Unesco ຮ່ວມເດີນທາງພ້ອມກັບຫວຽດນາມ ໃນຂົງເຂດອະນຸລັກຮັກສາມໍລະດົກ

Anh Huyen
Chia sẻ
(VOVWORLD) -ການອະນຸລັກຮັກສາ ແລະ ເສີມຂະຫບາຍຄຸນຄ່າມໍລະດົກ  ແມ່ນໜຶ່ງໃນບັນດາ ການເຄື່ອນໄຫວ ຕິດພັນກັບການປົກປັກຮັກສາ ແລະ ເສີມຂະຫຍາຍສີສັນຊາດ, ສ້າງການພັດທະນາໃນອະນະຄົດຂອງແຕ່ລະຊົນເຜົ່າ ຈາກບັນດາສາຍສຳພັນພິເສດສະເພາະ ໃນອະດີດຕະການ ແລະ ໃນປັດຈຸບັນ. ໃນໄລຍະທີ່ຜ່ານມາ Unesco ຍາມໃດກໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການຮັກສາອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກນີ້
Unesco ຮ່ວມເດີນທາງພ້ອມກັບຫວຽດນາມ ໃນຂົງເຂດອະນຸລັກຮັກສາມໍລະດົກ  - ảnh 1       ກອງປະຊຸມສຳມະນາວ່າດ້ວຍບົດບາດຂອງ UNESCO ໃນການອະນຸລັກຮັກສາມໍລະດົກເພື່ອການພັດທະນາແບບຍືນຍົງ

ຫວຽດນາມ ມີຄວາມເອກອ້າງທະນົງໃຈ ເມື່ອມີມໍລະດົກວັດທະນະທຳຫຼາຍຢ່າງ ເຊິ່ງໄດ້ຮັບການຮັບຮອງຈາກອົງການ Unesco. ປັດຈຸບັນ ຫວຽດນາມ ມີ 39 ນາມມະຍົດທີ່ Unesco ໄດ້ຮັບຮອງ, ໃນນັ້ນມີ 8 ນາມມະຍົດກ່ຽວກັບມໍລະດົກວັດທະນະທຳ ແລະ ມໍລະດົກທຳມະຊາດ. ໃນຊຸມປີຜ່ານມາ Unesco, ລະອຽດແມ່ນຄະນະກຳມະການແຫ່ງຊາດ Unesco ຫວຽດນາມ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບບັນດາກະຊວງ ຂະແໜງການໃນວຽກງານອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຢູ່ ຫວຽດນາມ. ທ່ານ ກຸ່ງກັວກເຮິນ ຮອງຫົວໜ້າກົມພົວພັນທາງດ້ານວັດທະນະທຳ ກັບຕ່າງປະເທດ Unesco ຫວຽດນາມ ໃຫ້ຮູ້ວ່າ:

       “ທາດແທ້ຂອງ Unesco ແມ່ນມີແນວຄວາມຄິດ, ຂໍ້ລິເລີ່ມຫຼາຍຢ່າງ, Unesco ໄດ້ຊ່ວຍໜູນ ຫວຽດນາມ ທາງດ້ານແຫຼ່ງກຳລັງ, ຕົ້ນຕໍແມ່ນບັນດາການກຳນົດທິດ, ຂໍ້ລິເລີ່ມ, ພ້ອມກັນນັ້ນ ກໍຈັດສົ່ງບັນດາຜູ້ຊ່ຽວຊານ Unesco ກ່ຽວກັບການອະນຸລັກມໍລະດົກມາຊ່ວຍຫວຽດນາມ. ສິ່ງເຫຼົ່ານັ້ນໄດ້ຊ່ວຍໜູນ ຫວຽດນາມ ຢ່າງຫຼວງຫຼາຍທີ່ສຸດ”.

        ນັບແຕ່ຊຸມປີ 80 ຂອງສະຕະວັດກ່ອນ Unesco ໄດ້ປຸກລະດົມການຂົນຂວາຍສາກົນຊ່ວຍເຫຼືອ ຫວຽດນາມ ອະນຸລັກບັນດາມໍລະດົກວັດທະນະທຳ ເຫວ້, ພ້ອມທັງມີການເຄື່ອນໄຫວບາງຢ່າງ ເພື່ອໂຄສະສະນາໃຫ້ແກ່ ເຫວ້  ຄື ຜະລິດຟີມຮູບເງົາ, ປອດສະເຕີ…ປະກອບສ່ວນໂຄສະນາພາບພົດ ຫວຽດນາມ ອອກສູ່ສາກົນ. ໃນໄລຍະທີ່ຜ່່ານມາ Unesco ໄດ້ຮ່ວມກັບ ຫວຽດນາມ ໃນຂະບວນວິວັດແຫ່ງການອະນຸລັກມໍລະດົກຢູ່ແຕ່ລະທ້ອງຖິ່ນ, ເຂົ້າຮ່ວມຂະບວຍວິວັດກໍ່ສ້າງ, ສະເໜີ Unesco ຮັບຮອງມໍລະດົກ ວັດທະນະທຳ ຫວຽດນາມ , ກຳນົດທິດ, ຖ່າຍທອດບົດຮຽນ ແລະ ຜັນຂະຫຍາຍປະຕິບັດວຽກງານຂອງ Unesco ຢູ່ ຫວຽດນາມ, ນຳສະເໜີບັນດາຂໍ້ສະເໜີແນະ ທີ່ກ່ຽວຂ້ອງເຖິງການວາງກຳນົດນະໂຍບາຍແຫ່ງຊາດ ກ່ຽວກັບວຽກງານອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ. ການຊ່ວຍໜູນຂອງ Unesco ໄດ້ສວມບົດບາດ ແມ່ນຜູ້ພາທາງ, ແມ່ນເພື່ອນຮ່ວມເດີນທາງ, ໄດ້ຊ່ວຍບັນດາທ້ອງຖິ່ນຂອງ ຫວຽດນາມ ຄື ນິງບິ່ງ, ເຫວ້, ໂຮ້ຍອານ… ປະສົບຜົນສຳເລັດໃນການເສີມຂະຫຍາຍຄຸນຄ່າມໍລະດົກທີ່ Unesco ໄດ້ຮັບຮອງ. ທ່ານນາງ ເຈິ່ນທິຮວ່າງມາຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ Unesco, ອະດີດຮອງຫົວໜ້າກົມພົວພັນທາງດ້ານວັດທະນະທຳກັບຕ່າງປະເທດ Unesco ຖືວ່າ:

      “ມໍລະດົກແມ່ນຮູບການພັດທະນາ ແຕ່ບໍ່ພຽງແຕ່ແມ່ນນາມມະຍົດເທົ່ານັ້ນ, ດັ່ງນັ້ນ ເຖິງວ່າໄດ້ຮັບການຮັບຮອງແລ້ວ, ມັນພຽງແຕ່ສ່ວນໜຶ່ງ. ສ່ວນການເສີມຂະຫຍາຍ ໃນໄລຍະຕໍ່ໄປນັ້ນ ແມ່ນຕ້ອງຂຶ້ນກັບວຽກງານຄຸ້ມຄອງໃຫ້ມີປະສິດທິຜົນ. ຕ້ອງຍົກສູງລະດັບຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງການຮັບປະກັນຄຸນຄ່າ ເຊິ່ງ Unesco ໄດ້ຮັບຮອງ, ນັ້ນແມ່ນຄຸນຄ່າທີ່ພົ້ນເດັ່ນທົ່ວໂລກ ຂອງມໍລະດົກ”.

      ພ້ອມກັບການຢັ້ງຢືນບັນດາຄຳໝັ້ນສັນຍາສາກົນ ຊ່ວຍໜູນສຳລັບການອະນຸລັກມໍລະດົກຢູ່ ຫວຽດນາມ ນັ້ນ ໃນໄລຍະໃໝ່ Unesco ສືບຕໍ່ຊ່ວຍໜູນ ຫວຽດນາມ ຮັກສາບັນດາຄຸນຄ່າທີ່ພົ້ນເດັ່ນຂອງມໍລະດົກ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການໂຄສະນາ ສຶກສາອົບຮົມຊຸມຊົນ, ຍົກສູງລະດັບຄວາມຮັບຮູ້ໃຫ້ແກ່ປະຊາຊົນ ແລະ ເຜີຍແຜ່ຄຸນຄ່າຂອງມໍລະດົກ, ສຶກສາອົບຮົມລຸ້ນໜຸ່ມ ໃນການອະນຸລັກຮັກສາມໍລະດົກວັດທະນະທຳ ທຳມະຊາດ. ທ່ານ ໄມເຄິນໂກຣບ ຫົວໜ້າຜູ້ຕາງໜ້າຫ້ອງການ Unesco ຫວຽດນາມ ຢືນຢັນວ່າ:

      “ກ່ອນນີ້ສອງສາມປີ ຂ້າພະເຈົ້າພ້ອມກັບຜູ້ອຳນວຍການໃຫຍ່ Unesco ໄດ້ມາຮອດ ຫວຽດນາມ ແລະ ຂ້າພະເຈົ້າເຫັນວ່າ ພວກຂ້າພະເຈົ້າຍັງບໍ່ທັນບັນລຸ 100% ຄວາມມຸ່ງຫວັງຂອງວຽກງານທີ່ໄດ້ປະຕິບັດຢູ່ ຫວຽດນາມ. ຫວຽດນາມ ພວມປ່ຽນແປງຢ່າງວ່ອງໄວ ແລະ ພວກເຮົາຄວນມີເປົ້າໝາຍໃໝ່. ປີ 2020 ນີ້, ພວກຂ້າພະເຈົ້າມີເປົ້າໝາຍ ແມ່ນຍູ້ແຮງວຽກງານໂຄສະນາເຜີຍແຜ່, ຍົກສູງລະດັບຄວາມຮັບຮູ້ ກ່ຽວກັບການອະນຸລັກມໍລະດົກ ແລະ ພວກຂ້າພະເຈົ້າໄດ້ເຮັດວຽກກັບກະຊວງຖະແຫຼງຂ່າວ ສື່ສານ ເພື່ອຮ່ວມມືໃນຂົງເຂດນີ້”.

       ສຳລັບແຕ່ລະປະເທດ, ມໍລະດົກໄດ້ຮັບຖືວ່າແມ່ນຊັບສົມບັດອັນລ້ຳຄ່າ ປະກອບສ່ວນໃຫ້ແກ່ການພັດທະນາຂອງພື້ນຖານເສດຖະກິດ, ສັງຄົມ ແລະ ວົງຄະນາຍາດ, ສ້າງກຳລັງໜູນພັດທະນາການທ່ອງທ່ຽວ ໂດຍອີງໃສ່ການເພິ່ມຈຳນວນແຂກທ່ອງທ່ຽວ, ນຳບັນດາຜົນປະໂຫຍດເສດຖະກິດມາສູ່ສັງຄົມ ແລະ ປະກອບສ່ວນໂຄສະນາພາບພົດຂອງປະເທດຊາດ. ບັນດາມໍລະດົກຂອງ ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າຂອງ ຫວຽດນາມ, ແຕ່ພ້ອມກັນນັ້ນກໍ່ແມ່ນສ່ວນໜຶ່ງຂອງວັດທະນະທຳມວນມະນຸດ. ເພາະສະນັ້ນ ຄວາມຮັບຜິດຊອບໃນການສ້າງ, ອະນຸລັກ ແລະ  ພັດທະນາບັນດາມໍລະດົກນັ້ນ ຄວນມີການຮ່ວມແຮງຮ່ວມໃຈ ຂອງບັນດາຄູ່ຮ່ວມມືສາກົນຄື Unesco, ແນໃສ່ຮັກສາບັນດາຄຸນຄ່າທົ່ວ ໂລກໃຫ້ແກ່ຄົນລຸ່ນຫຼັງ.

ຕອບກັບ