ແນະນໍາໝູ່ບ້ານປູກດອກໄມ້ບາງແຫ່ງຢູ່ຫວຽດນາມ

Nguyen Xuyen
Chia sẻ
(VOVWORLD) -    ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ກໍຄື ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ ຫຼາຍສະບັບຈາກທ່ານຜູ້ຟັງ, ຜູ້ອ່ານທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນຈໍານວນຈົດໝາຍ 329 ສະບັບ ທີ່ໄດ້ຝາກມາຍັງ VOV5 ມີຄໍາຖາມຫຼາຍຂໍ້ທີ່ເປັນໜ້າຈັບໃຈ. ໃນລາຍການ ໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ, ຕອບບາງຄໍາຖາມຂອງທ່ານຜູ້ຟັງ, ຜູ້ອ່ານ ແລະ ແບ່ງປັນບັນດາຂໍ້ມູນຂ່າວສານທີ່ມ່ວນໆ ແລະ ເປັນປະໂຫຍດໃຫ້ແກ່ທ່ານຜູ້ຟັງ, ຜູ້ອ່ານ.

        ເພື່ອນ ບຸນໜັກ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການ ດ້ວຍເນື້ອໃນດັ່ງນີ້: “ປັດຈຸບັນ, ຢູ່ຖະໜົນບາງແຫ່ງໃນປະເທດລາວ, ພິເສດແມ່ນຖະໜົນ ນາໄຊ ມີຊາວຫວຽດນາມ ດໍາລົງຊີວິດເປັນຈໍານວນຫຼວງຫຼາຍ ໄດ້ເລີ່ມວາງຂາຍບັນດາເຄື່ອງປະດັບປະດາ ບຸນປີໃໝ່ປະຈໍາຊາດຂອງຫວຽດນາມ ຄືໂຄມໄຟ, ຊອງອັ່ງເປົາ ແລະ ມີທັງເຂົ້າຕົ້ມອີກດ້ວຍ. ຂ້າພະເຈົ້າຢາກຮູ້ວ່າ ບຸນປີໃໝ່ປະຈໍາຊາດຂອງຫວຽດນາມໃນປີນີ້ແມ່ນກົງກັບວັນເດືອນໃດຕາມຈັນທະປະຕິທິນ ແລະ ນອກຈາກເຂົ້າຕົ້ມແລ້ວ, ພາເຂົ້າໃນຍາມບຸນເຕັດຂອງຊາວຫວຽດນາມ ມີອາຫານເຍື່ອງໃດແດ່? ຂໍຂອບໃຈ”.

        ເພື່ອນບຸນໜັກທີ່ຮັກແພງ! ຂອບໃຈເພື່ອນທີ່ໄດ້ສົ່ງຂໍ້ຄວາມ ແລະ ຄໍາຖາມມາຫາລາຍການ. ຕາມປະຕິທິນຂອງຫວຽດນາມ ແລ້ວ, 3 ວັນສໍາຄັນໃນໂອກາດບຸນເຕັດຂອງ ຊາວຫວຽດນາມ ໃນປີນີ້ ແມ່ນຈະກົງກັບວັນທີ 24, 25, 26 ເດືອນມັງກອນ 2020. ເວລາພັກບຸນເຕັດປີນີ້ ແມ່ນຈະເລີ່ມແຕ່ວັນທີ 23 ຫາ ວັນທີ 29 ມັງກອນ ຕາມຈັນທະປະຕິທິນ ກົງກັບວັນທີ 29 ເດືອນສິບສອງ ປີ ກຸນ ຫາ ວັນທີ 05 ເດືອນຈຽງ ປີຊວດ.

ແນະນໍາໝູ່ບ້ານປູກດອກໄມ້ບາງແຫ່ງຢູ່ຫວຽດນາມ - ảnh 1 ພາເຂົ້າໃນຍາມບຸນເຕັດຂອງຄົນພາກເໜືອຫວຽດນາມ

ສໍາລັບພາເຂົ້າໃນຊຸມວັນບຸນເຕັດຂອງຄົນຫວຽດນາມ ແມ່ນຂຶ້ນກັບແຕ່ລະເຂດ, ພາກ, ຮີດຄອງປະເພນີ ແລະ ຜະລິດຕະພັນຂອງທ້ອງຖິ່ນ  ເຊິ່ງຊາວຫວຽດນາມ ຈະປຸງແຕ່ງບັນດາເຍື່ອງອາຫານທີ່ເປັນເອກະລັກຂອງຕົນ. ພາເຂົ້າໃນຍາມບຸນເຕັດ ຂອງຊາວຫວຽດນາມ ຢູ່ພາກເໜືອ, ນອກຈາກເຂົ້າຕົ້ມແລ້ວ, ຍັງມີໄກ່ຕົ້ມ, ແກງໜໍ່ໄມ້ແຫ້ງ, ແນມຈືນ, ຢໍ ແມ່ນບັນດາເຍື່ອງອາຫານທີ່ຂາດບໍ່ໄດ້. ໃນພາເຂົ້າຂອງຊາວພາກກາງ ກໍຈະມີບັນດາເຍື່ອງອາຫານທີ່ເປັນເອກະລັກຄື ເຂົ້າໜົມແຕ໊ດ, ດອງຜັກອີ່ຄູ້, ຕົ້ມເຄັມຊີ້ນສາມຊັ້ນໃສ່ໄຂ່ເປັດ, ແກງໝາກມາລະຍັດໄສ້, ໄສ້ກອກຫວານ... ໃນຂະນະນັ້ນ, ເຂົ້າໜົມແຕ໊ດ, ຢໍຊີ້ນງົວ, ສົ້ມໝູ, ຊີ້ນແຊ່ນໍ້າປາ, ສົ້ມກຸ້ງ... ແມ່ນບັນດາເຍື່ອງອາຫານທີ່ຂາດບໍ່ໄດ້ໃນພາເຂົ້າຍາມບຸນເຕັດຂອງຊາວພາກກາງ.

        ທ່ານຜູ້ຟັງທີ່ເຄົາລົບ! ກໍຄືກັນກັບຢູ່ປະເທດລາວ, ໃນຖະໜົນສາຍຕ່າງໆຢູ່ຫວຽດນາມ ກໍໄດ້ວາງຂາຍບັນດາຜະລິດຕະພັນປະດັບປະດາໃຫ້ແກ່ບຸນເຕັດ ແລະ ໃນຈຸດເວລານີ້, ບັນດາສວນປູກດອກໄມ້, ດອກໝາກຄາຍ, ໝາກແປ້ນ...ແມ່ນບ່ອນທີ່ເຕົ້າໂຮມຜູ້ຊົມເປັນຈໍານວຍຫຼາຍ ແລະ ມີຄວາມຄຶກຄື້ນມ່ວນຊື່ນກວ່າໝູ່ໝົດ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຂໍແນະນໍາເຖິງທ່ານຜູ້ຟັງ ໝູ່ບ້ານປູກດອກໄມ້ທີ່ເປັນມູນເຊື້ອບາງແຫ່ງຢູ່ຫວຽດນາມ. ນີ້ກໍແມ່ນຄໍາຖາມຂອງເພື່ອນ Kim Dareth ທີ່ມາຈາກ ກໍາປູເຈຍ ໄດ້ຝາກເຖິງ VOV5 ໃນອາທິດຜ່ານມາ.

        ທ່ານຜູ້ຟັງ, ຜູ້ອ່ານ ທີ່ຮັກແພງ! ຢູ່ຫວຽດນາມ ມີໝູ່ບ້ານດອກໄມ້ຫຼາຍແຫ່ງເປັນໜ້າຈັບອົກຈັບໃຈ, ແຕ່ແຫ່ງທີ່ມີດອກໄມ້ງາມ ແລະ ຫຼາຍກວ່າໝູ່ແມ່ນ ດ່າລາດ. ເມື່ອເວົ້າເຖິງດິນແດນແຫ່ງນີ້ ຕ້ອງເວົ້າເຖິງ 2 ໝູ່ບ້ານປູກດອກໄມ້ທີ່ມີມາແຕ່ດົນນານ ແລະ ມີຊື່ສຽງທີ່ສຸດ ນັ້ນແມ່ນ ໝູ່ບ້ານປູກດອກໄມ້ ຮ່າດົງ ແລະ ໝູ່ບ້ານປູກດອກໄມ້ ຖ໊າຍຟຽນ.

        ໝູ່ບ້ານປູກດອກໄມ້ ຮ່າດົງ:

ແນະນໍາໝູ່ບ້ານປູກດອກໄມ້ບາງແຫ່ງຢູ່ຫວຽດນາມ - ảnh 2 ໝູ່ບ້ານປູກດອກໄມ້ ຮ່າດົງ (ພາບ: ອິນເຕີແນັດ)

ໝູ່ບ້ານປູກດອກໄມ້ ຮ່າດົງ ໄດ້ຮັບຖືວ່າ ແມ່ນໝູ່ບ້ານປູກດອກໄມ້ແຫ່ງທໍາອິດຢູ່ ດ່າລາດ ເຊິ່ງໄດ້ສ້າງຕັ້ງຂຶ້ນໃນຊຸມປີ 1940 ແລະ ຫ່າງຈາກໃຈກາງນະຄອນດ່າລາດ ໄປທາງທິດ ຕາເວັນຕົກ ປະມານ 2 ກິໂລແມັດ. ມາຮອດປັດຈຸບັນ, ເນື້ອທີ່ປູກດອກໄມ້ຂຶ້ນເຖິງກວ່າ 30 ແຮັກຕາ. ຢູ່ທີ່ນີ້ ໄດ້ປູກດອກໄມ້ຫຼາຍຊະນິດ ເຊິ່ງລວມມີ ດອກເບັນຈະມາດ, ດອກລີລາ, ດອກໄລເອີນ... ພ້ອມດ້ວຍດອກໄມ້ຫຼາຍຊະນິດທີີ່ໄດ້ນໍາເຂົ້າແນວພັນປູກຈາກຕ່າງປະເທດຄື ດອກເບັນຈະມາດຍີ່ປຸ່ນ, ດອກ baby, tulip... ຂອບຂະໜາດ ແລະ ເຕັກນິກໃນການປູກດອກໄມ້ຢູ່ທີ່ນີ້ ກໍໄດ້ຮັບຄວາມເອົາໃຈເປັນພິເສດຈາກຊາວສວນ. ສະນັ້ນ ດອກໄມ້ຢູ່ໝູ່ບ້ານນີ້ ແມ່ນງາມທີ່ສຸດ, ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຊົມເປັນຈໍານວນຫຼວງຫຼາຍ.

        ໝູ່ບ້ານປູກດອກໄມ້ຖ໊າຍຟຽນ

ແນະນໍາໝູ່ບ້ານປູກດອກໄມ້ບາງແຫ່ງຢູ່ຫວຽດນາມ - ảnh 3 ບັນຍາກາດໝູ່ບ້ານປູກດອກໄມ້ຖ໊າຍຟຽນຍາມກາງຄືນ

ໝູ່ບ້ານປູກດອກໄມ້ຖ໊າຍຟຽນ ຫ່າງຈາກນະຄອນດ່າລາດ 7 ກິໂລແມັດ. ແຕ່ກີ້ແຕ່ກ່ອນ, ຢູ່ແຫ່ງນີ້ແມ່ນເຂດດິນເປົ່າຫວ່າງ, ຈົນມາຮອດປີ 1954 ມີປະຊາຊົນຫຼາຍຄົນຈາກແຂວງເງະອານ, ເຫວ້ ໄດ້ອົບພະຍົບມາຕັ້ງຖິ່ນຖານຢູ່ເຂດພູສູງນີ້ ແລະ ໄດ້ບຸກເບີກໜ້າພຽງກໍ່ຮ່າງສ້າງຕົວ. ນັບແຕ່ຄາວນັ້ນເປັນຕົ້ນມາ, ປະຊາຊົນຢູ່ບ້ານ ຖ໊າຍຟຽນ ໄດ້ເລືອກເອົາການປູກດອກໄມ້ ເພື່ອສ້າງເສດຖະກິດຄອບຄົວ. ຢູ່ທີ່ນີ້ ໄດ້ປູກດອກໄມ້ປະເພດຕ່າງໆຄື: ດອກ royal, ດອກເບັນຈະມາດແດງ, ດອກເບັນຈະມາດຂາວ, ດອກ Hydrangea... ມາຮອດປັດຈຸບັນ ຖ໊າຍຟຽນ ໄດ້ກາຍເປັນສະຖານທີ່ ທີ່ໄດ້ຮູ້ຈັກກັນດີດ້ວຍບັນດາຜະລິດຕະພັນ ຄື ອາຕີໂຊ, ຜັກ, ໝາກໄມ້, ພິເສດແມ່ນບັນດາປະເພດສິນຄ້າທີ່ເຮັດດ້ວຍດອກເບັນຈະມາດ. ພາຍຫຼັງປີ 1995, ປະຊາຊົນທ້ອງຖິ່ນ ໄດ້ເອົາໃຈໃສ່ເຖິງຮູບແບບການປູກຜັກ ແລະ ດອກໄມ້ໃນເຮືອນແກ້ວ ດ້ວຍແນວພັນໃໝ່ຄື ດອກເບັນຈະມາດ ສາຍພັນຍີ່ປຸ່ນ, ດອກ ລີລີ, ດອກ Eustoma grandiflorum... ເນື້ອທີ່ປູກດອກໄມ້ 300 ແຮັກຕາ, ສາມາດບັນຈຸປະລິມານດອກໄມ້ໄດ້ 400 ລ້ານ ງ່າ/ປີ.

        ນອກຈາກ ດ່າລາດ ແລ້ວ, ຢູ່ພາກໃຕ້, ພາກເໜືອກໍມີໝູ່ບ້ານປູກດອກໄມ້ຫຼາຍແຫ່ງ, ຕໍ່ໄປນີ້, ພວກຂ້າພະເຈົ້າ ຈະແນະນໍາໝູ່ບ້ານປູກດອກໄມ້ບາງແຫ່ງຢູ່ຮ່າໂນ້ຍທີ່ເປັນມູນເຊື້ອ, ນັ້ນຄື:

        ໝູ່ບ້ານປູກດອກໄມ້ ເຕິຍຕື້ວ

        ໝູ່ບ້ານປູກດອກໄມ້ ເຕິຍຕື້ວ ແມ່ນໜຶ່ງໃນບັນດາເຂດປູກດອກໄມ້ທີ່ມີກ່ອນໝູ່ ແລະ ມີເນື້ອທີ່ກວ້າງທີ່ສຸດຢູ່ ຮ່າໂນ້ຍ, ໂດຍເປັນບ່ອນສະໜອງດອກໄມ້ສົດຕົ້ນຕໍໃຫ້ແກ່ນະຄອນຫຼວງ ແລະ ບັນດາແຂວງ, ນະຄອນໃກ້ຄຽງ. ດ້ວຍເນື້ອທີ່ກວ່່່າ 400 ແຮັກຕາ, ຢູ່ທີ່ນີ້, ປະຊາຊົນສ່ວນຫຼາຍໄດ້ປູກດອກໄມ້ເປັນທົ່ງນາ ດ້ວຍດອກໄມ້ຫຼາຍຊະນິດຄື: ດອກກຸຫຼາບ, ດອກເບັນຈະມາດ, ດອກ ເດຊີ, ດອກລີລີ, ດອກຄາເນຊັນ, ດອກໝາກເຂືອບ້າ.

ຕໍ່ໄປແມ່ນໝູ່ບ້ານປູກດອກຄາຍເຍິດເຕິນ

ແນະນໍາໝູ່ບ້ານປູກດອກໄມ້ບາງແຫ່ງຢູ່ຫວຽດນາມ - ảnh 4 ໝູ່ບ້ານປູກດອກຄາຍເຍິດເຕິນມີແຂກມາຢ້ຽມຊົມເປັນຈໍານວນຫຼວງຫຼາຍ

        ໝູ່ບ້ານປູກດອກຄາຍເຍິດເຕິນ ກໍ່ມີເອກະລັກສະເພາະ, ແມ່ນເຄື່ອງໝາຍຂອງດິນແດນນະຄອນຮ່າໂນ້ຍ; ເບິ່ງຄືວ່າ ບໍ່ອາດຂາດໄດ້ໃນບຸນປີໃໝ່ປະຈໍາຊາດຂອງຫວຽດນາມ. ໝູ່ບ້ານປູກດອກໄມ້ຢູ່ຕາແສງ ເຍິດເຕິນ ຫ່າງຈາກນະຄອນຫຼວງຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງເໜືອ 7 ກິໂລແມັດ. ຢູ່ທີ່ນີ້, ມີເນື້ອທີ່ປູກດອກຄາຍກວ້າງ ສ່ວນຫຼາຍແມ່ນຢູ່ລຽບຕາມເຂດດິນນໍ້າຖ້ວມແຄມແມ່ນໍ້າແດງ. ສວນປູກດອກຄາຍເຍິດເຕິນ ແມ່ນສະຖານທີ່ລະຫຼີ້ນໄດ້ຕະຫຼອດປີຂອງຊາວຮ່າໂນ້ຍ. ປູກສະຫຼັບກັບດອກຄາຍນັ້ນ ຍັງມີດອກເບັນຈະມາດ, ດອກແມງກະເບື້ອ, ດອກ ໄວໂອແລັດ, ດອກຕາເວັນ, ດອກຄາເນຊັນ, ດອກເລັບມັງກອນ. ດັ່ງນັ້ນ, ບໍ່ວ່າໃນຈຸດເວລາໃດຂອງປີ, ໝູ່ບ້ານປູກດອກຄາຍເຍິດເຕິນ ກໍມີແຂກມາຢ້ຽມຊົມເປັນຈໍານວນຫຼວງຫຼາຍ.

ທ່ານຜູ້ຟັງທີ່ເຄົາລົບ! ດັ່ງທີ່ກ່າວມາຂ້າງເທິງ ແມ່ນເນື້ອໃນຈົດໝາຍບາງສະບັບ ແລະ ການຕອບຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈເຖິງບັນຫາໃດໜຶ່ງ ສາມາດຂຽນຈົດໝາຍຝາກເຖິງລາຍການ ໂດຍຈ່າໜ້າຊ່ອງວ່າ: ລາຍການກະຈາຍສຽງພາກພາສາລາວ, ເຮືອນເລກທີ 45, ຖະໜົນບ່າຈ້ຽວຮ່າໂນ້ຍ ຫຼື ໂທມາໂດຍກົງກໍໄດ້ຕາມເບີໂທ: 0084.243.825.6631 ຫຼື ອີແມວ: laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

 

ຕອບກັບ