ຕະຫຼາ​ດດອກ​ໄມ້, ຕົ້ນ​ໄມ້​ປະ​ດັບ ຢູ່​ຖະ​ໜົນ​ຮ່​ວາງ​ຮ​ວາ​ທ໊າມ, ຮ່າ​ໂນ້ຍ

Chia sẻ
(VOVWORLD) -ເພື່ອນຫອມມະລາທີ່ຮັກແພງ! ປັດຈຸບັນ, ຖະໜົນ ຮ່ວາງຮ່ວາທ໊າມໄດ້ຮູ້ຈັກເຖິງວ່າແມ່ນ ຖະໜົນຕົ້ນໄມ້ປະດັບຂອງ ຮ່າໂນ້ຍ, ດ້ວຍລວງຍາວກ່ວາ 3 ກິໂລແມັດ,  ຖະໜົນກ້ວງ 5 ແມັດ, ຟຸດບາດ 2 ແມັດ. ຖະໜົນຮ່ວາງຮ່ວາທ໊າມກໍ່ແມ່ນໜຶ່ງໃນບັນດາຖະໜົນເກົ່າແກ່ທີ່ສຸດຢູ່ຮ່າໂນ້ຍ.
ຕະຫຼາ​ດດອກ​ໄມ້, ຕົ້ນ​ໄມ້​ປະ​ດັບ ຢູ່​ຖະ​ໜົນ​ຮ່​ວາງ​ຮ​ວາ​ທ໊າມ, ຮ່າ​ໂນ້ຍ - ảnh 1ຕະຫຼາດດອກໄມ້, ຕົ້ນໄມ້ປະດັບ ຢູ່ຖະໜົນຮ່ວາງຮວາທ໊າມ, ຮ່າໂນ້ຍ (ພາບ: VTV) 

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍກ່ວາ 400 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ຝລັ່ງ, ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ເພື່ອນ ບຸນຄົງ ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມ ມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າມັກລາຍການພາບສາລະຄະດີພາບ “ ງານວາງສະແດງບັນດາຊຸດອາພອນປະຈຳຊາດຂອງ ບັນດາປະເທດ ອາຊຽນ” ທີ່ໄດ້ເອົາລົງໃນເວັບໄຊ vovworld.vn ໃນອາທິດຜ່ານມາ. ຊຸດອາພອນຂອງປະເທດໃດກໍ່ງາມໝົດ, ໃນນັ້ນຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ ຊຸດອາພອນປະຈຳຊາດຂອງ ບັນດາປະເທດຄື: ຫວຽດນາມ, ອິນໂດເນເຊຍ ແລະ ຟີລິບປິນ. ນອກຈາກນັ້ນ, ຂ້າພະເຈົ້າກໍ່ມັກບັນດາພາບຖ່າຍທີ່ສະແດງໃຫ້ເຫັນຊີວິດດ້ານວັດທະນະທຳ, ບັນດາງານບຸນ ເຊິ່ງບັນດາປະເທດໄດ້ນຳມາວາງສະແດງ.

ເພື່ອນບຸນຄົງທີ່ຮັກແພງ! ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ເພື່ອນ ທີ່ໄດ້ສົ່ງຄວາມຄິດເຫັນມາຍັງລາຍການຂອງພວກຂ້າພະເຈົ້າ. ງານວາງສະແດງບັນດາຊຸດອາພອນປະຈຳຊາດຂອງບັນດາປະເທດ ອາຊຽນ 2020 ແມ່ນການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີການແລກປ່ຽນວັດທະນະທຳ ລະຫວ່າງ ບັນດາປະເທດ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ງານວາງສະແດງກໍ່ໄດ້ຮັບການຕີລາຄາສູງຈາກບັນດານັກວິຊາການ ແລະ ໄດ້ຮັບຄວາມສົນໃຈເປັນຈຳນວນຫຼາຍຈາກຊາວຮ່າໂນ້ຍ. ສຸດທ້າຍ, ພວກຂ້າພະເຈົ້າຂໍອວຍພອນໃຫ້ເພື່ອນຈົງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນການດຳລົງຊີວິດ ແລະ ຫວັງວ່າ ເພື່ອນຈະສືບຕໍ່ຕິດຕາມ ກໍ່ຄືສົ່ງຄຳຄິດເຫັນຂອງຕົນມາຍັງລາຍການ ເພື່ອໃຫ້ລາຍງານນັບມື້ນັບມີເນື້ອໃນມ່ວນກ່ວາ.

ເພື່ອນ ຫອມມະລາ ຢູ່ແຂວງບໍ່ແກ້ວໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບຕະຫຼາດດອກໄມ້, ຕົ້ນໄມ້ປະດັບ ຢູ່ຖະໜົນຮ່ວາງຮວາທ໊າມ, ຮ່າໂນ້ຍ.

ເພື່ອນຫອມມະລາທີ່ຮັກແພງ! ປັດຈຸບັນ, ຖະໜົນ ຮ່ວາງຮ່ວາທ໊າມໄດ້ຮູ້ຈັກເຖິງວ່າແມ່ນ ຖະໜົນຕົ້ນໄມ້ປະດັບຂອງ ຮ່າໂນ້ຍ, ດ້ວຍລວງຍາວກ່ວາ 3 ກິໂລແມັດ,  ຖະໜົນກ້ວງ 5 ແມັດ, ຟຸດບາດ 2 ແມັດ. ຖະໜົນຮ່ວາງຮ່ວາທ໊າມກໍ່ແມ່ນໜຶ່ງໃນບັນດາຖະໜົນເກົ່າແກ່ທີ່ສຸດຢູ່ຮ່າໂນ້ຍ.

ອາດເວົ້າໄດ້ວ່າ ຖະໜົນຮ່ວາງຮ່ວາທ໊າມ ແມ່ນສະຖານທີ່ພົບປະແລກປ່ຽນຂອງຜູ້ທີ່ນິຍົມຊົມຊອບ ຕົ້ນໄມ້ປະດັບ. ຍ້ອນວ່າ ຢູ່ທີ່ນີ້, ເຂົາເຈົ້າໄດ້ວາງສະແດງຂາຍດອກໄມ້ ແລະ ຕົ້ນໄມ້ປະດັບຫຼາຍຊະນິດປູກຢູ່ພາກເໜືອ, ພາກໃຕ້, ໃນນັ້ນມີດອກກ້ວຍໄມ້ທີ່ມີຕົ້ນກຳເນີດມາຈາກດ່າຫຼາດກໍ່ໄດ້ນຳມາວາງຂາຍຢູ່ຖະໜົນນີ້ອີກດ້ວຍ.

ໃນຊຸມວັນທ້າຍອາທິດ, ຜູ້ທີ່ນິຍົມຊົມຊອບດອກໄມ້ຈະຊວນກັນໄປຖະໜົນນີ້ເພື່ອພົບປະກັນ, ຫຼື ເລືອກຊື້ຕົ້ນໄມ້ປະດັບທີ່ຕົນເອງຮູ້ສຶກວ່າ ພໍໃຈທີ່ສຸດ. ພິເສດແມ່ນໃນຊຸມວັນໃກ້ຈະຮອດບຸນເຕັດ, ນອກຈາກຕົ້ນໝາກຄາຍ, ໝາກແປ້ນ ທີ່ເປັນລັກສະນະສະເພາະຂອງບຸນເຕັດຢູ່ພາກເໜືອແລ້ວ, ຍັງມີດອກເໝີຍຂອງພາກໃຕ້ກໍ່ໄດ້ສົ່ງມາຂາຍຢູ່ທີ່ນີ້ອີກດ້ວຍ. ນອກຈາກຕົ້ນໄມ້ປະດັບ, ນົກ, ໝາ, ປາ ກໍ່ໄດ້ວາງຂາຍຢູ່ນີ້ເຊັ່ນດຽວກັນ. ຫວັງວ່າເພື່ອນແລະທ່ານຜູ້ຟັງຈະມີໂອກາດມາແວ່ຢາມຖະໜົນທີ່ເປັນເອກະລັກນີ້ແດ່ເດີ.

ທ່ານຜູ້ຟັງທີ່ເຄົາລົບ! ອາທິດຜ່ານມາພາຍຫຼັງປະກາດບັນດາທ່ານຜູ້ຟັງຍາດໄດ້ລາງວັນໃນການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ປີ 2020. ພະແນກບັນດາລາຍການພາສາຕ່າງປະເທດຂອງ ພວກຂ້າພະເຈົ້າສືບຕໍ່ໄດ້ຮັບຈົດໝາຍຫຼາຍສະບັບ, ບັນດາຄຳອວຍພອນ ຂອງບັນດາທ່ານຜູ້ຟັງທີ່ມາຈາກທຸກແຖບຖິ່ນໃນທົ່ວໂລກ ດ້ວຍເນື້ອໃນສະແດງຄວາມຍິນດີຕໍ່ບັນດາທ່ານຜູ້ຟັງທີ່ໄດ້ຮັບລາງວັນໃນການເສັງຄັ້ງນີ້. ມື້ນີ້ພວກຂ້າພະເຈົ້າຂໍຢ້ຳຄືນບັນດາທ່ານຜູ້ຟັງທີ່ໄດ້ຮັບລາງວັນຄືດັ່ງນີ້: ທ່ານຜູ້ຟັງລາຍການພາສາ ແອັດສະປາຍ ໄດ້ຮັບລາງວັນ 1; ທ່ານຜູ້ຟັງລາຍການພາສາ ອັງກິດ ໄດ້ຮັບລາງວັນທີ 2; ທ່ານຜູ້ຟັງລາຍການພາສາ ອິນໂດເນເຊຍ ໄດ້ຮັບລາງວັນທີ 3. ນອກຈາກນັ້ນ, ທ່ານ ພອນຄຳ ສີສົມພັນ ຜູ້ຟັງລາຍການພາສາ ລາວ ໄດ້ຮັບລາງວັນ ບົດເສັງທີ່ມີຮູບການ ແລະ ເນື້ອໃນເປັນເອກະລັກສະເພາະ ຍ້ອນວ່າບົດເຂົ້າຮ່ວມການເສັງໄດ້ຂຽນເປັນພາສາ ຫວຽດ.

ຕໍ່ໄປພວກຂ້າພະເຈົ້າຂໍແນະນຳເຖິງທ່ານຜູ້ຟັງບັນດາບົດເຂົ້າຮ່ວມການເສັງທີ່ມີຄຳຕອບທີ່ດີທີ່ສຸດໃຫ້ແກ່ຄຳຖາມທີ 2, ນັ້ນແມ່ນຄຳຖາມໄລ່ມາຢ່າງໜ້ອຍສຸດ 5 ເຫດການໃຫຍ່ທີ່ໄດ້ຈັດຂຶ້ນຢູ່ ຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມ ປີ 2020.

ສຳລັບຄຳຖາມທີ 2 ໄດ້ຄະນະຈັດຕັ້ງໄດ້ຕີລາຄາວ່າ ຄຳຖາມນີ້ໄດ້ຮັບຄຳຕອບ ມີເນື້ອໃນທີ່ອຸດົມສົມບຸນ ແລະ ເປັນຫຼາຍຮູບແບບຈາກບັນດາທ່ານຜູ້ຟັງ. ສິ່ງທີ່ເປັນໜ້າຊົມເຊີຍນັ້ນແມ່ນ ສ່ວນຫຼາຍບັນດາຄຳຕອບລ້ວນແຕ່ໄດ້ ຍົກອອກບັນດາເຫດການການເມືອງ, ການຕ່າງປະເທດ ທີ່ສຳຄັນເຊິ່ງໄດ້ຈັດຂຶ້ນຢູ່ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ໃນປີ 2020 ຄື: ການສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ຄືວັນທີ 3 ກຸມພາ 1930 – 3 ກຸມພາ 2020), ສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2020), ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2020)…ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນມີທ່ານຜູ້ຟັງຫຼາຍຄົນ ບໍ່ພຽງແຕ່ໄລ່ຊື່ ບັນດາເຫດການດັ່ງກ່າວຢ່າງຄົບຖ້ວນ, ມີການໄຈ້ແຍກ, ພາບປະກອບທີ່ມີຊີວິດຊີວາເທົ່ານັ້ນ ຫາກຍັງໄດ້ໄລ່ອອກມາຕື່ມອີກກ່ຽວກັບບັນດາການເຄື່ອນໄຫວດ້ານການເມືອງ, ການທູດສຳຄັນຢູ່ຫວຽດນາມ ໃນປີ 2020 ອີກດ້ວຍ.

ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ເຮັດໃຫ້ຄະນະຈັດຕັ້ງປະທັບໃຈກ່ວາໝູ່ນັ້ນແມ່ນ ຄຳຕອບຂອງທ່ານຜູ້ຟັງກ່ຽວກັບຄຳຖາມທີ່ວ່າ “ເພື່ອນປະທັບໃຈຕໍ່ເຫດການໃດຫຼາຍທີ່ສຸດ?”. ທ່ານຜູ້ຟັງແຕ່ລະຄົນເມື່ອຄັດເລືອກໃຫ້ຕົນເອງ ກ່ຽວກັບເຫດການທີ່ປະທັບໃຈທີ່ສຸດນັ້ນ, ລ້ວນແຕ່ມີການອະທິບາຍທີ່ດີ. ທ່ານ Johnny Antonio Ramírez Lopez ຜູ້ຟັງລາຍການພາສາແອັດປະປາຍ, ສັນຊາດ ເປຣູ, ໄດ້ຂຽນວ່າ ປະທານໂຮ່ຈີມິນ, ໂດຍເປັນຜູ້ທີ່ສ້າງຕັ້ງປະເທດ ປະຊາທິປະໄຕສາທາລະນະລັດ ຫວຽດນາມ, ປັດຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານກໍ່ແມ່ນນັກກະວີ, ນັກການທະຫານ, ນັກການເມືອງ, ການນຳທີ່ດີເດັ່ນຂອງ ຫວຽດນາມ, ທ່ານເປັນບຸກຄົນທີ່ສຳຄັນ ແລະ ເປັນໜ້າເຄົາລົບນັບຖືໃນສະຕະວັດທີ XX”. ສ່ວນທ່ານ Sergey Afanasyev ຜູ້ຟັງ ລາຍການພາສາລັດເຊຍ ພັດເອີ້ນປະທານໂຮ່ຈີມິນວ່າແມ່ນ “ຜູ້ທີ່ຍິ່ງໃຫຍ່” ແລະ ຢັ້ງຢືນວ່າ ຈະມາຢາມ “ເຮືອນຮ້ານຂອງລຸງໂຮ່” ກ່ອນໝູ່, ຖ້າຫາກວ່າມີໂອກາດມາຫວຽດນາມ. ນອກຈາກນັ້ນ, ຍັງມີຫຼາຍຄຳຕອບທີ່ດີຂອງບັນດາທ່ານຜູ້ຟັງທີ່ມາຈາກຫຼາຍປະເທດຄືທ່ານ C.R.Nurdin ມາຈາກອິນໂດເນເຊຍ, ທ່ານ ຣັດຈະພົນ ປລອຍເທດ ມາຈາກປະເທດໄທ.

ທ່ານຜູ້ຟັງທີ່ຮັກແພງ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ຟັງຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ