ທົບທວນເນື້ອໃນຂອງບັນດາການເຄື່ອນໄຫວໂດຍຫຍໍ້ລະຫວ່າງຫວຽດນາມ-ລາວໃນອາທິດຜ່ານມາ

Minh Duc
Chia sẻ
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາ ຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 252 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງຈາກ 40 ປະເທດ ແລະ ເຂດແຄ້ວນຝາກມາລາຍການ, ໃນນັ້ນພາກພາສາລາວ ໄດ້ຮັບຈົດໝາຍ 12 ສະບັບ.
ທົບທວນເນື້ອໃນຂອງບັນດາການເຄື່ອນໄຫວໂດຍຫຍໍ້ລະຫວ່າງຫວຽດນາມ-ລາວໃນອາທິດຜ່ານມາ - ảnh 1(ນະຄອນຫຼວງຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ)

ເພື່ອນ ສຸລິວົງ, ຢູ່ແຂວງຫຼວງພະບາງ ໄດ້ສົ່ງອີແມວມາຍັງລາຍການໂດຍແບ່ງປັນວ່າ: ກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຖືກດຳເນີນຢູ່ຮ່າໂນ້ຍ ຫວ່າງແລ້ວນີ້ ແລະ ໃນໂອກາດນີ້ມີຫຼາຍຂ່າວ/ບົດໄດ້ເຕື້ອງເຖິງນະຄອນຫຼວງຮ່າໂນ້ຍ ວ່າແມ່ນ “ນະຄອນແຫ່ງສັນຕິພາບ”. ເພື່ອນ ສຸລິວົງ ຢາກຊອກຮູ້ວ່າ, ຕ້ອງອີງໃສ່ມາດຕະຖານໃດແດ່ຈຶ່ງໄດ້ຮັບນາມມະຍົດນະຄອນແຫ່ງສັນຕິພາບຈາກ UNESCO.

ເພື່ອນສຸລິວົງ ທີ່ຮັກແພງ, ປີ 2019 ແມ່ນຄົບຮອບ 20 ປີທີ່ນະຄອນຫຼວງຮ່າໂນ້ຍ ໄດ້ຮັບການເຊີດຊູຈາກອົງການ UNESCO ວ່າ ແມ່ນ “ນະຄອນແຫ່ງສັນຕິພາບ”. ແລະ ເພື່ອໄດ້ຮັບເລືອກເຟັ້ນຈາກອົງການ UNESCO ວ່າ ແມ່ນໜຶ່ງໃນຈຳນວນ 5 ນະຄອນດີເດັ່ນໃນໂລກ, ໂດຍຕາງໜ້າໃຫ້ພາກພື້ນອາຊີ - ປາຊີຟິກ ໄດ້ຮັບລາງວັນ UNESCO – “ນະຄອນແຫ່ງສັນຕິພາບ” ເມື່ອປີ 1999, ຮ່າໂນ້ຍ ຕ້ອງຕອບສະໜອງໄດ້ບັນດາມາດຕະຖານທີ່ໄດ້ວາງອອກຄື: ມີຜົນງານພົ້ນເດັ່ນກ່ຽວກັບບັນດາການເຄື່ອນໄຫວໃນຂົງເຂດປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຊຸກຍູ້ຄວາມສາມັກຄີໃນສັງຄົມ, ພັດທະນາວັດທະນະທຳ, ການສຶກສາ, ແກ້ໄຂບັນດາບັນຫາກ່ຽວກັບການຫັນເປັນຕົວເມືອງ, ສິ່ງແວດລ້ອມທາງຊີວະພາບ… ແລະ ປະຈຸບັນ, ຮ່າໂນ້ຍ ໄດ້ມີການຮ່ວມມືມິດຕະພາບກັບກວ່າ 100 ນະຄອນຫຼວງ ແລະ ນະຄອນໃນທົ່ວໂລກ, ເຂົ້າຮ່ວມບັນດາເວທີປາໄສສາກົນທີ່ສຳຄັນ, ເປັນເຈົ້າພາບຈັດບັນດາເຫດການສຳຄັນໃນວິວັດທະນາການເຊື່ອມໂຍງຂອງຫວຽດນາມ ກັບພາກພື້ນ ແລະ ໂລກ, ຕັ້ງໜ້າປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງບັນດາປະເທດເພື່ອສັນຕິພາບໃນໂລກ… ເພື່ອແນໃສ່ຍົກສູງບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງນະຄອນຫຼວງ, ປະເທດຊາດໃນປະຊາຄົມສາກົນຢ່າງບໍ່ຢຸດຢັ້ງ. ມາຮອດປະຈຸບັນ, ນະຄອນຫຼວງຮ່າໂນ້ຍ ໄດ້ ແລະ ພວມສູ້ຊົນເພື່ອສືບຕໍ່ກໍ່ສ້າງ, ພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອເສີມຂະຫຍາຍຄຸນຄ່າຂອງນາມມະຍົດດັ່ງກ່າວ.

ທົບທວນເນື້ອໃນຂອງບັນດາການເຄື່ອນໄຫວໂດຍຫຍໍ້ລະຫວ່າງຫວຽດນາມ-ລາວໃນອາທິດຜ່ານມາ - ảnh 2 ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງແຂວງວິ້ງຝູກ

(ພາບ:nhandan.com.vn)

ແລະກໍ່ໃນອາທິດຜ່ານມາ, ມີຜູ້ຟັງລາວ ບາງຄົນໄດ້ໂທລະສັບມາລາຍການ ແລະ ສົ່ງຂໍ້ຄວາມທາງ Facebook ດ້ວຍເນື້ອໃນທີ່ວ່າ: ການເຄື່ອນໄຫວຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງລາວ ແລະ ຫວຽດນາມ ໄດ້ດຳເນີນຢູ່ທົ່ວທຸກແຂວງ, ນະຄອນລະຫວ່າງ 2 ປະເທດ. ນອກຈາກບັນດາຂໍ້ມູນທີ່ໄດ້ເອົາລົງໃນເວັບໄຊພາກພາສາລາວ ແລ້ວ, ທ່ານຜູ້ຟັງຫວ່ງວ່າ ທາງລາຍການຈະສະເໜີຂ່າວບັນດາການເຄື່ອນໄຫວທີ່ເປັນໜ້າສົນໃຈລະຫວ່າງ 2 ປະເທດໃນອາທິດຜ່ານມາຕື່ມອີກ.

ທ່ານຜູ້ຟັງທີ່ເຄົາລົບ, ເພື່ອຕອບສະໜອງຄວາມຕ້ອງການໄດ້ຮັບຂໍ້ມູນຂ່າວຈາກເພື່ອນຜູ້ຟັງ, ຕໍ່ໄປນີ້, ພວກຂ້າພະເຈົ້າຂໍທົບທວນເນື້ອໃນຂອງບັນດາການເຄື່ອນໄຫວໂດຍຫຍໍ້ລະຫວ່າງ 2 ປະເທດໃນອາທິດຜ່ານມາ.

+ ວັນທີ 29 ມີນາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງແຂວງວິ້ງຝູກ, ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ການນຳແຂວງ ວິ້ງຝູກ ຄົ້ນຄວ້າຜັນຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນການໄປປະຕິບັດງານຢູ່ລາວ ໃນຄັ້ງນີ້, ເພື່ອຍູ້ແຮງບັນດາໂຄງການຮ່ວມມື, ໜູນຊ່ວຍ, ຊ່ວຍເຫຼືອບາງແຂວງທາງພາກເໜືອຂອງລາວ ທີ່ປະສົບກັບຄວາມຫຍຸ້ງຍາກ, ໂດຍສະເພາະແມ່ນແຂວງ ຫຼວງນ້ຳທາ. ທ່ານນາຍົກລັດຖະມົນຕີກໍຢືນຢັນວ່າ, ຝ່າຍລາວ ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຂອງແຂວງ ວິ້ງຝູກ ເວົ້າສະເພາະ ແລະ ວິສາຫະກິດຂອງຫວຽດນາມ ເວົ້າລວມ ເມື່ອມາລົງທຶນຢູ່ທາງພາກເໜືອລາວ, ເພື່ອປະກອບສ່ວນພັດທະນາເສດຖະກິດ, ສັງຄົມລາວ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.

+ ວັນທີ 26 ມີນາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນກອງປະຊຸມຄະນະຊີ້ນຳໂຄງການຮ່ວມມືລະຫວ່າງກະຊວງການເງິນຫວຽດນາມ ແລະ ກະຊວງການເງິນລາວ ຄັ້ງທີ 15. ທີ່ກອງປະຊຸມ, ກະຊວງການເງິນຂອງ 2 ປະເທດໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ຂອງປີ 2018 ໃນການສ້າງ  ແລະ ປັບປຸງລະບອບລະບຽບການໃຫ້ສົມບູນແບບ, ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ພະນັກງານ ແລະ ກໍ່ສ້າງພື້ນຖານດ້ານວັດຖຸໃຫ້ແກ່ກະຊວງການເງິນລາວ. ກອງະຊຸມກໍ່ໄດ້ເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານສະພາບການປະຕິບັດແຜນການຮ່ວມມືໃນປີ 2018 ແລະ ແຜນການຮ່ວມມືໃນປີ 2019 ດ້ວຍການຄາດຄະເນວ່າ ຈະມີການເຄື່ອນໄຫວຮ່ວມມືຫຼາຍກວ່າ 60 ຢ່າງ, ໂດຍສຸມໃສ່ເຂົ້າ 6 ເປົ້າໝາຍໃຫຍ່ຄື: ສືບຕໍ່ໜູນຊ່ວຍການປະຕິຮູບລະບອບລະບຽບການ ແລະ ສ້າງກອບກົດໝາຍໃຫ້ສົມບູນແບບ, ໜູນຊ່ວຍບຳລຸງສ້າງຍົກສູງກຳລັງຄວາມສາມາດຂອງພະນັກງານກະຊວງການເງິນລາວ, ຜັນຂະຫຍາຍການເຄື່ອນໄຫວພົບປະແລກປ່ຽນພະນັກງານ, ລັດຖະກອນຂະແໜງການເງິນລະຫວ່າງ 2 ປະເທດ…

+ ແລະກໍ່ໃນອາທິດຜ່ານມາ, ຢູ່ເມືອງ ລາກເຢືອງ,  ແຂວງ ເລິມດົ່ງ, ໄດ້ຈັດພິທີສະເໜີຕົວສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ຂອງເມືອງຊຸດທຳອິດອາຍຸການ  2019- 2024. ສາຂາສະມາຄົມມີສະມາຊິກ 18 ຄົນ, ເຊິ່ງແມ່ນບັນດາຜູ້ທີ່ເຄີຍໄປປະຕິບັດງານຢູ່ລາວ, ເຂົ້າຮ່ວມສະມາຄົມດ້ວຍຄວາມສະໝັກໃຈ ເພື່ອແນໃສ່ພັດທະນາການພົວພັນມິດຕະພາບ, ການໜູນຊ່ວຍ, ການຮ່ວມມື, ການພົວພັນແລກປ່ຽນດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ທ່ອງທ່ຽວລະຫວ່າງປະຊາຊົນ 2 ປະເທດຫວຽດນາມ - ລາວ. ສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ກໍ່ມີໜ້າທີ່ໂຄສະນາຄວາມໝາຍປະຫວັດສາດ, ບັນດາຜົນງານຂອງລາວ ເຖິງປະຊາຊົນເມືອງລາກເຢືອງ, ພ້ອມທັງໂຄສະນາກ່ຽວກັບແຂວງ ເລິມດົ່ງ ເວົ້າລວມ ແລະ ເມືອງລາກເຢືອງ ເວົ້າສະເພາະ ເຖິງປະຊາຊົນປະເທດເພື່ອນມິດລາວ.

ຕອບກັບ