​ແນະ​ນຳບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ປີ​ໃໝ່​ສາ​ກົນ 2021 ຢູ່ ຫວຽດ​ນາມ

Nguyen Xuyen
Chia sẻ
(VOVWORLD) -        ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ມາພົບກັບທ່ານຜູ້ຟັງໃນລາຍການໂອ້ລົມກັບເພື່ອນລາວ ເຊິ່ງກົງກັບວັນສຸດທ້າຍຂອງປີ 2020 ດ້ວຍອາລົມຈິດ ແລະ ຄວາມປະທັບໃຈຫຼາຍຢ່າງ ເມື່ອພວກເຮົາພ້ອມກັນຫວນຄືນຈົດໝາຍສະບັບຕ່າງໆ ເຊິ່ງທ່ານຜູ້ຟັງທີ່ໄດ້ຝາກມາລາຍການ ແລະ ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໃນໄລຍະ 1 ປີຜ່ານມາ.

  ປີ 2020, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນໂລກລະບາດໂຄວິດ - 19, ຫຼາຍອາຊີບ, ຫຼາຍຂະແໜງການໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງ, ການເຄື່ອນໄຫວຂອງອົງການສື່ມວນຊົນກໍໄດ້ຮັບຜົນສະທ້ອນບໍ່ໜ້ອຍ. ເຖິງຢ່າງໃດກໍຕາມ: ວິທະຍຸກະຈາຍສຽງຫວຽດນາມ ແລະ ພິເສດແມ່ນ ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ ໄດ້ພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສື່ຂ່າວພາຍໃນ ແລະ ສາກົນໄປໃຫ້ທ່ານຜູ້ຟັງໄດ້ຢ່າງຄົບຖ້ວນທີ່ສຸດ. ຈົດໝາຍນັບພັນສະບັບ ພ້ອມດ້ວຍຂໍ້ຄວາມ ແລະ ໂທສະສັບຫຼາຍສາຍ ເຊິ່ງທ່ານຜູ້ຟັງໄດ້ໂທ, ໄດ້ຝາກມາ VOV5 ໃນປີຜ່ານມາ ແມ່ນແຫຼ່ງລະດົມກຳລັງໃຈເພື່ອໃຫ້ພວກຂ້າພະເຈົ້າມີກຳລັງໜູນຕື່ມອີກເພື່ອສ້າງລາຍການໃຫ້ນັບມື້ນັບດີຂຶ້ນ ແລະ ຈັບອົກຈັບໃຈກວ່າເກົ່າ. ອີກຄັ້ງໜຶ່ງ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງທຸກໆທ່ານ ທີ່ໄດ້ສະຫງວນອາລົມຈິດຄວາມຮັກແພງເປັນພິເສດ ແລະ ສະຫຼະເວລາອັນມີຄ່າເພື່ອຕິດຕາມລາຍການຂອງພວກຂ້າພະເຈົ້າໃນຄື້ນກະຈາຍສຽງ ກໍຄືໃນເວັບໄຊ vovworld.vn.

        ເນື່ອງໃນໂອກາດປີໃໝ່ 2021, ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພະລາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນວຽກງານຂອງຕົນ.

    ເພື່ອສືບຕໍ່ລາຍການ ໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

        ຈົດໝາຍສະບັບທຳອິດທີ່ໄດ້ຝາກມາລາຍການ ແມ່ນຂອງເພື່ອນ ເລິມງອັກຮຸ່ງ - ອະດີດນັກສຶກສາຫວຽດນາມ ທີ່ໄປຮຽນຢູ່ ລາວ. ໃນຈົດໝາຍສະບັບນີ້ ເພື່ອນໄດ້ຂຽນວ່າ: “ຂ້າພະເຈົ້າໄດ້ຕິດຕາມບັນດາລາຍການຂອງ VOV5 ເປັນປະຈຳ. ບັນດາລາຍການເຫຼົ່ານີ້ໄດ້ຊ່ວຍໃຫ້ ຂ້າພະເຈົ້າຫຼາຍຢ່າງ ໃນການຍົກສູງລະດັບຄວາມຮູ້ ແລະ ທັກສະການຟັງ, ການຂຽນພາສາລາວຕື່ມອີກ. ນອກຈາກນັ້ນ, ທາງລາຍການກໍໄດ້ສະໜອງຂໍ້ມູນຂ່າວສານຫຼາຍຢ່າງທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ອີກດ້ວຍ. ຂ້າພະເຈົ້າເຫັນວ່າ ລາຍການກະຈາຍສຽງພາກພາສາລາວ ຂອງ VOV5 ມີຄວາມແທດຈິງທີ່ສຸດ, ມີເນື້ອໃນອຸດົມສົມບູນ ແລະ ໜ້າຈັບໃຈ. ຂ້າພະເຈົ້າຫວັງວ່າ, ໃນໄລຍະຈະມາເຖິງ ທາງລາຍການຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ ແລະ ປ່ຽນແປງໃໝ່ຫຼາຍກວ່າອີກ.  ກ້າວເຂົ້າສູ່ປີໃໝ່ 2021, ຂໍອວຍພອນໃຫ້ຄະນະການນຳ ຂອງ VOV, VOV5 ພ້ອມດ້ວຍບັນນາທິການ, ນັກເຕັກນິກທຸກຖ້ວນໜ້າ ປີໃໝ່ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນທຸກໜ້າທີ່ການງານ.”

        ຈົດໝາຍສະບັບຕໍ່ໄປ ແມ່ນຂອງເພື່ອນ ພອນຄຳ - ມາຈາກນະຄອນຫຼວງ ວຽງຈັນ ດ້ວຍເທບບັນທຶກສຽງ ທີ່ມີເນື້ອໃນດັ່ງນີ້:

                                       (ເທບບັນທຶກສຽງ ຂອງ ພອນຄຳ)

        ເຈົ້າ! ພວກຂ້າພະເຈົ້າມີຄວາມປີຕິຊົມຊື່ນ ແລະ ຂໍຂອບອົກຂອບໃຈຕໍ່ການປະກອບສ່ວນຢ່າງຈິງໃຈ ແລະ ຄຳອວຍພອນອັນດີງາມຂອງເພື່ອນ  ເລິມງອັກຮຸ່ງ ແລະ ເພື່ອນພອນຄຳ ພ້ອມດ້ວຍທ່ານຜູ້ຟັງທຸກໆທ່ານ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະພະຍາຍາມປ່ຽນແປງໃໝ່ ແລະ ປະດິດຄິດສ້າງໃຫ້ຫຼາຍກວ່າອີກ ເພື່ອຜະລິດບັນດາລາຍການທີ່ໜ້າຈັບໃຈ ແລະ ເປັນປະໂຫຍດອອກມາຮັບໃຊ້ທ່ານຜູ້ຟັງ. ເນື່ອງໃນໂອກາດປີໃໝ່ສາກົນ ຂໍອວຍພອນໃຫ້ທ່ານຜູ້ຟັງ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ຕິດຕາມ, ສະໜັບສະໜູນລາຍການຂອງພວກຂ້າພະເຈົ້າໃຫ້ຫຼາຍກວ່າອີກ. 

ຕໍ່ໄປນີ້ ແມ່ນເນື້ອໃນຂໍ້ຄວາມ ເຊິ່ງເພື່ອນ ດາວວຽງ - ຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງມາລາຍການໃນອາທິດຜ່ານມາ. ເພື່ອນ ດາວວຽງ ຂຽນວ່າ: “ໃນໂອກາດບຸນປີໃໝ່ສາກົນຂອງທຸກໆປີ, ຄອບຄົວຂ້າພະເຈົ້າມັກກັບເມືອ ຢ້ຽມຢາມ ຫວຽດນາມ ແລະ ໄດ້ເຊື່ອມຕົວເຂົ້າກັບບັນຍາກາດຕ້ອນຮັບປີໃໝ່ພ້ອມກັບປະຊາຊົນນະຄອນຫຼວງ ດ້ວຍກິດຈະກຳທີ່ໜ້າຈັບໃຈຫຼາຍຢ່າງ. ໃນນັ້ນ, ລາຍການຍິງບັ້ງໄຟດອກຢູ່ໜອງ ໂຮ່ເກືອມ ໄດ້ສ້າງຄວາມປະທັບໃຈຫຼາຍຢ່າງໃຫ້ຂ້າພະເຈົ້າ ແລະ ຄອບຄົວ. ແຕ່ໜ້າເສຍດາຍທີ່ສຸດ ຍ້ອນໂລກລະບາດໂຄວິດ - 19, ສະນັ້ນ ປີນີ້, ຄອບຄົວຂ້າພະເຈົ້າ ຈຶ່ງບໍ່ສາມາດກັບມາ ຫວຽດນາມ ໄດ້, ເພາະສະນັ້ນ, ຂ້າພະເຈົ້າຢາກຮູ້ວ່າ ບັນຍາກາດ ແລະ ກິດຈະກຳການລະຫຼິ້ນບັນເທີງຕ້ອນຮັບປີໃໝ່ສາກົນ 2021 ຢູ່ ຫວຽດນາມ ເປັນຄືແນວໃດແດ່?”

​ແນະ​ນຳບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ປີ​ໃໝ່​ສາ​ກົນ 2021 ຢູ່ ຫວຽດ​ນາມ - ảnh 1(ພາບປະກອບ: TTXVN)

 ເພື່ອນ ດາວວຽງ ແລະ ທ່ານຜູ້ຟັງທີ່ຮັກແພງ! ກໍຄືກັນກັບຫຼາຍໆປະເທດໃນໂລກ, ຍ້ອນໂລກລະບາດໂຄວິດ - 19, ສະນັ້ນ ບັນດາການເຄື່ອນໄຫວລະຫຼິ້ນບັນເທີງ, ເຕົ້າໂຮມກັນຫຼາຍຄົນ ແມ່ນໄດ້ມີການຈຳກັດ, ຮັດແຄບ ແລະ ລ້ວນແຕ່ຕ້ອງໄດ້ປະຕິບັດຕາມຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ. ແຕ່ວ່າ, ເພື່ອສ້າງບັນຍາກາດເບີກບານມ່ວນຊື່ນ, ຄວາມພາກພູມໃຈໃຫ້ແກ່ປະຊາຊົນ ແລະ ຊາວຕ່າງປະເທດທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ປະຕິບັດງານຢູ່ ຫວຽດນາມ ເນື່ອງໃນໂອກາດຕ້ອນຮັບປີໃໝ່ສາກົນ 2021 ນັ້ນ, ທ້ອງຖິ່ນຕ່າງໆໃນທົ່ວປະເທດ ໄດ້ຂຶ້ນແຜນຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳເນື່ອງໃນໂອກາດນີ້, ເປັນຕົ້ນແມ່ນ: ລາຍການນັບຖອຍຫຼັງຕ້ອນຮັບປີໃໝ່ - Count down 2021, ລາຍການສະແດງສິລະປະພື້ນເມືອງ ສະຫຼັບກັບການສະແດງສິລະປະຢູ່ຕາມທ້ອງຖະໜົນ; ພິທີຕ້ອນຮັບແຂກທ່ອງທ່ຽວຄົນທຳອິດທີ່ມາຢ້ຽມຢາມ ມໍລະດົກທຳມະຊາດໂລກ ຟອງຍາ - ແກ໋ບ່າງ… ສະເພາະຢູ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈະຈັດຕັ້ງລາຍການຍິງບັ້ງໄຟດອກ ເພື່ອຕ້ອນຮັບປີໃໝ່ສາກົນ 2021 ຢູ່ 3 ສະຖານທີ່ຄື ໂຮ່ຮວ່ານກ໊ຽມ, ສວນສາທາລະນະ ທົ໊ງເຍິດ ແລະ ສະໜາມກິລາໝີດິ່ງ ພາຍໃນ 15 ນາທີ (ແຕ່ເວລາ 00 ໂມງ 00 ນາທີ ຫາເວລາ 00 ໂມງ 15 ນາທີ ຂອງວັນທີ 1 ມັງກອນປີ 2021). 

       ລາຍການ ໂອລົມກັບເພື່ອນລາວ ລາຍການສຸດທ້າຍຂອງປີ 2020 ມາຮອດນີ້ກໍສິ້ນສຸດລົງແລ້ວ. ອີກຄັ້ງໜຶ່ງ, ຂໍອວຍພອນໃຫ້ທ່ານຜູ້ຟັງ ປີໃໝ່ຈົ່ງມີພາລະນາໄມສົມບູນ, ເຕັມໄປດ້ວຍຄວາມສຸກຄວາມມ່ວນຊື່ນ ແລະ ສົມດັ່ງປາດຖະໜາ.  ມື້ອື່ນ - ວັນທີ 1 ມັງກອນ 2021 - ເຊິ່ງເປັນມື້ທຳອິດຂອງປີໃໝ່ 2021, ພວກຂ້າພະເຈົ້າ ຈະແນະນຳໃຫ້ທ່ານຜູ້ຟັງ ໄດ້ຮັບຟັງລາຍການກະຈາຍສຽງພາກພິເສດ ດ້ວຍຫົວຂໍ້ “ຄວາມໝັ້ນແກ່ນ, ທີ່ຕັ້ງຖານະບົດບາດຂອງຫວຽດນາມ”. ຫວັງວ່າ ທ່ານຜູ້ຟັງຈະສະຫຼະເວລາຕິດຕາມດ້ວຍ. ພົບກັນໃໝ່ໃນລາຍການປີໜ້າ, ສະບາຍດີ!

 

ຕອບກັບ