ແນະ​ນຳ​ກ່ຽວ​ກັບ​ໝາກ​ແມັກ​ຄາ​ເດ​ເມຍ

Nguyen Xuyen
Chia sẻ
(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກ ພາສາລາວ ແລະ ພະແນກກະຈາຍສຽງບັນດາລາຍການຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ນອກຈາກບັນດາຄຳອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນແທັງລອງ - ຮ່າໂນ້ຍ ຄົບຮອບ  1010 ປີ, ທ່ານຜູ້ຟັງຍັງສະແດງຄວາມຮູ້ສຶກ ແລະ ຕັ້ງບັນດາຄຳຖາມທີ່ໜ້າຈັບອົກຈັບໃຈອື່ນອີກ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການພາກພາສາລາວ ເວົ້າສະເພາະ ແລະ VOV5 ເວົ້າລວມ ໃນອາທິດຜ່ານມາ.

ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບໂທລະສັບຈາກລຸງນາມ. ເພິ່ນແມ່ນພະນັກງານບຳນານ.  ລຸງໃຫ້ຮູ້ວ່າ ຂ້າພະເຈົ້າໄດ້ຮັບຟັງລາຍການກະຈາຍສຽງຕາມເວລາອອກອາກາດໃໝ່ແລ້ວ. ຂ້າພະເຈົ້າເປັນຜູ້ຟັງປະຈຳຂອງລາຍການກະຈາຍສຽງພາກພາສາລາວ ແລະ ພາກພາສາ ໄທ. ພວກເຈົ້າເຮັດໄດ້ດີຫຼາຍ, ຈົ່ງຮັກສາ ແລະ ເສີມຂະຫຍາຍຕໍ່ໄປ”.

ການໂທລະສັບມາຫາລາຍການແບບນີ້ ແມ່ນມີຄຸນຄ່າຫຼາຍສຳລັບບັນນາທິການ. ນີ້ແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງຕໍ່ຜູ້ຈັດທຳລາຍການຄືພວກຂ້າພະເຈົ້າ. ຂໍຂອບໃຈລຸງ ນາມ ຫຼາຍໆ ທີ່ໄດ້ຕິດຕາມລາຍການກະຈາຍສຽງຂອງ ວິທະຍຸກະຈາຍສຽງຫວຽດນາມ ແລະ ມີຄຳຕິຊົມ ກໍຄື ປະກອບຄຳເຫັນຕໍ່ລາຍການພາກພາສາລາວ.  ຂໍອວຍພອນໄຊໃຫ້ລຸງ ຈົ່ງມີສຸຂະພາບເຂັ້ມແຂງ  ແລະ ສືບຕໍ່ຕິດຕາມ ກໍຄື ປະກອບຄຳເຫັນໃຫ້ແກ່ລາຍການ ເພື່ອໃຫ້ລາຍການຂອງພວກຂ້າພະເຈົ້ານັບມື້ນັບດີກວ່າເກົ່າ, ເປັນປະໂຫຍດ ແລະ ດຶງດູດທ່ານຜູ້ຟັງຫຼາຍກວ່າອີກ.

ຈົດໝາຍສະບັບຕໍ່ໄປແມ່ນຂອງທ່ານຜູ້ຟັງ Odilón Ramos Boza ທີ່ມາຈາກ ເປຣູ,  ລາວແບ່ງປັນວ່າ: “ຂ້າພະເຈົ້າເລີ່ມຟັງວິທະຍຸນັບແຕ່ຊຸມປີ 1980. ມາຮອດປັດຈຸບັນ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການດຳລົງຊີວິດກໍຕາມ ແຕ່ຂ້າພະເຈົ້າກໍຍັງສືບຕໍ່ຮັບຟັງບັນດາລາຍການຂອງ ວິທະຍຸກະຈາຍສຽງຫວຽດນາມ ຜ່ານທາງອິນເຕີແນັດ”.

ສ່ວນໃນຈົດໝາຍຂອງທ່ານ Juan Diez, ຢູ່ Santander ປະເທດ ແອັດສະປາຍ, ແບ່ງປັນວ່າ ລາວມັກບົດຂຽນກ່ຽວກັບ ວິທະຍຸກະຈາຍສຽງຫວຽດນາມ ດ້ວຍຫົວຂໍ້ “ສະຖານທີ່ເກັບຮັກສາປະຫວັດສາດດ້ວຍນ້ຳສຽງ”. “ຖັນແຖວພະນັກງານຜູ້ຈັດທຳລາຍການຂອງ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເກັບຮັກສາບັນດາຂໍ້ມູນເອກະສານປະຫວັດສາດອັນລ້ຳຄ່າ. ນັ້ນແມ່ນບັນດາພະຍານຫຼັກຖານດ້ານປະຫວັດສາດບໍ່ຈັກວ່າເທົ່າໃດຂະບວນການຮັກປະເທດຊາດ, ເຫດການການເມືອງ ແລະ ປະຫວັດສາດໃກ້ຍຸກປັດຈຸບັນຂອງຫວຽດນາມ”.

ເພື່ອນ Kim Som Neang - ເຊິ່ງເປັນຜູ້ຟັງຈາກ ກຳປູເຈຍ ໄດ້ສົ່ງຂໍ້ຄວາມຜ່ານທາງ  Facebook ມາຍັງ VOV5 ດ້ວຍເນື້ອໃນຢາກໄດ້ຮັບການແນະນຳກ່ຽວກັບຮູບແບບນຳໃຊ້ລົດຖີບອັດສະລິຍະສາທາລະນະ ເຊິ່ງຄາດວ່າຈະທົດລອງປະຕິບັດຢູ່ນະຄອນ ໂຮ່ຈີມິນ ໃນໄລຍະຈະມາເຖິງ.

ແນະ​ນຳ​ກ່ຽວ​ກັບ​ໝາກ​ແມັກ​ຄາ​ເດ​ເມຍ - ảnh 1 (ພາບປະກອບ: zing)

ເພື່ອນ Kim Som Neang ທີ່ຮັກແພງ! ຮູບແບບນຳໃຊ້ລົດຖີບອັດສະລິຍະ ສາທາລະນະ ແມ່ນໂຄງການລະດົມແຫຼ່ງກຳລັງຈາກສັງຄົມ ແລະ ດຶງດູດບັນດາແຫຼ່ງກຳລັງລົງທຶນຈາກພາຍນອກ ເພື່ອແນໃສ່ສ້າງວິທີການຈະລາຈອນໃນຕົວເມືອງເປັນຫຼາຍຮູບຫຼາຍແບບ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນໄປຂຶ້ນລົດເມໄດ້ໄວ ແລະ ສະດວກກວ່າ, ປະກອບສ່ວນຫຼຸດຜ່ອນມົນລະພິດຕໍ່ສິ່ງແວດລ້ອມ ແລະ ສະພາບການລົດຕິດ.

ພະແນກຄົມມະນາຄົມ - ຂົນສົ່ງ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ພາຍຫຼັງຄົ້ນຄວ້າ, ຮັບເອົາຄຳເຫັນປະກອບຈາກບັນດາພະແນກ, ຂະແໜງການ ແລະ ປະຊາຊົນ ມາໄດ້ໄລຍະໜຶ່ງ, ທາງພະແນກໄດ້ສະເໜີຕໍ່ ຄະນະກຳມະການປະຊາຊົນນະຄອນ ຮັບຮອງເອົາແຜນນະໂຍບາຍທົດລອງປະຕິບັດຮູບແບບ ລົດຖີບອັດສະລິຍະສາທາລະນະໃນບໍລິເວນນະຄອນ. ຕາມນັ້ນແລ້ວ, ຮູບແບບດັ່ງກ່າວ ຈະເລີ່ມປະຕິບັດໃນເດືອນ ທັນວາ, ຫຼັງຈາກນັ້ນ ຕີລາຄາສັງລວມເພື່ອປະຕິບັດບັນດາຂັ້ນຕອນຕໍ່ໄປ. ຢູ່ໃນໄລຍະທົດລອງປະຕິບັດ, ນັກລົງທຶນຈະສະໜອງລົດຖີບ 388 ຄັນ ຢູ່ 43 ສະຖານທີ່ສາທາລະນະຢູ່ຕາມເສັ້ນທາງໃຫຍ່ ຢູ່ເມືອງ 1 ແລະ ເມືອງ 3. ຢູ່ແຕ່ລະບ່ອນ ຈະມີລົດຖີບແຕ່ 10 ຫາ 20 ຄັນ, ແຕ່ລະຄັນລ້ວນແຕ່ໄດ້ລອັກດ້ວຍລະຫັດ, ສາມາດຈັບ GPS ໄດ້. ເພື່ອນຳໃຊ້ໄດ້, ປະຊາຊົນຕ້ອງຕິດຕັ້ງໂປແກຼມ Mobike ໃນໂທລະສັບມືຖື ໂດຍບໍ່ເສຍຄ່າ. ຜ່ານໂປແກຼມດັ່ງກ່າວ, ປະຊາຊົນສາມາດ scan ເພື່ອຊອກເບິ່ງວ່າ ສະຖານທີ່ແຫ່ງໃດຍັງມີລົດຢູ່ ແລະ scan ລະຫັດເພື່ອປົດລອັກລົດຖີບໃນເວລານໍາໃຊ້. ຄາດວ່າ ຄ່າບໍລິການແມ່ນປະມານ 5.000 ດົ່ງຕໍ່ 30 ນາທີ ແລະ 10.000 ດົ່ງຕໍ່ 1 ຊົ່ວໂມງ.

ທ່ານຜູ້ຟັງ ດາລາວັນ ທີ່ມາຈາກ ແຂວງຄຳມ່ວນ, ປະເທດ ລາວ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຫາລາຍການດ້ວຍເນື້ອໃນດັ່ງນີ້: ເມື່ອຕິດຕາມຂ່າວໃນເວັບໄຊ vovworld.vn ຂອງວິທະຍຸກະຈາຍສຽງ ຫວຽດນາມ ແລ້ວ, ຂ້າພະເຈົ້າ ຈຶ່ງຮູ້ວ່າ ໝາກ ແມັກຄາເດເມຍ ໄດ້ນຳມາປູກຢູ່ ຫວຽດນາມ ເປັນຈຳນວນຫຼວງຫຼາຍ, ມີຄຸນຄ່າທາງດ້ານໂພສະນາການ ແລະ ນຳມາເຊິ່ງມູນຄ່າດ້ານເສດຖະກິດສູງໃຫ້ແກ່ປະຊາຊົນ ຫວຽດນາມ ແລະ ມີຄວາມສາມາດບົ່ມຊ້ອນທີ່ສຸດ. ຂ້າພະເຈົ້າຢາກຮູ້ວ່າ ຕົ້ນແມັກຄາເດເມຍ ນີ້ ເໝາະສົມກັບການປູກໃນເງື່ອນໄຂດິນຟ້າອາກາດແນວໃດ?

ແນະ​ນຳ​ກ່ຽວ​ກັບ​ໝາກ​ແມັກ​ຄາ​ເດ​ເມຍ - ảnh 2ໝາກແມັກຄາເດເມຍ  

ເພື່ອນ ດາລາວັນ ທີ່ຮັກແພງ! ແມັກຄາເດເມຍ ແມ່ນຕົ້ນໄມ້ຊະນິດໜຶ່ງທີ່ເໝາະສົມກັບອາກາດປຽກຊຸ່ມສະຫຼັບກັບອາກາດແຫ້ງ, ໂດຍເຕີບໂຕ ແລະ ຂະຫຍາຍຕົວດີໃນເງື່ອນໄຂຄວາມກົດດັນອາກາດຕ່ຳລົມມໍລະສຸມ, ມີຄວາມທົນທານກັບໄພແຫ້ງແລ້ງສູງ. ຕົ້ນໄມ້ຊະນິດນີ້ຂະຫຍາຍຕົວດີທີ່ສຸດຢູ່ເຂດດິນແດງ Bazan ຫຼື ປະເພດດິນຫີນໜາມໜໍ່, ດິນດາກ. ຕົ້ນແມັກຄາເດເມຍຍັງແມ່ນຕົ້ນໄມ້ປູກເອົາໄມ້, ສາມາດນຳໃຊ້ໄດ້ຫຼາຍຈຸດປະສົງ, ສາມາດນຳປູກເປັນປ່າປ້ອງກັນ ປະກອບສ່ວນເພີ່ມອັດຕາປົກຄຸມຂອງປ່າ, ປົກປັກຮັກສາສະພາບແວດລ້ອມຊີວະພາບ, ພິເສດແມ່ນຢູ່ບັນດາເຂດຊາຍແດນ, ເຂດຫ່າງໄກສອກຫຼີກ, ປະກອບສ່ວນຍົກສູງຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນ, ທັງສາມາດປູກເປັນປ່າ ຫຼື ປູກສະຫຼັບກັບຕົ້ນໄມ້ຊະນິດອື່ນໆກໍ່ໄດ້ ກໍ່ລ້ວນແຕ່ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ. ສະນັ້ນ ຢູ່ຫວຽດນາມ, ປະຊາຊົນຢູ່ແຂວງດັກລັກ ເຂດໄຕງວຽນໄດ້ນຳເອົາຕົ້ນແມັກຄາເດເມຍ ມາປູກເປັນຈຳນວນຫຼວງຫຼາຍ, ນຳມາເຊິ່ງປະສິດທິຜົນທີ່ສຸດ, ໃນຮອບເວລາ 5 ປີ ສາມາດເພີ່ມສະມັດຕະພາບຂຶ້ນທົບ 24 ຫາ 25 ເທົ່າ.

ດັ່ງທີ່ກ່າວມາຂ້າງເທິງແມ່ນຂໍ້ມູນກ່ຽວກັບໝາກແມັກຄາເດເມຍ ເພື່ອໃຫ້ເພື່ອນຄົ້ນຄວ້າ, ສຶກສາ. ຫວັງວ່າ ຂໍ້ມູນດັ່ງກ່າວຈະເປັນປະໂຫຍດຕໍ່ເພື່ອນ.

ພວກຂ້າພະເຈົ້າຮູ້ວ່າ ມີທ່ານຜູ້ຟັງ, ຜູ້ອ່ານຫຼາຍທ່ານ, ພິເສດແມ່ນຜູ້ທີ່ເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2020” ພວມຕື່ນເຕັ້ນຢາກຮູ້ໝາກຜົນ ກໍຄື ຂອງຂວັນລະອຽດຂອງການເສັງດັ່ງກ່າວ ແລະ ພວກຂ້າພະເຈົ້າກໍເຊັ່ນດຽວກັນ. ໃນອາທິດຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຂໍ້ຄວາມຂອງເພື່ອນ ພອນຄຳ, ເພື່ອນ ບຸດສະດີ ແລະ ເພື່ອນ ອະນຸສອນ ທີ່ໄດ້ຝາກມາຖາມລາຍການ ກ່ຽວກັບໝາກຜົນຂອງການເສັງດັ່ງກ່າວ. ມາຮອດປັດຈຸບັນ, ຄະນະກຳມະການໄດ້ໃຫ້ຄະແນນການກວດຮອບທຳອິດສຳເລັດ ແລ້ວ ແລະໄດ້ເລືອກເອົາ 17 ບົດທີ່ມີຄຸນນະພາບໄປກວດໃນຮອບສຸດທ້າຍ ແລະ ປັດຈຸບັນ ພວມສືບຕໍ່ດຳເນີນການໃຫ້ຄະແນນ. ເພາະສະນັ້ນ, ໝາກຜົນຂອງການເສັງ ຈະໄດ້ປະກາດໃນໄວໆນີ້. ເຖິງວ່າໝາກຜົນຂອງການເສັງຈະເປັນຈັ່ງໃດກໍຕາມ, ພວກເພື່ອນຈົ່ງອຸ່ນອ່ຽນໃຈວ່າ ທຸກຄົນທີ່ເຂົ້າຮ່ວມການເສັງຄັ້ງນີ້ ລ້ວນແຕ່ໄດ້ຮັບບັນດາຂອງຂວັນທີ່ຈັບອົກຈັບໃຈຈາກຄະນະຈັດຕັ້ງ.

ລາຍການ ໂອ້ລົມກັບເພື່ອນລາວ ໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ