ແນະ​ນຳກ່ຽວ​ກັບ​ສິ​ລະ​ປະ​ຂັບ​ສ​ະ​ລີ ຂອງ​ຊົນ​ເຜົ່າ​ນຸ່ງ

Nguyen Xuyen
Chia sẻ
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍໃນອາທິດຜ່າມາລາຍການກະຈາຍສຽງພາກພາກສາຕ່າງປະເທດວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຮັບຈົດໝາຍອີເມວຈາກທ່ານຜູ້ຟັງ 382 ທ່ານ ທີ່ມາຈາກ 39 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການາກພາສາລາວ ໄດ້ຮັບຈົດໝາຍ 11 ສະບັບດ້ວຍບັນດາຄຳອວຍອັນປະເສີດໃນໂອກາດບຸນປີໃໝ່ລາວ ແລະ ຄວາມສົນໃຈຕໍ່ການເຄື່ອນໄຫວວັດທະນະທຳ ແລະ ການທ່ອງທ່ຽວຂອງ ຫວຽດນາມໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ ກໍຄື VOV5 ໃນອາທິດຜ່ານມາ.

ໃນອາທິດຜ່ານມາ ບັນດາລາຍການກະຈາຍສຽງພາກພາສາ ລາວ, ກຳປູເຈຍ, ໄທ ໄດ້ຮັບບັນດາຄຳອວຍອັນປະເສີດຈາກທ່ານຜູ້ຟັງເນື່ອງໃນໂອກາດບຸນປີໃໝ່ ລາວ, ບຸນ ຈອນຈານຳເທີໄມ ຂອງ ກຳປູເຈຍ ແລະ ບຸນສົງການຂອງ ໄທ. ໃນນັ້ນ ເພື່ອນ ວິໄລວັນ - ນັກສຶກສາປີທີ 4 ສະຖາບັນການປົກຄອງແຫ່ງຊາດ, ຮ່າໂນ້ຍ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ອວຍພອນລາຍການພາກພາສາລາວ. ເພື່ອນຂຽນວ່າຂໍອວຍພອນໃຫ້ອ້າຍ, ເອື້ອຍບັນນາທິການພາກພາສາລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດຫຼາຍຢ່າງໃນປີໃໝ່. ນ້ອງຈະເປັນຜູ້ຟັງປະຈຳຂອງ VOV ຕະຫຼອດໄປ.”

ພວກຂ້າພະເຈົ້າດີໃຈຫຼາຍ ເມື່ອໄດ້ຮັບບັນດາຄຳອວຍພອນອັນດີງາມນີ້ຈາກທ່ານຜູ້ຟັງ ແລະ ຂໍຂອບໃຈທຸກໆທ່ານທີ່ໄດ້ສະໜັບສະໜູນ ແລະ ສະຫງວນອາລົມຈິດຄວາມຮັກແພງເປັນພິເສດຕໍ່ VOV. ເນື່ອງໃນໂອກາດບຸນປີໃໝ່ ລາວ, ພວກຂ້າພະເຈົ້າຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານ ປີໃໝ່ປະສົບຜົນສຳເລັດໃໝ່ ແລະ ສົມດັ່ງປາດຖະໜາທຸກປະການ.

ຈາກ ກຳປູເຈຍ, ທ່ານຜູ້ຟັງ Sam Saly ໄດ້ສະແດງຄວາມປະທັບໃຈຕໍ່ ພາບຖ່າຍໜ່ວຍບອນລູນ ຫວຽດນານ ເຊິ່ງໄດ້ນອນໃນ Top ພາບຖ່າຍງາມທີ່ສຸດໃນວາລະສານ Smithsonian ຂອງ ອາເມລິກາ.

ແນະ​ນຳກ່ຽວ​ກັບ​ສິ​ລະ​ປະ​ຂັບ​ສ​ະ​ລີ ຂອງ​ຊົນ​ເຜົ່າ​ນຸ່ງ - ảnh 1ພາບຖ່າຍ Colorful Work ຂອງນັກຖ່າຍຮູບ ເຈິ່ນຕ໊ວນຫວຽດ  ທີ່ຄວ້າໄດ້ລາງວັນ ພາບຖ່າຍທີ່ມີຜູ້ນິຍົມຊົມຊອບຫຼາຍທີ່ສຸດ 

ໃນຈຳນວນຜົນງານພາບຖ່າຍກວ່າ 45.000 ພາບ ຈາກນັກຖ່າຍຮູບໃນທົ່ວໂລກທີ່ເຂົ້າຮ່ວມການເສັງພາບຖ່າຍສາກົນຄັ້ງທີ 18 ຂອງ ວາລະສານ Smithsonian ຂອງ ອາເມລິກາ, ພາບຖ່າຍໜ່ວຍບອນລູນ ຫຼື Colorful Work ຂອງນັກຖ່າຍຮູບ ເຈິ່ນຕ໊ວນຫວຽດ ຄວ້າໄດ້ລາງວັນ ພາບຖ່າຍທີ່ມີຜູ້ນິຍົມຊົມຊອບຫຼາຍທີ່ສຸດ. ນີ້ແມ່ນພາບຖ່າຍໃນເຫດການງານບຸນບອນລູນ ຖືກຈັດຂຶ້ນໃນເດືອນ ພະຈິກ ປີ 2020 ຢູ່ເມືອງ ບາວີ່ ຫ່າງຈາກຮ່າໂນ້ຍໄປປະມານ 50 ກິໂລແມັດ. ເພື່ອຖ່າຍໄດ້ພາບດັ່ງກ່າວ, ອ້າຍ ເຈິ່ນຕ໊ວນຫວຽດ ຕ້ອງລຸກແຕ່ 5 ໂມງເຊົ້າ ເພື່ອເດີນທາງແຕ່ໃຈກາງນະຄອນ ຮ່າໂນ້ຍ ໄປຍັງ ບາວີ່ ເປັນເວລາຫຼາຍມື້ ຈຶ່ງຖ່າຍໄດ້ພາບນີ້ອອກມາ. ລາງວັນດັ່ງກ່າວ ຍິ່ງສູງສົ່ງ ແລະ ມີຄວາມໝາຍກວ່າ ເມື່ອ ອ້າຍ ຫວຽດ ໄດ້ໃຊ້ມູນຄ່າຂອງລາງວັນດັ່ງກ່າວ ປະກອບສ່ວນເຂົ້າໃນກອງທຶນມູນນິທິ.

ຈາກ ເຢຍລະມັນ, ທ່ານຜູ້ຟັງ Ralf Ladusch ໄດ້ສົ່ງຈົດໝາຍມາຍັງ VOV5 ໂດຍແບ່ງປັນວ່າ: ຂ້າພະເຈົ້າມີຄວາມປະເອີບໃຈກ່ຽວກັບອັດຕາສ່ວນຂອງຂ່າວ, ບົດກ່ຽວກັບການທ່ອທ່ຽວຂອງພວກເພື່ອນທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ຂ້າພະເຈົ້າຮູ້ໄດ້ວ່າ, ໃນໄລຍະເກີດໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ ແມ່ນກໍ່ຄວາມຫຍຸ້ງຍາກຕໍ່ຂະແໜງນີ້. ດົນແລ້ວຂ້າພະເຈົ້າກໍບໍ່ໄດ້ໄປທ່ຽວ. ຂ້າພະເຈົ້າຫວັງວ່າ ມື້ໃດມື້ໜຶ່ງຂ້າພະເຈົ້າຈະມີໂອກາດໄປທ່ອງທ່ຽວຫວຽດນາມ.”

ແນະ​ນຳກ່ຽວ​ກັບ​ສິ​ລະ​ປະ​ຂັບ​ສ​ະ​ລີ ຂອງ​ຊົນ​ເຜົ່າ​ນຸ່ງ - ảnh 2ຈອມພູ ຟານຊີປັງ, ຊາປາ - ໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວດູດດື່ມຂອງ ຫວຽດນາມ

ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ເປັນໜຶ່ງໃນຈຳນວນໜ້ອຍປະເທດທີ່ປະສົບຜົນສຳເລັດໃນການປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ພິເສດແມ່ນໃນຈຸດເວລາປັດຈຸບັນ, ເມື່ອໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, ຂະແໜງທ່ອງທ່ຽວພາຍໃນປະເທດຂອງ ຫວຽດນາມ ໄດ້ວາງອອກມາດຕະການຫຼາຍຢ່າງເພື່ອກະຕຸ້ນຄວາມຕ້ອງການໄປທ່ອງທ່ຽວພາຍໃນປະເທດ ແລະ ຟື້ນຟູຄືນໃໝ່ໄດ້ເປັນຢ່າງດີ, ມີບໍລິສັດຫຼາຍແຫ່ງບັນລຸລະດັບເຕີບໂຕເຖິງ 200% ເມື່ອທຽບໃສ່ໄລຍະກ່ອນບຸນປີໃໝ່. ເພື່ອຮັບໃຊ້ແຂກທ່ອງທ່ຽວໃນໂອກາດພັກການວັນທ້ອນໂຮມປະເທດຊາດເປັນເອກະພາບ ວັນທີ 30 ເມສາ ແລະ ວັນກຳມະກອນສາກົນ ວັນທີ 01 ພຶດສະພາ ຈະມາເຖິງນີ້, ໃນອາທິດຜ່ານມາ, ບໍລິສັດ, ວິສາຫະກິດທ່ອງທ່ຽວຫຼາຍແຫ່ງໃນບໍລິເວນນະຄອນ ໂຮ່ຈີມິນ ແລະ ດ່າໜັງ ໄດ້ເປີດລາຍການທ່ອງທ່ຽວພາຍໃນປະເທດເກືອບທັງໝົດ ໂດຍບຸລິມະສິດບັນດາສະຖານທີ່ປອດໄພ. ຊ້ຳບໍ່ໜຳ, ມີບາງແຫ່ງຕ້ອງເປີດປະຕູຈົນຮອດຄ່ຳເພື່ອບໍລິການໃຫ້ນັກທ່ອງທ່ຽວ. ສຳລັບນັກທ່ອງທ່ຽວເອງ ກໍມີການປ່ຽນແປງທ່າອ່ຽງໄປທ່ອງທ່ຽວ, ແທນທີ່ຈະໄປທ່ອງທ່ຽວເປັນຄະນະ ຫຼື ໄປທ່ຽວຊົມບັນດາສະຖານທີ່ມີຄົນຫຼາຍ, ເຂົາເຈົ້າໄດ້ຍ້າຍມານຳໃຊ້ລົດສ່ວນຕົວ, ໄປເປັນກຸ່ມແຕ່ມີຄົນໜ້ອຍ ແລະ ຢ້ຽມຢາມບັນດາສະຖານທີ່ທີ່ມີຄົນໄປໜ້ອຍ ເພື່ອທັງຕອບສະໜອງໄດ້ຄວາມຕ້ອງການຂອງຕົນ ທັງຮັບປະກັນໄດ້ຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

ຈົດໝາຍສະບັບຕໍ່ໄປມາຈາກເພື່ອນ ດາວວຽງ ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນ ດາວວຽງ ຢາກຊອກຮູ້ກ່ຽວກັບລະປະຂັບ ສະລີ ຂອງຊາວເຜົ່ານຸ່ງ ຢູ່ແສງ ຊວນເຢືອງ - ເຊິ່ງເປັນມໍລະດົກບໍ່ເປັນວັດຖຸແຫ່ງຊາດຂອງ ຫວຽດນາມ.

ຂັບ ສະລີ ແມ່ນສິລະປະຂັບພື້ນເມືອງຂອງພໍ່ແມ່ປະຊາຊົນຊາວເຜົ່ານຸ່ງ ຢູ່ແຂວງ ບັກກ້ານ ເວົ້າສະເພາະ ແລະ ທາງພາກເໜືອຂອງ ຫວຽດນາມ ເວົ້າລວມ. ນີ້ແມ່ນຮູບແບບຂັບກາບກອນແບບຖາມ - ຕອບສະຫຼັບລະຫວ່າງຍິງ - ຊາຍ ໃນໂອກາດວັນບຸນ, ງານຕະຫຼາດນັດ, ວັນວິວາ ຫຼື ວັນຂຶ້ນເຮືອນໃໝ່… ຕາແສງ ຊວັນເຢືອງ, ເມືອງ ນາຣີ່ ແຂວງ ບັກກ້ານ ໄດ້ຮັບຖືວ່າແມ່ນອູ່ກຳເນີດຂອງສິລະປະປະເພດນີ້. ພໍ່ແມ່ພີ່ນ້ອງຊາວເຜົ່ານຸ່ງ ຢູ່ທີ່ນີ້ຍັງຄົງຮັກສາການຈັດງານຕະຫຼາດນັດແຫ່ງຄວາມຮັກ ຊວັນເຢືອງ ໃນວັນທີ 25 ເດືອນສາມໄລ່ຕາມຈັນທະປະຕິທິນ ດ້ວຍຈັງຫວະການຂັບສະລີກັງວານຂຶ້ນໆລົງໆ. ວັນທີ 9 ເມສາ 2021, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ປະກາດຂໍ້ຕົກລົງເລກທີ 830 ວ່າດ້ວຍການ ຮັບຮອງເອົາ “ຂັບສະລີຂອງ ຊາວເຜົ່ານຸ່ງ, ຕາແສງຊວັນເຢືອງ, ເມືອງນາຣີ່, ແຂວງບັກກ້ານ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ການຕອບບາງຄຳຖາມ ຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ