ແນະນໍາການຕອບຄໍາຖາມດເຊິ່ງທ່ານຜູ້ຟັງຜູ້ອ່ານຝາກເຖິງລາຍການໃນອາທິດຜ່ານມາ

Nguyen Xuyen
Chia sẻ
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເມື່ອໄດ້ກັບມາພົບປະໂອ້ລົມກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ. ໃນອາທິດຜ່ານມາ, ພະແນກບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ກໍຄື ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 40 ປະເທດ ແລະ ເຂດແຄວ້ນ. ແລະຕໍ່ໄປນີ້, ພວກຂ້າພະເຈົ້າຈະແບ່ງປັນເຖິງທ່ານຜູ້ຟັງເນື້ອໃນຈົດໝາຍບາງສະບັບສະແດງຄວາມຮູ້ສຶກ ແລະ ຕອບບັນດາຄໍາຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ເພື່ອນ ເກສອນ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກມາຍັງລາຍການດ້ວຍເນື້ອໃນວ່າ: ຂອບໃຈລາຍການພາກພາສາລາວ ທີ່ໄດ້ແນະນຳໃຫ້ພວກຂ້າພະເຈົ້າຮູ້ກ່ຽວກັບການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ - ຜູ້ນຳທີ່ຍິ່ງໃຫຍ່ ແລະ ມີຮູບພາບຕິດຄັດໄປພ້ອມນັ້ນ ແມ່ນມີຊີວິດຊີວາທີ່ສຸດ. ຂ້າພະເຈົ້າຍັງຈື່ໄດ້ວ່າ ເມື່ອຍັງຮຽນຢູ່ມັດທະຍົມຕອນຕົ້ນ, ໃນວິຊາ ປະຫວັດສາດ ກໍໄດ້ແນະນຳກ່ຽວກັບປະທານໂຮ່ຈີມິນຫຼາຍຢ່າງ. ຍາມໃດເພິ່ນກໍແມ່ນແບບຢ່າງໃຫ້ພວກເຮົາປະຕິບັດຕາມຕະຫຼອດໄປ.

        ເພື່ອນ ຈັນສະໝອນ  ໄດ້ສົ່ງຂໍ້ຄວາມເຖິງລາຍການ ດ້ວຍເນື້ອໃນດັ່ງນີ້: ເມື່ອຕິດຕາມບົດຂຽນກ່ຽວກັບພິທີບູຊາໄຫຂອງຊົນເຜົ່າເອເດ ໃນຄໍລຳ ປະເທດຊາດ ແລະ ຊາວຫວຽດນາມແລ້ວ, ຂ້າພະເຈົ້າຈຶ່ງຮູ້ວ່າ ເຮືອນຍາວ ແມ່ນສະຖາປັດຕະຍາກຳເຮືອນທີ່ເປັນມູນເຊື້ອຂອງຊາວເຜົ່າ ເອເດ ຢູ່ແຂວງ ດັກລັກ ຂອງຫວຽດນາມ. ຫວັງວ່າ ບັນດາອ້າຍເອື້ອຍບັນນາທິການ ຈະແນະນຳລະອຽດກວ່າ ກ່ຽວກັບສະຖາປັດຕະຍາກຳເຮືອນຍາວນີ້ໃຫ້ຂ້າພະເຈົ້າຮູ້ແດ່. ຂໍຂອບໃຈ.

ແນະນໍາການຕອບຄໍາຖາມດເຊິ່ງທ່ານຜູ້ຟັງຜູ້ອ່ານຝາກເຖິງລາຍການໃນອາທິດຜ່ານມາ - ảnh 1ຈຸດພິເສດໃນສະຖາປັດຕະຍາກຳເຮືອນຍາວຂອງຊາວເຜົ່າ ເອເດ ຍາມໃດກໍ່ມີຂັ້ນໄດຜູ້ ແລະ ຂັ້ນໄດແມ່ 

        ເພື່ອນ ຈັນສະໝອນ ທີ່ຮັກແພງ! ເຮືອນຍາວ ບໍ່ພຽງແຕ່ແມ່ນສັນຍາລັກທາງດ້ານວັດຖຸຂອງລະບອບຄອບຄົວມານດາສິດທິລາດເທົ່ານັ້ນ ຫາກຍັງແມ່ນບ່ອນເກັບຮັກສາບັນດາຄຸນຄ່າວັດທະນະທຳທາງດ້ານຈິດໃຈຂອງຊົນເຜົ່າ ເອເດ ຜ່ານການເວລາປະຫວັດສາດອີກດ້ວຍ. ເຮືອນຍາວຂອງຊາວເຜົ່າເອເດ ແມ່ນສະຖາປັດຕະຍາກຳເຮືອນຮ້ານ ທີ່ເຮັດດ້ວຍໄມ້ໄຜ່, ໄມ້ເຮ້ຍ, ໄມ້ລຳໃຫຍ່, ມຸງດ້ວຍຫຍ້າຄາ ແລະ ໄດ້ປຸກສ້າງຕາມທິດເໜືອ-ໃຕ້.  ເຮືອນຍາວຂອງຊົນເຜົ່າ ເອເດ ໂດຍແມ່ຍິງຄົນໜຶ່ງເປັນເຈົ້າຂອງ ອັນໄດ້ສະແດງໃຫ້ເຫັນຈຸດທີ່ເປັນເອກະລັກຂອງລະບອບມານດາສິດທິລາດ,  ເຮືອນຍາວຂອງຊາວເຜົ່າເອເດ ອາດຈະມີຄວາມຍາວເຖິງ 100 ແມັດ ຍ້ອນວ່າ ແຕ່ລະເທື່ອເມື່ອລູກສາວສ້າງຄອບຄົວ ເຮືອນພັດໄດ້ສ້າງຕໍ່ຍາວອອກໄປຕື່ມ ເພື່ອເປັນຫ້ອງນອນຂອງລູກສາວ ແລະ ລູກເຂີຍ. ນັ້ນແມ່ນບ່ອນພັກອາໄສຂອງຄອບຄົວໃຫຍ່ ແລະ ສະແດງໃຫ້ເຫັນກຽດຊື່ສຽງ ແລະ ຖານະຕຳແໜ່ງຂອງຄອບຄົວນັ້ນໃນປະຊາຄົມ. ສະຖາປັດຕະຍາກຳຂອງເຮືອນ ໄດ້ແບ່ງເປັນສອງສ່ວນຕາມລວງຍາວຂອງເຮືອນຢ່າງຈະແຈ້ງ. ຈາກປະຕູໃຫຍ່ເຂົ້າໄປໃນເຮືອນ ແມ່ນພື້ນທີ່ກວ້າງ, ກວມເອົາ 1/3 ເນື້ອທີ່ຂອງເຮືອນທັງໝົດ, ເຊິ່ງເອີ້ນວ່າ Gah. Gah ແມ່ນບ່ອນຮັບແຂກ, ມີເຮືອນຄົວສຳລັບແຂກ ແລະ ເປັນສະຖານທີ່ເຄື່ອນໄຫວລວມຂອງຄອບຄົວ, ແມ່ນບ່ອນບູຊາເທວະດາຟ້າແຖນ ແລະ ແມ່ນບ່ອນນອນຂອງລູກຊາຍຜູ້ທີ່ຍັງບໍ່ທັນໄດ້ແຕ່ງງານ ທັງເປັນບ່ອນໄວ້ບັນດາວັດຖຸສິ່ງຂອງທີ່ມີຄ່າ. 

ແນະນໍາການຕອບຄໍາຖາມດເຊິ່ງທ່ານຜູ້ຟັງຜູ້ອ່ານຝາກເຖິງລາຍການໃນອາທິດຜ່ານມາ - ảnh 2 Gah - ບ່ອນຮັບແຂກ, ມີເຮືອນຄົວສຳລັບແຂກ ແລະ ເປັນສະຖານທີ່ເຄື່ອນໄຫວລວມຂອງຄອບຄົວ, ແມ່ນບ່ອນບູຊາເທວະດາຟ້າແຖນ... 

ສ່ວນພື້ນທີ່ຍັງເຫຼືອ ເອີ້ນວ່າ Ôk ແມ່ນເຮືອນຄົວເພື່ອແຕ່ງກິນລວມຂອງທັງຄອບຄົວ ແລະ ເປັນບ່ອນນອນຂອງບັນດາຄູ່ຜົວເມຍ... ຈຸດພິເສດໃນສະຖາປັດຕະຍາກຳເຮືອນຍາວຂອງຊາວເຜົ່າ ເອເດ ຍາມໃດກໍ່ມີຂັ້ນໄດຜູ້ ແລະ ຂັ້ນໄດແມ່. ຂັ້ນໄດຜູ້ ແມ່ນໃຊ້ສຳລັບຜູ້ຊາຍໃນຄອບຄົວ, ສ່ວນຂັ້ນໄດແມ່ ແມ່ນໃຊ້ສຳລັບແມ່ຍິງ ແລະ ແຂກ. ຈຳນວນຂັ້ນນັບແຕ່ໜ້າດິນເຖິງພື້ນເຮືອນ ຍາມໃດກໍເປັນເລກຄີກ. ຊາວເຜົ່າເອເດ ເຊືຶ່ອວ່າ ເລກຄູ່ແມ່ນເລກຂອງຜີສາງນາງຮ້າຍ, ສ່ວນເລກຄີກ ຈຶ່ງເປັນເລກຂອງຄົນ. ຢູ່ຂັ້ນໄດແມ່ນັ້ນ ຍາມໃດກໍໄດ້ຄວັດສະຫຼັກຮູບວົງເດືອນບໍ່ເຕັມດວງ ແລະ ຮູບນົມສອງເຕົ້າຂອງແມ່ ເຊິ່ງເປັນສັນຍາລັກໃຫ້ແກ່ລະບອບມານດາສິດທິລາ ນັ້ນກໍແມ່ນຄໍາສຶກສາອົບຮົມຜູ້ເປັນລູກ ເຖິງວ່າຜູ້ໃດໄປໃສມາກໍຕາມ, ເມື່ອມາຂຶ້ນຂັ້ນໄດເຂົ້າໄປໃນເຮືອນກໍຕ້ອງຄິດເຖິງແມ່ຜູ້ໃຫ້ກໍາເນີດຕົນ. ຢູ່ຕໍ່ໜ້າປະຕູເຮືອນຍາວ, ຊາວເຜົ່າເອເດ ມັກຕັ້ງໝໍ້ທອງສອງໜ່ວຍໃສ່ ເພື່ອສະແດງໃຫ້ເຫັນຄວາມປາດຖະໜາຢາກມີຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກ.

        ດັ່ງທີ່ກ່າວມາຂ້າງເທິງ ແມ່ນການວາດພາບບາງຈຸດພື້ນຖານກ່ຽວກັບສະຖາປັດຕະຍາກຳເຮືອນຍາວຂອງຊາວເຜົ່າເອເດ. ຫວັງວ່າຈະຊ່ວຍເພື່ອນ ຈັນສະໝອນ ກໍຄືທ່ານຜູ້ຟັງ ມີຄວາມເຂົ້າໃຈສ່ວນໃດສ່ວນໜຶ່ງກ່ຽວກັບສະຖາປັດຕະຍາກຳເຮືອນຍາວທີ່ເປັນມູນເຊື້ອ ແລະ ມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບວັດທະນະທຳຂອງຊາວເຜົ່າເອເດ.

        ເພື່ອນ ມິນຕາ ອິນທິລາດ ຖາມວ່າ: ຂ້າພະເຈົ້າ ໄດ້ຮູ້ມາວ່າ ໃນເດືອນມິຖຸນານີ້ ຢູ່ດ່າໜັງໄດ້ຈັດງານບຸນຍິງບັ້ງໄຟດອກສາກົນ 2019, ຂ້າພະເຈົ້າພ້ອມກັບໝູ່ຂອງຕົນຢາກໄປທ່ຽວດ່າໜັງ ກົງກັບຈຸດເວລາດັ່ງກ່າວ ເພື່ອຮັບຊົມການແຂ່ງຂັນຍິງບັ້ງໄຟດອກ ແຕ່ຍັງບໍ່ທັນຮູ້ລາຍການລະອຽດຂອງງານບຸນນັ້ນ. ຫວັງວ່າ ບັນນາທິການພາກພາສາລາວ ຈະແນະນຳໃຫ້ພວກຂ້າພະເຈົ້າຮູ້ ກ່ຽວກັບງານບຸນຍິງບັ້ງໄຟດອກສາກົນນີ້ແດ່. ຂໍຂອບໃຈ.

ເພື່ອນ ມິນຕາ ທີ່ຮັກແພງ! ງານບຸນບັ້ງໄຟດອກສາກົນ ປີ 2019 ມີຫົວຂໍ້ວ່າ “ບັນດາກະແສນ້ຳເລົ່າເລື່ອງ” ຈະຖືກດຳເນີນໃນລະຫວ່າງວັນທີ 1 ມິຖຸນາ - 6 ກໍລະກົດ 2019 ດ້ວຍລາຍການແຂ່ງຂັນຍິງບັ້ງໄຟດອກຈະດຳເນີນເປັນເວລາ 5 ຄືນ ແລະ ມີ 8 ທິມເຂົ້າຮ່ວມຄື: ອີຕາລີ, ລັດເຊຍ, ບຣາຊີນ, ແບນຊິກ, ແຟງລັງ, ອັງກິດ, ຈີນ ແລະ ດ່າໜັງ (ຫວຽດນາມ). ການແຂ່ງຂັນຈະຈັດຂຶ້ນໃນຕອນຄ່ຳວັນທີ 1 ມິຖຸນາ ດ້ວຍພາກສ່ວນການແຂ່ງຂັນເປີດສາກຂອງສອງທິມ ຫວຽດນາມ - ລັດເຊຍ; ວັນທີ 08/06: ບຣາຊີນ - ແບນຊິກ; 15/06: ແຟງລັງ - ອີຕາລີ; 22/06: ອັງກິດ - ຈີນ ແລະ ຮອບຊີງຊະນະເລີດ ຈະຖືກຈັດຂຶ້ນໃນ ວັນທີ 06 ກໍລະກົດ.

ເພື່ອຮັບຊົມບັນດາລາຍການແຂ່ງຂັນຍິງບັ້ງໄຟດອກດັ່ງກ່າວ, ເພື່ອນສາມາດເຂົ້າເວັບໄຊ https://phaohoaquoctedanang.com ເພື່ອຊື້ປີ້ອອນລາຍ ດ້ວຍລາຄ່າແຕ່ 400,000 – 2,500,000 ດົ່ງ ຕໍ່ 1 ປີ້ ເຊິ່ງຂຶ້ນກັບອັດສະຈັນແຕ່ລະເບື້ອງ.

         ຂໍອວຍພອນໃຫ້ພວກເພື່ອນຈ່່ອງປີ້ສໍາເລັດ ແລະ ມີການທ່ອງທ່ຽວທີ່ໜ້າຈັບໃຈຢູ່ ດ່າໜັ໊ງ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະຕອບບາງຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ