ແນະ​ນຳ​ບັນ​ດາແນວ​ຄວາມ​ຄິດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

Nguyen Xuyen
Chia sẻ

(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍອີເມວ 362 ສະບັບແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດແລະເຂດແຄວ້ນໃນນັ້ນລາຍການພາກພາສາລາວໄດ້ຮັົດໝາຍ 12 ສະບັບດ້ວຍຫຼາຍຄຳແບ່ງປັນແລະຄຳຖາມທີ່ຈັບອົກຈັໃຈກ່ຽວກັບບັນດາແນວຄວາມຄິດທີ່ມີຫົວຄິດປະດິດສ້າງຂອງຫວຽດນາມໃນໄລຍະເກີດໂລກລະບາດໂຄວິດ - 19. 

  ຂ່າວ, ບົດກ່ຽວກັບບັນດາການເຄື່ອນໄຫວທາງການທູດ, ການພົບປະແລກປ່ຽນ ແລະ ການຊ່ວຍເຫຼືອລະຫວ່າງສອງຝ່າຍ ຫວຽດນາມ ແລະ ລາວ ຍາມໃດກໍແມ່ນຫົວຂໍ້ທີ່ດຶງດູດຄວາມສົນໃຈຈາກທ່ານຜູ້ຟັງເປັນຈຳນວນຫຼາຍ, ພິເສດແມ່ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ເຖິງວ່າ ເຫດການດັ່ງກ່າວຜ່ານໄປໄດ້ 2 ອາທິດ ແລ້ວກໍຕາມ ແຕ່ທາງລາຍການພາກພາສາ ລາວ ຍັງສືບຕໍ່ໄດ້ຮັບຈົດໝາຍຂອງທ່ານຜູ້ຟັງ ຫງວຽນແທັງຫາຍ ຢູ່ ແຂວງ ບັກຢາງ ທີ່ມີຄວາມສົນໃຈກ່ຽວກັບເຫດການດັ່ງກ່າວ, ເພິ່ນໄດ້ຂຽນມາວ່າ: “ຂອບໃຈທາງລາຍການພາກພາສາລາວ ທີ່ໄດ້ໃຫ້ຂ່າວກ່ຽວກັບບັນດາການເຄື່ອນໄຫວໃນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຂອງທ່າເລຂາທິການໃຫຍ່, ປະທານປະເທດ ລາວ ທອລຸນ ສີສຸລິດ ຢ່າງຄົບຖ້ວນ, ທັນການ ພ້ອມດ້ວຍຕົວເລກສະຕິກ່ຽວກັບການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງສອງປະເທດອີກດ້ວຍ”.

                ຈາກນັ້ນ, ທາງລາຍການພາກພາສາລາວ ຍັງໄດ້ຮັບການແບ່ງປັນຄວາມໃນໃຈຂອງ ທ່ານ ດາວວຽງ, ຢູ່ນະຄອນຫຼວງ ວຽງຈັນ ຫຼັງຈາກທີ່ທ່ານຮັບຊົມພາບສາລະຄະດີ “ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູດນັກທ່ອງທ່ຽວສາກົນ”. ທ່ານ ດາວວຽງ ໄດ້ແບ່ງປັນວ່າ: “ຫວຽດນາມ ມີຫຼາຍທັດສະນີສະພາບທີ່ສວຍງາມແທ້! ຂ້າພະເຈົ້າໄດ້ໄປທ່ຽວ ຮ່າໂນ້ຍ ແລະ ຮະລອງແລ້ວ, ງາມອີຫຼີ. ຫວັງວ່າ ໂລກລະບາດຈະຖືກຍູ້ອຍໄປໂດໄວ ເພື່ອໃຫ້ຂ້າພະເຈົ້າ ກໍຄືນັກທ່ອງທ່ຽວຄົນອື່ນມີໂອກາດໄດ້ໄປຄົ້ນຫາບັນດາສະຖານທີ່ທ່ອງທ່ຽວທັງໝົດໃນພາບສາລະຄະດີນີ້”.

ແນະ​ນຳ​ບັນ​ດາແນວ​ຄວາມ​ຄິດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ນາຂັ້ນໄດ ໝູ່ກາງຈ໋າຍແຂວງ ອຽນບ໋າຍ
ທ່ານ ດາວວຽງ ພ້ອມດ້ວຍທ່ານຜູ້ຟັງທີ່ເຄົາລົບ! ພາບສາລະຄະດີ “ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູດນັກທ່ອງທ່ຽວສາກົນ” ທີ່ທ່ານໄດ້ຮັບຊົມໃນເວັບໄຊ vovworld.vn ນັ້ນ ພຽງແຕ່ແມ່ນສິບກວ່າແຫ່ງໃນຈຳນວນສະຖານທີ່ທ່ອງທ່ຽວນັບຮ້ອຍແຫ່ງຂອງ ຫວຽດນາມ ເທົ່ານັ້ນ. ພວກຂ້າພະເຈົ້າຫວັງວ່າ ພວກເຮົາຈະພ້ອມກັນປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ ເພື່ອໃຫ້ໂລກລະບາດໄດ້ຮັບການຄວບຄຸມໂດຍໄວ. ຢູ່ ຫວຽດນາມ, ພວກຂ້າຈະເຈົ້າບໍ່ພຽງແຕ່ປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດ 5 ປະການ ເທົ່ານັ້ນ, ຫາກປັດຈຸບັນນີ້ ແມ່ນເພີ່ມຂຶ້ນເປັນ 9 ປະການແລ້ວ ເຊິ່ງລວມມີ ໃສ່ຜ້າອັດປາກອັດດັງ - ລ້າງມືດ້ວຍນ້ຳຢາຂ້າເຊື້ອ - ຮັກສາໄລຍະຫ່າງ - ບໍ່ເຕົ້າໂຮມກັນຫຼາຍຄົນ - ແຈ້ງອາການສຸຂະພາບ - ຄວບຄຸມເຂດຊາຍແດນ - ຮັບປະກັນຄວາມປອດໄພໃນເຂດແຍກຕົວ - ບໍ່ອອກຈາກເຮືອນຖ້າບໍ່ມີຄວາມຈຳເປັນ - ບໍ່ແຜ່ຂ່າວທີ່ບໍ່ມີມູນຄວາມຈິງ. ນອກຈາກນັ້ນ ຍັງເພີ່ມທະວີການຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃນວົງກວ້າງອີກດ້ວຍ. ຫວັງວ່າ ອີກບໍ່ດົນ, ໂລກລະບາດຈະຖືກຍູ້ຖອຍໄປ ແລະ ພວກຂ້າພະເຈົ້າຈະໄດ້ຕ້ອນຮັບທ່ານມາຢ້ຽມຢາມ ຫວຽດນາມ. ຂໍໃຫ້ທ່ານຜູ້ຟັງ,ຜູ້ອ່ານທຸກໆທ່ານ ມີສຸຂະພາບເຂັ້ມແຂງ ແລະ ມີແຕ່ຄວາມສະຫງົບສຸກ!. 

ຕໍ່ໄປ ແມ່ນຄຳຖາມຂອງເພື່ອນ ຄຳພັນ ຢູ່ນະອນຫຼວງ ວຽງຈັນ. ເພື່ອນໄດ້ແບ່ງປັນວ່າ ພາຍຫຼັງທີ່ຕິດຕາມຂ່າວ, ບົດໃນເວັບໄຊ vovworld.vn ແລະ ສື່ສັງຄົມອອນລາຍ, ເພື່ອນມີວາມປະທັບໃຈຫຼາຍຕໍ່ຈິດໃຈສາມັກຄີ ແລະ ຫົຄິດປະດິດສ້າງຂອງ ຫວຽດນາມ. ແລະ ຫວ່າງມໍ່ໆມານີ້ແມ່ນຜະລິດຕະພັນ ກາບິນສົ່ງຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ - 19 ຂອງ ມະຫາວິທະຍາໄລ ດ່າໜັງ. ເພື່ອນຢາກໃຫ້ເອື້ອຍອ້າຍບັນນາທິການຂອງລາຍການພາກພາສາ ລາວ ແນະນຳລະອຽດກວ່າກ່ຽວກັບຜະລິດຕະພັນດັ່ງກ່າວ.

ແນະ​ນຳ​ບັນ​ດາແນວ​ຄວາມ​ຄິດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 2ກາບິນສົ່ງຄົນເຈັບຕິດທີ່ເຊື້ອໂຄວິດ - 19 (ພາບ: giaoducvietnam)
ດັ່ງທີ່ເພື່ອນໄດ້ຮູ້ມາວ່າ ກາບິນສົ່ງຄົນເຈັບຕິດເຊື້ອໂຄວິດ - 19 ແມ່ນຜະລິດຕະພັນໂດຍ ທ່ານປະລິນຍາໂທ ດັ້ງຊວັນຖຸຍ (ອາຍຸ 52 ປີ) ເຊິ່ງເປັນອາຈານສອນພະແນກກົນຈັກ, ມະຫາວິທະຍາໄລ ດ່າໜັງ ຄົ້ນຄວ້າ ແລະ ປະດິດແຕ່ງຂຶ້ນມາ. ກາບິນດັ່ງກ່າວ ໄດ້ອອກແບບຄົບວົງຈອນ ແລະ ເຮັດດ້ວຍອາລູມີນຽມ ຄືກັນກັບຫ້ອງແຮງດັນລົບຂະໜາດນ້ອຍ, ຮັບປະກັນໃຫ້ມີແຕ່ລົມເຂົ້າ, ບໍ່ມີລົມອອກ ເພື່ອບໍ່ໃຫ້ເຊື້ອໄວຣັດແຜ່ລາມອອກສູ່ພາຍນອກໃນວິວັດການສົ່ງຄົນເຈັບ. ກາບິນນີ້ໄດ້ປະກອບອຸປະກອນສີດຢາຂ້າເຊື້ອ, ຖັງອົກຊີເຈນ, ໄຟແຈ້ງເຕືອນ ແລະ ໄດ້ຕິດຕັ້ງລໍ້ອີກດ້ວຍ ສະນັ້ນ ຈິ່ງສາມາດເຄື່ອນຍ້າຍດ້ວຍລົດຈັກໄຟຟ້າ ຫຼື ຍູ້ໄປໄດ້ຢ່າງງ່າຍດາຍ. ເມື່ອນຳຜະລິດຕະພັນດັ່ງກ່າວເຂົ້າໃຊ້ງານ ຈະຊ່ວຍໃຫ້ການສົ່ງຄົນເຈັບທີ່ຕິດເຊື້ອໃນຂະນະປິ່ນປົວໄດ້ຢ່າງສະດວກ ແລະ ຫຼຸດຜ່ອນຄວາມສ່ຽງແຜ່ລະບາດໂລກລະບາດ ຫຼື ຕິດແປດຕໍ່ກັນ.
  ພາຍຫຼັງທີ່ທາງລາຍການພວກຂ້າພະເຈົ້າໄດ້ອອກຂ່າວກ່ຽວກັບເຫດການ ບໍລິສັດດຳເນີນທຸລະກິດການຄ້າ ແລະ ການບໍລິການ VinFast ຈຳກັດ ແລະ ກຸ່ມບໍລິສັດ ພົງຊັບທະວີ, ລາວ ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຈຳໜ່າຍລົດໂອໂຕ VinFast ຢູ່ຕະຫຼາດ ລາວ, ເພື່ອນ ດວງບຸດດີ ໄດ້ສົ່ງຈົດໝາຍມາຍັງລາຍການ ຢາກຮູ້ກ່ຽວກັບການເຕີບໂຕຂອງບໍລິສັດ VinFast. ເພື່ອນກໍໄດ້ຖາມມາວ່າ: ນອກຈາກຕະຫຼາດ ລາວ ແລ້ວ, VinFast ຍັງຈຳໜ່າຍລົດໂອໂຕຢູ່ຕະຫຼາດໃດແດ່?
ແນະ​ນຳ​ບັນ​ດາແນວ​ຄວາມ​ຄິດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 3ລົດໂອໂຕສະມາດ VF e36 (ພາບ: VinFast)
VinFast ແມ່ນບໍລິສັດຜະລິດລົດໂອໂຕ ແລະ ລົດຈັກໄຟຟ້າຂອງ ຫວຽດນາມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2017 ດ້ວຍເຄື່ອງອາໄຫຼ່, ເຕັກໂນໂລຢີທັງໝົດ ແມ່ນໄດ້ນຳເຂົ້າຈາກ ເອີຣົບ ແລະ ເອົາມາປະກອບຢູ່ ຫວຽດນາມ. ພ້ອມກັນນັ້ນ ຖັນແຖວນັກຊ່ຽວຊານ, ນັກເຕັກນິກ ກໍແມ່ນມາຈາກບັນດາບໍລິສັດແຖວໜ້າຂອງໂລກກ່ຽວກັບຂະແໜງອຸດສາຫະກຳລົດໂອໂຕ. ເພາະສະນັ້ນ,  VinFast ກໍຄ່ອຍໆຢັ້ງຢືນໄດ້ທີ່ຕັ້ງຂອງຕົນໃນຕະຫຼາດພາຍໃນ ແລະ ສາກົນ. ຕາມຂໍ້ມູນກ່ຽວກັບໝາກຜົນການເຄື່ອນໄຫວຂອງ VinFast ທີ່ໄດ້ເອົາລົງໃນເວັບໄຊ vinfastauto.com, ພວກຂ້າພະເຈົ້າໄດ້ຮູ້ວ່າ ໃນ 6 ເດຶອນຕົ້ນປີ 2021, VinFast ໄດ້ຂາຍອອກລົດໂອໂຕລວມທັງໝົດ 15.938 ຄັນ, ໃນນັ້ນ ມີລຸ້ນ VinFast Fadil,  VinFast Lux A2.0  ແລະ Lux SA2.0.

ກ່ຽວກັບການຈຳໜ່າຍລົດໂອໂຕຢູ່ຕະຫຼາດຕ່າງປະເທດ, ນອກຈາກຕະຫຼາດ ລາວ ແລ້ວ, ວັນທີ 12 ກໍລະກົດ ຜ່ານມາ, ບໍລິສັດ VinFast ໄດ້ເປີດຕົວ ແລະ ເລີ່ມນຳບັນດາສາຂາ ປະຈຳ ອາເມລິກາ, ການາດາ, ຝລັ່ງ, ເຢຍລະມັນ ແລະ ໂຮນລັງ ເຂົ້າເຄື່ອນໄຫວຢ່າງເປັນທາງການ, ເພື່ອແນໃສ່ກະກຽມແກ່ການເປີດຕົວບັນດາຜະລິດຕະພັນລົດໂອໂຕສະມາດ, ປະຕິບັດເປົ້າໝາຍ ນຳ VinFast ກາຍເປັນ ຍີ່ຫໍ້ລົດໂອໂຕສະມາດອອກສູ່ທົ່ວໂລກ.  ຕາມແຜນການແລ້ວ, ໃນເດືອນ ມີນາ 2022 ນີ້, VinFast ຈະຂາຍລົດໂອໂຕສະມາດ VF e35 ແລະ  VF e36 ໃນທົ່ວໂລກ. ນີ້ແມ່ນລົດໂອໂຕ SUV ໄຟຟ້າ ທີ່ຕອບສະໜອງໄດ້ບັນດາມາດຕະຖານຄວາມປອດໄພສູງສຸດຂອງ ກົມຄຸ້ມຄອງຄວາມປອດໄພໃນການຈະລາຈອນ (NHTSA) ແລະ ອົງການຕີລາຄາຄວາມປອດໄພຂອງ ລົດຍົນ ເອີຣົບ (EURO NCAP).

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ