຽດນາມ ຫຼາຍບົດກໍ່ໄດ້ຖືກແປ ແລະ ຈຳໜ່າຍອອກສູ່ປະເທດຕ່າງໆໃນໂລກ ອັນໄດ້ສະແດງໃຫ້ເຫັນວ່າ ວັນນະຄະດີ ຫວຽດນາມ ພວມມຸ່ງໄປສູ່ແດນໄກ. ການໂຄສະນາ ແລະ ນຳປຶ້ມອ່ານຂອງ ຫວຽດນາມ ອອກສູ່ຕ່າງປະເທດ ບໍ່ພຽງແຕ່ແມ່ນວິທີແນະນຳໃຫ້ແກ່ເພື່ອນມິດສາກົນ ໄດ້ຮັບຊາບກ່ຽວກັບບົດປະພັນວັນນະຄະດີທີ່ດີທີ່ມ່ວນຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນວິທີເຮັດການທ່ອງທ່ຽວ, ໂຄສະນາພາບພົດ ແລະ ວັດທະນະທຳຂອງປະເທດ ຫວຽດນາມອີກດ້ວຍ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ວັນນະຄະດີ ຫວຽດນາມ ສາມາດຄອງຕະຫຼາດຕ່າງໆ ທີ່ຕ້ອງການບົດປະພັນທີ່ມີຄຸນນະພາບສູງ
ຄວາມມານະພະຍາມ ນຳວັນນະຄະດີ ຫວຽດນາມ ອອກສູ່ຕ່າງປະເທດ  ໃນໄລຍະເຊື່ອມໂຍງສາກົນ - ảnh 1ບົດປະພັນ: “ບັນທຶກປະຈຳວັນໃນຄຸກ” ຂອງປະທານ ໂຮ່ຈີມິນ 

ນັບແຕ່ທົດສະວັດ 60 ຂອງສະຕະວັດກ່ອນ, ບົດປະພັນ: “ບັນທຶກປະຈຳວັນໃນຄຸກ” ຂອງປະທານ ໂຮ່ຈີມິນ ໄດ້ຖືກແປເປັນຫຼາຍພາສາເຊັ່ນ: ອັງກິດ, ຝະລັ່ງ, ລັດເຊຍ, ແອັດສະປາຍ… ມາຮອດປັດຈຸບັນ ຜູ້ຄົນທັງຫຼາຍຍັງສືບຕໍ່ຊອກອ່ານ ແລະ ຍັງມີຫຼາຍຄົນມີຄົນນິຍົມນັບຖື ແລະ ສືບຕໍ່ແປ ແລະ ພິມຈຳໜ່າຍຊຸດກາບກອນ ອອກສູ່ພາສາຕ່າງອີດ້ວຍ. ສຳລັບເລື່ອງສັ້ນ: “ແມງຈີ່ລໍ່ຊັດເຊພະເນຈອນ” ທີ່ມີຊື່ສຽງຂອງນັກປະພັນ ໂຕຮວ່າຍ, ນີ້ແມ່ນປຶ້ມອ່ານຖືກແປເປັນຫຼາຍພາສາທີ່ສຸດຂອງ ຫວຽດນາມ ເຊິ່ງໄດ້ແນະນຳເຖິງຜູ້ອ່ານຢູ່ກວ່າ 40 ປະເທດ ແລະ ເຂດແຄ້ວນໃນໂລກ. ນີ້ພຽງແຕ່ແມ່ນສອງໃນຈຳນວນບັນດາບົດປະພັນວັນນະຄະດີທີ່ດີເດັ່ນ ຂອງວັນນະຄະດີ ຫວຽດນາມ ໄດ້ຖືກບັນດາສຳນັກພິມຕ່າງປະເທດຊື້ລິດຂະສິດ ແລະ ຈຳໜ່າຍຢູ່ບັນດາຕະຫຼາດສາກົນ. ເຖິງຢ່າງໃດກໍ່ຕາມ ເມື່ອທຽບໃສ່ຈຳນວນບັນດາບົດປະພັນວັນນະຄະດີຢ່າງຫຼວງຫຼາຍຂອງ ຫວຽດນາມ ນັ້ນ, ນີ້ພຽງແຕ່ສ່ວນໜ້ອຍເທົ່ານັ້ນ. ນັກກະວີ ຫວຽນກວາງຖ່ຽວ ຮອງເລຂາທິການໃຫຍ່ຜູ້ທີໜຶ່ງ ຂອງສະມາຄົມນັກປະພັນວັນນະຄະດີອາຊີ - ອາຟຣິກາ,  ຮອງປະທານສະມາຄົມນັກປະພັນວັນນະຄະດີ ຫວຽດນາມ ເວົ້ົ້ົ້ົ້ົ້າວ່າ:

     “ວັນນະຄະດີຂອງ ຫວຽດນາມ ແມ່ນຍັງບໍ່ທັນສາມາດ ເພື່ອຈະດຶງດູດບັນດາສຳນັກພິມໃນໂລກ ມາຊື້ລິຂະສິດ ເພື່ອພິມຈຳໜ່າຍ ແລະ ແປເປັນພາສາປະເທດຕ່າງໆ. ພວກເຮົາສາມາດໂຄສະນາດ້ວຍເລື່ອງທີ່ພວກເຮົາແປປຶ້ມອ່ານ ຂອງພວກເຮົາ. ພວກເຮົາເຮັດໄດ້ສິ່ງນັ້ນ ກໍ່ແມ່ນວ່າບັນດາບົດປະພັນວັນນະຄະດີ ຫວຽດນາມ ຈຶ່ງເລີ່ມປາກົດຕົວຢູ່ຕ່າງປະເທດ”.

      ຄວາມຈິງໄດ້ສະແດງໃຫ້ເຫັນວ່າ ວັນນະຄະດີປຽບເໝືອນຂົວເຊື່ອມຕໍ່ລະຫວ່າງຟາກຝັ່ງ ທີ່ມີຄວາມແຕກຕ່າງກັນ ທາງດ້ານລະບອບລະບຽບການ, ວັດທະນະທຳ, ພາສາ ແລະ ຮີດຄອງປະເພນີ. ຫວຽດນາມ ກໍ່ໄດ້ເຄີຍຮັບເອົາການແຊກຊຶມ ຈາກບັນດາພື້ນຖານວັດທະນະທຳໃຫຍ່ ໂດຍຜ່ານພື້ນຖານວັນນະຄະດີຄື: ລັດເຊຍ, ຝະລັ່ງ, ອັງກິດ, ເຢຍລະມັນ, ຈີນ, ອາເມລິກາ… ແລະ ກົງກັນຂ້າມວັນນະຄະດີ ຫວຽດນາມ ກໍ່ໄດ້ຖືກໂລກຮູ້ຈັກເຖິງຫຼາຍກວ່າໝູ່ ຜ່ານບັນດາບົດປະພັນທີ່ມີຊື່ສຽງຂອງຍຸກໃກ້ປັດຈຸບັນ, ເປັນຕົ້ນແມ່ນບັນດາບົດປະພັນໃນສະໄໝສົງຄາມ. ທ່ານ ຫວຽນກວາງຖ່ຽວ ຖືວ່າ:

      “ຄວາມຈິງພວກເຮົາໄດ້ມີບັນດາບົດປະພັນວັນນະຄະດີທີ່ດີເດັ່ນທີ່ສຸດ. ພາຍຫຼັງປີ 1975, ມີບາງບົດປະພັນໄດ້ຖືກແປເປັນພາສາຕ່າງປະເທດ ເພາະວ່າມັນມີລັກສະນະສະເພາະຂອງຕົນ ເມື່ອທຽບໃສ່ວັນນະຄະດີ ຫວຽດນາມ ໃນສະໄໝສົງຄາມ ຫຼືໃນໄລຍະກ່ອນນັ້ນ. ແລະ ຊາວຕ່າງປະເທດຈຳນວນໜຶ່ງ ພຽງແຕ່ມີຄວາມສົນໃຈເຖິງສິ່ງນັ້ນ. ແຕ່ພາຍຫຼັງທີ່ສົງຄາມແກ່ຍາວເປັນເວລາເກືອບເຄິ່ງສະຕະວັດໄດ້ສິ້ນສຸດລົງ, ຊາວຕ່າງປະເທດມີຄວາມສົນໃຈທີ່ສຸດ, ເຂົາເຈົ້າຢາກຊອກຮູ້ບັນດາບົດປະພັນທີ່ເວົ້າເຖິງຊີວິດຢູ່ເຂດຊົນນະບົດ, ບັນດາບົດປະພັນທີ່ເວົ້າເຖິງໄວໜຸ່ມໃນປັດຈຸບັນ ທີ່ພວມດຳລົງຊີວິດຄືແນວໃດ, ບັນດາບົດປະພັນທີ່ລົງເລິກກ່ຽວກັບຄວາມງາມທາງດ້ານວັດທະນະທຳ ຫວຽດນາມ”.

     ພື້ນຖານວັນນະຄະດີ ຫວຽດນາມ ກໍ່ໄດ້ມີປະຫວັດຄວາມເປັນມາເປັນໄລຍະດົນນານ ແລະ ມີຄຸນຄ່າອັນປະເສີດ ແລະ ໄດ້ນຳບັນດາບົດປະພັນວັນນະຄະດີອອກສູ່ຕ່າງປະເທດ, ຍາມໃດກໍ່ແມ່ນຄວາມມຸ່ງຫວັງ ຂອງວົງການນັກປະພັນວັນນະຄະດີຢູ່ພາຍໃນປະເທດ. ເພື່ອເພີ່ມທະວີການເຈືອຈານ ລະຫວ່າງວັດທະນະທຳ ຫວຽດນາມ ກັບສາກົນ, ໃນນັ້ນມີວັດທະນະທຳ - ສິລະປະ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສ້າງແຜນຮ່າງໂຄສະນາ ພິມຈຳໜ່າຍຜະລິດຕະພັນວັນນະຄະດີ ຫວຽດນາມ ອອກສູ່ຕ່າງປະເທດໄລຍະ 2016 – 2020 ເຊິ່ງໄດ້ກຳນົດແຈ້ງກ່ຽວກັບເປົ້າໝາຍ ແນະນຳບັນດາຄຸນຄ່າທາງດ້ານວັດທະນະທຳ, ຈິດໃຈຂອງຊາດ ໃຫ້ແກ່ເພື່ອນມິດສາກົນ, ໂຄສະນາ ແລະ ຢັ້ງຢືນລິຂະສິດແຫ່ງຊາດ ທີ່ມີຕໍ່ບົດປະພັນວັນນະຄະດີທີ່ມີຄຸນຄ່າຂອງ ຫວຽດນາມ. ນັກກະວີ ຫວຽນກວາງຖ່ຽວ ໃຫ້ຮູ້ຕື່ມອີກວ່າ:

     “ສອງສາມປີມໍ່ໆມານີ້ ການພົວພັນແລກປ່ຽນລະຫວ່າງ ຫວຽດນາມ ແລະ ໂລກ ແລະ ພິເສດແມ່ນປະເທດຕ່າງໆນັ້ນ, ເຂົາເຈົ້າກໍ່ຢາກຮັບຮູ້ ຫວຽດນາມ, ຢາກກ້າວເຂົ້າສູ່ ຫວຽດນາມ ຢ່າງລະອຽດກວ່າ ໃນບັນດາບັນຫາທາງດ້ານການເມືອງ, ເສດຖະກິດ ຫຼື ການຮ່ວມມືໃນຂົງເຂດອື່ນໆ, ທຳອິດເຂົາເຈົ້າໄດ້ຊອກຮູ້ກ່ຽວກັບວັນນະຄະດີ ຫວຽດນາມ. ເພາະວ່າບໍ່ມີຫຍັງຈະເໜືອກວ່າວັນນະຄະດີ, ເຂົາເຈົ້າສາມາດເຂົ້າໃຈເລິກກ່ຽວກັບຊາວ ຫວຽດນາມ ຜ່ານບັນດາຂົງເຂດຄື ແນວຄິດ, ນ້ຳໃຈ, ທັດສະນະ,  ວິຖີຊີວິດ, ວັດທະນະທຳ…”

     ຫຼາຍປີມານີ້, ສະມາຄົມນັກປະພັນວັນນະຄະດີ ຫວຽດນາມ ຍາມໃດກໍ່ຕັ້ງໜ້າປະຕິບັດການແນະນຳວັນນະຄະດີຂອງຊາດອອກສູ່ໂລກພາຍນອກ ຄືດັ່ງຍຸດທະສາດໂຄສະນາ ວັນນະຄະດີ  ວັດທະນະທຳ ຫວຽດນາມ. ໄດ້ມີບັນດານັກປະພັນບົດປະພັນ, ບົດປະພັນວັນນະຄະດີຕື່ມອີກ ຢ່າງຫຼວງຫຼາຍ ເພື່ອໃຫ້ມວນຊົນສາກົນຮູ້ຈັກເຖິງ. ສິ່ງນີ້ໄດ້ສະແດງໃຫ້ເຫັນການມຸ່ງໄປສູ່ຈຸດປະສົງ ນຳວັນນະຄະດີ ຫວຽດນາມ ອອກສູ່ຕ່າງປະເທດ, ສິ່ງນີ້ກໍ່ຕ້ອງການມີການຮ່ວມແຮງຮ່ວມໃຈ ຂອງບັນດານັກກະວີ, ນັກປະພັນວັນນະຄະດີ, ສຳນັກພິມຕະຫຼອດຮອດຖັນແຖວນັກແປພາສາ, ເຮັດໄດ້ເຊັ່ນນັ້ນ ຈຶ່ງສາມາດນຳວັນນະຄະດີ ຫວຽດນາມ ໃຫ້ເຊື່ອມໂຍງເຂົ້າກັບສາກົນໄດ້.

ຕອບກັບ