ບົດພິ​ໄນ​ກຳ​ຂອງ​ປະ​ທານ ໂຮ່​ຈີ​ມິນ ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​​ສາຍ​ພົວ​ພັນ​ຍິ່ງ​ໃຫຍ່, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

Tran Tuan
Chia sẻ
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 332 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 36 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ສົ່ງຈົດໝາຍສະແດງຄວາມສົນໃຈກ່ຽວກັບເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ. 

  ຍ້ອນເຫດນັ້ນ, ຜ່ານມາ ນັກຂ່າວ VOV ປະຈຳລາວ ຈຶ່ງໄດ້ມີການໂອ້ລົມສົນທະນາກັບທ່ານ ປອ. ບຸນແທ່ງ ສຸກສະຫວັດ, ຫົວໜ້າສະຖາບັນຂໍ້ມູນ ແລະ ວາລະສານວິທະຍາສາດສັງຄົມ ທີ່ຂຶ້ນກັບສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ກ່ຽວກັບ “ບົດພິໄນກຳຂອງປະທານ ໂຮ່ຈີມິນ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ” ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍແນະນຳເນື້ອໃນຕົ້ນຕໍຂອງການໂອ້ລົມສົນທະນາດັ່ງກ່າວ.

ບົດພິ​ໄນ​ກຳ​ຂອງ​ປະ​ທານ ໂຮ່​ຈີ​ມິນ ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​​ສາຍ​ພົວ​ພັນ​ຍິ່ງ​ໃຫຍ່, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ - ảnh 1

ທ່ານ ປອ. ບຸນແທ່ງ ສຸກສະຫວັດ ເປັນນັກຄົ້ນຄວ້າວັດທະນະທຳ ທີ່ຕິດພັນກັບປະຫວັດສາດ, ວັດທະນະທຳ ຫວຽດນາມ. ໃນພາລະກິດຄົ້ນຄວ້າຂອງຕົນ, ທ່ານໄດ້ມີບັນດາຜະລິດຕະພັນຂຽນກ່ຽວກັບປະທານ ໂຮ່ຈີມິນ ແລະ ບົດພິໄນກຳຂອງເພິ່ນ. ທ່ານມີຄວາມປະທັບໃຈຫລາຍຢ່າງຕໍ່ບັນດາມໍລະດົກທາງດ້ານຈິດໃຈ ເຊິ່ງຜູ້ນຳ ໂຮ່ຈີມິນ - ບຸລຸດວັດທະນະທຳຜູ້ມີຊື່ສຽງໃນໂລກໄດ້ປະໄວ້ໃຫ້. ທ່ານໃຫ້ຮູ້ວ່າ:

"ເຖິງວ່າ ຍັງບໍ່ທັນມີກິດຈະກຳຄົ້ນຄວ້າລົງເລິກກ່ຽວກັບພິໄນກຳຂອງປະທານ ໂຮ່ຈີມິນ ເທື່ອ, ແຕ່ບົດພິໄນກຳຂອງເພິ່ນ ແມ່ນເອກະສານປະຫວັດສາດອັນລ້ຳຄ່າ, ແມ່ນການເຕົ້າໂຮມຍອດຍິ່ງແນວຄິດ, ຄຸນສົມບັດ ແລະ ແບບແຜນຂອງຜູ້ນຳດີເລີດຂອງການປະຕິວັດ ຫວຽດນາມ. ແນວຄິດຂອງ ໂຮ່ຈີມິນ ໄດ້ມີການກະທົບຢ່າງໃຫຍ່ຫລວງຕໍ່ບັນດາຜູ້ນຳພາຂະບວນການກອມມູນິດໃນພາກພື້ນ. ຂ້າພະເຈົ້າໄດ້ຂຽນຫລາຍບົດກ່ຽວກັບປະທານ ໂຮ່ຈີມິນ, ພິເສດແມ່ນບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາວິທະຍາສາດແນວຄິດ ໂຮ່ຈີມິນ ແລະ ແນວຄິດ ໄກສອນ ພົມວິຫານ. ສິ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈຫລາຍທີ່ສຸດ ນັ້ນແມ່ນເມື່ອຄົ້ນຄວ້າກ່ຽວກັບບັນດາປັດໄຈສົ່ງຜົນສະທ້ອນເຖິງການປະກົດຕົວແນວຄິດ ໄກສອນ ພົມວິຫານ, ນັ້ນແມ່ນປະຖົມປັດໄຈແນວຄິດ ໂຮ່ຈີມິນ ແລະ ລັດທິ ມາກ - ເລນິນ. ປະທານ ໄກສອນ ພົມວິຫານ ໄດ້ມີຊຸມວັນເດືອນປີເຂົ້າຮ່ວມພຶດຕິກຳຕົວຈິງອັນລ້ຳຄ່າ ເພື່ອມີຄວາມເຂົ້າໃຈກ່ຽວກັບປະທານ ໂຮ່ຈີມິນ ແລະ ລັດທິ ມາກ - ເລນິນ. ປະທານ ໄກສອນ ພົມວິຫານ ໄດ້ເຫັນປະຈັກຕາຂະບວນການຕໍ່ສູ້ຢ່າງດຸເດືອດຂອງປະຊາຊົນ ຫວຽດນາມ ຕ້ານລັດທິ ຟາດຊິດ ແລະ ບັນດາອິດທິກຳລັງປະຕິການ. ນີ້ແມ່ນບັນດາບົດຮຽນແທດຈິງ, ເປັນປະໂຫຍດ, ສຳຄັນ, ໄດ້ຍິນກັບຫູ, ໄດ້ເຫັນກັບຕາ ເພື່ອຊ່ວຍທ່ານປະທານ ໄກສອນ ພົມວິຫານ ມີຄວາມຕື່ນຕົວໃນການປະຕິວັດຕາມແນວທາງການປະຕິວັດຂອງພັກກອມມູນິດອິນດູຈີນ ແລະ ປະທານ ໂຮ່ຈີມິນ".

ຕາມທ່ານ ປອ. ບຸນແທ່ງ ສຸກສະຫວັດ ແລ້ວ, ປະທານ ໂຮ່ຈີມິນ ໄດ້ຮັບເອົາ, ສືບທອດ ແລະ ໄດ້ຍົກສິນທຳທີ່ເປັນມູນເຊື້ອຂອງປະເທດຊາດຂຶ້ນລະດັບສູງ ດ້ວຍຄຳນິຍາມໜຶ່ງ, ນັ້ນແມ່ນ “ສາມັກຄີ, ສາມັກຄີ, ມະຫາສາມັກຄີ. ສຳເລັດຜົນ, ສຳເລັດຜົນ, ມະຫາສຳເລັດຜົນ”. ໃນການພົວພັນສາກົນ, ລຸງໂຮ່ ຍາມໃດຖືນ້ຳໃຈສາມັກຄີລະຫວ່າງບັນດາພັກອ້າຍນ້ອງໃນກຸ່ມສັງຄົມນິຍົມເປັນສຳຄັນ, ຍ້ອນວ່າ ຕາມລຸງໂຮ່ແລ້ວ ຄວາມສາມັກຄີແມ່ນທາດແທ້ຂອງລັດທິ ມາກ - ເລນິນ, ສາມັກຄີຈຶ່ງສຳເລັດຜົນ. ທ່ານ ປອ. ບຸນແທ່ງ ສຸກສະຫວັດ ຕີລາຄາສູງຕໍ່ເລື່ອງ ພັກ - ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ມານະພະຍາຍາມປະຕິບັດຄວາມມຸ່ງມາດປາດຖະໜາ ເຊິ່ງປະທານ ໂຮ່ຈີມິນ ໄດ້ຝາກຝັງໄວ້ໃນບົດພິໄນກຳໃນຕະຫລອດ 50 ປີຜ່ານມາ, ແນໃສ່ຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ. ທ່ານແບ່ງປັນວ່າ:

"ໃນສະພາບການໂລກ ແລະ ພາກພື້ນພວມມີການຜັນປ່ຽນຫລາຍຢ່າງຄືປັດຈຸບັນ, ການເຕົ້າໂຮມກຳລັງລະຫວ່າງບັນດາປະເທດ ບໍ່ພຽງແຕ່ຢູ່ໃນຂອບເຂດບັນດາພາກພື້ນເທົ່ານັ້ນ ຫາກຍັງຜັນປ່ຽນຢ່າງເລິກເຊິ່ງຕໍ່ທົ່ວໂລກອີກດ້ວຍ. ເຖິງຢ່າງໃດກໍ່ຕາມ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ຍັງຄົງໄດ້ຮັບການຮັກສາ, ຍົກລະດັບ ແລະ ພັດທະນາຢ່າງແຮງ. ເຊື່ອມຊຶມຄຳສັ່ງສອນຂອງປະທານ ໂຮ່ຈີມິນ “ຮັກຫອມກັນໝາຍໝັ້ນ ຫລາຍສັນພູກໍ່ປີນໄຕ່ / ຫລາຍນ້ຳໃຫຍ່ ແລະ ໂຄກຄ້ອຍຂວາງຂັ້ນກໍ່ດຸ່ງໄປ / ສອງຊາດ ລາວ - ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ / ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”. ຜ່ານຫລາຍທົດສະວັດ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຮັກສາ, ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ".

  ຖືກຕ້ອງຕາມຄວາມມຸ່ງມາດປາດຖະໜາຂອງປະທານ ໂຮ່ຈີມິນ, ການພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ; ລາວ - ຫວຽດນາມ ໄດ້ ແລະ ພວມມີລຸ້ນຄົນຕ່າງໆເພີ່ມພູນຄູນສ້າງໃຫ້ນັບມື້ນັບພັດທະນາຢ່າງບໍ່ຢຸດຢັ້ງ.

ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

 

 

ຕອບກັບ