ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ

Lan Anh
Chia sẻ
 ປະ​ຈຸ​ບັນ, ສະ​ຖາ​ປັດ​ຕະ​ຍະ​ກຳ​ວັດ​ແກວ​ທັງ​ໝົດ​ຍັງ​ເຫຼືອ​ພຽງ 17 ກິດ​ຈະ​ກຳ​ດ້ວຍ 128 ຫ້ອງ​ຕາ​ມ​ແບບ​ບູ​ຮານ ຊຶ່ງ​ຖືກກໍ່​ສ້າງ​ບົນ​ເນື້ອ​ທີ່ 2022 m2 . ນັ້ນ​ແມ່ນບັນ​ດາ ສະ​ຖາ​ປັດ​ຕະ​ຍະ​ກຳຫຼັກ​ຄື : ປະ​ຕູ​ໂຂງ, ວັງບູ​ຊາພະ​ພຸດ​ທະ​ເຈົ້າ, ວັງ​ພະ​ອໍ​ລະ​ຫັນ, ຫໍລະ​ຄັງ…

(VOV5) -  ປະ​ຈຸ​ບັນ, ສະ​ຖາ​ປັດ​ຕະ​ຍະ​ກຳ​ວັດ​ແກວ​ທັງ​ໝົດ​ຍັງ​ເຫຼືອ​ພຽງ 17 ກິດ​ຈະ​ກຳ​ດ້ວຍ 128 ຫ້ອງ​ຕາ​ມ​ແບບ​ບູ​ຮານ ຊຶ່ງ​ຖືກກໍ່​ສ້າງ​ບົນ​ເນື້ອ​ທີ່ 2022 m2 . ນັ້ນ​ແມ່ນບັນ​ດາ ສະ​ຖາ​ປັດ​ຕະ​ຍະ​ກຳຫຼັກ​ຄື : ປະ​ຕູ​ໂຂງ, ວັງບູ​ຊາພະ​ພຸດ​ທະ​ເຈົ້າ, ວັງ​ພະ​ອໍ​ລະ​ຫັນ, ຫໍລະ​ຄັງ…

    ​ວັດ​ແກວແມ່ນ​ຂຶ້ນ​ກັບ​ຕາ​ແສງ​ຢີ​ເຍິດ, ເມືອງວູ້​ທື, ແຂວງ​ທ້າຍ​ບີງ, ​ວັດ​ແກວປະ​ກອບ​ດ້ວຍ 2 ກຸ່ມສະ​ຖາ​ປັດ​ຕະ​ຍະ​ກຳ​ເຊັ່ນ: ວັດ​ແມ່ນ​ບ່ອນ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ ແລະ ວິ​ຫານ​ບູ​ຊາ​ພະ​ອໍ​ລະ​ຫັນ ແມ່ນ​ເພື່ອ​ບູ​ຊາ​ພະ​ອໍ​ລະ​ຫັນ ເຢືອງ​ຄົງ​ໂລະ ຊຶ່ງ​ຜູ້​ໄດ້​ມີ​ຄຸນ​ງາມ​ຄວາມ​ດີກໍ່​ສ້າງວັດ​ໃນ​ສະ​ໄໝ​ລາດ​ຊະ​ວົງຫຼີ.

    ຕ​າມ​ເອ​ກະ​ສານ​ປະ​ຫວັດ​ສາດ, ພະອາ​ຈານ​ມະ​ຫາ ເຢືອງ​ຄົງ​ໂລະ ເປັນ​ຊາວ​ບ້ານ​ຢາວ​ຖີ, ເມືອງ​ຮ່າ​ແທງ, ເກີດ​ເມື່ອ​ປີ 1016. ຄາວ​ອາ​ຍຸ 29 ປີ ກໍ​ເລີ່ມ​ໄປ​ບ​ວດ. ປີ 1061, ພາຍຫຼັງ​ກັບ​ຄືນ​ປະ​ເທດ​ຈາກ ໄຕ​ຈຸກ, ພະ​ອົງ​ໄດ້​ໃຫ້​ປຸກ​ສ້າງວັດ​ນີ້.

   ປີ 1611, ຍ້ອນ​ສອງ​ຟາກຝັ່ງແມ່​ນ້ຳ​ແດງ​ຖືກ​ເຊາະ​ເຈື່ອນ, ​ວັດ​ແກວກໍ​ໄດ້​ຖືກ​ເພ​ພັງ. ຊາວບ້ານຢຸ້ງ​ເຍ້ວ​ຈຳ​ນວນ​ເຄິ່ງ​ໜຶ່ງ​ໄດ້​ຍົກ​ຍ້າຍ​ໄປ​ຍັງ​ຟາກ​ຝັ່ງ​ເບື້ອງ​ຊ້າຍ​ແມ່​ນ້ຳ​ແດງ. ຄາວນັ້ນ, ເຈົ້າ​ເສ​ນາ ຮ່​ວາງ​ເຍີນ​ຢຸ້ງ​ໄດ້​ໄປ​ຂໍ ນຳ​ເຈົ້າ​ພະ​ຍາ​ຈິ້ງ​ໃຫ້​ເຊື້ອ​ເຊີນ​ນັກ​ສະ​ຖາ​ປາ​ນິກ ຫງວຽນ​ວັນ​ຈຸ ມາ​ອອກ​ແບບ​ວັດ ແລະ ຂົນ​ຂວາຍ​ແຜ່​ບໍ​ລິ​ຈາກ​ເງິນ​ໃນ​ທົ່ວ​ປະ​ເທດ​ເພື່ອກໍ່​ສ້າງວັດ. ຜ່ານ​ການ​ກະ​ກຽ​ມ​ເປັນ​ເວ​ລາ 19 ປີ ແລະ ດຳ​ເນີນ​ການກໍ່​ສ້າງ​ເປັນ​ເວ​ລາ 28 ເດືອນ, ມາ​ຮອດ​ເດືອນ​ພະ​ຈິກ​ປີ 1632, ວັດ​ນີ້​ໄດ້​ກໍ່​ສ້າງ​ຄືນໃໝ່.

     ຮູບ​ພາບວັດ​ແກວຖືກ​ປຸກ​ສ້າງ​ໃນ​ຄາວນັ້ນ​ຊຶ່ງ​ປະ​ກອບດ້ວຍ 21 ກິດ​ຈະ​ກຳ​ດ້ວຍ 157 ຫ້ອງ​, ​ບົນ​ເນື້ອ​ທີ່ 58.000 m2

     ປະ​ຈຸ​ບັນ, ສະ​ຖາ​ປັດ​ຕະ​ຍະ​ກຳ​ວັດ​ແກວ​ທັງ​ໝົດ​ຍັງ​ເຫຼືອ​ພຽງ 17 ກິດ​ຈະ​ກຳ​ດ້ວຍ 128 ຫ້ອງ​ຕາ​ມ​ແບບ​ບູ​ຮານ ຊຶ່ງ​ຖືກກໍ່​ສ້າງ​ບົນ​ເນື້ອ​ທີ່ 2022 m2 . ນັ້ນ​ແມ່ນບັນ​ດາ ສະ​ຖາ​ປັດ​ຕະ​ຍະ​ກຳຫຼັກ​ຄື : ວັດ​ພະ​ພຸດ​ທະ​ເຈົ້າ, ວັງ​ພະ​ອໍ​ລະ​ຫັນ, ຫໍ​ລະ​ຄັງ…

       ໂດຍ​ໄດ້​ຄົງ​ຕົວ​ມາ​ເປັນ​ເວ​ລາ​ເກືອບ 400 ປີ, ຜ່ານ​ການ​ບູ​ລະ​ນະ​ປະ​ຕິ​ສ​ັງ​ຂອນຫຼາຍ​ຄັ້ງ, ​ວັດ​ແກວຍັງ​ຄົງ​ສາ​ມາດ​ຮັກ​ສາ​ສີ​ສັນ​ເປັນ​ເອ​ກະ​ລັກ​ທາງ​ດ້ານສະ​ຖາ​ປັດ​ຕະ​ຍະ​ກຳແຕ່​ສະ​ໄໝ​ລາດ​ຊະ​ວົງ​ເລ​ຄື​ໃນ​ສະ​ຕະ​ວັດ​ທີ 17. ເດືອນກັນຍາປີ 2012, ​ວັດ​ແກວໄດ້​ຮັບ​ການຢັ້ງ​ຢືນ​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ.

   ໃນ​ທ່າມ​ກາງ​ແສງ​ແດດ​ອ່​ອນຍາມ​ສາ​ຍັນຂອງ​ຊຸມ​ວັນ​ຕົ້ນ​ລະ​ດູ​ຮ້ອ​ນ, ຈົ່ງ​ຮັບ​ຊົມ​ຄວາມ​ງາມ​ທາງ​ດ້ານສະ​ຖາ​ປັດ​ຕະ​ຍະ​ກຳທີ່​ເປັນ​ເອ​ກະ​ລັກ​ຂອງ​ວັດ​ແກວ​ພ້ອມ​ກັບ​ນັກ​ຂ່າວ​ລານ​ແອງ: 


ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 1
ວັດ​ແກວຢູ່ທາງ​ໃນ ແລະ ທາງນອກ​ຖືກກໍ່​ສ້າງ​ຕາມ​ຕົວ​ໜັງ​ສື​ຂອງ​ຈີນ.
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 2  ຈາກ​ຄັນ​ຄູ່​ແມນ​ນ້ຳ​ແດງ ຫຼຽວ​ເບິ່ງລົງ​ລຸ່ມ ກໍ​ເຫັນ​ປະ​ຕູ​ໂຂງ​ນອກວັດຊ້ອນ​ໂຕ​ໃຕ້​ຮົ່ມ​ເຢັນ​ຂອງ​ຕົ້ນ​ໄຮ​ໃຫ​ຍ່. 
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 3
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 4ຮູບ​ພາບ​ຈາກປະ​ຕູ​ໂຂງ​ນອກວັດຫາປະ​ຕູ​ໂຂງ​ໜ້າວັດ ຜ່ານ​ແຖວ​ເສົາ​ໄມ້​ແດງ
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 5ປະ​ຕູ​ໂຂງ​ໜ້າວັດເມື່ອ​ເບິ່ງ​ຈາກ​ໄກ, ພວມ​ທອດ​ເງົາລົງ​ສູ່​ໜ້າ​ນ້ຳ​ຂຽວ​ເຢັນ
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 6ລຽບ​ຕາມ​ໜອງ ແມ່ນ​ແຖວ​ຕົ້ນ​ງິ້ວ​ໃຫ​ຍ່.
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 7
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 8
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 9
ວັງ​ຕຽນ​ເດືອງ-ວັງ​ທຽວ​ເຮືອງ ແມ່ນ​ຈຸດທີ່​ເປັນເອ​ກະ​ລັກເມື່ອ​ເຂົ້າ​ໄປ​ຜ່ານ​ປະ​ຕູ​ໂຂງໜ້າ​ວັດ.
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 10
ແຜ່ນ​ສີ​ລາ ສະ​ແດງ​ໃຫ້​ເຫັນ​ສິ່ງ​ທີ່ຍອດ​ຍິ່ງທາງ​ດ້ານ​ວິ​ຈິດ​ຕະ​ກຳ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ເລ ຖືກ​ຕັ້ງຢູ່​ໜ້າວັງ ຕຽນ​ເດືອງ. 
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 11ແສງ​ແດດ​ຍາມ​ແລງ​ສາດ​ສ່ອງ​ລົງຜ່ານຊອງວ່​າງ​ລະ​ຫວ່າງວັງຢ້າ​ຢອຍ ແລະ ວັງ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 12
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 13
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 14
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 15ທັດ​ສະ​ນີ​ເດີນ​ໜ້າ​ວັດ​ແກວ​ທີ່​ສະ​ຫງົບ​ງຽບ
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 16ໂຄງ​ສ້າງ​ເຮັດ​ດ້ວຍ​ໄມ້​ໃນ​ວັດ
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 17
ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ໃນ​ວັດ
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 18
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 19ໃນ​ວັງຢ້າ​ຢອຍມີ​ແຜ່ນ​ຄຳ​ຜະ​ຫ​ຍາບູ​ຮານຫຼາຍ​ແຜ່ນ ທີ່​ມີ​ມາ​ແຕ່​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ.
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 20
ຫໍ​ລະ​ຄັງ ວັດ​ແກວ-​ໜຶ່ງ​ໃນ​ບັນ​ດາສັນ​ຍາ​ລັກ​ບໍ່​ພຽງ​ແຕ່ຂອງວັດ​ແກວ​ເທົ່າ​ນັ້ນ, ຫາກ​ຍັງ​ຂອງ​ທຸກໆ​ວັດ​ໃນ​ຫວຽດ​ນາມ​ອີກ​ດ້ວຍ.
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 21
ການ​ປະ​ດັບ​ປະ​ດາ​ດ້ວຍ​ໄມ້​ໃນ ຫໍ​ລະ​ຄັງ ວັດ​ແກວ.
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 22
ວັດແກວທ້າຍບິງຊຶ່ງແມ່ນວັດທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກກວ່າໝູ່ຢູ່ພາກເໜືອຫວຽດນາມ - ảnh 23
ເສົາ​ໄມ້ໃຫ​ຍ່​ໃນຫໍ​ລະ​ຄັງ ວັດ​ແກວ. 

ຕອບກັບ