ບັນ​ດາງານ​ບຸນ​ໃຫຍ່​​ໃນຕົ້ນ​ປີ​ຂອງ ຫວຽດນາມ

Chia sẻ
(VOVWORLD) -ປະຈຸບັນ ຫວຽດນາມ ມີປະມານ 8900 ກ່ວາງານບຸນ ໃນນັ້ນມີ 7000 ກ່ວາງານບຸນ ແມ່ນງານບຸນປະເພນີ. ບັນດາງານບຸນນີ້ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອ ເທົ່ານັ້ນ ຫາກຍັງແມ່ນຊັບສົມບັດດ້ານວັດທະນະທຳທີ່ບໍ່ແມ່ນວັດຖຸຊອງຊາດ ຫວຽດນາມ ອີກດ້ວຍ. 
ບັນ​ດາງານ​ບຸນ​ໃຫຍ່​​ໃນຕົ້ນ​ປີ​ຂອງ ຫວຽດນາມ - ảnh 1ງານບຸນກໍ່ດົງດາ (ພາບ: Internet)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ຝລັ່ງ, ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນນັ້ນ, ມີທ່ານຜູ້ຟັງຫຼາຍຄົນ ໄດ້ສົ່ງຈົດໝາຍ, ຄຳອວຍພອນບັນດາຜູ້ຈັດທຳລາຍການ VOV5 ເນື່ອງໃນໂອກາດວັນກະຈາຍສຽງສາກົນ ຄືວັນທີ 13 ກຸມພາ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ທ່ານຜູ້ຟັງພາກພາສາແອັດສະປາຍ Johnny Antonio Ramirez Lopez ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນທີ່ວ່າ: “ຂ້າພະເຈົ້າຂໍສະແດງຄວາມເຄົາລົບນັບຖື, ຄວາມຮັບຮູ້ ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາວຽກງານອັນສູງສົ່ງ ເຊິ່ງພວກເພື່ອນພວມປະຕິບັດ, ເພື່ອຜົນປະໂຫຍດຂອງມວນມະນຸດ. ສິ່ງນີ້ເຮັດໃຫ້ພວກຂ້າພະເຈົ້າຮູ້ສຶກພູມໃຈທີ່ສຸດ. ພວກເພື່ອນຍາມໃດກໍ່ສະແດງໃຫ້ເຫັນຄຸນສົມບັດຈັນຍາບັນທີ່ດີ ແລະ ລັກສະນະທີ່ເປັນມືອາຊີບ ໃນການນຳມາເຊິ່ງບັນດາຂໍ້ມູນທີ່ຖືກຕ້ອງ, ຊັດເຈັນ, ທັນການ ແລະ ມີລັກສະນະສ່ອງແສງ.”

        ທ່ານຜູ້ຟັງ Shivendu Paul ຢູ່ອິນເດຍ ກໍ່ໄດ້ສົ່ງຄຳອວຍພອນຢ່າງສຸດໃຈມາຍັງລາຍການ: “ຂໍອວຍພອນວັນກະຈາຍສຽງທົ່ວໂລກ. ເນື່ອງໃນໂອກາດນີ້, ສະໂມສອນຜູ້ຮັບຟັງວິທະຍຸຢູ່ ບ່ອນຂ້າພະເຈົ້າພວມດຳລົງຊີວິດ ໄດ້ຈັດຕັ້ງການພົບປະທາງອອນລາຍກັບບັນດາສະມາຊິກໜຸ່ມ ແລະ ສະມາຊິກຍິງ. ພວກຂ້າພະເຈົ້າກໍ່ໄດ້ຈັດງານວາງສະແດງສແຕມ ແລະ ບັນດາວັດຖຸປັນທີ່ລະນຶກກ່ຽວກັບວິທະຍຸ.”

        ສ່ວນທ່ານຜູ້ຟັງ Mouad Belgrid ຊາວມາຣົກ ໄດ້ສົ່ງຈົດໝາຍມາດ້ວຍເນື້ອໃນວ່າ: ຂ້າພະເຈົ້າຂໍສົ່ງຄຳອວຍພອນດ້ວຍຄວາມສຸດໃຈທີ່ສຸດ. ຂ້າພະເຈົ້າຂໍຂອບໃຈພວກເພື່ອນຍ້ອນບັນດາຄວາມມານະພະຍາຍາມທີ່ພວກເພື່ອນພວມປະຕິບັດ. ອວຍພອນໃຫ້ທຸກຄົນປະສົບຜົນສຳເລັດ”

        ທ່ານຜູ້ຟັງທີ່ຮັກແພງ! ພວກຂ້າພະເຈົ້າກໍ່ຄືບັນດາບັນນາທິການຂອງ ວິທະຍຸກະຈາຍສຽງຫວຽດນາມ ຂໍສະແດງຄວາມຂອບອົກຂອບໃຈໄປຍັງທ່ານຜູ້ຟັງຂອງ VOV ໃນທົ່ວໂລກ. ທີ່ຈິງແລ້ວ, ບັນດາຄຳອວຍພອນຂອງພວກເພື່ອນແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງໃຫ້ແກ່ພວກຂ້າພະເຈົ້າ. ໃນໂອກາດນີ້, VOV5 ກໍ່ອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດຢ່າງຈົບງາມໃນຊີວິດການເປັນຢູ່ກໍ່ຄືໜ້າທີ່ວຽກງານຂອງຕົນ.

ໃນອີແມວສົ່ງເຖິງລາຍການ, ເພື່ອນ ຈັນດອນ ຢູ່ນະຄອນຫລວງ ວຽງຈັນ ແລະ ເພື່ອນ ວຽງໄຊ ຢູ່ແຂວງ ຜົ້ງສາລີ ຂຽນວ່າ: ຫວ່າງແລ້ວນີ້ຂ້າພະເຈົ້າໄດ້ອ່ານຫຼາຍບົດຂຽນ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ບາງປະເທດໃນອາຊຽນ ໃນໜ້າເວັບຂອງ vovworld.vn, ຂ້າພະເຈົ້າເຫັນວ່າ ບັນດາບົດຂຽນເຫຼົ່ານັ້ນ ທັງມ່ວນ ແລະ ມີປະໂຫຍດຫຼາຍ ໃຫ້ແກ່ຜູ້ນິຍົມທ່ອງທ່ຽວ ແລະ ຄົ້ນຫາຄືຂ້າພະເຈົ້າ. ບັນດາບົດຂຽນໄດ້ພັນລະນາຢ່າງຈະແຈ້ງບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງຫຼາຍປະເທດ. ເມື່ອອ່ານບົດຂຽນເຫຼົ່ານັ້ນ, ຂ້າພະເຈົ້າກໍ່ຢາກໄປຢ້ຽມຢາມສະຖານທີ່ເຫຼົ່ານັ້ນໃນທັນທີ. ຂໍຂອບໃຈພວກເພື່ອນທີ່ໄດ້ມີບັນດາບົດຂຽນທີ່ມ່ວນໆເພື່ອແນະນຳໃຫ້ແກ່ທ່ານຜູ້ຟັງ.”

        ເພື່ອນ ຈັນດອນ ແລະ ເພື່ອນ ວຽງໄຊ ທີ່ຮັກແພງ! ທາງລາຍການພາກພາສາລາວ ຂໍຂອບໃຈການປະກອບຄຳເຫັນ, ຕິຊົມຢ່າງຕັ້ງໜ້າຂອງທ່ານຜູ້ຟັງທີ່ສະຫງວນໃຫ້ລາຍການ. ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ມີບັນດາບົດຂຽນລາຍການທີ່ມ່ວນໆເພື່ອແນະນຳໃຫ້ແກ່ທ່ານຜູ້ຟັງ.

ສ່ວນໃນອີແມວຂອງເພື່ອນ ອາມິນຕະ ຢູ່ນະຄອນຫລວງ ວຽງຈັນ ຂຽນວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ ຫວຽດນາມ, ຕົ້ນປີໃໝ່ປະຈຳຊາດແມ່ນໄລຍະເວລາທີ່ມີຫລາຍງານບຸນທີ່ສຸດໃນປີ ແລະ ກໍ່ແມ່ນໄລຍະທີ່ປະຊາຊົນເຂົ້າຮ່ວມງານບຸນຢ່າງຫລວງຫລາຍ. ຂ້າພະເຈົ້າ ຂໍໃຫ້ລາຍການແນະນຳບາງງານບຸນໃຫຍ່ໃນຕົ້ນປີຂອງ ຫວຽດນາມ. ຂໍຂອບໃຈ.

        ເພື່ອນ ອາມິນຕະ ທີ່ຮັກແພງ! ປະຈຸບັນ ຫວຽດນາມ ມີປະມານ 8900 ກ່ວາງານບຸນ ໃນນັ້ນມີ 7000 ກ່ວາງານບຸນ ແມ່ນງານບຸນປະເພນີ. ບັນດາງານບຸນນີ້ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອ ເທົ່ານັ້ນ ຫາກຍັງແມ່ນຊັບສົມບັດດ້ານວັດທະນະທຳທີ່ບໍ່ແມ່ນວັດຖຸຊອງຊາດ ຫວຽດນາມ ອີກດ້ວຍ. ໃນນັ້ນ ມີບັນດາງານບຸນໃຫຍ່ທີ່ໄດ້ຈັດຕັ້ງພາຍຫລັງບຸນປີໃໝ່ປະຈຳຊາດ ແລະ ມີປະຊາຊົນຈຳນວນຫລວງຫລາຍເຂົ້າຮ່ວມນັ້ນ ແມ່ນ: ງານບຸນ ຕິກດ່ຽນ (ໝາຍຄວາມວ່າ ລົງທົ່ງໄຖນາ) ດ້ອຍເຊີນ ຢູ່ເມືອງ ຢູຍຕຽນ ແຂວງ ຮ່ານາມ ເຊິ່ງມີມາແຕ່ສະຕະວັດທີ 10 ໂດຍມີຄວາມໝາຍສົ່ງເສີມກະສິກຳ, ແມ່ນການເຄື່ອນໄຫວດ້ານວັດທະນະທຳ ຫວນຄືນສູ່ກົກເຄົ້າເຫງົ້າກໍ; ງານບຸນ ວັດເຮືອງ ຢູ່ຕາແສງ ເຮືອງເຊີນ ເມືອງ ໝີດຶກ ຮ່າໂນ້ຍ ນີ້ແມ່ນງານບຸນທີ່ດຶງດູດຄວາມສົນໃຈຫລາຍທີ່ສຸດຈາກປະຊາຊົນທົ່ວປະເທດ ເຊິ່ງໄດ້ຈັດຕັ້ງພາຍຫລັງບຸນປີໃໝ່ປະຈຳຊາດ ແລະ ກໍ່ແມ່ນງານບຸນທີ່ໄດ້ຈັດຕັ້ງເປັນເວລາຍາວທີ່ສຸດ ນັບແຕ່ເດືອນ 1 - ເດືອນ 3 (ໄລ່ຕາມຈັນທະປະຕິທິນ). ງານບຸນ ກໍ່ດົງດາ ດ້ວຍຄວາມໝາຍສະແດງຄວາມຮູ້ບຸນຄຸນ ຕໍ່ວິລະຊົນຊາວນາຂອງ ຫວຽດນາມ ກວາງຈູງ. ນອກນັ້ນຍັງມີບາງງານບຸນໃຫຍ່ຄື: ງານບຸນ ອຽນຕື ຢູ່ແຂວງ ກວາງນີງ, ງານບຸນ ລິມ ຢູ່ແຂວງ ບັກນີງ, ງານບຸນ ກົນເຊີນ ຢູ່ແຂວງ ຫາຍເຢືອງ, ງານບຸນ ວິຫານເຈີ່ນ ຢູ່ແຂວງ ນາມດິງ, ງານບຸນ ວັດແກວ ຢູ່ແຂວງ ທ໋າຍບີງ ແລະ ຍັງມີຫລາຍງານບຸນອື່ນໆອີກ…ເຖິງຢ່າງໃດກໍ່ຕາມ, ໃນປີນີ້, ຍ້ອນສະພາບການໂລກລະບາດໂຄວິດ - 19 ດັ່ງນັ້ນຫຼາຍງານບຸນຖືກຍົກເລີກ.

ເພື່ອນ ອາມິນຕະ ທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳຕອບພື້ນຖານຂອງພວກຂ້າພະເຈົ້າກ່ຽວກັບຄຳຖາມຂອງເພື່ອນ, ຫວັງວ່າຈະເຮັດໃຫ້ເພື່ອນພໍໃຈ. ໃນໄລຍະຈະມາເຖິງ, ເມື່ອໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, ຫວັງວ່າ ເພື່ອນຈະມາຢາມຫວຽດນາມ  ແລະ ເຂົ້າຮ່ວມບັນດາງານບຸນດັ່ງກ່າວ.

ຕອບກັບ