ຫວຽດນາມ ພວມແມ່ນປະເທດມີການລົງທຶນໃຫຍ່ທີ 3 ຢູ່ລາວ, ຖັດຈາກ ຈີນ ແລະ ໄທ

Minh Duc
Chia sẻ
(VOVWORLD) -ປີ 2021 ແມ່ນປີມີຄວາມໝາຍສຳຄັນສຳລັບການພົວພັນຮ່ວມມືລະຫວ່າງລາວ - ຫວຽດນາມ, 59 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2021) ແລະ  44 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ - ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2021).

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 365 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 13 ສະບັບຈາກທ່ານຜູ້ຟັງລາວ.

ຫວຽດນາມ ພວມແມ່ນປະເທດມີການລົງທຶນໃຫຍ່ທີ 3 ຢູ່ລາວ, ຖັດຈາກ ຈີນ ແລະ ໄທ - ảnh 1(ເນື້ອໃນບັນດາລາຍການເຊິ່ງ VOV ອອກອາກາດແມ່ນຍາມໃດກໍ່ມີຄວາມດຶງດູດໃຈ)

ເພື່ອນ ວັນຄຳ ແກ້ວອຸຸໄທ, ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງອີເມວມາຫາລາຍການໂດຍຂຽນວ່າ: “ຂ້າພະເຈົ້າໄດ້ຮັບຟັງລາຍການກະຈາຍສຽງພາກພາສາລາວ ໃນທຸກມື້. ຜ່ານນີ້, ຂ້າພະເຈົ້າມີໂອກາດເຂົ້າໃຈແຈ້ງກວ່າບັນດາເຫດການທີ່ພວມເກີດຂຶ້ນຢູ່ປະເທດ ຫວຽດນາມ. ຫວ່າງມໍ່ໆມານີ້, ມີບັນດາຂໍ້ມູນທີ່ໜ້າວິຕົກກັງວົນຕໍ່ສະພາບແຜ່ລະບາດຂອງໂລກລະບາດໂຄວິດ-19 ແລະ ບັນດາໄວຣັດກາຍພັນໃໝ່. ຂ້າພະເຈົ້າຫວັງວ່າ, ຫວຽດນາມ ຈະຜ່ານຜ່າໂລກລະບາດດັ່ງກ່າວໄດ້ຍິ່ງໄວ. ຂອບໃຈຕໍ່ຄວາມມານະພະຍາຍາມລົງຂ່າວ/ບົດປະຈຳວັນເຖິງເພື່ອນມິດໃນເງື່ອນໄຂທີ່ປະສົບກັບຄວາມຫຍຸ້ງຍາກຄືແນວນັ້ນຂອງພວກເພື່ອນ”.

ເພື່ອນ ສີສະຫວາດ ສຸລິພອນ, ໄດ້ແບ່ງປັນຄວາມຮູ້ສຶກຂອງຕົນກັບລາຍການ: ເນື້ອໃນບັນດາລາຍການເຊິ່ງ VOV ອອກອາກາດແມ່ນຍາມໃດກໍ່ມີຄວາມດຶງດູດໃຈ, ພິເສດແມ່ນບັນດາຂ່າວ/ບົດກ່ຽວກັບສັງຄົມຂອງຫວຽດນາມ. ສິ່ງດັ່ງກ່າວໄດ້ນຳຄວາມມ່ວນຊື່ນມາໃຫ້ຂ້າພະເຈົ້າ, ໂດຍສະເພາະແມ່ນໄດ້ຮັບຟັງກ່ຽວກັບບັນດາຄວາມມານະພະຍາຍາມຂອງປະເທດຫວຽດນາມ ເພື່ອແນໃສ່ປັບປຸງເງື່ອນໄຂການອອກແຮງງານ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ເພື່ອນ ຄຳມອນ ວິລາວັນ, ນັກສຶກສາໂຮງຮຽນ T80 ເຊີນໄຕ, ຮ່າໂນ້ຍ ໄດ້ໂທລະສັບມາຫາລາຍການແບ່ງປັນເນື້ອໃນທີ່ວ່າ: ຫວ່າງມໍ່ໆມານີ້, ຄະນະຈັດຕັ້ງງານປະກວດນາງງາມທ່ອງທ່ຽວຫວຽດນາມ ທົ່ວໂລກ 2021 (Miss Vietnam Tourism Global 2021) ໄດ້ປະກາດລາຍຊື່ top 47 ຜູ້ເຂົ້າປະກວດດີເດັ່ນທີ່ສຸດທີ່ໄດ້ເຂົ້າຮອບຊິງຊະນະເລີດ. ໃນຈຳນວນນາງງາມນັ້ນ, ມີລູກຊອດຊາວຫວຽດນາມ-ລາວ ຜູ້ໜຶ່ງ ແມ່ນນາງ ໃຈສຳເລັດ ວາດສະໜາ, ມີພໍ່ແມ່ນຄົນລາວ, ແມ່ແມ່ຄົນຫວຽດ. ນາງ ໃຈສຳເລັດ ວາດສະໜາ ເກີດປີ 2000, ປະຈຸບັນພວມຮໍ່າຮຽນຂະແໜງກົດໝາຍເສດຖະກິດ, ມະຫາວິທະຍາໄລການຄ້າ. ໂດຍແມ່ນນັກສຶກສາທີ່ພວມຮ່ຳຮຽນຢູ່ຫວຽດນາມ, ຂ້າພະເຈົ້າຮູ້ສຶກເປັນກຽດເມື່ອມີຊາວລາວ ຜູ້ໜຶ່ງໄດ້ລອດເຂົ້າຮອບຊິງຊະນະເລີດດັ່ງກ່າວ.

ເພື່ອນ ບຸນຫຼວງ ຢູ່ແຂວງ ເຊກອງ ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 44 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ - ຫວຽດນາມ. ຂ້າພະເຈົ້າຢາກໄດ້ຮັບຟັງການທົບທວນຄືນບາງການເຄື່ອນໄຫວຮ່ວມມືທາງດ້ານເສດຖະກິດລະຫວ່າງ 2 ປະເທດ.

ເພື່ອນ ບຸນຫຼວງ ທີ່ຮັກແພງ, ປີ 2021 ແມ່ນປີມີຄວາມໝາຍສຳຄັນສຳລັບການພົວພັນຮ່ວມມືລະຫວ່າງລາວ - ຫວຽດນາມ, 59 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2021) ແລະ  44 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ - ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2021). ໃນໄລຍະຜ່ານມາ, ບັນດາຂົງເຂດຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກນິກ, ສາທາລະນະສຸກ… ໄດ້ຮັບການຍູ້ແຮງຕາມທິດແທດຈິງ, ມີປະສິດທິຜົນ, ເພື່ອການພັດທະນາຂອງ 2 ປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນ ລາວ ແລະ ຫວຽດນາມ.

ກ່່ຽວກັບການຮ່ວມມືທາງດ້ານເສດຖະກິດ: ປະຈຸບັນ ຫວຽດນາມ ພວມແມ່ນປະເທດມີການລົງທຶນໃຫຍ່ທີ 3 ຢູ່ລາວ, ຖັດຈາກ ຈີນ ແລະ ໄທ. ຍອດໂຄງການຂອງຫວຽດນາມ ທີ່ລົງທຶນເຂົ້າ ລາວ ໄລ່ມາຮອດປະຈຸບັນແມ່ນ 415 ໂຄງການ, ດ້ວຍຍອດທຶນຈົດທະບຽນແມ່ນ 4,405 ຕື້ USD. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າກ່ຽວກັບການລົງທຶນ ແລະ ແມ່ນຄູ່ຄ້າໃຫຍ່ຂອງລາວ ດ້ວຍ 2 ໂຄງການພົ້ນເດັ່ນແມ່ນ: ເຂື່ອນໄຟຟ້ານ້ຳຕົກ ເຊຂະໝານ 1 ແລະ ເຊຂະໝານ ຊານໄຊ. ນອກນັ້ນ, ຍັງມີໂຄງການຮ່ວມມືພັດທະນາທ່າກ່ຳປັ່ນ ຫວູງອາງ 1,2,3, ຂໍ້ຕົກລົງຊື້ໄຟຟ້າ… ທີ່ໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງ 2 ປະເທດ.

ຫວຽດນາມ ພວມແມ່ນປະເທດມີການລົງທຶນໃຫຍ່ທີ 3 ຢູ່ລາວ, ຖັດຈາກ ຈີນ ແລະ ໄທ - ảnh 2ພິທີມອບເງິນຈຳນວນ 100 ລ້ານກີບ ຂອງຕຳຫຼວດ 4 ແຂວງທາງພາກເໜືອຂອງລາວ ໃຫ້ຕຳຫຼວດ ແລະ ກອງບັນຊາການທະຫານຊາຍແດນແຂວງ ດ້ຽນບຽນ ແລະ ຕຳຫຼວດແຂວງ ລາຍເຈົາ
(ພາບ: nhandan.vn)

ເພື່ອນ ຄຳປະສົງ, ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງຂໍ້ຄວາມມາຫາລາຍການໃຫ້ຮູ້ວ່າ: ໃນໄລຍະໂລກລະບາດໂຄວິດ-19 ແຜ່ລະບາດຢູ່ທັງ 2 ປະເທດ ລາວ ແລະ ຫວຽດນາມ, 2 ປະເທດໄດ້ມີບັນດາການເຄື່ອນໄຫວໜູນຊ່ວຍເຊິ່ງກັນ ແລະ ກັນຜ່ານຫຼາຍຊ່ອງທາງ. ຂ້າພະເຈົ້າໄດ້ຕິດຕາມການເຄື່ອນໄຫວລະຫວ່າງ 2 ປະເທດເປັນປະຈຳ. ຫວ່າງແລ້ວນີ້, ຂ້າພະເຈົ້າໄດ້ຮັບຂ່າວວ່າ, ຕຳຫຼວດ 4 ແຂວງທາງພາກເໜືອຂອງລາວ ໄດ້ມີການໜູນຊ່ວຍບັນດາແຂວງພາກເໜືອຂອງຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ຜ່ານລາຍການ, ຂ້າພະເຈົ້າຂໍໃຫ້ຮູ້ຂໍ້ມູນລະອຽດກ່ຽວກັບການເຄື່ອນໄຫວດັ່ງກ່າວ, ຂໍຂອບໃຈ.

ເພື່ອນ ຄຳປະສົງ ທີ່ຮັກແພງ, ພິທີມອບເງິນຈຳນວນ 100 ລ້ານກີບ (ກວ່າ 10.000 USD) ຂອງຕຳຫຼວດ 4 ແຂວງທາງພາກເໜືອຂອງລາວ ໂດຍແມ່ນ: ແຂວງ ບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ ແລະ ຜົ້ງສາລີ ໄດ້ມອບໃຫ້ຕຳຫຼວດ ແລະ ກອງບັນຊາການທະຫານຊາຍແດນແຂວງ ດ້ຽນບຽນ ແລະ ຕຳຫຼວດແຂວງ ລາຍເຈົາ ຫວ່າງມໍ່ໆມານີ້ຢູ່ ຫຼັກໝາຍຊາຍແດນທີ 113, ດ່ານຊາຍແດນ ໄຕຈາງ, ແຂວງ ດ້ຽນບຽນ. ທີ່ພິທີມອບ, ຜູ້ຕາງໜ້າຝ່າຍ ລາວ ໃຫ້ຮູ້ວ່າ, ໂດຍໄດ້ຮັບຂ່າວວ່າຢູ່ແຂວງ ດ້ຽນບຽນ ແລະ ລາຍເຈົາ ພວມປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19, ໃນນັ້ນກຳລັງປະກອບອາວຸດຂອງ 2 ແຂວງນີ້ກໍ່ຖືກຜົນສະທ້ອນຈາກໂລກລະບາດ. ຕຳຫຼວດ 4 ແຂວງຂອງລາວ ໄດ້ບໍລິຈາກ ແລະ ສະໜັບສະໜູນຕຳຫຼວດແຂວງ ດ້ຽນບຽນ ແລະ ຕຳຫຼວດແຂວງ ລາຍເຈົາ ແຕ່ລະແຂວງ 40 ລ້ານກີບ, ສະໜັບສະໜູນກອງບັນຊາການທະຫານແຂວງ ດ້ຽນບຽນ ຈຳນວນ 20 ລ້ານກີບ ເພື່ອນຳໃຊ້ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ສ່ວນຝ່າຍຫວຽດນາມ, ການນຳກຳລັງປະກອບອາວຸດຂອງ 2 ແຂວງ ດ້ຽນບຽນ ແລະ ລາຍເຈົາ ຢືນຢັນວ່າ, ປະຊາຊົນ 2 ປະເທດຫວຽດນາມ ແລະ ລາວ ເວົ້າລວມ, ເຂດພາກເໜືອລາວ ແລະ ທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ເວົ້າສະເພາະ ຍາມໃດກໍ່ສະຫງວນຄວາມຮັກແພງສາມັກຄີ, ການແບ່ງປັນ, ລະດົມກຳລັງໃຈໃຫ້ແກ່ກັນຢ່າງທັນການ ເມື່ອປະສົບກັບຄວາມຫຍຸ້ງຍາກ; ຕີລາຄາສູງບັນດາການກະທຳອັນສູງສົ່ງຂອງກຳລັງປະກອບອາວຸດ 4 ແຂວງຂອງລາວ. ການນຳປະກອບອາວຸດ 2 ແຂວງຂອງຫວຽດນາມ ຢືນຢັນວ່າ, ຈະນຳໃຊ້ຈຳນວນເງິນດັ່ງກ່າວເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໂດຍໄວ, ຊ່ວຍຄວບຄຸມໂລກລະບາດ ແລະ ຊ່ວຍໃຫ້ການດຳລົງຊີວິດຂອງພະນັກງານ, ນັກຮົບ ແລະ ປະຊາຊາຊົນ 2 ແຂວງ ດ້ຽນບຽນ ແລະ ລາຍເຈົາ ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ.

ຕອບກັບ