ການສຶກສາ-ຂໍກຸນແຈເປີດປະຕູອະນາຄົດ ໃຫ້ແກ່ປະຊາຊົນຢູ່ເຂດພູສູງ

Thu Hoa
Chia sẻ
(VOVWORLD) -ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດພູສູງມີການປ່ຽນແປງລະດັບຄວາມຮັບຮູ້, ຫັນປ່ຽນວິທີນຶກຄິດ, ວິທີທຳມາຫາກິນ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ ບືນຕົວຂຶ້ນສ້າງການດຳລົງຊີວິດທີ່ອີ່ມໜຳສຳລານນັ້ນ, ອຳນາດການປົກຄອງເມືອງ ສົບໂກບ  ແຂວງ ເຊີນລາ ໄດ້ກຳນົດວ່າ ກ່ອນອື່ນໝົດທຸກໆຄົນຕ່າງກໍ່ຕ້ອງຮູ້ໜັງສື ດັ່ງນັ້ນພ້ອມກັບການປຸກລະດົມເດັກນ້ອຍໄປໂຮງຮຽນ ແລະ ບັນລຸລະດັບການສຶກສາຖືກຕາມເກນອາຍຸ, ທາງເມືອງໄດ້ຕັ້ງໜ້າເປີດບັນດາຊຸດຮຽນ ລົບລ້າງໄພກືກໜັງສື ໃຫ້ແກ່ບັນດາຜູ້ຍັງບໍ່ທັນຮູ້ໜັງສື, ດ້ວຍກຳລັງຫຼັກແຫຼ່ງແມ່ນບັນດາກົມກອງທະຫານໃນບໍລິເວນ.
ການສຶກສາ-ຂໍກຸນແຈເປີດປະຕູອະນາຄົດ ໃຫ້ແກ່ປະຊາຊົນຢູ່ເຂດພູສູງ  - ảnh 1 ຊຸດຮຽນລົບລ້າງຄວາມບໍ່ຮູ້ໜັງສືຢູ່ເມືອງ ສົບໂກບ

ໃນສີ່ປີທີ່ຜ່ານມາ ຢູ່ເມືອງ ສົບໂກບ ໄດ້ມີກວ່າ 2.500 ຄົນຖືກລົບລ້າງຄວາມ . ນີ້ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງສູງຂອງອົງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ຢູ່ເມືອງຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ໃນການຜັນຂະຫຍາຍການລົບລ້າງໄພກືກໜັງສື. ນາງ ຕ່ອງທິກວຽນ ຮອງຫົວໜ້າຂະແໜງສຶກສາ ແລະ ບຳລຸງສ້າງເມືອງ ສົບໂກບ ໃຫ້ຮູ້ວ່າ ປີ 2015 ທາງເມືອງຍັງເຫຼືອເກືອບ 4.500 ຄົນໃນຈຳນວນທັງໝົດ 28.000 ຄົນໃນເກນອາຍຸບໍ່ຮູ້ໜັງສື. ເລືອງປະຊາຊົນບໍ່ຮູ້ໜັງສື ແມ່ນສິ່ງທີ່ກີດຂວາງຢ່າງໃຫຍ່ຫຼວງສຳລັບວິວັດການພັດທະນາເສດຖະກິດ - ສັງຄົມ ຂອງຄອບຄົວ ແລະ ຂອງທ້ອງຖິ່ນ. ໂດຍໄດ້ກຳນົດຄວາມສຳຄັນຂອງການຮຽນໜັງສື, ໃນຊຸມປີທີ່ຜ່ານມາ ເມືອງ ສົບໂກບ ໄດ້ເອົາໃຈໃສ່ເປີດບັນດາຊຸດຮຽນ ລົບລ້າງຄວາມບໍ່ຮູ້ໜັງສືຢູ່ບັນດາຕາແສງ, ບ້ານໃນບໍລິເວນ. ເພື່ອໃຫ້ການຮຽນໜັງສືບັນລຸປະສິດທິຜົນສູງ, ກາຍເປັນຂະບວນການຢ່າງກວ້າງຂວາງ, ທາງເມືອງໄດ້ສ້າງຕັ້ງຄະນະຊີ້ນຳການລົບລ້າງໄພກືກໜັງສື ຈາກຂັ້ນເມືອງຮອດຂັ້ນຕາແສງ, ບ້ານ. ນາງ ຕ່ອງທິກວຽນ ໃຫ້ຮູ້ວ່າ:

      “ເຮົາຊິໄຈ້ແຍກອັນດ້ອຍໂອກາດຂອງເຂົາເຈົ້າ, ເປັນຫຍັງເຮົາລ້ຽງລູກມັນບໍ່ແຂງແຮງ ຮ່າງກາຍບໍ່ຂະຫຍາຍເປັນປົກກະຕິຄືເດັກຄົນອື່ນ, ນັ້ນແມ່ນຍ້ອນເຮົາບໍ່ຮູ້ໜັງສື; ໄດ້ມີບັນດາຜູ້ເປັນແມ່ໃຫ້ລູກກິນຫຼົງຢາ ຍ້ອນບໍ່ຮູ້ໜັງສື, ບໍ່ສາມາດອ່ານຄຳແນະນຳກ່ຽວກັບການນຳໃຊ້ຢາ. ທີສອງແມ່ນພວກຂ້າພະເຈົ້າກໍ່ໄດ້ໄຈ້ແຍກວ່າ ເປັນຫຍັງໄປປັກດຳເຂົ້ານັ້ນ, ເຂົ້າກໍ່ບໍ່ງາມຄືຂອງຜູ້ອື່ນ; ແລ້ວກໍ່ຮອດເນື້ອທີ່ປູກສາລີຢູ່ທາງຂ້າງ ເປັນຫຍັງເຂົາເຈົ້າເກັບກູ້ສາລີບັນລຸຄຸນນະພາບສູງກວ່າ, ນັ້ນກໍ່ຍ້ອນເຂົາເຈົ້າຮູ້ໜັງສື, ຮູ້ຈັກວິທີໃສ່ຝຸ່ນ...”.

       ຈາກສະພາບຕົວຈິງໃນບໍລິເວນຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກ, ແຫຼ່ງຊັບພະຍາກອນມະນຸດຍັງຖືກຈຳກັດ, ເມືອງ ສົບໂກບໄດ້ກຳນົດວ່າ ຕ້ອງສົມທົບກັບບັນດາກົມກອງປະກອບອາວຸດ ໃນບໍລິເວນໃຫ້ເປັນຢ່າງດີ ໃນການຜັນຂະຫຍາຍການລົບລ້າງໄພກືກໜັງສື. ພັນໂທ ເຈິ່ນແມັ້ງເກື່ອງ ຮອງຫົວໜ້າຄະນະເສດຖະກິດ - ປ້ອງກັນຊາດ 326, ທະຫານເຂດ 2 ໃຫ້ຮູ້ວ່າ ນັບແຕ່ຕົ້ນປີມາຮອດປັນຈຸບັນ ທາງຄະນະໄດ້ສົມທົບກັບຂະແໜງສຶກສາ ແລະ ບຳລຸງສ້າງເມືອງ ແລະ ຄະນະຊີ້ນຳການລົບລ້າງໄພກືກໜັງສືບັນດາຕາແສງຄືເມືອງຫຼ້ານ, ເມືອງວ່າ, ສາມຄາ ເປີດຊຸດຮຽນລົບລ້າງໄພກືກໜັງສື 5 ຊຸດ ໃຫ້ແກ່ນັກຮຽນ 125 ຄົນ. ພັນໂທ ເຈິ່ນແມັ້ງເກື່ອງ ເວົ້າວ່າ:

      “ປັດຈຸບັນ, ມີພໍ່ແມ່ນ້ອງຫຼາຍຄົນ ໄດ້ຮຽນຈົບຊຸດຮຽນລົບລ້າງຄວາມບໍ່ຮູ້ໜັງສື ໂດຍຄະນະ 326 ຮັບຜິດຊອບ. ນັບແຕ່ມື້ພໍ່ແມ່ພີ່ນ້ອງຮູ້ໜັງສືນັ້ນ, ການດຳລົງຊີວິດໄດ້ມີການປ່ຽນແປງຫຼາຍຢ່າງ. ຍົກຕົວຢ່າງຄື ສຳລັບການໂຄສະນາຂົນຂວາຍພໍ່ແມ່ປະຊາຊົນເຄື່ອນຍ້າຍງົວຄວາຍອອກຈາກກ້ອງເຮືອນຮ້ານ, ປັດຈຸບັນກໍ່ມີຄວາມສະດວກທີ່ສຸດ. ກ່ອນນັ້ນພໍ່ແມ່ພີ່ນ້ອງບໍ່ຮູ້ໜັງສື, ບໍ່ຮູ້ພາສາກິງ, ການຜັນຂະຫຍາຍເນື້ອໃນອັນໃດໃຫ້ພີ່ນ້ອງກໍ່ເປັນການຍາກ”.

      ພັນຕີ ລໍ່ວັນບິ່ງ ເລຂາຄະນະພັກ, ກຳມະການການເມືອງປ້ອມທະຫານປ້ອງກັນຊາຍແດນ ນ້ຳແຫຼ້ງ ໃຫ້ຮູ້ວ່າ ນອກຈາກການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕ ແລະ ປ້ອງກັນຄວາມສະຫງົບເຂດຊາຍແດນແລ້ວ ໃນໄລຍະທີ່ຜ່ານມາ ແຕ່ລະປີທາງກົມກອງກໍ່ລ້ວນແຕ່ສົມທົບ ຈັດຕັ້ງບັນດາຊຸດຮຽນ ລົບລ້າງໄພກືກໜັງສືໃນບໍລິເວນ. ປັດຈຸບັນປ້ອມທະຫານປ້ອງກັນຊາຍແດນ ຍັງພວມເປີດສອງຊຸດຮຽນ ລົບລ້າງໄພກືກໜັງສືຢູ່ບ້ານ ຮົວບແຫຼ້ງ ແລະ ຫ້ວຍເຮ້ຍ, ຕາແສງ ນ້ຳແຫຼ້ງ. ພັນຕີ ລໍ່ວັນບິ່ງ ເວົ້າວ່າ:

       “ໂດຍໄດ້ມີການສົມທົບລະຫວ່າງຂະແໜງການສຶກສາ ພ້ອມກັບທະຫານປ້ອງກັນຊາຍ ເປີດຊຸດຮຽນລົບລ້າງໄພກືກໜັງສື, ພໍ່ແມ່ພີ່ນ້ອງມີສະຕິຄວາມຮັບຮູ້ດີທີ່ສຸດ, ເຂົາເຈົ້າມີຄວາມມານະອົດທົນຮ່ຳຮຽນ. ແລະ ເມື່ອຮູ້ຕົວໜັງສືແລ້ວ ພໍ່ແມ່ພີ່ນ້ອງໄດ້ຮູ້ຈັກນຳໃຊ້ວິທະຍາສາດ ເຕັກນິກເຂົ້າໃນການປູກຝັງລ້ຽງສັດ ເພື່ອພັດທະນາເສດຖະກິດ”.

       ດ້ວຍຄວາມຕັດສິນໃຈຂອງລະບົບການເມືອງ, ຈາກຂັ້ນເມືອງຮອດຂັ້ນຕາແສງ, ຂັ້ນບ້ານ, ອັດຕາສ່ວນຜູ້ບໍ່ຮູ້ໜັງສືໃນເກນອາຍຸແຕ່ 15 ຫາ 60 ປີ ໃນເມືອງ ສົບໂກບ ໄດ້ຫຼຸດລົງຫຼາຍ ແຕ່ຜູ້ບໍ່ຮູ້ໜັງສືໃນເມືອງກໍ່ຍັງມີຫຼາຍຢູ່. ດັ່ງນັ້ນ ດ້ວຍວິທີການແກ້ໄຂຢ່າງຂ້ຽວຂາດ,  ທາງເມືອງຕັດສິນໃຈປະຕິບັດໂຄງການລົບລ້າງໄພກືກໜັງສື ຢ່າງມີປະສິດທິຜົນໃນໄລຍະທີ່ຈະມາເຖິງ. ທ່ານນາງ ຕ່ອງທິກຽນ ຮອງປະທານຄະນະກຳມະການປະຊາຊົນເມືອງ ສົບໂກບ ໃຫ້ຮູ້ວ່າ:

        “ທາງເມືອງຈະສືບຕໍ່ໂຄສະນາກ່ຽວກັບຈຸດປະສົງຄວາມໝາຍຂອງການຮ່ຳຮຽນ. ພິເສດແມ່ນບັນດາເປົ້າໝາຍຍັງບໍ່ຮູ້ໜັງສືນັ້ນ ກໍ່ຕ້ອງປຸກລະດົມໄປຮຽນຢ່າງເດັດຂາດ. ພວກຂ້າພະເຈົ້າກໍ່ຈະສັບຊ້ອນຖັນແຖວຄູອາຈານຂັ້ນປະຖົມ ທັງເຂົ້າຮ່ວມສອນຕາມຫຼັກສູດໃນໂຮງຮຽນ, ທັງເຂົ້າຮ່ວມການສອນຊຸດຮຽນລົບລ້າງໄພກືກໜັງສືອີກດ້ວຍ”.

          ຍ້ອນໄດ້ຮັບຄວາມເອົາໃຈໃສ່ຈາກພັກ ພໍ່ແມ່ພີ່ນຍ້ອງໄດ້ຮັບການລົບລ້າງຄວາມບໍ່ຮູ້ໜັງສື, ສາມາດຍົກສູງລະດັບຄວາມຮູ້, ຮູ້ຈັກວິທີປ່ຽນແປງຄວາມນຶກຄິດ, ວິທີການທຳມາຫາກິນເພື່ອສ້າງການດຳລົງຊີວິດໃຫ້ດີງາມ ແລະ ພ້ອມກັນປົກປັກຮັກສາອະທິປະໄຕຂອງປະເທດຊາດ.

ຕອບກັບ