ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ VOV ຄົບ​ຮອບ 75 ປີ

Tran Tuan
Chia sẻ
(VOVWORLD) -  ວັນທີ 7 ກັນຍາ ແມ່ນວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (VOV). 75 ປີຜ່ານມາ, VOV ຍາມໃດກໍ່ແມ່ນອົງການສື່ມວນຊົນນຳໜ້າໃນການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ຈຸດພົ້ນເດັ່ນແມ່ນການສ້າງຮູບແບບອົງການສື່ມວນຊົນຫລາຍປະເພດແຫ່ງທຳອິດຂອງທົ່ວປະເທດ. 

ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ກໍ່ຄືຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ VOV ຄົບຮອບ 75 ປີ.

 ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ VOV ຄົບ​ຮອບ 75 ປີ - ảnh 1

ໃນຕະຫລອດ 75 ປີຜ່ານມາ, VOV ໄດ້ປະຕິບັດໜ້າທີ່ໂຄສະນາເຜີຍແຜ່, ນຳເອົາຂໍ້ມູນຂ່າວສານມາໃຫ້ທ່ານຜູ້ຟັງ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດກໍ່ຄືເພື່ອນມິດສາກົນໃນໂລກໄດ້ເປັນຢ່າງດີ. ອາດເວົ້າໄດ້ວ່າ, VOV ໄດ້ປະກອບສ່ວນໃດສ່ວນໜຶ່ງເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ສີວິໄລ, ວັດທະນາຖາວອນຄືປະຈຸບັນ. ນັ້ນແມ່ນຄຳແບ່ງປັນດ້ວຍຄວາມຕື້ນຕັນໃຈຂອງທ່ານ ໂພສີ ແກ້ວມະນີວົງ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ VOV.

 

ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ໄປພ້ອມໆກັບ VOV (07/09/1945), ໃນຕະຫລອດ 75 ປີຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5) ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ມີບັນດາການປະກອບສ່ວນສຳຄັນເຂົ້າໃນພາລະກິດຖະແຫຼງຂ່າວການຕ່າງປະເທດລວມຂອງປະເທດຊາດ. ເພື່ອນ ອຸດົມໄຊ ຢູ່ນະຄອນຫລວງ ວຽງຈັນ ແບ່ງປັນວ່າ:

  ທ່ານຜູ້ຟັງທີ່ເຄົາລົບ ! ປະຈຸບັນ, ສະພາບການໂລກ, ພາກພື້ນຍັງມີການຜັນແປສັບສົນຫລາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ສິ່ງທ້າຍທາຍອາດຊະຍາກຳແບບໃໝ່, ເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ພິເສດແມ່ນເຊື້ອພະຍາດນັບມື້ນັບແຜ່ລະບາດຢ່າງໜັກໜ່ວງ. ວິທະຍາສາດ, ເຕັກໂນໂລຊີຂອງການປະຕິວັດອຸດສາຫະກຳ 4.0 ພັດທະນາໄວນັ້ນ ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ບັນດາພາຫະນະສື່ມວນຊົນ. ໄປຄຽງຄູ່ກັນນັ້ນ, ບັນດາກຳລັງທີ່ເປັນປໍລະປັກໄດ້ເພີ່ມທະວີການມ້າງເພທຳລາຍ, ເສກສັນປັ້ນແຕ່ງຕໍ່ແນວທາງ, ນະໂຍບາຍພັດທະນາຂອງ ຫວຽດນາມ. ໃນສະພາບການນັ້ນ, VOV5 ໄດ້ມີການປ່ຽນແປງໃໝ່ຢ່າງແຮງກ່ຽວກັບວຽກງານກະຈາຍສຽງການຕ່າງປະເທດ ນັບທັງດ້ານເນື້ອໃນ ແລະ ຮູບການ, ພັດທະນາການສື່ສານຫລາຍປະເພດ, ນຳໃຊ້ສື່ສັງຄົມອອນລາຍ ແລະ ບັນດາຮູບການອື່ນໆ ເພື່ອແນໃສ່ນຳເອົາຂໍ້ມູນຂ່າວສານຢ່າງເປັນທາງການມາຮັບໃຊ້ທ່ານຜູ້ຟັງໃນທົ່ວໂລກຢ່າງວ່ອງໄວທີ່ສຸດ, ມີຄຸນນະພາບ ແລະ ມີປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່ ແລະ ພິເສດແມ່ນຖືເອົາທ່ານຜູ້ຟັງເປັນບົດບາດໃຈກາງໃນຍຸກສະໄໝກະຈາຍສຽງດີຈີຕອນຄືໃນປະຈຸບັນ.

ເພື່ອນ ອາມິນຕາ ຢູ່ແຂວງ ເຊກອງ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຫາລາຍການດ້ວຍເນື້ອໃນທີ່ວ່າ: ອາທິດຜ່ານມາ, ເມື່ອ ອ່ານໜັງສືພິມ ແລະ ຟັງວິທະຍຸ ຂ້າພະເຈົ້າເຫັນວ່າ ບັນດາວັດວາອາຮາມໃນທົ່ວປະເທດ ຫວຽດນາມ ໄດ້ຈັດຕັ້ງວັນບຸນ ວູລານ ເຂົ້າປະດັບດິນ (ວັນບຸນຕອບບຸນແທນຄຸນພໍ່ແມ່) ດ້ວຍບັນດາພິທີກຳຢ່າງສະຫງ່າຜ່າເຜີຍ, ສັກສິດ, ດຶງດູດເອົາປະຊາຊົນເຂົ້າຮ່ວມນັບຫລາຍພັນຄົນຄື: ສອນຄຳພີ ກ່ຽວກັບຄວາມກະຕັນຍູກະຕະເວທີຕໍ່ພໍ່ແມ່, ພິທີເໜັບດອກກຸຫລາບໃສ່ເສື້ອ, ລອຍກະໂທງ, ພິທີສັກອານິດຈາ…ເພື່ອໃຫ້ໄດ້ສົມດັ່ງໃຈຊອກຮູ້ ແລະ ຄົ້ນຫາ ຜ່ານທາງລາຍການ ຂ້າພະເຈົ້າຫວັງວ່າບັນນາທິການຈະແນະນຳໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈຢ່າງຈະແຈ້ງກ່ວາ ກ່ຽວກັບຄວາມໝາຍຂອງວັນບຸນຕອບບຸນແທນຄຸນພໍ່ແມ່ ຢູ່ ຫວຽດນາມ, ຂໍຂອບໃຈ.

 ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ VOV ຄົບ​ຮອບ 75 ປີ - ảnh 2 ເໜັບດອກກຸຫລາບໃສ່ເສື້ອ

ເພື່ອນ ອາມິນຕາ ທີ່ຮັກແພງ! ວັນບຸນຕອບບຸນແທນຄຸນພໍ່ແມ່ຢູ່ຫວຽດນາມ ແມ່ນ ເລີ່ມຈາກເລື່ອງລາວ ແບບຢ່າງລູກກະຕັນຍູຂອງພະໂພທິສັດ ມູ່ຄຽນລຽນ ທີ່ຊ່ວຍແມ່ໃຫ້ຫຼຸດພົ້ນອອກຈາກຄວາມອຶດຫິວຂອງຜີຍັກ.ຈາກແບບຢ່າງລູກກະຕັນຍູຂອງພະໂພທິສັດ ມູ່ຄຽນລຽນ, ວັນບຸນຕອບບຸນແທນຄຸນພໍ່ແມ່ຈຶ່ງ ໄດ້ກຳເນີດເກີດຂຶ້ນ ແລະ ກາຍເປັນວັນບຸນໃຫຍ່ຂອງສາສະໜາພຸດຢູ່ ຫວຽດນາມ ກໍ່ຄືຢູ່ຫລາຍປະເທດອາຊີ. ຖືກຈັດຂຶ້ນໃນວັນທີ 15 ເດືອນ 7 ໄລ່ຕາມຈັນທະປະຕິທິນ, ວັນບຸນຕອບບຸນແທນຄຸນພໍ່ແມ່ ຈຶ່ງໄດ້ກາຍເປັນວັນບຸນປະເພນີ, ບອກເຕືອນທຸກຄົນກ່ຽວກັບໜ້າທີ່ຂອງຜູ້ເປັນລູກ ຍາມໃດກໍ່ຕ້ອງ “ຮູ້ບຸນຄຸນ ແລະ ເຄົາລົບນັບຖືພໍ່ແມ່-ເຮັດຫຼ້ອນໜ້າທີ່ກະຕັນຍູກະຕະເວທີ ຈຶ່ງແມ່ນຄຸນນະທຳຂອງຜູ້ເປັນລູກ”. ຕາມພະອາຈານ ທິກງວຽນຈີ໊ງ, ຮອງຫົວໜ້າຫ້ອງການອົງການພຸດທະສາສະໜາ ຫວຽດນາມ ໃຫ້ຮູ້ວ່າ ການຈັດຕັ້ງວັນບຸນຕອບບຸນແທນຄຸນພໍ່ແມ່ໃນແຕ່ລະປີ ແມ່ນໂອກາດເພື່ອໃຫ້ຜູ້ເປັນລູກໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງຜູ້ເປັນພໍ່ແມ່ ແລະບັນພະບຸລຸດ.

“ພຸດທະສາສະໜາຍາມໃດກໍ່ຖືເອົາຄຳວ່າ ກະຕັນຍູກະຕະເວທີເປັນຫຼັກ, ສະນັ້ນ ຈຶ່ງໄດ້ບອກສອນໃຫ້ພຸດທະສາສະນິກະຊົນ ເຖິງວ່າຖືສິນແບບໃດ ຫຼື ຢູ່ໃສກໍ່ຕາມ ຖ້າບໍ່ມີຄວາມກະຕັນຍູກະຕະເວທີແລ້ວ ຜົນບຸນ ນັ້ນ ຈະບໍ່ປະກົດຜົນເປັນຈິງ. ຫວັງວ່າ ບັນດາພຸດທະສາສະນິກະຊົນ, ປະຊາຊົນຫວຽດນາມທຸກຄົນ, ບໍ່ສະເພາະແຕ່ໃນເດືອນ 7 ເທົ່ານັ້ນ, ຫາກນັບທັງປີອີກດ້ວຍ ທີ່ພວກ ເຮົາຕ້ອງເບິ່ງແຍງລ້ຽງດູພໍ່ແມ່, ເພາະວ່າ ພຸດທະສາສະໜາໄດ້ສອນໄວ້ແລ້ວວ່າ  ບ່າໜຶ່ງເຈ່ຍພໍ່, ບ່າໜຶ່ງເຈ່ຍແມ່ ກໍ່ບໍ່ສາມາດທົດແທນບຸນຄຸນທີ່ພໍ່ແມ່ໃຫ້ກຳເນີດ ແລະ ລ້ຽງດູເຮົາມາຈົນຈະເລີນເຕີບໃຫຍ່ໄດ້

   ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

ຕອບກັບ