ແນະນໍາໝູ່ບ້ານອາຊີບຫັດຖະກໍາບາງແຫ່ງຢູ່ຮ່າໂນ້ຍ

Nguyen Xuyen
Chia sẻ
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີແມວຈໍານວນ 327 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ.ໃນນັ້ນ, ມີທ່ານຜູ້ຟັງຫຼາຍຄົນໄດ້ສົ່ງຄໍາອວຍພອນ ວັນສື່ມວນຊົນປະຕິວັດຫວຽດນາມ ພ້ອມທັງຕັ້ງຄໍາຖາມຫຼາຍຂໍ້ທີ່ໜ້າຈັບອົກຈັບໃຈອີກດ້ວຍ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບຄໍາຖາມຈໍານວນໜຶ່ງຂອງທ່ານຜູ້ຟັງທີ່ໄດ້ຝາກມາ VOV5 ແລະ ລາຍການກະຈາຍສຽງພາກພາສາລາວ

 

        ທ່ານຜູ້ຟັງຊາວ ແອັດສະປາຍ ຊື່ວ່າ Juan Diez ໄດ້ສົ່ງຈົດໝາຍມາອວຍພອນນັກຂ່າວ, ພະນັກງານ VOV ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ. ທ່ານຂຽນວ່າ: “ສື່ມວນຊົນມີບົດບາດສໍາຄັນໃນການຍົກສູງຄວາມຮັບຮູ້ຂອງປະຊາຊົນຫວຽດນາມໃນຂະບວນການປົກປັກຮັກສາປະເທດຊາດ. ສື່ມວນຊົນປະຕິວັດໄດ້ກໍານົດທິດທາງດ້ານແນວຄິດຂອງປະຊາຊົນຢ່າງສະຫຼາດຫຼັກແຫຼມ ແລະ ຖືກຕ້ອງກັບຄວາມເປັນຈິງ ເພື່ອແກ້ໄຂບັນດາບັນຫາຂອງທ້ອງຖິ່ນ ແລະ ປະເທດຊາດ, ກໍຄືຍົກອອກບັນດາມາດຕະການວິທະຍາສາດ ເຮັດແນວໃດ ເພື່ອປົວແປງວຽກເຮັດງານທໍາ ແລະ ມີຊີວິດຢ່າງຈົບງາມກວ່າ. ສື່ມວນຊົນອະທິບາຍຢ່າງຮອບດ້ານກ່ຽວກັບທັດສະນະຂອງ ປະທານໂຮ່ຈີມິນ ແລະ ສົ່ງສານໃຫ້ປະຊາຊົນ. ສື່ມວນຊົນປະຕິວັດ ສົມກັບເປັນບ່ອນເຊີດຊູປະເທດ ຫວຽດນາມ ທີ່ຍິ່ງໃຫຍ່.”

        ທ່ານ Hugo Longghi ຢູ່ ອາກຊັງຕິນ ຂຽນວ່າ: “ຄືກັນກັບທຸກໆປີ, ຂ້າພະເຈົ້າຂໍອວຍພອນເຖິງບັນດານັກຂ່າວ VOV ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີ ແຫ່ງວັນ ສື່ມວນຊົນປະຕິວັດ ຫວຽດນາມ. ຂ້າພະເຈົ້າດີໃຈຫຼາຍ ເມື່ອໄດ້ມີໂອກາດສະແດງຄວາມເຄົາລົບນັບຖືຕໍ່ຜູ້ທີ່ພິລະອາດຫານ, ຜູ້ທີ່ສ້າງໂສມໜ້າໃຫ້ແກ່ສື່ມວນຊົນຫວຽດນາມ ໃນວັນນີ້”. ນອກຈາກນັ້ນ, ທ່ານຍັງໃຫ້ຮູ້ວ່າ: “ຂ້າພະເຈົ້າພວມຟ້າວຂຽນບົດເສັງໃຫ້ສົມບູນແບບເພື່ອສົ່ງມາຍັງລາຍການ. ຜ່ານບົດເສັງຂອງຕົນ, ຂ້າພະເຈົ້າຢາກໃຫ້ພວກເພື່ອນເຫັນໄດ້ໄມຕີຈິດມິດຕະພາບ ແລະ ຄວາມຮັກແພງຂອງຂ້າພະເຈົ້າທີ່ມີຕໍ່ຫວຽດນາມ. ຫວັງວ່າ ຂ້າພະເຈົ້າ ຈະຕອບຄໍາຖາມໄດ້ເປັນຢ່າງດີ ເຖິງວ່າຄໍາຖາມຈະກວ້າງ ແລະ ເປັນຄໍາຖາມເປີດກໍ່ຕາມ.”

        ທ່ານຜູ້ຟັງ ທີ່ເຄົາລົບ! ຄະນະຈັດຕັ້ງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ໄດ້ຮັບບົດເສັງ 76 ບົດ ຈາກທ່ານຜູ້ຟັງຂອງລາຍການກະຈາຍສຽງ ຂອງ 13 ພາສາ, ສະເພາະລາຍການກະຈາຍພາກພາສາລາວ ໄດ້ຮັບບົດເສັງຈາກທ່ານຜູ້ຟັງ ສົມພະວັນ ມະວົງໄຊ, ເພື່ອນ ບຸນຕຽງ ຈັນທະວົງ, ເພື່ອນ ຈັນທະສອນ ສີຫານາດ ແລະ ເພື່ອນ ພອນຄໍາ ສີສົງຄາມ.  ທ່ານຜູ້ຟັງທີ່ຮັກແພງ! ຍັງເຫຼືອບໍ່ຮອດ 1 ເດືອນ ເທົ່ານັ້ນ, ກໍຈະໝົດກໍານົດເວລາຮັບບົດສອບເສັງແລ້ວ (ວັນທີ 15 ກໍລະກົດ). ດ່ັງນັ້ນ, ທ່ານຜູ້ຟັງຟ້າວຈົ່ງເຮັດບົດເສັງຂອງຕົນໃຫ້ສໍາເລັດ ແລ້ວສົ່ງມາຍັງທີ່ຢູ່ ອີແມວ: laovov5@gmail.com ເພື່ອບໍ່ພາດໂອກາດໄດ້ຮັບຂອງຂວັນ ແລະ ລາງວັນທີ່ໜ້າຈັບອົກຈັບໃຈຈາກຄະນະຈັດຕັ້ງ.

        ຈາກກູບາ, ເພື່ອນ Raisa Guevara Garcia ແບ່ງປັນວ່າ: “ຂ້າພະເຈົ້າດີໃຈຫຼາຍ ເມື່ອຮູ້ຈັກເວັບໄຊ vovworld.vn ຂອງພວກເພື່ອນ. ເພາະວ່າ, ເມື່ອເຂົ້າໄປເວັບໄຊດັ່ງກ່າວແລ້ວ, ຂ້າພະເຈົ້າສາມາດຊອກຮູ້ກ່ຽວກັບຫວຽດນາມ. ນັບແຕ່ຄາວຍັງນ້ອຍ, ຂ້າພະເຈົ້າມີຄວາມເຄົາລົບນັບຖືຊາດຫວຽດນາມໃນການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ. ປັດຈຸບັນ, ຂ້າພະເຈົ້າຍິ່ງມີຄວາມນັບຖື ຕໍ່ຜົນສໍາເລັດ ເຊິ່ງພວກເພື່ອນບັນລຸໄດ້ໃນການຕໍ່ສູ້, ຕ້ານໂລກລະບາດໂຄວິດ - 19.”

ເພື່ອນ Sok Dareth ຢູ່ ກໍາປູເຈຍ, ຖາມວ່າ: ໝາກລິ້ນຈີ່ຂອງຫວຽດນາມ ໄດ້ສົ່ງອອກໄປຍັງປະເທດໃດແດ່ໃນໂລກ?

ແນະນໍາໝູ່ບ້ານອາຊີບຫັດຖະກໍາບາງແຫ່ງຢູ່ຮ່າໂນ້ຍ - ảnh 1 ໝາກລິ້ນຈີ່ຂອງຫວຽດນາມ ໄດ້ວາງຂາຍຢູ່ຕະຫຼາດ ຍີ່ປຸ່ນ 

ເພື່ອນ Sok Dareth ແລະ ທ່ານຜູ້ຟັງທີ່ຮັກແພງ! ຫວຽດນາມ ຢືນອັນດັບທີ 2 ໃນໂລກກ່ຽວກັບປະລິມານການສົ່ງອອກໝາກລິ້ນຈີ່, ເຊິ່ງກວມເອົາ 19% ອັດຕາສ່ວນການຄ້າໝາກລິ້ນຈີ່ໃນທົ່ວໂລກ, ຖັດຈາກ Madagascar (ກວມເອົາ 35%). ຕາມບັນດາວິສາຫະກິດການຄ້າໝາກລິ້ນຈີ່ ແລະ ການຕີລາຄາຂອງຜູ້ບໍລິໂພກໃນໂລກແລ້ວ, ຄຸນນະພາບໝາກລິ້ນຈີ່ຂອງຫວຽດນາມ ແມ່ນດີທີ່ສຸດໃນໂລກ, ມີລົດຊາດແຊບກວ່າເມື່ອທຽບໃສ່ໝາກລິ້ນຈີ່ຂອງ ອິນເດຍ ຫຼື ຈີນ. ປັດຈຸບັນ, ໝາກລິ້ນຈີ່ຂອງຫວຽດນາມ ໄດ້ສົ່ງອອກໄປຍັງ 40 ປະເທດໃນໂລກ, ໃນນັ້ນ ແມ່ນບັນດາຕະຫຼາດຈຸດສຸມຄື ຈີນ, ອາເມລິກາ, ເອີຣົບ, ອົດສະຕາລີ, ສ.ເກົາຫຼີ, ອັງກິດ, ຝລັ່ງ, ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້... ພິເສດ, ໝາກລິ້ນຈີ່ຂອງຫວຽດນາມສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດທີ່ມີຄຸນນະພາບສູງ ຄື ຍີ່ປຸ່ນ ໄດ້. ຕາມກົມບົວລະບັດສັດພຶກສາຊາດ (ກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ) ແລ້ວ, ປະລິມານໝາກລິ້ນຈີ່ຂອງຫວຽດນາມ ຈໍານວນ 2 ໂຕນ ທີ່ສົ່ງອອກໄປຍີ່ປຸ່ນໃນງວດທໍາອິດ ໃນວັນທີ 20 ມິຖຸນາ ຜ່ານມານັ້ນ ໄດ້ຂາຍໝົດກ້ຽງພາຍໃນ 1 ວັນ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ບໍລິໂພກ ຍີ່ປ່ນຸ.

       ເພື່ອນ ດວງບຸດດີ, ນັກສຶກສາລາວ ຮຽນພາສາ ຫວຽດ ຢູ່ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ສົ່ງຂໍ້ຄວາມຜ່ານທາງ ເຟັດສບຸກ ມາຫາລາຍການ ໂດຍຖືວ່າ: ຢູ່ຮ່າໂນ້ຍ ມີໝູ່ບ້ານອາຊີບຫັດຖະກໍາໃດແດ່?”

ແນະນໍາໝູ່ບ້ານອາຊີບຫັດຖະກໍາບາງແຫ່ງຢູ່ຮ່າໂນ້ຍ - ảnh 2 ໝູ່ບ້ານແພໄໝວ້ານຟຸກ

ເພື່ອນ ດວງບຸດດີ ແລະ ທ່ານຜູ້ຟັງທີ່ຮັກແພງ! ຮ່າໂນ້ຍ ແມ່ນສະຖານທີ່ທີ່ມີຊື່ສຽງດ້ວຍບັນດາໝູ່ບ້ານອາຊີບຫັດຖະກໍາ ແລະ ເປັນເອກະລັກສະເພາະ. ການຊອກຮູ້ກ່ຽວກັບໝູ່ບ້ານອາຊີບຫັດຖະກໍາ ກໍ່ແມ່ນວິທີໜຶ່ງເພື່ອໃຫ້ພວກເຮົາມີຄວາມເຂົ້າໃຈຕື່ມອີກກ່ຽວກັບດິນແດນປະຫວັດສາດນີ້. ຕໍ່ໄປ, ພວກເຮົາຂໍແນະນໍາໝູ່ບ້ານອາຊີບຫັດຖະກໍາບາງແຫ່ງຢູ່ຮ່າໂນ້ຍຄື: ໝູ່ບ້ານເຮັດເຄື່ອງປັ້ນດິນເຜົາ, ໝູ່ບ້ານແພໄໝວ້ານຟຸກ, ໝູ່ບ້ານພາບຄັດມັນ ຮະຖ໊າຍ, ໝູ່ບ້ານປູກດອກໄມ້ ເຕິຍຕື້ວ, ໝູ່ບ້ານຫຼໍ່ທອງ ຫງູ໊ຊ໊໊໋າ, ໝູ່ບ້ານຈັກສານຫວາຍໄມ້ໄຜ່ຝູວິງ, ໝູ່ບ້ານຕີເງິນຕີຄໍາດິ້ງກົງ....

        ທ່ານຜູ້ຟັງທີ່ຮັກແພງ! ບັນດາໝູ່ບ້ານທີ່ກ່າວມາຂ້າງເທິງນັ້ນ ພວກຂ້າພະເຈົ້າໄດ້ແນະນໍາຢ່າງລະອຽດຜ່ານບົດສາລະຄະດີຕ່າງໆ ໃນຄໍລໍາ ເລື່ອງລາວເຂດບ້ານນາ ໃນເວັບໄຊ vovworld.vn ແລ້ວ. ພວກຂ້າພະເຈົ້າຫວັງວ່າ, ພາຍຫຼັງໂລກລະບາດໂຄວິດ - 19, ທ່ານຈະມີໂອກາດມາຢ້ຽມຢາມຮ່າໂນ້ຍ ແລ້ວໄດ້ເຫັນປະຈັກຕາ ແລະ ຄົ້ນຫາບັນດາໝູ່ບ້ານອາຊີບດັ່ງກ່າວ.

        ທ່ານຜູ້ຟັງທີ່ເຄົາລົບ, ລາຍການ ໂອ້ລົມກັບເພື່ອນລາວ ໃນອາທິດນີ້ ຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ຟັງທ່ານໃດມີຄໍາເຫັນປະກອບ ກໍຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ລາຍການກະຈາຍສຽງພາກພາສາລາວ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍໄດ້ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn  ຂອງພວກເຮົາ.  ພິເສດ, ລາງວັນ ໄປທ່ອງທ່ຽວຫວຽດນາມ ໂດຍບໍ່ເສຍຄ່າໃນ 5 ວັນ ຈະສະຫງວນໃຫ້ແກ່ຜູ້ຟັງທີ່ມີບົດເສັງດີທີ່ສຸດ ໃນການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”. ຈົ່ງເຂົ້າຮ່ວມການເສັງດັ່ງກ່າວ ເພື່ອບໍ່ພາດໂອກາດທີ່ໜ້າຈັບອົກຈັບໃຈນີ້. ພົບກັນໃໝ່ໃນລາຍການໜ້າ. ສະບາຍດີ.

ຕອບກັບ