ແນະ​ນຳ​ກ່ຽວ​ກັບ​ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ​ເຜົ່າ​ເມື່ອງ

Nguyen Xuyen
Chia sẻ
(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 366 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການພາກພາສາລາວ ໄດ້ຮັບຈົດໝາຍ 21 ສະບັບ
ຈົດໝາຍສະບັບທຳອິດ ແມ່ນຂອງເພື່ອນ ຈັນທິມາ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງມາຍັງລາຍການດ້ວຍເນື້ອໃນດັ່ງນີ້: ໃນເວັບໄຊ vovworld.vn, ນອກຈາກລຳຫວຽດນາມ - ລາວແລ້ວພາບສາລະຄະດີແມ່ຄໍລຳທີ່ດຶງດູດໃຈຂ້າພະເຈົ້າຫຼາຍທີ່ສຸດເພາະວ່າຂ້າພະເຈົ້າເອງກໍເປັນຄົນມັກຄົ້ນຫາທັດສະນີຍະພາບທຳມະຊາດບັນດາພາບຖ່າຍກ່ຽວກັບອ່າວຮ້າລອງໃນພາບສາລະຄະດີທີ່ມີຫົວຂໍ້: “ຮ້າລອງນອນໃນກຸ່ມ 25 ສະຖານທີ່ສວຍງາມທີ່ສຸດໃນໂລກ” ແມ່ນປະທັບໃຈຫຼາຍກ່ອນນີ້ 2 ປີຂ້າພະເຈົ້າກໍໄດ້ໄປທ່ຽວຮ້າລອງແລະນັ້ນແມ່ນການທ່ອງທ່ຽວທີ່ສຸດຍອດສຳລັບຄອບຄົວຂ້າພະເຈົ້າຂ້າພະເຈົ້າມັກທັດສະນີຍະພາບຢູ່ທີ່ນີ້ຫຼາຍແລະຢາກກັບຄືນທ່ຽວອີກຄັ້ງແນ່ນອນວ່າໃນລະດູຮ້ອນນີ້ຂ້າພະເຈົ້າຈະຊວນໝູ່ໄປຄົ້ນຫານຳກັນ”.
ແນະ​ນຳ​ກ່ຽວ​ກັບ​ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ​ເຜົ່າ​ເມື່ອງ - ảnh 1ອ່າວຮ້າລອງ - ມໍລະດົກທຳມະຊາດລະດັບໂລກ 

ກໍກ່ຽວຂ້ອງເຖິງພາບສາລະຄະດີດັ່ງກ່າວ, ເພື່ອນ ທິບພະພອນ - ນັກສຶກສາ ລາວ ທີ່ພວມຮຽນຢູ່ມະຫາວິທະຍາໄລອຸດສາຫະກຳ ກວ໋າງນິງ ຄອມເມັ້ນມາວ່າ: ຮ້າລອງ ກໍແມ່ນສະຖານທີ່ທ່ອງທ່ຽວທຳອິດຂອງ ຫວຽດນາມ ເຊິ່ງຂ້າພະເຈົ້າໄດ້ຮູຈັກຜ່ານທາງອິນເຕີເນັດ ແລະ ຢາກໄປຄັ້ງໜຶ່ງໃນຊີວິດ. ແຕ່ໄລ່ມາຮອດປັດຈຸບັນ, ຂ້າພະເຈົ້າໄປທ່ຽວ ຮ້າລອງ ໄດເກືອບ 10 ເທື່ອແລ້ວ ແຕ່ກໍບໍ່ເບື່ອ ຢາກໄປອີກຄັ້ງ. ເມື່ອຍາດພີ່ນ້ອງຂອງຂ້າພະເຈົ້າ ມາ ຫວຽດນາມ, ຂ້າພະເຈົ້າລ້ວນແຕ່ພາເຂົາເຈົ້າໄປທ່ຽວ ຮ້າລອງ ເພາະວ່າ ຮ້າລອງ ງາມຕະຫຼອດປີ  ແລະ ການບໍລິການທີ່ດີອີກດ້ວຍ”.

ຂອບໃຈເພື່ອນ ຈັນທິມາ ແລະ ທິບພະພອນ ທີ່ໄດ້ມີຄວາມສົນໃຈກ່ຽວກັບອ່າວຮ້າລອງ ແລະ ກໍແມ່ນຜູ້ຕິດຕາມລາຍການຂອງພາກພາສາລາວເປັນປະຈຳ.  ຄົນຫວຽດ ມັກເວົ້າວ່າ: “ສິບປາກເວົ້າບໍ່ທໍ່ຕາເຫັນ” ແລະ ການໄດ້ຮັບຊົມຄວາມງາມທີ່ໃຫຍ່ໂຕມະໂຫຖານຂອງທະເລພູຜາປ່າໄມ້ກັບຕາຕົນເອງ, ໄດ້ດູດເອົາອາກາດທີ່ປອດໂປ່ງນັ້ນ ແມ່ນປະສົບການທີ່ໜ້າຈັບອົກຈັບໃຈຫຼາຍ ໂດຍບໍ່ມີຫຍັງພັນລະນາໄດ້. ເພາະສະນັ້ນ, ທ່ານຈົ່ງສັບຊ້ອນເວລາໃຫ້ຕົວທ່ານເອງ ແລະ ຄອບຄົວ ເພື່ອມາທ່ອງທ່ຽວ ຮ້າລອງ ແລະ ສະຖານທີ່ອື່ນໆຢູ່ ຫວຽດນາມ ໃນລະດູຮ້ອນນີ້ - ເຊິ່ງເປັນລະດູແຫ່ງການທ່ອງທ່ຽວ ດ້ວຍຫຼາຍໂປໂມຊັນພິເສດ.

ຕໍ່ໄປແມ່ນຈົດໝາຍຂອງເພື່ອນ ຄຳມາ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງມາຍັງລາຍການ ດ້ວຍເນື້ອໃນດັ່ງນີ້: ຂ້າພະເຈົ້າກໍເປັນຊ່າງພາບຜູ້ໜຶ່ງ, ສະນັ້ນ ເມື່ອອ່ານຂ່າວໃນເວັບໄຊ vovworld.vn ກ່ຽວກັບຊ່າງພາບ ແຄັງຟານ ຍາດໄດ້ລາງວັນອັນສູງສົ່ງລະດັບສາກົນ, ຂ້າພະເຈົ້າມີຄວາມເຄົາລົບນັບຖືຊ່າງພາບຄົນນີ້ທີ່ສຸດ ແລະ ຢາກຮູ້ຂ່າວຄາວຕໍ່ຄົນນີ້. ພາບຖ່າຍກະໂປ່ງດອກໄມ້ກໍງາມຫຼາຍ ແລະ ຢາກໃຫ້ລາຍການແນະນຳກ່ຽວກັບພາບຖ່າຍດັ່ງກ່າວຕື່ມອີກແດ່. ຂໍຂອບໃຈ!”

ແນະ​ນຳ​ກ່ຽວ​ກັບ​ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ​ເຜົ່າ​ເມື່ອງ - ảnh 2ຊ່າງພາບ ແຄັງຟານ 

ຊ່າງພາບຍິງ ແຄັງຟານ (ອາຍຸ 38 ປີ) ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ ແຂວງ ຖ໋າຍບິງ (ຜູ້ທີ່ຍາດໄດ້ລາງວັນສູງສຸດໃນການປະກວດພາບຖ່າຍທາງອາກາດທີ່ໃຫຍ່ທີ່ສຸດໃນໂລກ (SkyPixel – SkyPixel Annual Photo & Video Contest) ຄັ້ງທີ 8)). ແຄັງຟານ ຕິດພັນກັບອາຊີບຖ່າຍພາບໄດ້ປະມານ 6 ປີ ແລະ ສ່ວນຫຼາຍແມ່ນລາວຮຽນເອງຜ່ານອິນເຕີເນັດ, ຜ່ານຄົນລຸ້ນກ່ອນ ແລະ ອັບເດດທ່າອ່ຽງຂອງຍຸກສະໄໝ. ແຕ່ດ້ວຍພອນສະຫວັນທາງດ້ານສິລະປະ, ຄວາມຮັກທີ່ມີຕໍ່ທຳມະຊາດ ບວກກັບຄວາມມານະພະຍາຍາມ ແລະ ຄວາມກ້າຫານຂອງຕົນ, ລາວກໍບັນລຸໄດ້ຜົນງານອັນຍິ່ງໃຫຍ່ຫຼາຍຢ່າງ ນັບທັງລະດັບຊາດ ແລະ ສາກົນ, ຫຼາຍຈົນລາວບໍ່ຈື່ເລີຍວ່າ ຕົນເອງຍາດໄດ້ຈັກລາງວັນ. ບັນດາລາງວັນໃຫຍ່ຄື Drone Siena Awards, Sony World Awards, Skypixel  ລາວລ້ວນແຕ່ຄວ້າໄດ້ແລ້ວ. ອາດເວົ້າໄດ້ວ່າ, ລາວເປັນທູດທ່ອງທ່ຽວນຳພາບພົດ ຫວຽດນາມ ອອກສູ່ໂລກ.

ແນະ​ນຳ​ກ່ຽວ​ກັບ​ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ​ເຜົ່າ​ເມື່ອງ - ảnh 3ພາບຖ່າຍ “ກະໂປ່ງດອກໄມ້”

ສ່ວນສຳລັບພາບຖ່າຍ “ກະໂປ່ງດອກໄມ້” ທີ່ຄວ້າໄດ້ລາງວັນໃນການເສັງດັ່ງກ່າວ ແມ່ນໄດ້ຖ່າຍເມື່ອເດືອນ ຕຸລາ 2022 ຢູ່ ມົກຮວ໊າ, ແຂວງ ລອງອານ. ພາບຖ່າຍດັ່ງກ່າວ ໄດ້ພັນລະນາການເກັບດອກບົວຂອງປະຊາຊົນຢູ່ທີ່ນີ້ - ເຊິ່ງເປັນວັດຖຸດິບທີ່ຂາດບໍ່ໄດ້ໃນອາຫານທີ່ເປັນເອກະລັກຂອງປະຊາຊົນທາງທິດຕາເວັນຕົກພາກໃຕ້ ຫວຽດນາມ.

ກ່ອນທີ່ຈະສິ້ນສຸດລາຍການ, ພວກຂ້າພະເຈົ້າຂໍຕອບຈົດໝາຍຂອງເພື່ອນ ແສງອອນ ຢູ່ແຂວງ ວຽງຈັນ ໂດຍຢາກຊອກຮູ້ກ່ຽວກັບ ຫໍພິພິທະພັນວັດທະນະທຳ ເຜົ່າເມື່ອງ ຢູ່ແຂວງ ວ່າບິ່ງ ຂອງ ຫວຽດນາມ.

 

  ຫໍພິພິທະພັນວັດທະນະທຳ ເຜົ່າເມື່ອງ ຕັ້ງຢູ່ຖະໜົນ ເຕີຍຕຽນ, ນະຄອນ ຮວ່າບິ່ງ, ເຊິ່ງຫ່າງຈາກ ຮ່າໂນ້ຍ ປະມານກວ່າ 70 ກິໂລແມັດ. ນີ້ແມ່ນຫໍພິພິທະພັນເອກະຊົນ ໂດຍນັກແຕ້ມ ຫວູດຶກຫຽວ ສ້າງຕັ້ງຂຶ້ນ ເພື່ອແນໃສ່ອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງເຜົ່າເມື່ອງ. ດ້ວຍເນື້ອທີ່ກວ່າ 5 ເຮັກຕາ, ວັດຖຸພັນກວ່າ 3.000 ຢ່າງ ແລະ ບັນດາເຮືອນຮ້ານແບບເດີມຂອງຊາວເຜົ່າເມື່ອງ, ເຂດອາຫານການກິນ, ເຂດພັກຜ່ອນ… ສະຖານທີ່ແຫ່ງນີ້ໄດ້ກາຍເປັນຈຸດນັດພົບທີ່ດູດດື່ມ ບໍ່ພຽງແຕ່ສຳລັບຊາວ ຫວຽດນາມ ເທົ່ານັ້ນ ຫາກນັບທັງແຂກທ່ອງທ່ຽວສາກົນອີກດ້ວຍ. ເມື່ອມາສະຖານທີ່ແຫ່ງນີ້, ເພື່ອນຈະໄດ້ຢ້ຽມຊົມ, ຊອກຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດຂອງຊາວເຜົ່າເມື່ອງ ກໍຄືໄດ້ເຊື່ອມຕົວເຂົ້າກັບຊີວິດການເປັນຢູ່ປະຈຳວັນຂອງຊາວເຜົ່າເມື່ອງ ດ້ວຍກິດຈະກຳທີ່ມີຄວາມໝາຍຄື: ຕຳເຂົ້າ; ຕ່ຳຫູກທໍ່ໄໝ; ປັ່ນຝ້າຍ ຫຼື ເຊື່ອມຕົວເຂົ້າກັບບັນຍາກາດຂອງງານບຸນ, ການລະຫຼີ້ນພື້ນເມືອງທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່າເມື່ອງ.

ແນະ​ນຳ​ກ່ຽວ​ກັບ​ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ​ເຜົ່າ​ເມື່ອງ - ảnh 4ຫໍພິພິທະພັນວັດທະນະທຳ ເຜົ່າເມື່ອງ ໄດ້ວາງສະແດງ ວັດຖຸພັນກວ່າ 3.000 ຢ່າງ (ພາບ: TTXVN)

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານ  ທີ່ໄດ້ຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ, ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້./.

ຕອບກັບ