ຫໍພິພິຕະພັນເຄື່ອງປັ້ນດິນເຜົາ ບາດຈ່າງ - ອະນຸລັກຮັກສາບັນດາຄຸນຄ່າຍອດຍິ່ງທາງດ້ານວັດທະນະທຳ

Minh Duc
Chia sẻ
(VOVWORLD) -ຫໍພິພິຕະພັນເຄື່ອງປັ້ນດິນເຜົາ ບາດຈ່າງ ໄດ້ວາງສະແດງສະເພາະບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາໃນຕະຫຼອດວິວັດການສ້າງຕັ້ງ ແລະ ພັດທະນາຂອງໝູ່ບ້ານ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 331 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 21 ສະບັບຈາກທ່ານຜູ້ຟັງລາວ.

ຫໍພິພິຕະພັນເຄື່ອງປັ້ນດິນເຜົາ ບາດຈ່າງ - ອະນຸລັກຮັກສາບັນດາຄຸນຄ່າຍອດຍິ່ງທາງດ້ານວັດທະນະທຳ - ảnh 1ວັນກະຈາຍສຽງໂລກ ປີ 2023
(ພາບ: VTC)

        ເພື່ອນ ຄຳສຸວັນ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການດ້ວຍເນື້ອໃນທີ່ວ່າ: “ເນື່ອງໃນໂອກາດວັນກະຈາຍສຽງໂລກຄັ້ງທີ 12 ປີ 2023, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມ ແລະ ເລິກເຊິ່ງທີ່ສຸດເຖິງບັນດານັກຂ່າວ, ບັນນາທິການ ແລະ ໂຄສົກຂອງວິທະຍຸກະຈາຍສຽງ ຫວຽດນາມ. ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ຂ້າພະເຈົ້າຫວັງວ່າວິທະຍຸກະຈາຍສຽງຫວຽດນາມຈະກາຍເປັນຂົວເຊື່ອມຕໍ່ສົ່ງສານສັນຕິພາບຂອງ ຫວຽດນາມ ອອກສູ່ໂລກ”.

        ເພື່ອນ ກຽງແກ້ວ ວິໄລຈິດ, ຢູ່ແຂວງ ຈຳປາສັກ ໄດ້ສົ່ງອີເມວມາຫາລາຍການ ໂດຍແບ່ງປັນກ່ຽວກັບການເຄື່ອນໄຫວລົງທຶນຂອງ ຫວຽດນາມ ຢູ່ແຂວງນີ້ວ່າ: “ປະຈຸບັນ, ຫວຽດນາມ ແມ່ນນັກລົງທຶນໃຫຍ່ທີ 2 ຢູ່ແຂວງ ຈຳປາສັກ, ທາງພາກໃຕ້ຂອງ ລາວ, ຖັດຈາກ ໄທ ມີໂຄງການລົງທຶນທັງໝົດ 45 ໂຄງການ, ດ້ວຍຍອດເງິນລົງທຶນກວ່າ 357 ລ້ານ USD. ບັນດາວິສາຫະກິດ ຫວຽດນາມ ບໍ່ພຽງແຕ່ຊ່ວຍສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ຊາວທ້ອງຖິ່ນເທົ່ານັ້ນ, ຫາກຍັງສອນອາຊີບໃຫ້ແກ່ປະຊາຊົນໃນເຂດຜັນຂະຫຍາຍໂຄງການເປັນຢ່າງດີອີກດ້ວຍ. ພ້ອມດຽວກັນນັ້ນ, ບັນດາບໍລິສັດຂອງ ຫວຽດນາມ ເພື່ອເຂົ້າມາລົງທຶນຢູ່ແຂວງ ຈຳປາສັກ, ເຂົາເຈົ້າຍັງເອົາໃຈໃສ່ໜູນຊ່ວຍທາງແຂວງ ພັດທະນາພື້ນນຖານໂຄງລ່າງ, ຄື: ຊ່ວຍກໍ່ສ້າງບັນດາເສັ້ນທາງເຂົ້າໄປບ້ານ, ກໍ່ສ້າງຮາກຖານສາທາລະນະສຸກ, ໂຮງໝໍ,ໂຮງຮຽນ ແລະ ສາຍສົ່ງໄຟຟ້າ… ຢູ່ເຂດຜັນຂະຫຍາຍໂຄງການ ກໍຄືເຂດອ້ອມຂ້າງ. ນີ້ແມ່ນການປະກອບສ່ວນທີ່ດີ, ຊ່ວຍເຊື່ອມຕໍ່ບັນດາບ້ານໃຫ້ເປັນຢ່າງດີກວ່າ, ຊ່ວຍປະຊາຊົນມີເງື່ອນໄຂເດີນທາງໄປມາໄດ້ຢ່າງສະດວກ, ມີພື້ນຖານໂຄງລ່າງກິດຈະກຳໄຟຟ້າ, ທາງຄົມມະນາຄົມ, ໂຮງຮຽນ, ສຸກສາລາ, ຈາກນັ້ນຊ່ວຍສ້າງການດຳລົງຊີວິດໃຫ້ດີຂຶ້ນ”.

ຫໍພິພິຕະພັນເຄື່ອງປັ້ນດິນເຜົາ ບາດຈ່າງ - ອະນຸລັກຮັກສາບັນດາຄຸນຄ່າຍອດຍິ່ງທາງດ້ານວັດທະນະທຳ - ảnh 2(ຫໍພິພິຕະພັນເຄື່ອງປັ້ນດິນເຜົາ ບາດຈ່າງ)

        ເພື່ອນ ບຸນຄຳ, ນັກສຶກສາມະຫາວິທະຍາໄລແພດສາດ ທາຍບິ່ງ ໄດ້ໂທລະສັບມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ເຄື່ອງປັ້ນດິນເຜົາ ບາດຈ່າງ ຂອງ ຫວຽດນາມ ມີຊື່ສຽງທີ່ສຸດ ແລະ ໄດ້ສົ່ງໄປຍັງຫຼາຍປະເທດໃນໂລກ. ຂ້າພະເຈົ້າບໍ່ທັນມີໂອກາດມາຢ້ຽມຢາມໝູ່ບ້ານຫັດຖະກຳນີ້ເທື່ອ, ແຕ່ຜ່ານແຫຼ່ງຂ່າວຕ່າງໆຂ້າພະເຈົ້າໄດ້ຮູ້ວ່າ ຢູ່ນີ້ມີຫໍພິພິຕະພັນກ່ຽວກັບໝູ່ບ້ານຫັດຖະກຳ ບາດຈ່າງ ງາມທີ່ສຸດ. ຜ່ານລາຍການ, ຂ້າພະເຈົ້າຢາກໄດ້ຮັບຟັງການແນະນຳກ່ຽວກັບກິດຈະກຳດັ່ງກ່າວ.

        ເພື່ອນ ບຸນຄຳ ທີ່ຮັກແພງ! ແຕ່ດົນນານມາແລ້ວ ບາດຈ່າງ ແມ່ນໝູ່ບ້ານທີ່ມີຊື່ສຽງຂອງ ຫວຽດນາມ ດ້ວຍບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາຢູ່ທາງພາກເໜືອ ເວົ້າສະເພາະ ແລະ ໃນທົ່ວປະເທດ ເວົ້າລວມ. ຈຸດປະສົງໃນການສ້າງຫໍພິພິຕະພັນເຄື່ອງປັ້ນດິນເຜົາ ບາດຈ່າງ ແມ່ນເພື່ອແນໃສ່ເຊີດຊູຜູ້ກໍ່ຕັ້ງອາຊີບ ແລະ ອະນຸລັກຮັກສາບັນດາຄຸນຄ່າຍອດຍິ່ງທາງດ້ານວັດທະນະທຳຂອງໝູ່ບ້ານເຄື່ອງປັ້ນດິນເຜົານີ້ໄວ້.

        ກິດຈະກຳດັ່ງກ່າວໄດ້ກໍ່ສ້າງດ້ວຍເນື້ອທີ່ກວ້າງ 3,700 ຕາເມັດ, ຢູ່ບ້ານ 5, ຕາແສງ ບາດຈ່າງ, ເມືອງ ຢາເລິມ, ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ປະມານ 10 ກ.ມ. ອາຄານລວມມີ 3 ຊັ້ນ, ຊັ້ນທີ 1 ແມ່ນ “ສະໜາມຫຼວງເຄື່ອງປັ້ນດິນເຜົາ”, ເຂດຈັດສະເພາະໃຫ້ບັນດານັກສິລະປະການ ແລະ ນັກສິລະປິນວາງສະແດງບັນດາ “ຜະລິດຕະພັນຍອດຍິ່ງ” ຂອງຕົນ, ຜ່ານນັ້ນເຊື່ອມຕໍ່ແຂກທ່ອງທ່ຽວກັບບັນດານັກສິລະປະການ. ຊັ້ນທີ 2 ແລະ ທີ 3 ແມ່ນເຂດໃຈກາງຂອງຫໍພິພິຕະພັນເຄື່ອງປັ້ນດິນເຜົາ ບາດຈ່າງ ໄດ້ວາງສະແດງສະເພາະບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາໃນຕະຫຼອດວິວັດການສ້າງຕັ້ງ ແລະ ພັດທະນາຂອງໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ  ບາດຈ່າງ ແລະ ຊັ້ນດາດຟ້າໄດ້ຮັບຖືວ່າເປັນຊັ້ນພິເສດທີ່ສຸດຢູ່ທີ່ນີ້, ຍ້ອນວ່າຊັ້ນນີ້ເປັນຮ້ານຂາຍກາເຟເຂດກາງແຈ້ງດ້ວຍຂອບຂະໜາດໃຫຍ່. ອາດເວົ້າໄດ້ວ່າ, ດ້ວຍບັນດາຄຸນຄ່າທີ່ດີງາມ ແລະ ສະຖາປັດຕະຍາກຳທີ່ເປັນມູນເຊື້ອອັນລ້ຳຄ່ານັ້ນ, ຫໍພິພິຕະພັນ ບາດຈ່າງ ແມ່ນໜຶ່ງໃນບັນດາສະຖານທີ່ດີທີ່ສຸດເຊິ່ງແຂກທ່ອງທ່ຽວບໍ່ຄວນພາດໂອກາດ ເມື່ອມາຢ້ຽມຢາມ ຮ່າໂນ້ຍ.

        ເພື່ອນ ວັນນະສຸກ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍມາຍັງລາຍການຢາກຊອກຮູ້ກ່ຽວກັບການພັດທະນາຂອງຕະຫຼາດລົດໂອໂຕໄຟຟ້າຢູ່ ຫວຽດນາມ ແລະ ໃນອະນາຄົດ.

        ເພື່ອນ ວັນນະສຸກ ທີ່ຮັກແພງ! ໃນສະພາບການກໍ່ມົນລະພິດທາງອາກາດທີ່ນັບມື້ນັບຮ້າຍແຮງ, ລົດໂອໂຕໄຟຟ້າ ໄດ້ຖືວ່າແມ່ນມາດຕະການແກ້ໄຂສຳລັບການຄົມມະນາຄົມເປັນມິດກັບສິ່ງແວດລ້ອມ. ໃນປີ 2022, ຕະຫຼາດລົດໂອໂຕໄຟຟ້າຢູ່ ຫວຽດນາມມີຄວາມຟົດຟື້ນກວ່າຍ້ອນບັນດານະໂຍບາຍໃຫ້ບຸລິມະສິດຂອງລັດຖະບານ ຫວຽດນາມ. ສະມາຄົມບັນດານັກຜະລິດລົດໂອໂຕ ຫວຽດນາມ ໄດ້ຍົກອອກການຄາດຄະເນວ່າ, ຫວຽດນາມ ຈະມີລົດໂອໂຕໄຟຟ້າ 1 ລ້ານຄັນໃນປີ 2028. ຮອດປີ 2040, ຫວຽດນາມ ຈະມີລົດໂອໂຕໄຟຟ້າ 3,5 ລ້ານຄັນ. ໃນນັ້ນ, ບໍລິສັດລົດໂອໂຕ VinFast ຂອງ ຫວຽດນາມ ກໍ່ໄດ້ນຳສະເໜີ ລົດໂອໂຕໄຟຟ້າຄືລຸ້ນ: Vfe34, VF8 ແລະ VF9. ພ້ອມກັບການພັດທະນາຢ່າງວ່ອງໄວຂອງບັນດາບໍລິສັດລົດໂອໂຕຜະລິດຢູ່ພາຍໃນປະເທດ, ຕະຫຼາດ ຫວຽດນາມ ນັບມື້ນັບມີ ລົດໂອໂຕໄຟຟ້າຂອງຫຼາຍເຄື່ອງໝາຍການຄ້າອື່ນອີກ ທີ່ຈະໄດ້ຂາຍຢູ່ຕະຫຼາດ ຫວຽດນາມ ເພື່ອສ້າງຫຼາຍຮູບຫຼາຍແບບໃຫ້ລູກຄ້າໄດ້ເລືອກຕາມໃຈມັກ. ປະຈຸບັນ, ຫວຽດນາມ ໄດ້ນຳລົດເກງ, ລົດເມໃຊ້ໄຟຟ້າເຂົ້າເຄື່ອນໄຫວແລ້ວ.

ຕອບກັບ