ຂີດໝາຍແຫ່ງອະລິຍະທຳແມ່ນ້ຳແດງ ໃນວັດທະນະທຳ ທັງລອງ

Bui Hang
Chia sẻ
(VOVWORLD) -ຕາມການເວລາ, ແມ່ນ້ຳແດງ ໄດ້ສ້າງເປັນເຂດດິນສັນດອນ ທີ່ອຸດົມສົມບູນ, ໃນນັ້ນມີນະຄອນຫຼວງ ຮ່າໂນ້ຍ. ອາດເວົ້າໄດ້ວ່າ ແມ່ນ້ຳແດງ ບໍ່ພຽງແຕ່ແມ່ນສັນຍາລັກແຫ່ງພື້ນຖານອະລິຍະທຳເຂົ້ານາທາມ    ເຂດທົ່ງພຽງພາກເໜືອເທົ່ານັ້ນ ຫາກຍັງນຳບັນດາຄຸນຄ່າທາງດ້ານວັດທະນະທຳ ທີ່ເປັນເອກະລັກມາໃຫ້ຊາວ ຫວຽດນາມ ອີກດ້ວຍ
ຂີດໝາຍແຫ່ງອະລິຍະທຳແມ່ນ້ຳແດງ ໃນວັດທະນະທຳ ທັງລອງ - ảnh 1 ແມ່ນ້ຳແດງ ຕອນໄຫຼຜ່ານນະຄອນຫຼວງຮ່າໂນ້ຍ

ພື້ນຖານອະລິຍະທຳແມ່ນ້ຳແດງ ຖືກສ້າງຂຶ້ນນັບແຕ່ປາງກີ້ປາງກ່ອນ, ເຖິງວ່າ ບໍ່ມີກຳລັງແຜ່ຂະຫຍາຍຢ່າງກວ້າງຂວາງຄື ບັນດາພື້ນຖານອະລິຍະທຳອື່ນໆກໍ່ຕາມ ແຕ່ພັດມີບັນດາຄຸນຄ່າ ແລະ ຄວາມເປັນເອກະລັກສະເພາະ. ນາງ ເລມິງ ນັກຄົ້ນຄວ້າ ສັງກັດສະຖານບັນວັດທະນະທຳ ສິລະປະແຫ່ງຊາດ ຫວຽດນາມ ເວົ້າວ່າ:

      “ພື້ນຖານອະລິຍະທຳເຂົ້ານາທາມ ມີບົດບາດສຳຄັນໃນການສ້າງ ແລະ ຂະຫຍາຍຕົວຂອງປະຫວັດສາດໂລກ. ຢູ່ໃນໂລກນີ້, ເມື່ອເວົ້າເຖິງອະລິຍະທຳເຂົ້ານາທາມ, ຜູ້ຄົນທັງຫຼາຍກໍ່ເລີຍຄິດເຖິງບັນດາເຂດທົ່ງພຽງ ເຂົ້ານາທາມ ເຊິ່ງແມ່ນບັນດາເຂດດິນສັນດອນ ກຳເນີດມາຈາກແມ່ນ້ຳຕ່າງໆ ຢູ່ໃນໂລກນີ້ຄື  ແມ່ນ້ຳຄົງຄາ ຢູ່ອິນເດຍ, ແມ່ນ້ຳນິນ ຢູ່ ເອຢິນ… ແຕ່ເມື່ອເວົ້າເຖິງປະຫວັດຄວາມເປັນມາຂອງຕົ້ນເຂົ້າ, ຂອງບັນດາເຂດທົ່ງພຽງແຫ່ງອະລິຍະທຳເຂົ້ານາທາມນັ້ນ, ຜູ້ຄົນທັງຫຼາຍຈະຕ້ອງເຕື້ອງເຖິງບັນດາເຂດດິນຈາກຈີນລົງໄປທາງທິດໃຕ້ ຊຶ່ງປັດຈຸບັນ ເອີ້ນວ່າອາຊີຕາເວັນອອກສຽງໃຕ້. ແລະ ປະເທດ ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາອູ່ທຳອິດ ຂອງອະລິຍະທຳເຂົ້ານາທາມ. ແລະ ຍ້ອນຫຍັງ ທີ່ຈະສ້າງເປັນເຂດທົ່ງພຽງເຊັ່ນນັ້ນ, ນັ້ນກໍ່ຍ້ອນມີແມ່ນ້ຳແດງ; ນັ້ນກໍ່ແມ່ນແຫຼ່ງນ້ຳ ເພື່ອລ້ຽງດູເຂດທົ່ງພຽງຂອງພວກເຮົາ”.

       ແຕ່ລະແຫ່ງ ເມື່ອແມ່ນ້ຳແດງໄຫຼຜ່ານ, ກໍ່ລ້ວນແຕ່ສ້າງບັນດາຄຸນຄ່າ ທາງດ້ານວັດທະນະທຳພື້ນເມືອງ ທີ່ເປັນເອກະລັກ, ໃນນັ້ນພົ້ນເດັ່ນຂຶ້ນແມ່ນວັດທະນະທຳ ທັງລອງ. ເຖິງວ່າຕອນໄຫຼຜ່ານ ຮ່າໂນ້ຍ ພຽງແຕ່ສັ້ນໆ ເມື່ອທຽບໃສ່ລວງຍາວທັງແມ່ນ້ຳແດງກໍ່ຕາມ, ແຕ່ຂີດໝາຍແຫ່ງວັດທະນະທຳ ແມ່ນ້ຳລຳເຊ ແລະ ຮີດຄອງປະເພນີ ກໍ່ໄດ້ຮັບການສ່ອງແສງຢ່າງຈະແຈ້ງທີ່ສຸດ. ນາງ ເລມິງ ໃຫ້ຮູ້ຕື່ມອີກວ່າ:

      “ແມ່ນ້ຳແດງ ບໍ່ພຽງແຕ່ແມ່ນອູ່ລ້ຽງດູພື້ນຖານອະລິຍະທຳເຂົ້ານາທາມເທົາ ນັ້ນ, ມັນຍັງແມ່ນອູ່ເພື່ອລ້ຽງດູພື້ນຖານວັດທະນະທຳ ຂອງຫວຽດນາມ ອີກດ້ວຍ, ແລະ ແມ່ນ້ຳແດງ ກໍ່ແມ່ນແຫ່ງ ເລີ່ມຈາກວິຖີຊີວິດ ປະເພນີການປູກຝັງຕັ້ງພູມລຳເນົາຄົງທີ່ ແລະ ເລີ່ມຈາກພື້ນຖານວັດທະນະທຳ ໝູ່ບ້ານຕາແສງ ຈົນຮອດປັດຈຸບັນກໍ່ຍັງຄົງມີຜົນສະທ້ອນໃນທົ່ວປະເທດ ຫວຽດນາມ. ຖ້າຫາກພວກເຮົາໄປລຽບຕາມແມ່ນ້ຳແດງ ກໍ່ຈະເຫັນມີວັດວາອາຮາມ, ວິຫານ ສາລາ, ບັນດາມໍລະດົກ, ຮ່ອງຮອຍສະຖານຫຼາຍແຫ່ງ ແລະ ພົ້ນເດັ່ນຂຶ້ນໃນຈຳນວນດັ່ງກ່າວ ກໍ່ແມ່ນຫໍບູຊາສອງພະນາງ ຈຶງ ຢູ່ແຂວງ ຫວິງຟຸກ, ກຳແພງ ໂກ໋ລວາ ໄດ້ຮັບການກໍ່ສ້າງໃນສະຕະວັດທີ III, ພະລາດຊະວັງ ທັງລອງ…”

     ຮ່າໂນ້ຍ ໄດ້ຖືກອຸປະມາຄືດັ່ງນະຄອນ ນອນໃນທ່າມກາງແມ່ນ້ຳລຳເຊ, ດ້ວຍແມ່ນ້ຳໃຫຍ່ນ້ອຍ 6 ສາຍໄຫຼອ້ອມແອ້ມເຊັ່ນ: ແມ່ນ້ຳແດງ, ແມ່ນ້ຳດ່າ, ແມ່ນ້ຳດ໊ວງ, ແມ່ນ້ຳກາໂລ, ແມ່ນ້ຳກົ່າ, ແມ່ນ້ຳໂຕລິກ, ແມ່ນນ້ຳເຍະ,  ແມ່ນ້ຳໃດ໋, ແມ່ນ້ຳຕິກ. ແມ່ນ້ຳແດງ ກໍ່ແມ່ນເສັ້ນຂີດຂັ້ນ ລະຫວ່າງໃຈກາງນະຄອນ ແລະ ເຂດຊານນະຄອນ ຮ່າໂນ້ຍ. ນັກຄົ້ນຄວ້າ ເລມິງ ໃຫ້ຮູ້ຕໍ່ໄປວ່າ:

     “ອາດຈະເວົ້າໄດ້ວ່າ ຮ່າໂນ້ຍ ແມ່ນນະຄອນນອນໃນທ່າມກາງແມ່ນ້ຳລຳເຊ, ແມ່ນ້ຳແດງ ກໍ່ແມ່ນແມ່ນ້ຳສາຍໃຫຍ່ກວ່າໝູ່ ໄຫຼຜ່ານນະຄອນນີ້. ແມ່ນ້ຳແດງ ສະໜອງວັດຖຸສິ່ງຂອງ ໃຫ້ແກ່ຊາວ ຮ່າໂນ້ຍ ດ້ວຍຕົົ້ນເຂົ້າ, ຄົມມະນາຄົມທາງນ້ຳ, ແຕ່ກໍ່ຍັງລ້ຽງດູທາງດ້ານຈິດໃຈ ໃຫ້ຊາວນະຄອນຫຼວງດ້ວຍບັນດາບົດເພງ, ວາດຟ້ອນດ້ວຍວັດທະນະທຳທີ່ມີມານັບ 1.000 ປີ, ດ້ວຍໄລຍະປະຫວັດສາດທີ່ມີມາແຕ່ດົນນານ ຂອງດິນແດນແຫ່ງນະຄອນຫຼວງ”.

    ຢູ່ ຮ່າໂນ້ຍ ບັນດາສະຖາປັດຕະຍາກຳວັດທະນະທຳສ່ວນຫຼາຍ ກໍ່ລ້ວນແຕ່ຖືກຕັ້ງຢູ່ແຄມແມ່ນ້ຳ, ຢູ່ໃກ້ກັບແຫຼ່ງນ້ຳ. ບັນດາສະຖາປັດຕະຍາກຳຄື ສາລາ, ວິຫານ, ຫໍໂຮງບູຊາ… ກໍ່ໄດ້ຮັບການສ້າງຂຶ້ນເປັນຮູບປະທຳ ຈາກແມ່ນ້ຳແດງ, ທັງໝົດກໍ່ລ້ວນແຕ່ສ່ອງແສງ ໃນວັດທະນະທຳ ທັງລອງ ຢ່າງຈະແຈ້ງ. ບັນດາໝູ່ບ້ານອາຊີບ ຈາກທຸກໆແຫ່ງ ກໍ່ລ້ວນແຕ່ເຕົ້າໂຮມຢູ່ທີ່ນີ້ ອັນໄດ້ສ້າງບັນດາຄຸນຄ່າທາງດ້າວວັດທະນະທຳ ທີ່ຍອດຍິ່ງ ແລະ ໃນປັດຈຸບັນຍັງຄົງປະກົດ ໃນຊີວິດປະຈຳວັນຂອງຊາວ ຮ່າໂນ້ຍ ຄື ອາຊີບຜະລິດເຄື່ອງປັ້ນດິນເຜົາ, ອາຊີບເຮັດນ້ຳຖົ່ວເຫຼືອງ… ເພື່ອນ ຫງວຽນທິຈ່າ ນັກສຶກສາມະຫາວິທະຍາໄລ ວັດທະນະທຳ ຮ່າໂນ້ຍ ແບ່ງປັນວ່າ:

    “ຕາມຂະແໜງຮຽນຂອງຕົນ ກ່ຽວກັບພື້ນຖານວັດທະນະທຳຂອງ ຫວຽດນາມ, ເຮົາເຫັນວ່າແມ່ນ້ຳແດງ ກໍ່ແມ່ນຕົວແທນ, ແມ່ນຫຼັກຖານທີ່ມີຊີວິດ ໃຫ້ແກ່ພື້ນຖານວັດທະນະທຳ ນະຄອນຫຼວງຮ່າໂນ້ຍ. ມາຮອດທຸກວັນນີ້, ເຖິງວ່າວັດທະນະທຳ ຫວຽດນາມ ໄດ້ຖືກແຊກຊຶມຈາກຫຼາຍແຫ່ງໃນໂລກກໍ່ຕາມ ແຕ່ເຮົາຍັງຮູ້ສຶກວ່າສີສັນພື້ນເມືອງ ແມ່ນເລີ່ມມາຈາກ ແມ່ນ້ຳແດງຍັງຄົງຕົວເໝືອນເດີມ. ຂ້າ ພະເຈົ້າຄິດວ່າ ບັນດາຄຸນຄ່ານີ້ ຄວນຈະໄດ້ຮັບການຮັກສາ, ຖະຫນຸຖະໝອມ ກໍ່ຄືຄວນໄດ້ຮັບການໂຄສະນາເຜີຍແຜ່ ເພື່ອໃຫ້ຫຼາຍຄົນຮູ້ຈັກຕື່ມອີກ”.

      ມາຮອດປັດຈຸບັນ, ບັນດາຄຸນຄ່າ ເຊິ່ງພື້ນຖານອະລິຍະທຳແມ່ນ້ຳແດງນຳມາໃຫ້ນັ້ນ ຍັງຄົງປະກົດຕົວຢ່າງຈະແຈ້ງ ໃນຈຸດວັດທະນະທຳສັງຄົມຂອງນະຄອນຫຼວງ, ຈາກສະຖາປັດຕະຍາກຳ, ໝູ່ບ້ານອາຊີບ, ຕະຫຼອດຮອດດົນຕີ, ການເຫຼື້ອມໃສ ທັງໝົດເຫຼົ່ານັ້ນ ກໍ່ໄດ້ສະແດງໃຫ້ເຫັນພະລັງຊີວິດ ອັນທົນທານຜ່ານຜ່າການເວລາ ຂອງບັນດາຄຸນຄ່າ ແລະ ຈຸດຄວາມງາມ ທາງດ້ານວັດທະນະທຳ ບົນດິນແດນແຫ່ງນະຄອນຫຼວງທັງລອງ - ຮ່າໂນ້ຍ.

ຕອບກັບ