ແນະ​ນຳ​ກ່ຽວ​ກັບວຽກ​ງານ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2021 - 2026.

Nguyen Xuyen
Chia sẻ
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ໃນມື້ວັນພະຫັດຂອງທຸກໆອາທິດອີກຕາມເຄີຍໃນອາທິດຜ່ານມາພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຮັບຈົດໝາຍ ແລະ ອີເມວ 396 ສະບັບ ຈາກທ່ານຜູ້ຟັງຢູ່ 37 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການາກພາສາລາວ ໄດ້ຮັບຈົດໝາຍອີເມວ 13 ສະບັບ ເຊິ່ງມີເນື້ອໃນກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19 ແລະ ວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 - 2026ໃນາຍການໂອ້ລົມກັບເພື່ອນລາວມື້ນີ້ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້
   ໂດຍແບ່ງເບົາຄວາມຫຍຸ້ງຍາກກັບເພື່ອນ ລາວ ໃນການຕໍ່ສູ້ຕ້ານໂລກລະລາດໂຄວິດ - 19 ທີ່ຫາກໍ່ແຜ່ລະບາດຮອບໃໝ່, ມີຫຼາຍອົງການ, ຄະນະຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ກໍຄືອົງການຕາງໜ້າ, ວິສາຫະກິດ ຫວຽດນາມ ຢູ່ ລາວ ໄດ້ມອບວັດຖຸອຸປະກອນການແພດ, ເງິນສົດຊ່ວຍເຫຼືອ ເພື່ອພ້ອມກັບລາວ ຮັບມືກັບໂລກລະບາດ. ພິເສດ, ເຫດການ ທີ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈົດສົ່ງຖ້ຽວບິນພິເສດນຳເອົາວັດຖຸ, ອຸປະກອນການແພດຈຳນວນໜຶ່ງ, ຈຳນວນເງິນ 500.000 USD ແລະ ສົ່ງນັກຊ່ຽວຊານໄປຊ່ວຍເຫຼືອ ລາວ ນັ້ນ ແມ່ນໄດ້ຮັບຄວາມສົນໃຈຈາກປະຊາຊົນທັງສອງປະເທດ. ການເຄື່ອນໄຫວນີ້ໄດ້ລົງພິມໃນພາຫະນະສື່ມວນຊົນ ກໍຄືໃນສື່ສັງຄົມອອນລາຍຢ່າງຫຼວງຫຼາຍຕໍ່ການກະທຳທີ່ເຕັມໄປດ້ວຍຄວາມສາມັກຄີ ແລະ ໄມຕີຈິດມິດຕະພາບນີ້ ແລະ ມີທ່ານຜູ້ຟັງຫຼາຍທ່ານໄດ້ສົ່ງຈົດໝາຍມາຍັງລາຍການຂອງພວກເຮົາ ເພື່ອສະແດງຄວາມຂອບອົກຂອບໃຈ ແລະ ຊົມເຊີຍ. ໃນນັ້ນ, ທ່ານຜູ້ຟັງ ວຽງຄຳ ທຳມະວົງ ໄດ້ຂຽນມາວ່າ: ຂໍຂອບໃຈນຳ ລັດຖະບານ ຫວຽດນາມ ທີ່ຍາມໃດກໍ່ຄຽງບ່າຄຽງໄຫຼ່ ຄອຍຊ່ວຍເຫຼືອປະຊາຊົນ ລາວ ມາໂດຍຕະຫຼອດ ບໍ່ສະເພາະໄລຍະປັດຈຸບັນເທົ່ານັ້ນ ຫາກນັບແຕ່ຊ່ວງເວລາທຳອິດເກີດໂລກລະບາດອີກດ້ວຍ. ປະຊາຊົນ ລາວ ພວກຂ້າພະເຈົ້າ ມີຄວາມຊາບຊື້ງຕໍ່ການຊ່ວຍເຫຼືອໃນຄັ້ງນີ້ເປັນຢ່າງຍິ່ງ”.

ທ່ານ ມີໄຊ - ຜູ້ຟັງຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ສົ່ງຈົດໝາຍມາຍັງລາຍການ ດ້ວຍເນື້ອໃນດັ່ງນີ້: ໃນເມື່ອໂລກລະບາດໂຄວິດ - 19 ຍັງສືບຕໍ່ມີການຜັແປຢ່າງສັບສົນ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 2026 ຂອງ ຫວຽດນາມ ກໍໃກ້ຈະມາຮອດແລ້ວ. ຂ້າພະເຈົ້າບໍ່ຮູ້ວ່າ ກໍລະນີຜູ້ມີສິດເລືອກຕັ້ງທີ່ພວມປະຕິບັດການແຍກຕົວ ຈະເຂົ້າຮ່ວມການເລືອກຕັ້ງຄືແນວໃດ?”

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຈະດຳເນີນໃນວັນທີ 23 ພຶດສະພາ 2021 ແຕ່ໃນສະພາບການໂລກລະບາດໂຄວິດ - 19, ວັນທີ 10 ພຶດສະພາ ຜ່ານມາ, ໃນກອງປະຊຸມຄະນະປະຈຳລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານທີ່ກ່ຽວຂ້ອງ ເປັນເຈົ້າການສ້າງແຜນການທີ່ເໝາະສົມ ເພື່ອແນໃສ່ຜັນຂະຫຍາຍວຽກງານເລືອກຕັ້ງໃນເງື່ອນໄຂທີ່ໂລກລະບາດຍັງແຜ່ລະບາດ. ສຳລັບຜູ້ມີສິດເລືອກຕັ້ງທີ່ຮອດມື້ເລືອກຕັ້ງແລ້ວ ແຕ່ຍັງຢູ່ໃນໄລຍະປະຕິບັດການແຍກຕົວລວມໝູ່ນັ້ນ, ຊ້າສຸດແມ່ນກ່ອນເວລາດຳເນີນການປ່ອນບັດ 24 ຊົ່ວໂມງ, ຜູ້ຮັບຜິດຊອບຮາກຖານແຍກຕົວ ຕ້ອງມີຄວາມຮັບຜິດຊອບໃນການຮຽບຮຽງບັນຊີລາຍຊື່ ແລະ ແຈ້ງໃຫ້ຄະນະກໍາມະການປະຊາຊົນຕາແສງ, ບ່ອນທີ່ມີຮາກຖານແຍກຕົວລວມໝູ່ນັ້ນ ເພື່ອເພີ່ມໃສ່ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ. ຮອດມື້ເລືອກຕັ້ງ, ໜ່ວຍເລືອກຕັ້ງ ຈະຈັດສົ່ງພະນັກງານຖືຫີບບັດລົງຄະແນນສຽງເລືອກຕັ້ງສຳຮອງ ແລະ ບັດເລືອກຕັ້ງລົງໄປຮາກຖານແຍກຕົວລວມໝູ່ ຫຼື ບ່ອນພັກອາໄສຂອງຜູ້ມີສິດເລືອກຕັ້ງພວມປະຕິບັດການແຍກຕົວຢູ່ກັບເຮືອນ, ສະຖານທີ່ສະດວກອື່ນໆ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບບັດເລືອກຕັ້ງ ແລະ ປະຕິບັດສິດປ່ອນບັດ.

  ແລະຕໍ່ໄປນີ້ ແມ່ນເນື້ອໃນຈົດໝາຍຂອງເພື່ອນ ດາລາວັນ. ເພື່ອນໄດ້ແບ່ງປັນວ່າ ເພື່ອນມີຄວາມສົນໃຈເຖິງບັນດາບັນຫາປົກປັກຮັກິ່ງແວດລ້ອມ ແລະ ບັນດາມາດຕະການຕ້ານການປ່ຽນແປງຂອງດິນຟ້າອາກາດ. ດາລາວັນ ກໍເຄີຍຮູ້ຈັກເຖິງຮູບແບບູ່ບ້ານເທິງໜ້ານ້ຳ Maru Ichi ຂອງນັກສະຖາປະນິກຫວຽດນາມ 3 ຄົນ ທີ່ໄດ້ຮັບລາງວັນ Startup  ປະດິດຄິດສ້າງ ແລະ ຢາກມີຄວາມເຂົ້າໃຈຕື່ມອີກກ່ຽວກັບຮູບແບບດັ່ງກ່າວ.

ແນະ​ນຳ​ກ່ຽວ​ກັບວຽກ​ງານ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2021 - 2026. - ảnh 1ຮູບແບບໝູ່ບ້ານເທິງໜ້ານ້ຳ Maru Ichi (ພາບ: cand.com.vn)

ດັ່ງທີ່ເພື່ອນໄດ້ຮູ້ມາວ່າ ຮູບແບບໝູ່ບ້ານເທິງໜ້ານ້ຳ Maru Ichi ໂດຍກຸ່ມສະຖາປະນິກ Maru ລວມມີ ທ່ານ ໂຮ່ວັນຕ້ວນ, ທ່ານນາງ ໂຕຢ້ຽວລຽນ, ທ່ານນາງ ຫງວຽນເຟືອງແອັງ ຢູ່ເທດສະບານ ອານຝູ, ເທດສະບານເມືອງ ເຕິນເຈົາ, ນະຄອນ ເຈົາດົກ, ແຂວງ ອານຢາງ ປະຕິບັດ. ດ້ວຍການນຳໃຊ້ວັດສະດຸພວມມີຢູ່ທ້ອງຖິ່ນ, ຫາໄດ້ງ່າຍ ຫຼື ນຳໃຊ້ວັດສະດຸເກົ່າຄືນໃໝ່ ເປັນຕົ້ນແມ່ນຕົ້ນ Melaleuca (ສະເມັດໃບກວ້າງ), ໃບຕົ້ນພ້າວ ແລະ ຖັງຢາງເກົ່າ… ນີ້ແມ່ນຮູບແບບເຮືອນຢູ່ວົງຄະນະຍາດຖາວອນ ແລະ ມີຄວາມທົນທານດີສຳລັບປະຊາຊົນທີ່ມີລາຍຮັບຕ່ຳຢູ່ເຂດນ້ຳຖ້ວມ ແລະ ພວມໄດ້ຮັບການທົດລອງຢູ່ແຂວງ ອານຢາງ. ໂຄງການໝູ່ບ້ານ Maru Ichi ໄດ້ຮັບການຕີລາຄາສູງຈາກນັກຊ່ຽວຊານພາຍໃນ ແລະ ສາກົນ ກ່ຽວກັບລັກສະນະປະດິດຄິດສ້າງ.

ແນະ​ນຳ​ກ່ຽວ​ກັບວຽກ​ງານ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2021 - 2026. - ảnh 2ຮູບແບບດັ່ງກ່າວ ຍັງແມ່ນ ບຣ໋ອກອະເນກປະສົງ ເຊິ່ງສາມາດແຍກເປັນແຕ່ລະສ່ວນໄດ້ ຫຼື ເຊື່ອມຈອດກັນເປັນໝູ່ບ້ານ 

ນອກຈາກມີຄວາມທົນທານດີຕໍ່ໄພນ້ຳຖ້ວມແລ້ວ, ເຮືອນແຕ່ລະຫຼັງໃນໂຄງການດັ່ງກ່າວ ຍັງແມ່ນບຣ໋ອກອະເນກປະສົງ ເຊິ່ງສາມາດແຍກເປັນແຕ່ລະສ່ວນໄດ້ ຫຼື ເຊື່ອມຈອດກັນເປັນໝູ່ບ້ານ ເພື່ອແນໃສ່ສ້າງເປັນໝູ່ບ້ານວົງຄະນະຍາດຂຽວ ແລະ ຖາວອນ, ເຊິ່ງເປັນບ່ອນທີ່ຊຸມຊົນສາມາດແລກປ່ຽນສິນຄ້ານຳກັນ, ສະໜອງການບໍລິການຫຼາຍຢ່າງ ແລະ ແບ່ງປັນເຊິ່ງກັນແລະກັນໃນການດຳລົງຊີວິດປະຈຳວັນ. ເຮືອນແຕ່ລະຫຼັງໄດ້ມີແຜ່ນເກັບພະລັງແສງຕາເວັນເພື່ອຜະລິດເປັນໄຟຟ້າໃຊ້, ກັນຕອງນ້ຳທີ່ເອົາມາຈາກແມ່ນຳ້ປະສົມກັບນ້ຳຝົນ ເປັນນ້ຳກິນນ້ຳໃຊ້ ແລະ ຈຳກັດນ້ຳເສຍກ່ອນທີ່ຈະປ່ອຍອອກສູ່ສິ່ງແວດລ້ອມ. ດ້ວຍການອອກແບບທີ່ມີໄຫວພິບ, ງາມຕາ, ຮັບປະກັນຄວາມປອດໄພ, ສະດວກ ແລະ ຍັງສາມາດຮັກສາວິຖີຊີວິດຂອງປະຊາຊົນທ້ອງຖິ່ນໄດ້ນັ້ນ, ໂຄງການ Maru Ichi ໄດ້ກາຍເປັນມາດຕະການຮັບມືກັບສະພາບການນ້ຳທະເລຂຶ້ນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ພິເສດ, ຍັງເປັນການສ້າງກາລະໂອກາດດຳເນີນທຸລະກິດການທ່ອງທ່ຽວຊີວະພາບຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ອີກດ້ວຍ.

   ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ການຕອບບາງຄຳຖາມ ຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາຍັງລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ