ເຂົ້າ​ເໝົ້າ​ຍາມລະ​ດູ​ໃບ​ໄມ້ຫຼົ່ນຢູ່ຮ່າ​ໂນ້ຍ

Chia sẻ
(VOVWORLD) -ຂ້າພະເຈົ້າພວມຮຽນປີໜຶ່ງ, ມະຫາວິທະຍາໄລການຄ້າ ຫວຽດນາມ. ພວກອ້າຍເອື້ອຍ ເຄີຍຮຽນຢູ່ຫວຽດນາມໄດ້ເລົ່າສູ່ຟັງວ່າ ຫວຽດນາມ ມີອາຫານແຄມທາງຫຼາຍເຍື່ອງທີ່ແຊບນົວ. ຫວັງວ່າ ອ້າຍເອື້ອຍບັນນາທິການ ລາຍການພາກພາສາລາວຈະແນະນຳໃຫ້ຂ້າພະເຈົ້າບັນດາເຍື່ອງອາຫານແຄມທາງທີ່ແຊບນົວຍາມລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ.
ເຂົ້າ​ເໝົ້າ​ຍາມລະ​ດູ​ໃບ​ໄມ້ຫຼົ່ນຢູ່ຮ່າ​ໂນ້ຍ - ảnh 1ເຂົ້າເໝົ້າຍາມລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ 

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍກ່ວາ 300ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ຝລັ່ງ, ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ.

ເພື່ອນ Mauro Livio Leccese, ຢູ່ອາກຊັງຕິນ ໄດ້ສົ່ງຂໍ້ email ມາ VOV5 ໂດຍໃຫ້ຮູ້ວ່າ: ກ່ອນນີ້ 3 ປີ ຂ້າພະເຈົ້າໄດ້ມີໂອກາດມາຢ້ຽມຢາມຫວຽດນາມ ແລະ ຂ້າພະເຈົ້າຮູ້ສຶກມັກຮັກວັດທະນະທຳ, ພາສາ, ອາຫານການກິນ ແລະ ທິວທັດທຳມະຊາດຢູ່ປະເທດນີ້ທີ່ສຸດ. ຫວັງວ່າ ພັນລະຍາຂອງຂ້າພະເຈົ້າກໍ່ຈະຮູ້ຈັກເຖິງບັນດາສິ່ງນີ້! ຂ້າພະເຈົ້າຢາກກາຍເປັນທູດວັດທະນະທຳຂອງຫວຽດນາມ ປະຈຳອາກຊັງຕິນ, ແຕ່ວ່າ, ຂ້າພະເຈົ້າຕ້ອງຮຽນພາສາຫວຽດນາມ ກ່ອນ”

ເພື່ອນ Mauro Livio Leccese ທີ່ຮັກແພງ! ກ່ອນອື່ນໝົດ ພວກຂ້າພະເຈົ້າສະແດງຄວາມຂໍຂອບໃຈຕໍ່ອາລົມຈິດຄວາມຮັກແພງຂອງ ເພື່ອນທີ່ໄດ້ສະຫງວນໃຫ້ແກ່ປະເທດຂອງພວກຂ້າພະເຈົ້າ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍອາລົມຈິດທີ່ ເພື່ອນສະຫງວນໃຫ້ແກ່ປະເທດ ຫວຽດນາມ, ການຮຽນພາສາຫວຽດຂອງເພື່ອນຈະສະດວກທີ່ສຸດ. ຂໍອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບທີ່ເຂັ້ມແຂງ, ບັນລຸໄດ້ຜົນງານຫຼາຍຢ່າງໃນການດຳລົງຊີວິດ ກໍ່ຄືໃນວຽກງານຂອງຕົນ. ອວຍພອນໃຫ້ເພື່ອນຮຽນພາສາຫວຽດໃຫ້ໄດ້ດີທີ່ສຸດເພື່ອເປັນທູດວັດທະນະທຳຂອງຫວຽດນາມປະຈຳ ອາກຊັງຕິນ.

ເພື່ອນ ວິໄລພອນ ມາຈາກແຂວງຫົວພັນ ໄດ້ສົ່ງ Email ມາຍັງລາຍການໂດຍສະແດງເນື້ອໃນດັ່ງນີ້: ຫວ່າງແລ້ວນີ້, ເມື່ອຕິດຕາມຂ່າວໃນເວັບໄຊ vovworld.vn. ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ຮ່າໂນ້ຍຫາກໍ່ດຳເນີນ “ງານວາງສະແດງພາບຖ່າຍ ປະເທດຊາດ ແລະ ຊາວອາຊຽນ” ດ້ວຍພາບຖ່າຍ 100ແຜ່ນ ທີ່ໄດ້ຄັດເລືອກຈາກພາບຖ່າຍທັງໝົດ ກ່ວາ 10.000 ແຜ່ນຂອງ ນັກຖ່າຍຮູບ 1248 ຄົນມາຈາກ 10 ປະເທດອາຊຽນ. ບັນດາພາບຖ່າຍຢູ່ງານວາງສະແດງໄດ້ພັນລະນາເຖິງການດຳລົງຊີວິດແບບປະຈຳວັນຢ່າງແທດຈິງ. ຜ່ານງານວາງສະແດງ ຂ້າພະເຈົ້າຮູ້ສຶກດີໃຈຫຼາຍຍ້ອນວ່າ ອາຊຽນຂອງພວກເຮົາມີການພັດທະນາຢ່າງແຮງ ບໍ່ພຽງແຕ່ໃນບັນດາຂົງເຂດເສົາຄ້ຳຫຼັກແຫຼ່ງຄື: ການເມືອງ, ເສດຖະກິດ, ວັດທະນະທຳ…ເທົ່ານັ້ນ ຫາກຍັງຢູ່ຂົງເຂດສິປະລະອີກດ້ວຍ. ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ ຫວຽດນາມເວົ້າສະເພາະ ແລະ ບັນດາປະເທດ ອາຊຽນ ເວົ້າລວມຈະຈັດຕັ້ງຫຼາຍການເຄື່ອນໄຫວກ່ຽວກັບສິລະປະໃຫ້ຫຼາຍກ່ວາອີກ.

ເພື່ອນວິໄລພອນທີ່ຮັກແພງ! ຂໍຂອບໃຈເພື່ອນທີ່ໄດ້ສະຫຼະເວລາຕິດຕາມລາຍການຂອງ ພວກຂ້າພະເຈົ້າ. ງານວາງສະແດງດັ່ງກ່າວແມ່ນຜົນສຳເລັດໜຶ່ງຂອງຫວຽດນາມ, ເມື່ອພວກຂ້າພະເຈົ້າໄດ້ຮັບການເຂົ້າຮ່ວມເປັນຈຳນວນຫຼາຍຂອງບັນດານັກຖ່າຍຮູບທີ່ມາຈາກ 10 ປະເທດອາຊຽນ. ອາດເວົ້າໄດ້ວ່ານີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໂຄສະນາບັນດາຮູບພາບທີ່ເປັນເອກະລັກສະເພາະກ່ຽວກັບປະເທດຊາດ, ປະຊາຊົນອາຊຽນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ບັນດານັກຖ່າຍຮູບໃນກຸ່ມອາຊຽນມີການພົວພັນແລກປ່ຽນບົດຮຽນ, ປະສົບການເຊິ່ງກັນ ແລະ ກັນອີກດ້ວຍ. ງານວາງສະແດງໄດ້ດຶງດູດຄວາມສົນໃຈຂອງມວນຊົນ ກໍ່ຄືບັນດານັກວິຊາການ. ທ່ານ ມ້າເທ໊ແອັງ, ຮອງຫົວໜ້າກົມຮັບຜິດຊອບກົມວິຈິດສິນ, ຖ່າຍຮູບ ແລະ ງານສະແດງຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໃຫ້ຮູ້ວ່າ:

ງານວາງສະແດງໄດ້ຮັບການຕີລາຄາສູງຈາກບັນດານັກຖ່າຍຮູບຕ່າງປະເທດ, ເຂົາເຈົ້າຈະປາດຖະໜາວ່າ ຫວຽດນາມຈະຈັດຕັ້ງບັນດາງານວາງສະແດງເປັນປະຈຳເພື່ອໃຫ້ເຂົາເຈົ້າມີໂອກາດໄດ້ເຂົ້າຮ່ວມ. ຜ່ານງານວາງຄັ້ງນີ້ ພວກຂ້າພະເຈົ້າພວມສ້າງແຜນຮ່າງກ່ຽວກັບ Festival ພາບຖ່າຍສາກົນ ຫວຽດນາມເຊິ່ງຈະເລີ່ມແຕ່ປີ 2021.

ເພື່ອນມາໄລພອນມາຈາກແຂວງຊຽງຂວາງໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ facebook ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າພວມຮຽນປີໜຶ່ງ, ມະຫາວິທະຍາໄລການຄ້າ ຫວຽດນາມ. ອ້າຍເອື້ອຍນ້ອງ ເຄີຍຮຽນຢູ່ຫວຽດນາມໄດ້ເລົ່າສູ່ຟັງວ່າ ຫວຽດນາມ ມີອາຫານແຄມທາງຫຼາຍເຍື່ອງທີ່ແຊບນົວ. ຫວັງວ່າ ອ້າຍເອື້ອຍບັນນາທິການຂອງລາຍການພາສາລາວຈະແນະນຳໃຫ້ຂ້າພະເຈົ້າບັນດາເຍື່ອງອາຫານແຄມທາງທີ່ແຊບນົວຍາມລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ. ຂໍຂອບໃຈ

ເພື່ອນ ມາໄລພອນທີ່ຮັກແພງ! ເມື່ອເວົ້າເຖິງອາຫານແຄມທາງ ແລະ ອາຫານການກິນ ແນ່ນອນວ່າ ຕ້ອງເຕື້ອງເຖິງຮ່າໂນ້ຍ. ຮ່າໂນ້ຍປຽບເໝືອນສະຫວັນຂອງອາຫານແຄມທາງໂດຍມີອາຫານນັບພັນໆເຍື່ອງທີ່ແຊວນົວ ແລະ ດຶງດູດໃຈທີ່ສຸດ. ມື້ນີ້ລາຍການພາກພາສາລາວຈະແນະນຳໃຫ້ເພື່ອນເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງລະດູໃບໄມ້ຫຼົ່ນຮ່າໂນ້ຍນັ້ນແມ່ນ ເຂົ້າເໝົ້າ. ເຂົ້າເໝົ້າໄດ້ເຮັດຈາກເຂົ້າໜຽວ ຮວາວ່າງ, ໂດຍເປັນເຂົ້າໜຽວທີ່ມີເມັດເຂົ້າຂາວ, ງາມດີ. ປີໜຶ່ງມີ 2 ລະດູ ແຕ່ລະດູທີ່ມີເຂົ້າເໝົ້າແຊບທີ່ສຸດ ແມ່ນແຕ່ເດືອນກໍລະກົດ ຫາ ເດືອນຕຸລາໝາຍຄວາມວ່າໃນລະດູໃບໄມ້ຫຼົ່ນ, ການຮັບປະທານເຂົ້າເໝົ້າມີຫຼາຍວິທີ, ເພື່ອນສາມາດກິນແຕ່ເຂົ້າເໝົ້າກໍ່ໄດ້ຢ່າງດຽວ ເພື່ອຮູ້ໄດ້ຢ່າງຈະແຈ້ງກ່ຽວກັບລົດຊາດທີ່ຫອມຫວນ, ນຸ້ມໜຽວຂອງມັນ ຫຼືຈິບນ້ຳຊາຮ້ອນໆ ທ່າມກາງບັນຍາກາດທີ່ໜາວເຢັນຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ, ແລະ ມີອີກວິທີໜຶ່ງທີ່ໄດ້ຮັບຄວາມນິຍົມຊົມຊອບຂອງຫຼາຍຄົນນັ້ນແມ່ນກິນກັບໝາກກ້ວຍງ້າວທີ່ຕັດເປັນປ່ຽງ, ເມື່ອກິນເຂົ້າໄປ ເພື່ອນຈະຮູ້ສຶກໄດ້ລົດຊາດຫວານຂອງ ກ້ວຍປະສົມກັບກັບ ລົດຊາດຫອມຫວນຂອງເຂົ້າເໝົ້າ, ນອກຈາກນັ້ນ ເຂົ້າເໝົ້າຍັງສາມາດໃຊ້ເພື່ອປຸງແຕ່ງເປັນເຍື່ອງອາຫານຕ່າງໆຄື: ນ້ຳຫວານເຂົ້າເໝົ້າ, ເຂົ້າໜຽວເຂົ້າເໝົ້າ… ແລະ ຂ້າພະເຈົ້າກໍ່ຂໍແນະນຳໃຫ້ເພື່ອນບາງສະຖານທີ່ທີ່ມີເຂົ້າເໝົ້າທີ່ມີຊື່ສຽງແມ່ນ: ເຂົ້າເໝົ້າບ້ານວ່ອງ, ເຂົ້າເໝົ້າເມ໊ຈີ່, ເຂົ້າເໝົ້າທູເຫະ...

ເພື່ອນມາໄລພອນທີ່ຮັກແພງ, ຫວັງວ່າ ພາຍຫຼັງໄດ້ຮັບຄຳຕອບຈາກພວກຂ້າພະເຈົ້າແລ້ວ ເພື່ອນຈະໄປຮັບປະທານເຂົ້າເໝົ້າ ແລ້ວສົ່ງຄຳຄິດເຫັນຂອງຕົນກ່ຽວກັບເຍື່ອງອາຫານດັ່ງກ່າວໃຫ້ແກ່ພວກຂ້າພະເຈົ້າແດ່ເດີ.

ທ່ານຜູ້ຟັງທີ່ຮັກແພງ, ຖ້າຫາກຜູ້ຟັງຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ