ແນະນຳກ່ຽວກັບກາເຟຊະນິດຕ່າງໆທີ່ໄດ້ປູກຢູ່ ຫວຽດນາມ

Nguyen Xuyen
Chia sẻ
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບປະກັບທ່ານຜູ້ຟັງໃນລາຍການ ອ້ລົມກັບເພື່ອນລາວ ອີກຕາມເຄີຍໃນຊ່ວງເວລານີ້ຂອງຊຸມປີກ່ອນ ໃນເວັບໄຊ vovworld.vn ແມ່ນເຕັມໄປດ້ວຍສີສັນຂອງລະດູບານໃໝ່້ວຍຂ່າວບົດກ່ຽວກັບງານບຸນ ແລະ ກິດຈະກຳລະຫຼີ້ນບັນເທິງ ຫຼືວ່າການໄປທ່ຽວທ່ຽວຂອປະຊາຊົນ ຫວຽດນາມ ໃນຍາມຕົ້ນປີໃໝ່ເຖິງວ່າປີນີ້ ມີການຈຳກັດ ຍ້ອນຜົນສະທ້ອນຂອງໂລກລະບາດໂຄວິດ - 19 ກໍຕາມແຕ່ສິ່ງດັ່ງກ່າວກໍບໍ່ເຮັດໃຫ້ຄວາມດູດດື່ມອາລົມຈິດ ແລະ ການສະໜັບສະໜູນຂອງທ່ານຜູ້ຟັງ ທີ່ມີຕໍ່ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5) ຖືກຫຼຸດລົງໃນອາທິດຜ່າມາ,VOV5 ໄດ້ຮັບຈົດໝາຍ, ອີແມວຈາກທ່ານຜູ້ຟັງ 379 ທ່ານ ທີ່ມາຈາກ 43 ປະເທດ ແລະ ເຂດແຄວ້ນ ດ້ວຍຄຳເຫັນ ແລະ ຄຳຖາມທີ່ຈັບອົກຈັບໃຈຫຼາຍຢ່າງ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. <

  ເຖິງວ່າ ບຸນປີໃໝ່ປະຈຳຊາດ ປີ ສະຫຼູ 2021 ຂອງ ຫວຽດນາມ ໄດ້ຜ່ານໄປເກືອບ 2 ອາທິດແລ້ວກໍຕາມ ແຕ່ ພວກຂ້າພະເຈົ້າ - ບັນດາຜູ້ຈັດທຳລາຍການໃນ VOV5 ຍັງສືບຕໍ່ໄດ້ຮັບຄຳອວຍພອນປີໃໝ່ຈາກທ່ານຜູ້ຟັງ ລາວ, ກຳປູເຈຍ, ໄທ, ຈີນ ແລະ ເຢຍລະມັນ. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ຕໍ່ບັນດາຄຳອວຍພອນອັນດີງາມຂອງທ່ານຜູ້ຟັງທຸກໆທ່ານ ແລະ ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ, ສືບຕໍ່ເປັນແຫຼ່ງລະດົມກຳລັງໃຈ ແລະ ສະໜັບສະໜູນພວກຂ້າພະເຈົ້າຕະຫຼອດໄປ.

         ດ້ວຍ 54 ຊົນເຜົ່າ ແລະ 63 ແຂວງ, ນະຄອນ, ຫວຽດນາມ ແມ່ນປະເທດທີ່ມີຄວາມຫຼາກຫຼາຍກ່ຽວກັບວັດທະນະທຳ ແລະ ທັດສະນີຍະພາບທີ່ສວຍສົດງົດງາມ, ອັນໄດ້ດຶງດູດແຂກທ່ອງທ່ຽວຈາກທົ່ວທຸກສາລະທິດ. ເມື່ອຮູບພາບກ່ຽວກັບທັດສະນີຍະພາບ 3 ແຫ່ງທີ່ລື່ຊືຂອງແຂວງ ນິງບິ່ງ ຄື ຖ້ຳມົ໊ວ, ຈ່າງອານ ແລະ ວັດ ບ໊າຍດິ໊ງ ໄດ້ເອົາລົງໃນເວັບໄຊ vovworld.vn ນັ້ນ, ກໍມີທ່ານຜູ້ຟັງຫຼາຍທ່ານ ໄດ້ສະແດງຄວາມຊື່ນຊົມ ແລະ ຢາກມາຢ້ຽມຊົມຄວາມງາມ ແລະ ບັນຍາກາດຢູ່ທີ່ນີ້. ເພື່ອນ ດາວວຽງ, ທ່ານຜູ້ຟັງລາວ ໄດ້ສະແດງຄວາມຄິດເຫັນມາວ່າ: “້າຫາກຢຶນຢູ່ຈອມພູ ງວ້າລອງ ແລ້ວຮັບຊົມຄວາມງາມທິວທັດທຳມະຊາດຂອງ ຕາມກົກ, ນິງບິ່ງ ຄືຊິຄັກອີຫຼີ. ພຽງແຕ່ຄິດຊື່ໆ ກໍຢາກໄປທ່ຽວ ນິງບິ່ງ ແລ້ວ”.  ເພື່ອນ ສຸລະໄຊ ຍິ່ງສະຫວັດ - ເຊິ່ງເປັນທ່ານຜູ້ຟັງລາຍການພາສາ ໄທ ກໍຢືນຢັນວ່າ ຈະມາທ່ຽວ ນິງບິ່ງ ພາຍຫຼັງທີ່ໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ.

        ບໍ່ພຽງແຕ່ແຂວງ ນິງບິ່ງ ເທົ່ານັ້ນ, ຫວຽດນາມ ຍັງມີທັດສະນີຍະພາບທີ່ສວຍສົດງົດງາມ ແລະ ສະຖານທີ່ທ່ອງທ່ຽວທີ່ດູດດື່ມຫຼາຍແຫ່ງ ກຳລັງລໍຖ້າທ່ານມາຄົ້ນຫາ. ຫວັງວ່າ ໂລກລະບາດຈະຖືກຍູ້ຖອຍໄປໂດຍໄວ ແລະ ຊາວ ຫວຽດນາມ - ຜູ້ທີ່ມີຈິດໃຈຮັກແພງແຂກຄົນ ຈະໄດ້ຕ້ອນຮັບທ່ານໃນໄລຍະຈະມາເຖິງ.

         ຕໍ່ໄປນີ້, ພວກຂ້າພະເຈົ້າຂໍສະຫງວນເວລາເພື່ອຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ຄຳຖາມທຳອິດ ແມ່ນຄຳຖາມກ່ຽວກັບ ກາເຟ ຂອງ ເພື່ອນ ຈັນສະໝອນ. ໃນຈົດໝາຍຝາກເຖິງລາຍການ, ເພື່ອນ ຈັນສະໝອນ ໄດ້ຂຽນວ່າ: “ໝູ່ຂອງຂ້າພະເຈົ້າ ແມ່ນຊາວຫວຽດນາມ ຫາກໍເອົາ ກາເຟ G7 ຂອງບໍລິສັດ ຈູງງວຽນມາ້ອນ. ຂ້າພະເຈົ້າ ມັກກິ່ນ ແລະ ລົດຊາດຂອງກາເຟຊະນິດນີ້ຫຼາຍ ແລະ ຢາກຊອກຮູ້ກ່ຽວກັບກາເຟຊະນິດຕ່າງໆທີ່ໄດ້ປູກຢູ່ ຫວຽດນາມ ກໍຄື ຕະຫຼາດສົ່ງອອກກາເຟຂອງ ຫວຽດນາມ”.

ແນະນຳກ່ຽວກັບກາເຟຊະນິດຕ່າງໆທີ່ໄດ້ປູກຢູ່ ຫວຽດນາມ - ảnh 1ພາບປະກອບ

         ເພື່ອນ ຈັນສະໝອນ ພ້ອມດ້ວຍທ່ານຜູ້ຟັງທີ່ຮັກແພງ! ປັດຈຸບັນ, ຫວຽດນາມ ໄດ້ປູກກາເຟຫຼາຍຊະນິດ ແຕ່ອາດຈະເລົ່າເຖິງ ກາເຟ 5 ຊະນິດຕົ້ນຕໍ ທີ່ໄດ້ປູກຢູ່ ຫວຽດນາມ ຄື Aribica, Robusta, Culi, Cherry ແລະ Moka. ເມັດກາເຟທີ່ມີຊື່ສຽງ ແລະ ເປັນຕົວແທນໃຫ້ແກ່ກາເຟສົ່ງອອກຂອງ ຫວຽດນາມ ແມ່ນ ກາເຟ Aribica. ກາເຟຊະນິດດັ່ງກ່າວ ໄດ້ປູກຢູ່ ແຂວງ ເລິມດົ່ງ ຫຼາຍ. ແຕ່ວ່າ Robusta ຈຶ່ງແມ່ນຊະນິດທີ່ໄດ້ຮັບການປູກຫຼາຍທີ່ສຸດ, ເຊິ່ງກວມເອົາ 90% ປະລິມານກາເຟທັງໝົດຂອງ ຫວຽດນາມ, ສ່ວນຫຼາຍແມ່ນປູກຢູ່ ໄຕງວຽນ. ຫວຽດນາມ ກໍແມ່ນປະເທດສົ່ງອອກ ກາເຟ Robusta ຫຼາຍທີ່ສຸດໃນໂລກ. ໄຕງວຽນ ແມ່ນເຂດທີ່ມີເນື້ອທີ່ປູກກາເຟ Culi ຫຼາຍທີ່ສຸດ. ຢູ່ບັນດາແຂວງຄື ເງະອານ, ຢາລາຍ, ກອນຕູມ, ກວ໋າງຈິ ພັດນິຍົມປູກກາເຟ Cherry ເປັນສ່ວນຫຼາຍ. ສ່ວນ ກາເຟ Moka - ໜຶ່ງໃນກາເຟ 5 ຊະນິດທີ່ໄດ້ຮັບການຕີລາຄາວ່າ ມີຄວາມບົ່ມຊ້ອນທີ່ສຸດໃນຕະຫຼາດ ຫວຽດນາມ ແລະ ໄດ້ຮັບຄວາມນິຍົມຈາກບັນດາຕະຫຼາດເອີຣົບນັ້ນ ແມ່ນໄດ້ປູກຫຼາຍທີ່ສຸດຢູ່ແຂວງ ເລີມດົ່ງ ແລະ ດ່າຫຼາດ.

        ກ່ຽວກັບຕະຫຼາດສົ່ງອອກກາເຟ ຂອງ ຫວຽດນາມ, ຕາມຕົວເລກຈາກອົງການສະຖິຕິ ຫວຽດນາມ ໃຫ້ຮູ້ວ່າ: ຕະຫຼາດສົ່ງອອກກາເຟໃຫຍ່ທີ່ສຸດຂອງ ຫວຽດນາມ ໃນປີ 2020 ແມ່ນ ເຢຍລະມັນ ເຊິ່ງບັນລຸ 223.581 ໂຕນ, ປະມານ 350,41 ລ້ານ USD. ຕະຫຼາດທີສອງແມ່ນ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍ 160.997 ໂຕນ, ມີມູນຄ່າ 328,36 ລ້ານ USD. ຕະຫຼາດຢືນອັນດັບທີ 3 ແມ່ນ ອາເມລິກາ ເຊິ່ງບັນລຸ 142.482 ໂຕນ, ມີມູນຄ່າ 254,89 ລ້ານ USD.

        ຄຳຖາມຕໍ່ໄປ ມາຈາກເພື່ອນ ດາລາວັນ. ນີ້ກໍແມ່ນຄຳຖາມໜຶ່ງທີ່ກ່ຽວຂ້ອງໜ້ອຍໜຶ່ງເຖິງ ກາເຟ. ແຕ່ວ່າ ເພື່ອນ ດາລາວັນ ຢາກໃຫ້ທາງລາຍການ ແນະນຳກ່ຽວກັບຮູບແບບ ຮ້ານກາເຟປື້ມ ຢູ່ ຮ່າໂນ້ຍ.

ຂອບໃຈຄຳຖາມຂອງເພື່ອນ ດາລາວັນທີ່ໄດ້ຝາກມາລາຍການ. ເພື່ອນ ດາລາວັນທີ່ຮັກແພງ! ຖ້າຫາກວ່າ ໃນເມື່ອກ່ອນ ບັນດາຮ້ານກາເຟ ໄດ້ອອກແບບ ແລະ ສ້າງຂຶ້ນເພື່ອຮັບໃຊ້ການບໍລິການກິນດື່ມ, ແມ່ນສະຖານທີ່ພົບປະສັງສັນ, ໂອ້ລົມສົນທະນາ ເທົ່ານັ້ນ, ແຕ່ມາປັດຈຸບັນນີ້, ຮ້ານກາເຟແຫ່ງຕ່າງໆຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ, ໂດຍສະເພາະແມ່ນບັນດານະຄອນໃຫຍ່ຄື ຮ່າໂນ້ຍ ຍັງອອກແບບໃຫ້ກາຍເປັນສະຖານທີ່ ທັງອ່ານປື້ມ, ທັງນັ່ງດື່ມຊາ ດື່ມກາເຟໄດ້.

ແນະນຳກ່ຽວກັບກາເຟຊະນິດຕ່າງໆທີ່ໄດ້ປູກຢູ່ ຫວຽດນາມ - ảnh 2Work Cafe Ha Noi

 ຮູບແບບຮ້ານກາເຟປຶ້ມພວມໄດ້ຮັບຄວາມນິຍົມຊົມຊອບຢູ່ ຮ່າໂນ້ຍ, ຮູບແບບດັ່ງກ່າວທັງກະຕຸ້ນການພັດທະນາເສດຖະກິດ ທັງຂະຫຍາຍວັດທະນະທຳອ່ານປື້ມອີກດ້ວຍ. ນອກຈາກມີລັກສະນະລວມແມ່ນ ມີບັນຍາກາດທີ່ສະຫງົບງຽບແລ້ວ, ຄວາມຫຼາກຫຼາຍ, ອຸດົມສົມບູນກ່ຽວກັບປະເພດປຶ້ມ, ຈຸດທີ່ເປັນເອກະລັກສະເພາະໃນການຈັດແຈງປະດັບປະດາ ແລະ ເມນູເຄື່ອງດື່ມທີ່ພິເສດຂອງຮ້ານ ໄດ້ສ້າງຄວາມແຕກຕ່າງ ແລະ ຈຸດພິເສດຂອງແຕ່ລະຮ້ານ. ຖ້າຫາກວ່າ ບັນດາຮ້ານກາເຟປຶ້ມຄື Tungbook Cafe, Ca chep Cafe & Book Store, Work Cafe Ha Noi ໄດ້ປະດັບປະດາດ້ວຍເຄື່ອງເຟນີເຈີ ແລະ ອອກແບບຕາມແບບທັນສະໄໝນັ້ນ, ບັນດາຮ້ານກາເຟ ຄື Moc Mien Cafe, Mạc Cafe  ແລະ The Booklin Cafe ພັດມີຈຸດຄວາມງາມແບບລຽບງ່າຍ ແລະ ເກົ່າແກ່ໜ້ອຍໜຶ່ງ.

ພວກຂ້າພະເຈົ້າຄິດວ່າ ຖ້າຫາກວ່າ ໄດ້ຄົ້ນຫາຕົວຈິງ ແມ່ນສຸດຍອດທີ່ສຸດ, ມັນຈະຊ່ວຍໃຫ້ເພື່ອນສາມາດສຳຜັດໄດ້ເຖິງຈຸດທີ່ເປັນເອກະລັກຂອງແຕ່ລະຮ້ານຢ່າງຖີ່ຖ້ວນ. ແຕ່ກໍໜ້າເສຍດາຍ, ຍ້ອນຖືກຜົນກະທົບຈາກໂລກລະບາດສະນັ້ນ, ປັດຈຸບັນບັນດາຮ້ານກາເຟເຫຼົ່ານັ້ນພວມປິດປະຕູຢູ່. ພວກຂ້າພະເຈົ້າ ຫວັງວ່າ, ພາຍຫຼັງໂລກລະບາດໄດ້ຮັບການຄວບຄຸມ, ເພື່ອນຈະມາຢ້ຽມຢາມ ຮ່າໂນ້ຍ ແລະ ມາຄົ້ນຫາຕົວຈິງກັບຮູບແບບຮ້ານກາເຟດັ່ງກ່າວ.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ການຕອບບາງຄຳຖາມ ຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາຍັງລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

 

 

ຕອບກັບ