5 ປີແຫ່ງການສ້າງສາ ແລະ ພັດທະນາທາງດ້ານວັດທະນະທຳ ແລະ ຊາວຫວຽດນາມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາປະເທດຊາດແບບຍືນຍົງ

Ngoc Anh
Chia sẻ
(VOVWORLD) -ໂດຍໄດ້ປະກາດໃຊ້ໃນວັນທີ 9 ມິຖຸນາ ປີ 2014, ມະຕິເລກທີ 33-ມຕ/ສກ ເພື່ອແນໃສ່ສ້າງພື້ນຖານວັດທະນະທຳ ແລະ ຊາວຫວຽດນາມພັດທະນາຢ່າງຮອບດ້ານ, ມຸ່ງໄປສູ່ຄວາມງາມ, ສຸດຈະລິດ, ເຊື່ອມຊຶມຈິດໃຈຂອງຊາດ, ວັດທະນະທຳມະນຸດ, ປະຊາທິປະໄຕ ແລະ ວິທະຍາສາດ. ໃນຂະບວນວິວັດແຫ່ງການພັດທະນາເສດຖະກິດສັງຄົມ ຂອງປະເທດຊາດ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນປັດໄຈວັດທະນະທຳ ແລະ ມະນຸດ
5 ປີແຫ່ງການສ້າງສາ ແລະ ພັດທະນາທາງດ້ານວັດທະນະທຳ  ແລະ ຊາວຫວຽດນາມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາປະເທດຊາດແບບຍືນຍົງ - ảnh 1ພາບປະກອບ 

ພາຍຫຼັງປະຕິບັດມະຕິເລກທີ 33-ມຕ/ສກ ເປັນເວລາ 5 ປີ, ສັງເກດລວມແລ້ວ,ຂະແໜງວັດທະນະທຳ ໄດ້ບັນລຸບັນດາຜົນງານທີ່ສຳຄັນ. ບັນດາຜົນງານການເຄື່ອນໄຫວອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າບັນດາມໍລະດົກ ແລະ ວັດທະນະທຳຂອງຊາດ ກໍ່ໄດ້ບັນລຸບັນດາໝາກຜົນອັນຕັ້ງໜ້າ. ລະບົບກົດໝາຍໄດ້ສືບຕໍ່ສ້າງໃຫ້ສົມບູນແບບ, ສົ່ງຜົນກະທົບຢ່າງກວ້າງເລິກເຖິງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານ ຫງວຽນງອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ:

“ພົ້ນເດັ່ນຂຶ້ນແມ່ນແນວຄິດຄຸນສົມບັດ ແລະ ວິຖີຊີວິດ, ຂົງເຂດທີ່ຫຼັກແຫຼ່ງຂອງວັດທະນະທຳ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ. ຊີວິດວັດທະນະທຳຂອງປະຊາຊົນນັບມື້ນັບອຸດົມສົມບູນ,  ບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງຊາດ ໄດ້ຮັບການເສີມຂະຫຍາຍ, ຜະລິດຕະພັນວັດທະນະທຳ, ວັນນະຄະດີສິລະປະນັບມື້ນັບອຸດົມສົມບູນ ແລະ ຫຼາຍຮູບຫຼາຍສີ. ບັນດາຂະບວນການວັດທະນະທຳ ໄດ້ຕິດແທດຕົວຈິງ ເສີມຂະຫຍາຍມູນເຊື້ອວັດທະນະທຳຄອບຄົວ, ວົງຕະກຸນ ແລະ ວົງຄະນາຍາດ. ການເຄື່ອນໄຫວຮ່ວມມືສາກົນ ໃນຂົງເຂດວັດທະນະທຳ ກໍ່ໄດ້ຮັບການຈັດຕັ້ງຢ່າງຟົດຟື້ນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານພົວພັນຕ່າງປະເທດຂອງລັດ. ມາຮອດປັດຈຸບັນ ຫວຽດນາມ ໄດ້ມີ 27 ມໍລະດົກວັດທະນະທຳໄດ້ຮັບການຮັບຮອງຈາກ Unesco”.

  ຂະແໜງວັດທະນະທຳໄດ້ກຳນົດວ່າ ການກໍ່ສ້າງຊາວຫວຽດນາມ ພັດທະນາຢ່າງຮອບດ້ານ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ ທັງມີລັກສະນະທິດສະດີ ທັງມີລັກສະນະພຶດຕິກຳ. ພິເສດໄດ້ເອົາໃຈໃສ່ເຖິງການບຳລຸງນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ຄຸນສົມບັດວິຖີຊີວິດ ແລະ ບຸກຄະລິກກະພາບ. ທ່ານຮອງ ສາດສະດາຈານ ປອ ບຸ່ຍຮວ່າຍເຊີນ ຫົວໜ້າສະຖາບັນວັດທະນະທຳ ສິລະປະຫວຽດນາມ ຖືວ່າ:

   “ການກໍ່ສ້າງມະນຸດ ຄວນມີສອງປັດໄຈຕົ້ນຕໍ່ ນັ້ນແມ່ນຄຸນສົມບັດ ແລະ ຄວາມເກັ່ງກ້າສາມາດ, ໃນນັ້ນຄຸນສົມບັດແມ່ນກົກ. ການສ້າງມະນຸດພັດທະນາຢ່າງກົມກ່ຽວ, ຮອບດ້ານນັບທັງທາງດ້ານຄຸນສົມບັດ, ພູມປັນຍາ, ສຸຂະພາບຮ່າງກາຍ, ຄວາມງາມ. ໂດຍສະເພາະແມ່ນໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ນັ້ນ, ຊາວຫວຽດນາມ ຄວນໄດ້ຮັບການປະກອບລະດັບຄວາມຮູ້ ທັກສະຢ່າງພຽງພໍ ເພື່ອກາຍເປັນພົນລະເມືອງທີ່ມີລະດັບວິຊາການສູງ, ມີຄວາມສາມາດປັບຕົວຢ່າງວ່ອງໄວ ແລະ ມີທັກສະໃນການອອກແຮງງານ. ພ້ອມກັນນັ້ນ, ມະນຸດຕ້ອງມີຄວາມງາມທາງດ້ານຈິດວິນຍານ, ມີຄວາມສາມາດຮັບຮູ້ທາງດ້ານສິລະປະ, ມີລະດັບຄວາມຮູ້ທາງດ້ານຄວາມປານີດ, ທັກສະໃນການສະແດງສິລະປະ. ເພີ່ມທະວີການຍ້ອງຍໍຊົມເຊີຍບັນດາປັດໄຈທີ່ດີ, ຕົວແບບກ້າວໜ້າ, ແບບຢ່າງວຽກດີຄົນເດັ່ນ ມຸ່ງໄປສູ່ມະນຸດທີ່ມີຄວາມງາມ, ສຸດຈະລິດ”.

ໃນໄລຍະແຕ່ປີ 2014 ຫາ 2018 ຫວຽດນາມ ໄດ້ເຊັນສົນທິສັນຍາຂໍ້ຕົກລົງສາກົນລວມ 55 ສະບັບກ່ຽວກັບວັດທະນະທຳກັບບັນດາປະເທດ, ບັນດາອົງການສາກົນ, ຜ່ານນັ້ນກໍ່ເປັນພື້ນຖານແຫ່ງການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງ, ໂຄສະນາແນະນຳທາງດ້ານວັດທະນະທຳ ຫວຽດນາມ ອອກສູ່ໂລກພາຍນອກ. ທ່ານນາງ ປອ ຫວູທິແທັງມິງ ຫົວໜ້າສະຖາບັນວັດທະນະທຳບັນດາເຜົ່າ ຖືວ່າ:

“ກ່ອນອື່ນໝົດນະໂຍບາຍອະນຸລັກວັດທະນະທຳ ຕ້ອງນອນໃນຍຸດທະສາດພັດທະນາເສດຖະກິດສັງຄົມ ຂອງປະເທດຊາດ. ເນັ້ນໜັກເຖິງເຈົ້າກຳທາງດ້ານວັດທະນະທຳ, ຜະລິດຕະພັນວັດທະນະທຳໃດໜຶ່ງ ກໍ່ຕ້ອງໄດ້ຮັບການປະຕິບັດ ແລະ ລ້ຽງດູຈາກວົງຄະນາຍາດນັ້ນ ເອງ”.

ເພື່ອປະຕິບັດມະຕິດັ່ງກ່າວ, ຂະແໜງວັດທະນະທຳໄດ້ປ່ຽນແປງໃໝ່ແບບວິທີການຄຸ້ມຄອງ, ສ້າງຍຸດທະສາດພັດທະນະຖັນແຖວພະນັກງານວັດທະນະທຳ, ຍົກສູງຄວາມຮັບຮູ້ກ່ຽວກັບທີ່ຕັ້ງບົດບາດ ຂອງວັດທະນະທຳໃນການປ່ຽນໃໝ່ ແລະ ພັດທະນາແບບຍືນຍົງ. ທ່ານ ຫງວຽນຖາຍບິ່ງ ຫົວໜ້າຫ້ອງການກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:

“ປ່ຽນແປງໃໝ່ຈີນຕະນາການຄຸ້ມຄອງວັດທະນະທຳ, ປະຕິຮູບກົງຈັກຄຸ້ມຄອງລັດ ກ່ຽວກັບວັດທະນະທຳຕາມທິດກະທັດລັດ, ມີປະສິດທິພາບ ປະສິດທິຜົນ, ຮັບປະກັນບົດບາດກໍ່ສ້າງວັດທະນະທຳ, ກໍ່ສ້າງມະນຸດ, ເພີ່ມທະວີປະສິດທິຜົນຂອງບັນດາອົງການວັດທະນະທຳ. ຈາກນັ້ນ ສາມາດຢັ້ງຢືນວັດທະນະທຳ ແມ່ນພື້ນຖານທາງດ້ານຈິດໃຈ, ທັງແມ່ນເປົ້າໝາຍ ທັງແມ່ນກຳລັງໜູນ, ຊຸກຍູ້ການພັດທະນາເສດຖະກິດສັງຄົມ. ວັດທະນະທຳຕ້ອງໄດ້ຮັບຖືທຽບເທົ່າກັບຂົງເຂດເສດຖະກິດ ແລະ ການເມືອງ”.

ວັດທະນະທຳໄດ້ກາຍເປັນພື້ນຖານທາງດ້ານຈິດໃຈຢ່າງໝັ້ນຄົງໜັກແໜ້ນຂອງສັງຄົມ. ແມ່ນກຳລັງແຮງ ພາຍໃນທີ່ສຳຄັນ ເພື່ອຮັບປະກັນການພັດທະນາແບບຍືນຍົງ ແລະ ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ ເພື່ອເປົ້າໝາຍປະຊາຊົນຮັ່ງມີ ປະເທດຊາດເຂັ້ງແຂງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ.

ຕອບກັບ