ການເຫຼື້ອມໃສບູຊາເຈົ້າແມ່ສາມພະນາງ - ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງຊາວ ຫວຽດນາມ

Ba Thi
Chia sẻ
(VOVWORLD) -ການເຫຼື້ອມໃສບູຊາເຈົ້າແມ່ສາມພະນາງຂອງຊາວຫວຽດນາມ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ມໍລະດົກທີ 11 ຂອງຊາວ ຫວຽດນາມ ເຊິ່ງໄດ້ຮັບການຮັບຮອງຈາກອົງການ Unesco ເມື່ອປີ 2016. ມໍລະກົດນີ້ມີຂອບເຂດຢ່າງກວ້າງຂວາງທີ່ສຸດ ໃນບັນດາມໍລະດົກຂອງ ຫວຽດນາມ ດ້ວຍບໍລິເວນໃນ 21 ແຂວງ ແລະ ນະຄອນຈາກພາກເໜືອລົງຮອດພາກໃຕ້
ການເຫຼື້ອມໃສບູຊາເຈົ້າແມ່ສາມພະນາງ -  ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງຊາວ ຫວຽດນາມ - ảnh 1ພິທີກຳໃນການເຫຼື້ອມໃສບູຊາເຈົ້າແມ່ສາມພະນາງຢູ່ຫວຽດນາມ

ການເຫຼື້ອມໃສບູຊາເຈົ້າແມ່ສາມພະນາງຂອງຊາວຫວຽດນາມ ແມ່ນການປະສົມປະສານທາງດ້ານສາສະໜາ ໃນທ້ອງຖິ່ນຂອງຊາວ ຫວຽດນາມ ແລະ ບາງປັດໄຈທາງສາສະໜາທີ່ນຳເຂົ້າຈາກຕ່າງປະເທດ. ບັນດາເຈົ້າແມ່ ແລະ ເທວະດາຟ້າແຖນ ໃນຫໍບູຊາເຈົ້າແມ່ສາມພະນາງ ແມ່ນມີກົກເຄົ້າບໍ່ພຽງແຕ່ຂອງຊາວ ກິ່ງ ເທົ່ານັ້ນ ຫາກຍັງຂອງບັນດາເຜົ່າສ່ວນໜ້ອຍຢູ່ ຫວຽດນາມ ຄື  ເມື່ອງ, ໄຕ່, ນຸ່ງ, ຢ້າວ… ເຊິ່ງໄດ້ສະແດງໃຫ້ເຫັນການພົວພັນແລກປ່ຽນທາງດ້ານວັດທະນະທຳ ແລະ ສາຍພົວພັນຢ່າງສະເໝີພາບ, ສະໜິດຕິດພັນ ລະຫວ່າງບັນດາເຜົ່າຢູ່ປງະເທດ ຫວຽນາມ. ການເຫຼື້ອມໃສບູຊາເຈົ້າແມ່ສາມພະນາງຂອງຊາວຫວຽດນາມ ແມ່ນຮູບການບູຊາພະແມ່ ທີ່ໄດ້ປ່ຽນໂຕເປັນເທວະດາຢູ່ບັນດາເຂດນ່ານຟ້າ, ເທວະດານ້ຳ ແລະ ເທວະດາພູຜາ ເຊິ່ງໄດ້ສ້າງຂຶ້ນເປັນຮູບປະທຳບົນພື້ນຖານການເຫຼື້ອມໃສບູຊາເຈົ້າແມ່. ຕາມເທບນິຍາຍແລ້ວ, ເຈົ້າແມ່ ຫຼຽວແຮັ້ງ ແມ່ນນາງເທວະດາຈາກສະຫວັນ ໄດ້ລົງສູ່ໂລກມະນຸດ ເພື່ອກາຍເປັນມະນຸດ ແລ້ວກໍ່ນັບຖືສາສະໜາພຸດ ແລະ ໄດ້ຮັບການເຊີດຊູເປັນເຈົ້າແມ່ ເຊິ່ງແມ່ນໜຶ່ງໃນຈຳນວນສີ່ພະອໍລະຫັນອະມະຕະຂອງຊາວ ຫວຽດນາມ. ນັບແຕ່ສະຕະວັດ XVI ການເຫຼື້ອມໃສບູຊາເຈົ້າແມ່ສາມພະນາງຂອງຊາວຫວຽດນາມ ໄດ້ກາຍເປັນການດຳເນີນຊີວິດວັດທະນະທຳທາງສາສະໜາ ທີ່ມີຜົນສະທ້ອນຢ່າງກວ້າງເລິກໃນຊີວິດສັງຄົມ ແລະ ໃນແນວຄິດຈິດໃຈຂອງປະຊາຊົນ ອັນໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຄວາມຄາດຫວັງໃນຊີວິດມະນຸດ. ທ່ານ ສາສະດາຈານ ປອ ເຈິ່ນເລິມບ່ຽນ ນັກຄົ້ນຄວ້າມໍະດົກວັດທະນະທຳ ໃຫ້ຮູ້ວ່າ:

    “ການເຫຼື້ອມໃສບູຊາເຈົ້າແມ່ ແມ່ນມີຈຸດພິເສດຢູ່ບ່ອນວ່າ ໄດ້ເດີນຕາມບັນດາບາດກ້າວຂະຫຍາຍຕົວຂອງຊາດ ຫວຽດນາມ ນັບແຕ່ສະໄໝປະຖົມບູຮານ ຕະຫຼອດຮອດໃນທຸກວັນນີ້. ການເຫຼື້ອມໃສບູຊາເຈົ້າແມ່ ແມ່ນມີກຳລັງແຮງຢ່າງມະຫາສານ ໃນແນວຄິດຈິດໃຈຂອງຊາດ ຫວຽດນາມ. ຊາວ ຫວຽດນາມ ກໍ່ ເຄີຍຖືເປັນສຳຄັນປັດໄຈຈິດວິນຍານ. ດັ່ງນັ້ນນັບແຕ່ສະໄໝປະຖົມບູຮານ ເມື່ອດຳລົງຊີວິດຢູ່ໃນປ່າ, ຊາວ ຫວຽດນາມ ໄດ້ມີຄວາມສົນໃຈເຖິງພະນາງເຈົ້າປ່າ. ພາຍຫຼັງທີ່ຊາວ ຫວຽດນາມ ໄດ້ບຸກເບີກເຂດທົ່ງພຽງ ກໍ່ໄດ້ເລີ່ມປາກົດມີ ລະບົບການເຫຼື້ອມໃສໃໝ່ ນັ້ນແມ່ນການເຫຼື້ອມໃສບູຊາບັນດາພະແມ່”.

  ປັດຈຸບັນການເຫຼື້ອມໃສນີ້ ໄດ້ຖືກດຳເນີນໃນຂອບເຂດທົ່ວປະເທດ. ໃນນັ້ນ, ແຂວງ ນາມດິ້ງ ກໍ່ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີບັນດາຫໍໂຮງບູຊາເຈົ້າແມ່ ຫຼຽວແຮັ້ງ ເຊິ່ງເປັນການສະແດງໃຫ້ເຫັນມູນເຊື້ອຮັກຊາດ ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ ຂອງຊາດ ຫວຽດນາມ ເຊິ່ງໄດ້ສະແດງອອກຢ່າງລະອຽດ ຜ່ານລະບົບບັນດາເທວະດາຟ້າແຖນ ພະອໍລະຫັນ ໃນນັ້ນມີຫຼາຍພະອົງເປັນບັນດາບຸກຄົນປະຫວັດສາດຄື ເຈິ່ນຮຶງດ້າວ, ຟ້າມຫງູຫຼາວ, ຫວຽນສີ໊… ຄາວຍັງມີຊີວິດຢູ່ນັ້ນເຂົາເຈົ້າກໍ່ແມ່ນຜູ້ທີ່ມີຄຸນງາມຄວາມດີ ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານ ເລຊວັນນຳ ອະດີດຫົວພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ນາມດິ້ງ ຢືນຢັນວ່າ:

  “ການເຫຼື້ອມໃສບູຊາເຈົ້າແມ່ ໄດ້ຕິດພັນກັບການເຫຼື້ອມໃສຂອງຊາວ ຫວຽດນາມ ກ່ອນນີ້ 6 – 7 ພັນປີ. ການເຫຼື້ອມໃສບູຊາເຈົ້າແມ່ ສຸມໃສ່ບັນດາພິທີກຳ ຮີດຄອງປະເພນີຂອງຊາວ ຫວຽດນາມ. ພິເສດ ມັນຕິດພັນກັບບັນດາການຕໍ່ຕ້ານ ເພື່ອປົກປັກຮັກສາເອກະລາດແຫ່ງຊາດ”.

   ການເຫຼື້ອມໃສບູຊາເຈົ້າແມ່ໄດ້ປະກອບສ່ວນ ເຊີດຊູຄຸນຄ່າ, ບົດບາດຂອງແມ່ຍິງ ໃນຊີວິດຄອບຄົວ ແລະ ສັງຄົມ ຫວຽດນາມ. ພ້ອມກັນນັ້ນ ບັນດາພິທີກຳຕ່າງໆເຊັ່ນ ພິທີເຂົ້າຊົງ, ສິລະປະ ຂັບເຈົ່າວັນ ດ້ວຍບັນດາປັດໄຈວັດທະນະທຳພື້ນເມືອງຄື ຊຸດອາພອນ, ດົນຕີ, ສິລະປະຟ້ອມ… ໄດ້ສະແດງອອກຜ່ານການສະແດງສິລະປະ ຕິດພັນກັບການເຫຼື້ອມໃສບູຊາເຈົ້າແມ່ສາມພະນາງ ນີ້ກໍ່ແມ່ນແບບວິທີເພື່ອແນໃສ່ຮັກສາຄຸນຄ່າປະຫວັດສາດມໍລະດົກ ແລະ ສີສັນວັດທະນະທຳຂອງຊາວ ຫວຽດນາມ.

ຕອບກັບ