ວັນບຸນໄຫວ້ພະຈັນຍັງແມ່ນໂອກາດ ເພື່ອໃຫ້ທຸກຄົນໄດ້ຊົມພະຈັນ, ຄາດຄະເນລະດູການຜະລິດ ແລະ ຊາຕາກຳຂອງຊາດ

Tran Tuan
Chia sẻ
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 426 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 35 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ສົ່ງຈົດໝາຍມາລາຍການ ຢາກຊອກຮູ້ກ່ຽວກັບຮີດຄອງປະເພນີຂອງ ຫວຽດນາມ ກໍ່ຄືການພົວພັນຮ່ວມມື ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ເພື່ອນ ອາມິນຕາ, ເພື່ອນ ສຸກສະຫວັນ, ເພື່ອນ ອານຸສິດ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຫວຽດນາມ ຫາກໍ່ຈັດຕັ້ງສຳເລັດຖ້ຽວບິນການຄ້າສາກົນທຳອິດມາ ຫວຽດນາມ ພາຍຫລັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ເປັນໄລຍະຍາວ. ສິ່ງດັ່ງກ່າວ ຍິ່ງສະແດງໃຫ້ເຫັນກຳລັງຄວາມສາມາດຂອງ ຫວຽດນາມ, ບໍ່ພຽງແຕ່ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດເທົ່ານັ້ນ ຫາກຍັງເປີດປະຕູພັດທະນາປະເທດຊາດອີກດ້ວຍ, ໄດ້ປະກອບສ່ວນປະຕິບັດເປົ້າໝາຍຄວບຄູ່ຂອງລັດຖະບານວາງອອກໃຫ້ສຳເລັດ. ສະນັ້ນ, ພວກຂ້າພະເຈົ້າຢາກຊອກຮູ້ກ່ຽວກັບວິທີຮັບປະກັນຄວາມປອດໄພ ເມື່ອປະຕິບັດຖ້ຽວບິນດັ່ງກ່າວ ໃນສະພາບທີ່ພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນ. ຂໍຂອບໃຈ.

ວັນບຸນໄຫວ້ພະຈັນຍັງແມ່ນໂອກາດ ເພື່ອໃຫ້ທຸກຄົນໄດ້ຊົມພະຈັນ, ຄາດຄະເນລະດູການຜະລິດ ແລະ ຊາຕາກຳຂອງຊາດ - ảnh 1 (ພາບປະກອບ)

ເພື່ອນ ອາມິນຕາ, ເພື່ອນ ສຸກສະຫວັນ, ເພື່ອນ ອານຸສິດ ທີ່ຮັກແພງ! ຖ້ຽວບິນການຄ້າສາກົນທຳອິດທີ່ມີໝາຍເລກ VN417 ຂອງ Vietnam Airlines ໄດ້ບິນຈາກນະຄອນຫລວງ ເຊີອູນ (ສ.ເກົາຫຼີ) ມາລົງຈອດຢ່າງປອດໄພຢູ່ສະໜາມບິນ ໂນ້ຍບ່າຍ ໃນວັນທີ 25 ກັນຍາ. ເພື່ອປະຕິບັດຖ້ຽວບິນດັ່ງກ່າວ, ບັນດາອົງການທີ່ກ່ຽວຂ້ອງຂອງ 2 ປະເທດໄດ້ສົມທົບກັນກະກຽມຢ່າງລະອຽດໃນຫລາຍມື້. ໃນນັ້ນ, ສິ່ງສຳຄັນແມ່ນສ້າງບັນດາວິທີການໃຫ້ສຳເລັດ ທັງຮັບປະກັນການຂຸດຄົ້ນສາຍການບິນ, ຄວາມປອດໄພ, ທັງຕອບສະໜອງບັນດາມາດຕະການໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ກຳລັງຄວາມສາມາດແຍກຕົວຜູ້ໂດຍສານ. ທ່ານ ໂຕຕື໋ຮ່າ, ຮອງຜູ້ອຳນວຍການທ່າອາກາດສະຍານສາກົນ ໂນ້ຍບ່າຍ ໃຫ້ຮູ້ວ່າ:

ພົນລະເມືອງ ຫວຽດນາມ ຈະຈັດໃຫ້ໄປຕາມແລວເບື້ອງຂວາມື້, ແລ້ວຂຶ້ນລົດໄປແຍກຕົວຢູ່ຮາກຖານຂອງກອງທັບຄຸ້ມຄອງ. ສຳລັບພົນລະເມືອງຕ່າງປະເທດ ຈະຈັດໃຫ້ໄປອີກແລວໜຶ່ງຕ່າງຫາກ ແລະ ຈະໄດ້ໄປແຍກຕົວຢູ່ໂຮງແຮມ ຫຼື ຮາກຖານໃດໜຶ່ງ ເພື່ອຮັບປະກັນຄວາມເໝາະສົມ.

ວັນບຸນໄຫວ້ພະຈັນຍັງແມ່ນໂອກາດ ເພື່ອໃຫ້ທຸກຄົນໄດ້ຊົມພະຈັນ, ຄາດຄະເນລະດູການຜະລິດ ແລະ ຊາຕາກຳຂອງຊາດ - ảnh 2 ການກວດ, ປິ່ນປົວພະຍາດຈາກທາງໄກ (ພາບ: laodong.vn)

ຂ້າພະເຈົ້າມີຄວາມພາກພູມໃຈເມື່ອໄດ້ຮັບຮູ້ວ່າ ຜ່ານມາ ບັນດາອົງການເຈົ້າໜ້າທີ່ຂອງ ຫວຽດນາມ ໄດ້ຜັນຂະຫຍາຍເຄືອຂ່າຍການກວດ, ປິ່ນປົວພະຍາດຈາກທາງໄກລົງຮອດຮາກຖານສາທາລະນະສຸກຢູ່ເຂດຫ່າງໄກສອກຫຼີກ ແຕ່ພິເສດ ຍັງເຊື່ອມຕໍ່ກັບບັນດາໂຮງໝໍຂອງ ລາວ, ກຳປູເຈຍ. ນັບແຕ່ນີ້ເປັນຕົ້ນໄປ  ຄົນເຈັບທີ່ເປັນຊາວລາວຄືຂ້າພະເຈົ້າ ບໍ່ຕ້ອງເສຍຄ່າສິ້ນເປືອງໄປກວດ, ປິ່ນປົວພະຍາດຢູ່ ຫວຽດນາມ ອີກແລ້ວ ແລະ ບັນດາທ່ານໝໍເກັ່ງຂອງ ຫວຽດນາມ ສາມາດກວດ, ປິ່ນປົວໃຫ້ຂ້າພະເຈົ້າໄດ້ຈາກທາງໄກ, ເປັນຕົ້ນແມ່ນໃນໄລຍະໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ, ກໍ່ຄວາມຫຍຸ້ງຍາກໃນການໄປມາ.” ນັ້ນແມ່ນຄວາມໃນໃຈຂອງປ້າ ບົວແວງ, ອາຍຸ 60 ປີ ຢູ່ນະຄອນຫລວງ ວຽງຈັນ ໄດ້ສົ່ງມາຫາລາຍການ.

ທ່ານຜູ້ຟັງທີ່ເຄົາລົບ! ແຜນຮ່າງກວດ, ປິ່ນປົວພະຍາດຈາກທາງໄກໄລຍະປີ 2020 – 2025  ດ້ວຍທັດສະນະທີ່ວ່າ “ຄຸນນະພາບການກວດ, ປິ່ນປົວພະຍາດບືນຕົວຂຶ້ນສູງ, ບືນຕົວໄປໄກ”, ໂດຍກະຊວງສາທາລະນະສຸກ ຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງປ້ອງກັນປະເທດ ແລະ ກຸ່ມບໍລິສັດ Viettel ສ້າງຂຶ້ນ ແລະ ຜັນຂະຫຍາຍ. ພິເສດແມ່ນ ແຜນຮ່າງມີການເຊື່ອມຕໍ່ກັບບາງໂຮງໝໍຢູ່ ລາວ ແລະ ກຳປູເຈຍ. ເມື່ອຕີລາຄາສູງຕໍ່ການເປີດກ້ວາງເຄືອຂ່າຍກວດ, ປິ່ນປົວພະຍາດຈາກທາງໄກແມ່ນບາດກ້າວໃຫຍ່ຂອງຂະແໜງສາທາລະນະສຸກໃນການເບິ່ງແຍງດູແລສຸຂະພາບຂອງທົ່ວປວງຊົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ເມື່ອໄດ້ຮູ້ວ່າ ລະບົບກວດ, ປິ່ນປົວພະຍາດຈາກທາງໄກໄດ້ເຊື່ອມຕໍ່ກັບປະເທດເພື່ອນມິດ ລາວ ແລະ ກຳປູເຈຍ ແລ້ວ. ໃນອະນາຄົດ ບັນດາໂຮງໝໍຂັ້ນສູນກາງ ຄວນເຊື່ອມຕໍ່ກັບບັນດາປະເທດທີ່ມີພື້ນຖານເສດຖະກິດກ້າວໜ້າ ເພື່ອຖອດຖອນ, ແບ່ງປັນບົດຮຽນກັບບັນດາແພດໝໍທີ່ມີລະດັບຄວາມຮູ້ສູງ.

ເພື່ອນ ຄຳດວງດີ ຢູ່ນະຄອນຫລວງ ວຽງຈັນ, ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຖາມລາຍການດ້ວຍເນື້ອໃນວ່າ: “ອາທິດຜ່ານມາ, ເມື່ອອ່ານໜັງສືພິມ ແລະ ຟັງວິທະຍຸ ຂ້າພະເຈົ້າເຫັນວ່າ ບັນດາທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ ຈັດຕັ້ງວັນບຸນໄຫວ້ພະຈັນ (ບຸນວັນເພັງເດືອນ 8) ໃຫ້ເດັກນ້ອຍ ໃນບັນຍາກາດທີ່ຟົດຟື້ນມ່ວນຊື່ນ, ຂ້າພະເຈົ້າເຫັນວ່າ ເດັກນ້ອຍມີຄວາມຊື່ນຊົມເມື່ອໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຂອງວັນບຸນດັ່ງກ່າວ. ສະນັ້ນ ຂ້າພະເຈົ້າຢາກໃຫ້ທາງລາຍການ ແນະນຳໃຫ້ແກ່ຂ້າພະເຈົ້າ ແລະ ເພື່ອນຜູ້ຟັງຄົນອື່ນໆ ເພື່ອມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບຄວາມໝາຍຂອງວັນບຸນໄຫວ້ພະຈັນ ແລະ ເດັກນ້ອຍຈະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຫຍັງແດ່ ?”

ວັນບຸນໄຫວ້ພະຈັນຍັງແມ່ນໂອກາດ ເພື່ອໃຫ້ທຸກຄົນໄດ້ຊົມພະຈັນ, ຄາດຄະເນລະດູການຜະລິດ ແລະ ຊາຕາກຳຂອງຊາດ - ảnh 3 ໂຄມໄຟ, ໜ້າກາກ, ປືນຊີດນ້ຳ, ຕໍແຮ

ເພື່ອນ ຄຳດວງດີ ທີ່ຮັກແພງ: ວັນບຸນໄຫວ້ພະຈັນຢູ່ ຫວຽດນາມ ໄດ້ຈັດຕັ້ງໃນຄ່ຳຄືນວັນເພງເດືອນ 8 ໄລ່ຕາມຈັນທະປະຕິທິນປະຈຳປີ ແລະ ໄດ້ກາຍເປັນວັນບຸນຂອງເດັກນ້ອຍ (ວັນບຸນເຍົາວະຊົນ). ເດັກນ້ອຍມີຄວາມຄອງຄອຍຢາກຕ້ອນຮັບວັນບຸນນີ້ທີ່ສຸດ ຍ້ອນວ່າ ເດັກນ້ອຍຈະໄດ້ຮັບເຄື່ອງຫຼິ້ນຈາກຜູ້ໃຫຍ່ຄື: ໂຄມໄຟ, ໜ້າກາກ, ປືນຊີດນ້ຳ, ຕໍແຮ… ຈຸດເວລາພະຈັນຂຶ້ນສູງ, ເດັກນ້ອຍພ້ອມກັນຟ້ອນລຳທຳເພງ, ຊົມພະຈັນ, ກິນເຂົ້າໜົມ, ໝາກໄມ້ໄປພ້ອມໆກັນ. ຢູ່ບາງບ່ອນ ເຂົາເຈົ້າຍັງຈັດຕັ້ງການເຊີດສິງໂຕ, ມັງກອນເພື່ອໃຫ້ເດັກນ້ອຍໄດ້ລະຫຼິ້ນຢ່າງມີຄວາມເບີກບານມ່ວນຊື່ນ ແລະ ສະບາຍໃຈ. ນອກຈາກຄວາມໝາຍສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ເດັກນ້ອຍ ແລະ ຜູ້ໃຫຍ່ແລ້ວ, ວັນບຸນໄຫວ້ພະຈັນຍັງແມ່ນໂອກາດ ເພື່ອໃຫ້ທຸກຄົນໄດ້ຊົມພະຈັນ, ຄາດຄະເນລະດູການຜະລິດ ແລະ ຊາຕາກຳຂອງຊາດ. ຖ້າພະຈັນມີສີເຫຼືອງ ປີນັ້ນດິນຟ້າອາກາດຈະເອື້ອອຳນວຍຄວາມສະດວກໃຫ້ແກ່ການຜະລິດແພໄໝ, ຖ້າພະຈັນມີສີຟ້າ ປີນັ້ນຈະເກີດໄພທຳມະຊາດຢ່າງຮ້າຍແຮງ ແລະ ຖ້າພະຈັນມີສີໝາກກ້ຽງໃສ ແລະ ແຈ້ງດີ ປີນັ້ນປະເທດຊາດຈະຈະເລີນຮຸ່ງເຮືອງ. ວັນບຸນໄຫວ້ພະຈັນບໍ່ພຽງແຕ່ມີຂຶ້ນຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນວັນບຸນຢູ່ບັນດາປະເທດອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ຄື: ຈີນ, ຫວຽດນາມ, ຍີ່ປຸ່ນ, ສປປ.ເກົາຫຼີ, ໄຕ້ຫວັນ (ຈີນ), ສິງກະໂປ ອີກດ້ວຍ.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

ຕອບກັບ