ບັນດາບົດເສັງທີ່ມີຄຳຕອບທີ່ສ້າງຄວາມປະທັບໃຈຕໍ່ຄະນະກຳມະການ ໃນການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2020

Nguyen Xuyen
Chia sẻ
(VOVWORLD) -  ໃນອາທິດຜ່ານມາ, ພະແນກບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີແມວ 391 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງຢູ່ 40 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ 10 ສະບັບ. ຜູ້ຟັງຫຼາຍທ່ານໄດ້ສະແດງຄວາມຮູ້ສຶກເມື່ອຕິດຕາມບັນດາຄໍລຳຂອງລາຍການ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບທີ່ທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

      ພາຍຫຼັງຕິດຕາມຂ່າວ, ບົດໃນເວັບໄຊ vovworld.vn ແລະ ບັນດາຮູບພາບກ່ຽວກັບໄພນ້ຳຖ້ວມຢູ່ບັນດາແຂວງພາກກາງ ຫວຽດນາມ ໃນໄລຍະຜ່ານມາ ທີ່ໄດ້ລົງໃນ facebook ໃນໄລຍະຜ່ານມາ, ເພື່ອນ ຈັນສີດາ ຢູ່ນະຄອນຫຼວງ ວຽງຈັນ - ກ່ອນນີ້ມີໄລຍະເວລາຮຽນປະລິນຍາຕີຢູ່ຫວຽດນາມ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຍັງລາຍການກະຈາຍສຽງພາກພາສາ ລາວ ດ້ວຍເນື້ອໃນດັ່ງນີ້: “ເມື່ອຕິດຕາມຂ່າວກ່ຽວກັບສະພາບພາຍຸ, ນ້ຳຖ້ວມ ແລະ ຜົນເສຍຫາຍຢ່າງໜັກກ່ຽວກັບຊີວິດອິນຊີ ແລະ ຊັບສິນ ເຊິ່ງປະຊາຊົນພາກກາງ ຫວຽດນາມ ຕ້ອງປະເຊີນໜ້າ, ຂ້າພະເຈົ້າຮູ້ສຶກອີດູຕົນ ແລະ ເຄົາລົບນັບຖືຕໍ່ນ້ຳໃຈອົງກາດກ້າແກ່ນໃນການຮັບມືກັບພາຍຸນ້ຳຖ້ວມຂອງປະຊາຊົນຢູ່ທີ່ນີ້. ຂ້າພະເຈົ້າກໍມີຄວາມປະທັບໃຈ ແລະ ຕື້ນຕັນໃຈຕໍ່ຮູບພາບ ກໍຄືເລື່ອງລາວຕ່າງໆຂອງປະຊາຊົນ ຫວຽດນາມ ຢູ່ທຸກແຖບຖິ່ນທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຈັດຕັ້ງການສົ່ງເຄື່ອງບັນເທົາທຸກໄປຊ່ວຍເຫຼືອປະຊາຊົນຢູ່ພາກກາງ, ບັນດາພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດວຽກງານກູ້ໄພກູ້ຊີບ ຫຼື ນັກຮ້ອງ, ນັກສະແດງຫຼາຍຄົນກໍບໍ່ຫວັ່ນໄຫວຕໍ່ຄວາມອັນຕະລາຍ, ບຸກໜ້າ, ລຸຍຕົມ, ແຂ່ງຝົນ ເພື່ອນຳເອົາເຄື່ອງບັນເທົາທຸກໄປຊ່ວຍປະຊາຊົນໂດຍກົງ. ຜ່ານນີ້ ສາມາດເຫັນໄດ້ເຖິງນ້ຳໃຈຄວາມສາມັກຄີ ແລະ ການອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງປະຊາຊົນຫວຽດນາມ”.

        ຂອບໃຈເພື່ອນ ຈັນສີດາ ທີ່ໄດ້ສົ່ງຂໍ້ຄວາມມາຫາລາຍການ ແລະ ມີຄວາມເຫັນອົກເຫັນໃຈຕໍ່ບັນດາຜົນເສຍຫາຍຂອງປະຊາຊົນພາກກາງຫວຽດນາມ.

        ເພື່ອນ ດາລາວັນ - ເຊິ່ງເປັນທ່ານຜູ້ຟັງປະຈຳຂອງລາຍການ ໄດ້ສົ່ງຂໍ້ຄວາມມາຫາລາຍການ ແລະ ແບ່ງປັນວ່າ: “ຂ້າພະເຈົ້າມັກຊົມລາຍການພາບສາລະຄະດີໃນເວັບໄຊ vovworld.vn ຫຼາຍ. ຫວ່າງມໍ່ໆມານີ້, ພວກເພື່ອນໄດ້ລົງພາບຖ່າຍເປັນຈຳນວນຫຼາຍ ເຊິ່ງແນະນຳກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ຫວຽດນາມ ເປັນຕົ້ນແມ່ນ ຟານຣາງ, ກາວບັ່ງ... ຫວຽດນາມ ມີທັດສະນີຍະພາບທີ່ສວຍງາມຫຼາຍບ່ອນ. ຂ້າພະເຈົ້າຍັງຈື່ໄດ້ດີບັນດາພາບຖ່າຍກ່ຽວກັບ ຈອມພູ ຟານຊີປັງ ທີ່ພວກເພື່ອນໄດ້ເອົາລົງໃນເວັບໄຊດັ່ງກ່າວໃນລະດູໜາວຂອງປີກາຍ. ຄາດວ່າ, ໃນລະດູໜາວປີນີ້ ຂ້າພະເຈົ້າ ຈະໄປທ່ຽວຊາປາ ເພື່ອພິຊິດຈອມພູ ຟານຊີປັງ ແຕ່ອາດຈະບໍ່ປະຕິບັດຕາມແຜນໄດ້ຍ້ອນໂລກລະບາດໂຄວິດ - 19.”

ບັນດາບົດເສັງທີ່ມີຄຳຕອບທີ່ສ້າງຄວາມປະທັບໃຈຕໍ່ຄະນະກຳມະການ ໃນການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2020 - ảnh 1ຈອມພູ ຟານຊີປັງ 

ເພື່ອນ ດາລາວັນ ທີ່ຮັກແພງ! ຂອບໃຈເພື່ອນທີ່ໄດ້ຕິດຕາມຂ່າວ ແລະ ບົດໃນເວັບໄຊຂອງລາຍການກະຈາຍສຽງພາກພາສາລາວ ເປັນປະຈຳ. ຫວັງວ່າ ໂລກລະບາດຈະຖືກຍູ້ຖອຍໄປໂດຍໄວ ເພື່ອໃຫ້ ຊາປາ ກໍຄື ບັນດາສະຖານທີ່ທ່ອງທ່ຽວອື່ນໆຢູ່ຫວຽດນາມ ໄດ້ຕ້ອນຮັບເພື່ອນກໍຄືແຂກທ່ອງທ່ຽວສາກົນມາຢ້ຽມຢາມໃນໄວໆນີ້.

        ທ່ານຜູ້ຟັງທີ່ເຄົາລົບ! ສອງອາທິດຜ່ານມາ, ຄະນະຈັດຕັ້ງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ໄດ້ປະກາດບັນຊີລາຍຊື່ຜູ້ໄດ້ຮັບລາງວັນໃນການເສັງດັ່ງກ່າວ. ໃນຈຳນວນບົດເສັງກວ່າ 200 ບົດຂອງທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ, ມີທ່ານຜູ້ຟັງຫຼາຍທ່ານຕອບໄດ້ດີ ແລະ ສ້າງຄວາມປະທັບໃຈຕໍ່ຄະນະກຳມະການ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າ ຂໍແນະນຳໃຫ້ທ່ານຜູ້ຟັງມາຮູ້ກ່ຽວກັບບົດເສັງທີ່ມີຄຳຕອບດີທີ່ສຸດສຳລັບຄຳຖາມທີ 3 ຂອງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2020”, ໂດຍໄດ້ຖາມກ່ຽວກັບການເຂົ້າຮ່ວມຂອງ ຫວຽດນາມ ໃນການຮັກສາສັນຕິພາບຂອງ ສປຊ.

        ເມື່ອຕັ້ງຄຳຖາມໃຫ້ແກ່ການເສັງ, ຄະນະຈັດຕັ້ງ ໄດ້ຕີລາຄາວ່າ ນີ້ແມ່ນຄຳຖາມທີ່ໜ້າຈັບໃຈ ແຕ່ກໍ່ຍາກພໍສົມຄວນ, ຍ້ອນວ່ານີ້ແມ່ນບັນດາຂໍ້ມູນລົງເລິກສະເພາະຂະແໜງ ແລະ ບໍ່ມີເທົ່າໃດຄົນຮູ້ຈັກຢ່າງກວ້າງຂວາງ ຄືກັບບັນດາຄຳຖາມອື່ນໆ. ແຕ່ຄະນະຈັດຕັ້ງມີຄວາມປິຕິຊົມຊື່ນທີ່ສຸດ ແລະ ຮູ້ສຶກປະຫຼາດໃຈເມື່ອໄດ້ຮັບບັນດາຄຳຕອບທີ່ດີຈາກທ່ານຜູ້ຟັງ ກ່ຽວກັບເນື້ອໃນນີ້ ເປັນຕົ້ນແມ່ນ ທ່ານ Johny Antonio - ຜູ້ຟັງລາຍການພາສາແອັດສະປາຍ; ທ່ານຜູ້ຟັງ Rabi Sankar Bosu ແລະ ທ່ານ Ashik Eqbal Tokon - ຜູ້ຟັງລາຍການພາສາອັງກິດ; ທ່ານ ເສວໄຟວ - ຜູ້ຟັງລາຍການພາສາຈີນ....

        ລະອຽດແມ່ນ ເຖິງວ່າຕ່າງຄົນຕ່າງມີການສະແດງດ້ວຍຮູບແບບ ແລະ ການອະທິບາຍທີ່ແຕກຕ່າງກັນກໍຕາມ, ແຕ່ມີບົດເສັງຫຼາຍບົດຕອບສະໜອງບັນດາຂໍ້ມູນຫຼັກ ກ່ຽວກັບການເຂົ້າຮ່ວມຂອງຫວຽດນາມໃນການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ ໄດ້ເປັນຢ່າງດີ, ນັ້ນແມ່ນ: ຫວຽດນາມ ເລີ່ມເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ ເມື່ອເດືອນ ພຶດສະພາ 2014, ດ້ວຍການສ້າງຕັ້ງ ສູນຮັກສາສັນຕິພາບ ຫວຽດນາມ ແລະ ຈັດສົ່ງນາຍທະຫານ 2 ຄົນ ໄປປະຕິບັດໜ້າທີ່ ຮັກສາສັນຕິພາບ ຢູ່ຄະນະຮັກສາສັນຕິພາບຂອງ ສປຊ ຢູ່ປະເທດ ຊູດັງໃຕ້. ເດືອນ ເມສາ ປີ 2015, ຫວຽດນາມ ໄດ້ຈັດສົ່ງນາຍທະຫານ 3 ຄົນ ໄປປະຕິບັດໜ້າທີ່ຢູ່ຄະນະຮັກສາສັນຕິພາບ ສປຊ ຢູ່ ສາທາລະນະລັດ ອາຟະລິກາ ກາງ. ວັນທີ 5 ມັງກອນ ປີ 2018, ກົມຮັກສາສັນຕິພາບ ຫວຽດນາມ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ຜັນຂະຫຍາຍທະຫານນັບຮ້ອຍເທື່ອຄົນໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ, ໃນນັ້ນ ມີໂຮງໝໍກາງສະໜາມ ຊັ້ນ 2 ຈໍານວນ 2 ແຫ່ງຢູ່ ຄະນະຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້. ການເຂົ້າຮ່ວມ ແລະ ການປະກອບສ່ວນຢ່າງມີປະສິດທິຜົນຂອງ ຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມສາກົນ. ສປຊ ໄດ້ເລືອກເອົາ ຫວຽດນາມ ເປັນໜຶ່ງໃນບັນດາສູນບຳລຸງສ້າງກຳລັງຮັກສາສັນຕິພາບສາກົນ.... ພິເສດ, ທ່ານຜູ້ຟັງຫຼາຍທ່ານ ຍັງໄດ້ຄັດສະເໜີ ແລະ ເນັ້ນໜັກເຖິງບັນດາການປະກອບສ່ວນຂອງຫວຽດນາມ ດ້ວຍພາລະກຳຮັກສາສັນຕິພາບໃນໂລກ ແລະ ພາກພື້ນ ເປັນຕົ້ນແມ່ນ ບັນດາການປະກອບສ່ວນສຳຄັນໃນເດືອນດຳລົງຕຳແໜ່ງເປັນປະທານ ສະພາຄວາມໝັ້ນຄົງ ສປຊ (ເດືອນ ມັງກອນ 2020), ໃນບົດບາດເປັນປະທານ ອາຊຽນ 2020, ຜ່ານບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມໃນການເຄື່ອນໄຫວເພື່ອສັນຕິພາບຂອງໂລກ ໃນບັນດາເວທີປາໄສສາກົນຫຼາຍຝ່າຍ...

ວິທະຍຸກະຈາຍສຽງຫວຽດນາມ ຂໍສະແດງຄວາມຊົມເຊີຍຕໍ່ທ່ານຜູ້ຟັງເຫຼົ່ານັ້ນ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຈາກຂອງບັນດາທ່ານຜູ້ຟັງໃນໄລຍະທາງຂ້າງໜ້າ.                      

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ