ລັດ ຫວຽດນາມ ເອົາໃຈໃສ່ ແລະ ຊ່ວຍເຫຼືອທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ

Minh Duc
Chia sẻ
(VOVWORLD) -ລັດ ຫວຽດນາມ ໄດ້ມີຄວາມເອົາໃຈໃສ່ ແລະ ຊ່ວຍເຫຼືອຫຼາຍດ້ານໃຫ້ແກ່ບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ - ບັນດາຜູ້ທີ່ເສຍສະຊີວິດເລືອດເນື້ອ ເພື່ອປົກປັກຮັກສາປະເທດຊາດ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 355ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 21 ສະບັບຈາກທ່ານຜູ້ຟັງລາວ.

ລັດ ຫວຽດນາມ ເອົາໃຈໃສ່ ແລະ ຊ່ວຍເຫຼືອທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ
(ພາບ: baonghean.vn)

ເພື່ອນ ພອນສະຫວັນ ຢູ່ແຂວງ ຫຼວງນ້ຳທ່າ, ປະເທດ ລາວ ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ອ່ານຂ່າວກ່ຽວກັບການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ ຂອງ ຫວຽດນາມ, ຂ້າພະເຈົ້າມີຄວາມພາກພູມໃຈເມື່ອເຫັນວ່າ ລັດ ຫວຽດນາມ ໄດ້ມີຄວາມເອົາໃຈໃສ່ ແລະ ຊ່ວຍເຫຼືອຫຼາຍດ້ານໃຫ້ແກ່ບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ - ບັນດາຜູ້ທີ່ເສຍສະຊີວິດເລືອດເນື້ອ ເພື່ອປົກປັກຮັກສາປະເທດຊາດ. ນອກນັ້ນ, ຍັງມີບັນດາການເຄື່ອນໄຫວຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດໂດຍອົງການຂອງ 2 ປະເທດ ຫວຽດນາມ - ລາວ ສົມທົບກັນປະຕິບັດເປັນປະຈຳ. ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບພິລະອາດຫານ ແລະ ບັນດາຜູ້ທີ່ພວມຊ່ວຍນຳເອົາອັດຖິທະຫານກັບຄືນບ້ານເກີດເມືອງນອນ, ປະເທດຊາດນັບທັງເວັນແລະຄືນ.

ໃນອາທິດຜ່ານມາ, ເພື່ອນ ນັດຕະມອນ ພັນທຸວົງ, ດຳລົງຊີວິດຢູ່ແຂວງ ຊຽງຂວາງ ແບ່ງປັນກັບລາຍການດ້ວຍເນື້ອໃນວ່າ: ດ້ວຍມູນເຊື້ອກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ກິນໝາກຢ່າລືມຄຸນຜູ້ປູກ ແລະ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ (27 ກໍລະກົດ 1947 – 27 ກໍລະກົດ 2022), ຢູ່ແຂວງ ຊຽງຂວາງ, ໄດ້ຈັດພິທີສູດມົນພາວະນາສັກອານິດຈາໃຫ້ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານດ້ານການທະຫານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ. ການເຄື່ອນໄຫວດັ່ງກ່າວບໍ່ພຽງແຕ່ແມ່ນການຕອບບຸນແທນຄຸນເທົ່ານັ້ນ, ຫາກຍັງຊ່ວຍໃຫ້ລຸ້ນໜຸ່ມຂອງ 2 ປະເທດ ຫວຽດນາມ ແລະ ລາວ ມີຄວາມເຂົ້າໃຈກວ່າກ່ຽວກັບຄຸນຄ່າສັນຕິພາບ, ມີຄວາມຮູ້ຕື່ມອີກກ່ຽວກັບການເສຍສະຫຼະຂອງກອງທັບ ຫວຽດນາມ ຊ່ວຍການປະຕິວັດ ລາວ, ປະກອບສ່ວນສຶກສາໃຫ້ລຸນໜຸ່ມປະຈຸບັນມີການເຄື່ອນໄຫວສົມກັບການເສຍສະຫຼະ, ຄຸນງາມຄວາມດີຢ່າງໃຫຍ່ຫຼວງຂອງລຸ້ນກ່ອນໆ. ເພື່ອນ ນັດຕະມອນ ພັນທຸວົງ, ເວົ້າວ່າ:

(ເພື່ອນ ນາດຕະມອນ ພັນທຸວົງ)

ເພື່ອນ ຄຳສຸວັນ, ພວມຮ່ຳຮຽນຢູ່ມະຫາວິທະຍາໄລການແພດ ທາຍບິ່ງ ໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງ Facebook ໂດຍແບ່ງປັນກ່ຽວກັບການຢ້ຽມຢາມ ບາວີ ຫວ່າງມໍ່ໆມານີ້ຂອງຕົນ. ເພື່ອນໃຫ້ຮູ້ວ່າ, ນອກຈາກຄວາມງາມຂອງທຳມະຊາດແລ້ວ, ເພື່ອຍັງໄດ້ກິນເຂົ້າໜົມບາງຊະໜິດແຊບທີ່ສຸດ. ໃນນັ້ນມີເຂົ້າໜົມໄດ້ແນະນຳວ່າແມ່ນເຮັດຈາກນ້ຳນົມງົວ ແລະ ຢາກໄດ້ຮັບຟັງການແນະນຳກ່ຽວກັບເຂົ້າໜົມດັ່ງກ່າວ.

ເພື່ອນ ຄຳສຸວັນ ທີ່ຮັກແພງ, ເຂົ້າໜົມເຊິ່ງເພື່ອນໄດ້ຮັບແນະນຳວ່າໄດ້ເຮັດຈາກນ້ຳນົມງົວນັ້ນມີຊື່ວ່າ ເຂົ້າໜົມນ້ຳນົມ ບາວີ. ນີ້ແມ່ນຜະລິດຕະພັນຂອງບໍລິສັດຫຸ້ນສ່ວນນ້ຳນົມ ບາວີ. ເຖິງວ່າມັນບໍ່ແຜ່ຂະຫຍາຍຫຼາຍເຖິງຂັ້ນກາຍເປັນສະບຽງອາຫານປະຈຳວັນຄືນ້ຳນົມ ບາວີ ກໍຕາມ, ແຕ່ເຂົ້າໜົມນ້ຳນົມ ກໍ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມ. ນີ້ແມ່ນໜຶ່ງໃນບັນດາຜະລິດຕະພັນໄດ້ຮັບຄວາມນິຍົມທີ່ສຸດ ເມື່ອນັກທ່ອງທ່ຽວມາຢ້ຽມຢາມເຂດດິນແດນປອດໂປ່ງນີ້.

ເຂົ້າໜົມນ້ຳນົມ ບາວີ ໄດ້ຜະລິດຢູ່ ບາວີ - ຮ່າໂນ້ຍ. ນີ້ແມ່ນເຂດມີຊື່ສຽງຍ້ອນອາກາດອົບອຸ່ນ, ສະບາຍ, ແມ່ນສະຖານທີ່ທ່ອງທ່ຽວບຳລຸງສຸຂະພາບ ດ້ວຍທິວທັດທຳມະຊາດທີ່ສວຍງາມ ແລະ ມີສະຖານທີ່ວັດທະນະທຳ - ປະຫວັດສາດຫຼາຍແຫ່ງ. ບາວີ ມີເງື່ອນໄຂທຳມະຊາດທາງດ້ານດິນຟ້າອາກາດທີ່ເໝາະສົມທີ່ສຸດ ສ້າງສະພາບແວດລ້ອມໃຫ້ແກ່ຝູງງົວເຕີບໃຫຍ່ ແລະ ພັດທະນາດີ. ອີງໃສ່ທົງຫຍ້າຂຽວສົດ, ອາຊີບລ້ຽງງົວນົມແມ່ນພື້ນຖານເສດຖະກິດຫຼັກຂອງທັງເມືອງ. ຄອບຄົວທີ່ລ້ຽງງົວ ແລະ ວິສາຫະກິດແມ່ນລະບົບຄົບວົງຈອນ ຊ່ວຍໃຫ້ຄຸນນະພາບຂອງບັນດາຜະລິດຕະພັນຈາກນ້ຳນົມ ບາວີ ນັບມື້ນັບມີຄຸນນະພາບດີກວ່າ.

ເຂົ້າໜົມນ້ຳນົມ ບາວີ ມີລົດຊາດຫວານໆ ແລະ ຫອມ. ເຂົ້າໜົມນີ້ແມ່ນມີທາດບຳລຸງຫຼາຍສຳຄັນຕໍ່ຮ່າງກາຍ, ດີຕໍ່ສຸຂະພາບຂອງຜູ້ບໍລິໂພກ.

ລັດ ຫວຽດນາມ ເອົາໃຈໃສ່ ແລະ ຊ່ວຍເຫຼືອທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 2ໂຮ່ໄຕ ແມ່ນໜອງນ້ຳທຳມະຊາດຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງນະຄອນ ຮ່າໂນ້ຍ
(ພາບ: hanoimoi.com.vn)

ເພື່ອນ ຄຳຈັນ, ນັກສຶກສາລາວ ພວມຝຶກງານຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ, ຮ່າໂນ້ຍ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍຖາມວ່າ ເສັ້ນທາງອ້ອມໜອງ ໄຕ (ໂຮ່ໄຕ) ຍາວຈັກກິໂລແມັດ? ແລະ ຢູ່ທີ່ນີ້ມີອາຫານຫຍັງແກ່ທີ່ເປັນເອກະລັກ?

ເພື່ອນ ຄຳຈັນ, ທີ່ຮັກແພງ, ໂຮ່ໄຕ ແມ່ນໜຶ່ງໃນບັນດາທິວທັດທຳມະຊາດສວຍງາມທີ່ມີຊື່ສຽງຢູ່ນະຄອນຫຼວງ ຮ່າໂນ້ຍ, ຢູ່ແຫ່ງນີ້ມີຫຼາຍຮ່ອງຮອຍປະຫວັດສາດ, ວັດທະນະທຳ ຕິດພັນກັບປະຫວັດສາດແຫ່ງການສ້າງຕັ້ງ, ພັດທະນາຂອງເມືອງຫຼວງ ທັງລອງ ໃນເມື່ອກ່ອນ ແລະ ປະຈຸບັນ, ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍຄົນ ເມື່ອມາຢ້ຽມຢາມນະຄອນຫຼວງ. ໂຮ່ໄຕ ແມ່ນໜອງນ້ຳທຳມະຊາດຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງນະຄອນ ຮ່າໂນ້ຍ ດ້ວຍເນື້ອທີ່ປະມານ 500 ເຮັກຕາ, ເສັ້ນທາງອ້ອມໜອງນີ້ມີລວງຍາວເກືອບ 20 ກມ. ບັນດາເຍື່ອງອາຫານມີຊື່ສຽງຢູ່ທີ່ນີ້ລວມມີ: ເຂົ້າໜົມກຸ້ງ, ເຂົ້າຕົ້ມ ທຸຍເຄ, ຫອຍ, ເຟີພັນ, ກະແລ່ມ… ຫວັງວ່າ, ເພື່ອນຈະຍາດເວລາມາຢ້ຽມຢາມ, ຮັບປະທານເຍື່ອງອາຫານແຊບນົວຢູ່ທີ່ນີ້ ແລະ ບັນດາເຍື່ອງອາຫານອື່ນໆທີ່ເປັນເອກະລັກສະເພາະຂອງ ຮ່າໂນ້ຍ.

ຕອບກັບ